ການລັກຄ້າສັດປ່າ ໂດຍສະເພາະໝີ ຍັງເປັນທີ່ນິຍົມຫຼາຍ

ການຍຶດລູກໝີຄັ້ງໃຫຍ່ ມີຂຶ້ນຢູ່ນະຄອນຫຼວງວຽງຈັນ ເມື່ອວັນທີ່ 17 ເດືອນເມສາ ປີ 2024 ຊຶ່ງໃນມື້ນັ້ນ ເຈົ້າໜ້າທີ່ ຕໍາຫຼວດສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ແລະເຈົ້າໜ້າທີ່ ຫ້ອງການ ປກສ ເມືອງສີໂຄດຕະບອງ ໄດ້ກວດກາສະຖາບັນການເງິນ ຈຸລະພາກແຫ່ງໜຶ່ງ ຢູ່ເມືອງສີໂຄດຕະບອງ.

ຮູບພາບມອບ-ຮັບລູກໝີດຳ ພາຍຫຼັງທີ່ເຈົ້າຕຳຣວດ ແລະສະມາຊິກ ສູນອະນຸຮັກໝີ “Free the Bears” ຊ່ອຍເຫຼືອລູກໝີດຳ ທີ່ເຮືອນຫຼັງນຶ່ງ ໃນນະຄອນຫຼວງວຽງຈັນ ເຊິ່ງເກີດຂຶ້ນໃນວັນທີ 20 ມີນາ 2024. ລູກໝີດຳ ຈຳນວນ 16 ໂຕຖືກພົບທີ່ເຮືອນຫຼັງນຶ່ງ ໃນນະຄອນຫຼວງວຽງຈັນ ເຊິ່ງເປັນການຊ່ວຍເຫຼືອ ຈຳນວນຫຼາຍ ທີ່ສຸດໃນປີນີ້. Handout / FREE THE BEARS / AFP

ການຄ້າສັດປ່າ ໂດຍສະເພາະການຄ້າໝີແລະບີໝີ ຍັງມີຫຼາຍຢູ່ປະເທດລາວ, ອີງຕາມຄຳເວົ້າຂອງເຈົ້າໜ້າທີ່ແລະປະຊາຊົນລາວຫຼາຍໆຄົນ.

ໜຶ່ງໃນເຈົ້າໜ້າທີ່ນັ້ນ ແມ່ນເຈົ້າໜ້າທີ່ອົງການຮັກສາສັດປ່າທ່ານໜຶ່ງ ທີ່ບໍ່ປະສົງອອກຊື່ ແລະຊື່ອົງການ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 26 ເມສາ 2024 ນີ້ວ່າ ເຈົ້າໜ້າທີ່ ກວດກາປ່າໄມ້ແຂວງຜົ້ງສາລີ ໄປກວດພົບລູກໝີ 2 ໂຕເມື່ອເດືອນກຸມພາປີນີ້ ທີ່ວາງຂາຍຢ່າງເປີດເຜີຍຢູ່ຕະຫຼາດແຫ່ງໜຶ່ງ ໃນແຂວງຜົ້ງສາລີ.

ດັ່ງເຈົ້າໜ້າທີ່ທ່ານນັ້ນ ໄດ້ກ່າວຕື່ມວ່າ:

ເຂົາເຈົ້າ​ໄປກວດຕາມຕະຫຼາດລະເຂົາເຈົ້າພົບເຫັນ. ກະສູນຂອງເຮົານີ້ແຫຼະ. ດຽວນີ້ເຮົາ ອັ່ນມີການກວດສຸຂະພາບແລ້ວ, ອີກ 30 ວັນເຮົາຊິໄປປ່ອຍ. ແມ່ນ,

ສຸຂະພາບສົມບູນ ມີບາດແຜໜ້ອຍໜຶ່ງ.

ການຍຶດລູກໝີຄັ້ງໃຫຍ່ ມີຂຶ້ນຢູ່ນະຄອນຫຼວງວຽງຈັນເມື່ອວັນທີ່ 17 ເດືອນເມສາ ປີ 2024ຊຶ່ງໃນມື້ນັ້ນ ເຈົ້າ​ໜ້າ​ທີ່​ຕໍ​າ​ຫຼວດ​ສິ່ງ​ແວດ​ລ້ອມ ນ​ະ​ຄອນຫຼວງວຽງ​ຈັນ ແລະ​ເຈົ້າ​ໜ້າ​ທີ່ ຫ້ອງ​ການ​ ປກ​ສ ເມືອງ​ສີ​ໂຄດ​ຕະ​ບອງ ໄດ້​ກວດ​ກາ​​ສະ​ຖາ​ບັນການເງິນຈຸລະພາກ ແຫ່ງໜຶ່ງຢູ່​ເມືອງ​ສີ​ໂຄດ​ຕະ​ບອງ ແລະ ໄດ້​ຍຶດ​ລູກ​ໝີ​ນ້ອຍສີ​ດຳ ຈຳ​ນວນ 16 ໂຕ ແລະປະກົດວ່າ ຜູ້ລ້ຽງລູກໝີ ກໍບໍ່​ມີ​ເອ​ກະ​ສານ ແລະບໍ່ມີໃບ​ອະ​ນຸ​ຍາດ​ລ້ຽງຫຼືນຳ​ເຂົ້າລູກໝີເຫຼົ່ານີ້ເລີຍ. ແລ້ວເຈົ້າໜ້າທີ່ ກໍຈັບແລະ​ກັກ​ໂຕ​ຜູ້ກ່ຽວໄປ​ສືບ​ສວນ ແລະສອບ​ສວນ ເພື່ອຢາກຮູ້ວ່າ ຜູ້ກ່ຽວ ມີສ່ວນພົວພັນກັບນັກທຸລະກິດຈີນ ຫຼືບໍ່.

ຜູ້ຮູ້ກ່ຽວກັບການຄ້າໝີທ່ານໜຶ່ງ ກໍໄດ້ກ່າວກັບ ວິທະຍຸເອເຊັຽເສຣີ ເມື່ອເດືອນເມສາທີ່ຜ່ານມາວ່າ ປັດຈຸບັນ ໝີເປັນສິນຄ້າລາຄາແພງ ໝີໜ້ອຍໂຕໜຶ່ງ ມີລາຄາຫຼາຍສິບລ້ານກີບ.

ໂອ້ມີມີຫຼາຍແຕ່ວ່າ ມັນເອົາມາຍາກຫັ້ນນ່າ ແມ່ນແຫຼະຫຼາຍໆ ລາຄາມັນຍັງສູງຫວາ ມີເບິດທຸກບ່ອນຫັ້ນແຫຼະ. ມີແຕ່ວ່າລາຄາມັນຊິສູງ ອໍ້ປະມານ 50 ກັບ 70 ລ້ານຖ້າເປັນລູກນ້ອຍປະມານ 5 ກິໂລ ຫຼືວ່າ 3 ກິໂລນີ້ກໍແພງປະມານ 50 ນີ້ແຫຼະ. ແມ່ນແຫຼະແຕ່ວ່າທົ່ວລາວນີ້ສົ່ງໄດ້ ບາງເທື່ອກໍເອົາໄປເຂົ້າສວນສັດ ຫຼືວ່າຣີສອດ ບໍ່ເອົາໄປລ້ຽງໂຄສະນາ.

ທ່ານ Matt Hunt ຜູ້ອຳນວຍການອົງການ Free the Bears ຊຶ່ງເປັນອົງການປົກປັກຮັກສາໝີ ທີ່ຍຶດມາໄດ້ໃນປະເທດລາວ ໄດ້ໃຫ້ສຳພາດຕໍ່ອົງການຂ່າວຣອຍເຕີຣ໌ ເມື່ອເດືອນທີ່ແລ້ວວ່າ ຄົນທີ່ລ້ຽງລູກໝີ 16 ໂຕ ທີ່ຕຳຫຼວດຍຶດໄດ້ເມື່ອເດືອນເມສາ 2024 ນັ້ນ ອາດຊື້ລູກໝີຢ່າງຜິດກົດໝາຍມາ ຈາກຊາວບ້ານ ທີ່ລ້າສັດປ່າເພື່ອຂາຍເປັນສິນຄ້າຢູ່ພາກເໜືອຂອງລາວ. ຜູ້ທີ່ລ້ຽງລູກໝີຄົນນີ້ ອາດມີຈຸດປະສົງເພື່ອຕັ້ງຟາມລ້ຽງໝີຢູ່ລາວ ແລ້ວກໍໃຊ້ເຂັມດູດເອົາບີໝີໄປຂາຍ ຊຶ່ງບີໝີນີ້ ຫຼາຍຄົນເຊື່ອວ່າ ເປັນຢາດີວິເສດຊະນິດໜຶ່ງ ທີ່ສາມາດປິ່ນປົວຫຼາຍພະຍາດ. ສະຫຼຸບແລ້ວ ຜູ້ທີ່ລ້ຽງໝີຢູ່ນະຄອນຫຼວງວຽງຈັນຄົນນີ້ ມີຈຸດປະສົງລ້ຽງໝີເພື່ອການຄ້າ ຊຶ່ງຖືວ່າເປັນການກະທຳທີ່ຜິດກົດໝາຍໃນລາວ ວຽດນາມແລະກຳພູເຈັຍ ແຕ່ບໍ່ຜິດກົດໝາຍໃນຈີນ.

ກົມກວດກາປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ຂອງລາວ ໄດ້ອອກແຈ້ງການວ່າ  ຜ່ານມາ ທາງການລາວ ໄດ້ພົບເຫັນການຄ້າຂາຍສັດປ່າ, ຊິ້ນສ່ວນ ແລະ ຜະລິດຕະພັນສັດປ່າຕາມສະຖານທີ່ຕ່າງໆ ເປັນຕົ້ນຕະຫຼາດ, ໂຮງແຮມ, ຮ້ານອາຫານ, ຮ້ານຄ້າ, ສະຖານທີ່ທ່ອງທ່ຽວ ແລະຕາມຖະໜົນຫົນທາງ. ພ້ອມທັງມີການປະກາດຊື້-ຂາຍສັດປ່າປະເພດຫວງຫ້າມທາງສື່ສັງຄົມອ໋ອນລາຍ. ເວົ້າສະເພາະໝີ ທີ່ຜ່ານມາ ຄົນລາວ ໃນຫຼາຍບ້ານ ແລະຫຼາຍເມືອງ ຍັງລ້າຈັບໝີ ເພື່ອຂາຍໃຫ້ນັກທຸລະກິດ.

ທາງດ້ານ ປະຊາຊົນຜູ້ທີ່ຮູ້ກ່ຽວກັບເລື່ອງນີ້ນາງໜຶ່ງ ກ່າວວ່າ ນອກຈາກການລ້າສັດປ່າ, ບັນຫາການຕັດໄມ້ທຳລາຍປ່າ ກໍເປັນສາເຫດໜຶ່ງ ທີ່ເຮັດໃຫ້ຈຳນວນສັດປ່າຢູ່ລາວ ຫຼຸດໜ້ອຍຖອຍລົງ ສັດປ່າຫຼາຍຊະນິດເຊັ່ນໝີ ກໍໃກ້ຈະສູນພັນໄປແລ້ວ ຍ້ອນພວກມັນບໍ່ມີບ່ອນຢູ່ອາໃສ.

ດຽວນີ້ພວກສັດປ່າສະຫງວນ ທັ້ງຫຼາຍຫັ້ນ ກະເລີ່ມຈະສູນພັນແລ້ວຕົ້ນໄມ້ພວກນີ້ນ່າກ ຕໍ່ໄປກະຊິບໍ່ມີ. ຈາກທີ່ປະເທດລາວຮ້ອນ ລະຕໍ່ໄປກະຊິຮ້ອນຂຶ້ນໄປຕື່ມ, ແຫ້ງແລ້ງຂຶ້ນໄປຕື່ມ.

ໃນເມື່ອໝີປ່າກຳລັງຈະສູນພັນ ແລະຍ້ອນໝີເປັນສິນຄ້າລາຄາແພງ ຊາວບ້ານຫຼາຍຄົນ ກໍພາກັນລ້ຽງໝີເພື່ອຂາຍ ເຖິງວ່າຈະຜິດກົດໝາຍກໍຕາມ.

ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງແຂວງພາກເໜືອ ທ່ານໜຶ່ງ ໄດ້ກ່າວວ່າ:

ຂະເຈົ້າລ້ຽງແບບຜິດກົດໝາຍເນາະ ຄັນວ່າຜິດກົດໝາຍແລ້ວ. ຂະເຈົ້າຮູ້. ພວກຂະເຈົ້າເອົາໄປຫັ້ນເບິດ (ສູນອະນຸຮັກສັດປ່າ “Free The Bears”) ມີທັງໝີຄວາຍ ໝີອິຫຍັງຫັ້ນນ່າ. ຂະເຈົ້າຈະເອົາໄປຫັ້ນປະຊາຊົນຜູ້ທີ່ວ່າ ຫ່າງໄກສອກຫຼີກຫັ້ນ ເຮັດຜິດກົດໝາຍ ພວກກອງກວດກາ ກໍຍຶດເອົາແນາະ.

ອົງການ “Free the Bears” ລາຍງານໃນວັນທີ 24 ເມສາ 2024 ນີ້ວ່າ ທາງອົງການ Free the Bears ໄດ້ຮັບລູກໝີ 2 ໂຕຈາກເຈົ້າໜ້າທີ່ກວດກາປ່າໄມ້ ແຂວງຜົ້ງສາລີ, ອີກສອງໂຕຈາກແຂວງໄຊຍະບຸລີ ແລະລ້າສຸດ ໄດ້ຍຶດລູກໝີ 16 ໂຕຈາກຊາວນະຄອນຫຼວງວຽງຈັນ. ສະຫຼຸບແລ້ວ ນັບແຕ່ຕົ້ນປີ 2024 ເປັນຕົ້ນມາຈົນຮອດປັດຈຸບັນ ທາງອົງການ “Free the Bears” ໄດ້ຮັບຫຼືຊົດຊ່ວຍລູກໝີ ທັງໝົດ 22 ໂຕ ປັດຈຸບັນ ກຳລັງຮັກສາເບິ່ງແຍງຢູ່ສູນຮັກສາໝີ ຢູ່ນະຄອນຫຼວງພະບາງ.

ຜ່ານມາ ເຈົ້າໜ້າທີ່ທາງການລາວ ກໍໄດ້ໃຫ້ຄວາມຮ່ວມມືກັບອົງການຮັກສາສັດປ່າ ເປັນຢ່າງດີໃນການປາບປາມການຄ້າສັດປ່າ. ເຈົ້າໜ້າທີ່ອົງການສັດປ່າທ່ານດຽວກັນນີ້ ໄດ້ກ່າວຕື່ມອີກວ່າ ອົງການຂອງທ່ານ ໄດ້ຮັບຄວາມຮ່ວມມື ຈາກເຈົ້າໜ້າທີ່ກວດກາປ່າໄມ້ ແລະ ເຈົ້າໜ້າທີ່ຕຳຫຼວດສິ່ງແວດລ້ອມ ດີພໍສົມຄວນ. ເວລາເຈົ້າໜ້າທີ່ ກວດພົບໝີ ຫຼື ສັດປ່າປະເພດອື່ນໆ ພວກເຂົາເຈົ້າກໍມອບສັດປ່າທີ່ຍຶດໄດ້ມານັ້ນ ໃຫ້ແກ່ອົງການຂອງທ່ານ.

ຖ້າເຂົາເຈົ້າ ສາມາດຍຶດສັດ ປະເພດຫວງຫ້າມໄດ້. ເຂົາເຈົ້າກະຕິດຕໍ່ມາທາງຫ້ອງການຂອງພວກເຮົາເນາະເພື່ອໃຫ້ການຊ່ວຍເຫຼືອ. ກະອີງຕາມສະພາບໂຕຈິງເນາະວ່າອັ່ນສັດດັ່ງກ່າວຫັ້ນ ແມ່ນສັດອັ່ນນ່າ ຫວງຫ້າມປະເພດໃດແລະທາງໂຄງການເຮົາສາມາດດູແລໄດ້ບໍ່! ເພາະດັ່ງທີ່ຮູ້ຄືເຮົາເນັ້ນໜັກແຕ່ສະເພາະໝີເນາະ. ນອກຈາກນີ້, ເຮົາກໍຍັງຊ່ວຍລັດຖະບານ ຊ່ວຍອັ່ນນ່າ ຈຳນວນໜຶ່ງ ທີ່ເປັນສັດປະເພດຫວງຫ້າມເຊັ່ນດຽວກັນ.

ນອກຈາກນັ້ນ, ເຈົ້າໜ້າທີ່ ອຸທິຍານແຫ່ງຊາດ ນາງໜຶ່ງກໍກ່າວຕໍ່ວິທຍຸເອເຊັຽເສຣີ ວ່າທາງອຸທິຍານແຫ່ງຊາດ ກໍໄດ້ສະໜັບສະໜູນ ແລະເຮັດວຽກຮ່ວມກັນ ກັບບັນດາອົງການອະນຸຮັກສັດປ່າໃນລາວເປັນປະຈຳ.

ອຸທິຍານແຫ່ງຊາດນີ້ເປັນພື້ນທີ່ເນາະ, support ພື້ນທີ່ອີ່ຫຍັງຕ່າງໆ ໃຫ້, ແຕ່ວ່າຄືໂຄງການອະນຸຮັກນີ້ເວລາເຂົາເຈົ້າລົງມາອີ່ຫຍັງຕ່າງໆກະຕ້ອງມາສົມທົບກັບອຸທິຍານແຫ່ງຊາດຄືເກົ່າ.

ລ້າສຸດ ອົງການ “Free the Bears” ລາຍງານວ່າ ລູກໝີ ທີ່ຖືກຊົດຊ່ວຍມາທັງໝົດ ໄດ້ຮັບການເບິ່ງແຍງເປັນຢ່າງດີ ພວກມັນໄດ້ກິນນົມ ແລະອາຫານຢ່າງດີມີຄຸນນະພາບ ແລະພຽງພໍ ແຕ່ປັດຈຸບັນ ຍັງຈະບໍ່ສາມາດປ່ອຍພວກມັນ ໄປສູ່ທຳມະຊາດໄດ້ເທື່ອ ເພາະພວກມັນຍັງນ້ອຍ ແລະຍັງອ່ອນແອຢູ່.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org