ທາງການສັ່ງຢຸດເຜົາຂີ້ເຫຍື້ອ ເຄື່ອງ ໄຟຟ້າ
2016.09.28

ທາງການ ນະຄອນຫຼວງວຽງຈັນ ສັ່ງໃຫ້ໂຮງງານ ແຍກຂີ້ເຫຍື້ອ ເຄື່ອງໄຟຟ້າ ຂອງຈີນ ເຊົາຈູດເຜົາ ຂີ້ເຫຍື້ອ ຂອງ ໂຮງງານ ເພື່ອບໍ່ໃຫ້ ສົ່ງຄັວນ ແລະກິ່ນຂິວ ອອກໃສ່ ຊາວບ້ານ. ດັ່ງ ເຈົ້າໜ້າທີ່ ເມືອງ ສີໂຄດຕະບອງ ໄດ້ກ່າວ ຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອ ວັນທີ 27 ກັນຍາ 2016 ນີ້ວ່າ:
"ທາງຂັ້ນເທິງ ເພິ່ນລົງມາກວດ ຄືວ່າຍິນທາງເພິ່ນສິ ໃຫ້ຢຸດ ໃນການຈູດ ເພິ່ນບໍ່ໃຫ້ຈູດ ເລີຍ ຫັ້ນແຫຼະ ເພິ່ນວ່າມັນ ຊຸມຊົນ ຈູດໂຕນີ້ ລະແມ່ນມັນ ມີຜົນກະທົບ ຕໍ່ ປະຊາຊົນ ສິພາໃຫ້ ເປັນໂຣຄ ແນວອື່ນ ຫັ້ນນະ ແຕ່ວ່າແຍກ ຊິ້ນສ່ວນຫັ້ນ ບໍ່ເປັນຫຍັງ ໂຕນັ້ນຫັ້ນນະ".
ເຈົ້າໜ້າທີ່ ນະຄອນຫຼວງວຽງຈັນ ລົງພົບພໍ້ ກັບເຈົ້າຂອງ ໂຮງງານ ແຍກຂີ້ເຫຍື້ອ ຂອງຈີນ ຢູ່ບ້ານ ໂນນຂີ້ເຫລັກ ເມືອງ ສີໂຄດຕະບອງ ເພື່ອເວົ້າເຣື່ອງ ທີ່ຊາວບ້ານ ໃກ້ຄຽງ ໄດ້ຮັບຄວາມ ເດືອດຮ້ອນ ຈາກ ໂຮງງານ, ໂດຍມີຄຳສັ່ງ ໃຫ້ໂຮງງານ ດັ່ງກ່າວນັ້ນ ເຊົາຈູດເຜົາ ຂີ້ເຫຍື້ອ ຢູ່ໃນ ໂຮງງານ ເພື່ອບໍ່ໃຫ້ ເກີດບັນຫາ.
ທ່ານກ່າວວ່າ ຕໍ່ໄປໂຮງງານນີ້ ຈະຕ້ອງນຳ ຂີ້ເຫຍື້ອ ໄປຈູດເຜົາ ຢູ່ບ່ອນອື່ນ ທີ່ຫ່າງໄກ ຈາກຊຸມຊົນ ເພື່ອເຮັດໃຫ້ ຊາວບ້ານ ຮູ້ສຶກປອດໄພ ເພາະ ທີ່ຜ່ານມາ ພວກເຂົາເຈົ້າ ໄດ້ຫາຍໃຈ ເອົາຄັວນ ແລະ ກິ່ນຂິວ ເກືອບທຸກມື້ ຊຶ່ງ ກິ່ນຂິວນັ້ນ ເກີດຈາກ ການຈູດເຜົາ ຊິ້ນສ່ວນ ຂອງເຄື່ອງ ຄອມພິວເຕີ ຊຶ່ງມີທັງ ຢາງ ພລາສຕິກ ແລະ ອື່ນໆ ທີ່ລ້ວນແລ້ວແຕ່ ເປັນມົລພິດ ທາງອາກາດ ທັງນັ້ນ.
ທ່ານກ່າວອີກວ່າ ເຖິງຢ່າງໃດ ກໍຕາມ ໃນລະຍະນີ້ ທາງການຍັງ ອະນຸຍາດ ໃຫ້ໂຮງງານຈີນ ແຫ່ງນີ້ ຈູດເຜົາຂີ້ເຫຍື້ອ ຢູ່ຕໍ່ໄປ ແຕ່ໃຫ້ ຫລຸດຜ່ອນ ປະຣິມານ ລົງ ຊຶ່ງຄາດວ່າ ນັບຕັ້ງແຕ່ ເດືອນໜ້າ ເປັນຕົ້ນໄປ ຈະບໍ່ມີການ ຈູດເຜົາ ຂີ້ເຫຍື້ອ ອີກ.
ເຈົ້າໜ້າທີ່ ຜແນກ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງ ວຽງຈັນ ຫາກໍ່ລົງໄປ ກວດກາ ໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍື້ອນັ້ນ ເມື່ອຕົ້ນເດືອນ ຜ່ານມາ ຫລັງຈາກ ໄດ້ຮັບການ ຮ້ອງຮຽນ ຈາກຊາວບ້ານ ທີ່ປະສົບ ບັນຫາ ດັ່ງກ່າວ ມາໄດ້ 3 ປີ ປາຍແລ້ວ.
ປັດຈຸບັນ ທົ່ວ ນະຄອນຫຼວງວຽງຈັນ ມີໂຮງງານ ແຍກຊິ້ນສ່ວນ ຂີ້ເຫຍືອ ທັງໝົດ 7 ແຫ່ງ. ເມື່ອປີກາຍ ໄດ້ຖືກທາງການ ສັ່ງປິດ 1 ແຫ່ງ ຢູ່ເມືອງ ໄຊທານີ ຍ້ອນສາເຫດ ດຽວກັນນັ້ນ.