ກົດຣະບຽບຂອງການສັນຈອນ ໃນ ນະຄອນຫຼວງ
ທາງການ ນະຄອນ ຫລວງ ວຽງຈັນ ຈະ ຈັດ ຣະບົບ ຣົດ ສາທາຣະນະ ໃຫ້ໄດ້ ມາຕຖານ ແລະ ຢູ່ ໃນ ກົດເກນ.
-
ສິດນີ
2014-09-22 -
-
-
Your browser doesn’t support HTML5 audio
ກະຊວງ ໂຍທາທິການ ແລະ ຂົນສົ່ງ ລາວ ຈະ ຈັດຣະບຽບ ຣົດ ຂົນສົ່ງ ສາທາຣະນະ ໃນເຂດ ນະຄອນຫລວງ ໃຫມ່ ເພື່ອໃຫ້ໄດ້ ມາຕຖານ ຍ້ອນ ທີ່ຜ່ານມາ ມີຣົດ ສາທາຣະນະ ແລ່ນ ແລະ ຈອດ ບໍ່ເປັນຣະບຽບ ຈົນເປັນ ສາເຫດ ພາໃຫ້ຣົຖ ຕິດ ແລະ ເກີດ ອຸບັດຕິເຫດ.
"ຜູ້ທີ່ບໍ່ ປະຕິບັດ ຕາມຣະບຽບ ກໍຫມາຍຄວາມ ວ່າ ມັນ ຈະໄດ້ມີ ກົດຫມາຍ ກົດຣະບຽບ ບັງຄັບແລ້ວ ເນາະ ຄັນບໍ່ ປະຕິບັດ ພວກເຮົາ ກໍຖືວ່າ ແນະນຳ ແລ້ວກໍຖ້າ ຂັ້ນວ່າ ຮຸນແຮງ ອີ່ຫຍັງ ບໍ່ ປະຕິບັດ ແທ້ ພວກເຮົາ ກໍໄດ້ກັກຣົດ ຫັ້ນແຫລະ ເພື່ອ ມາສຶກສາ ອົບຮົມ ຜູ້ກ່ຽວ".
ທ່ານກ່າວ ຕື່ມວ່າ ນະຄອນຫລວງ ວຽງຈັນ ຈະໃຊ້ຊ່ວງ ການປະຊຸມ ຣັຖສະພາ ຣະຫວ່າງ ປະເທດ ກຸ່ມ ອາຊຽນ ຄັ້ງທີ 35 ນີ້ ເປັນ ຈຸດເລີ້ມຕົ້ນ ໃນການ ຈັດຣະບຽບ ຣະບົບ ການສັນຈອນ ໃຫມ່ ດັ່ງຣົດເມ ຣົດສອງແຖວ ຈຳໂບ ຣົດຕຸກໆ ຣົດຕູ້ ແລະ ຣົດ ປະຈຳທາງ ປະເພດອຶ່ນໆ ໃນເຂດ ນະຄອນ ຫລວງ ວຽງຈັນ. ເຈົ້າຫນ້າທີ່ ຈະອອກກວດ ທຸກມື້ ເພື່ອໃຫ້ຣົດ ເຫລົ່ານັ້ນ ຈອດ ໃນບ່ອນ ທີ່ທາງການ ອະນຸຍາດ ໃຫ້ຈອດ.
ຖ້າຜູ້ໃດ ຝ່າຝຶນ ຈະ ຖືກປັບໃໝ ຫຼື ກັກຣົດໄວ້ ແລະ ໃຫ້ເຈົ້າຂອງ ຣົດ ໄປຝຶກອົບຮົມ ເພື່ອ ໃຫ້ເຂົ້າໃຈ ແລະ ປະຕິບັດ ຕາມດຳຣັດ ນາຍົກ ຣັຖມົນຕຣີ ເລກທີ 188/ຍຍ ວ່າດ້ວຍ ການຄຸມ ຄອງ ການຂົນສົ່ງ ທາງບົກ.
ບໍຣິເວນ ທີ່ ມີການຈອດ ຣົດ ບໍ່ເປັນ ຣະບຽບ ສ່ວນໃຫຍ່ ແມ່ນຢູ່ ໃນເຂດ ຕລາດເຊົ້າ ຕລາດຂົວດິນ ແຄມຖນົນ ສາມແສນໄທ ຖນົນ ຟ້າງຸ່ມ ແລະ ຖນົນ ເສດຖາທິຣາດ.