ແຂວງອັດຕະປື ໃຫ້ບໍຣິສັດ ໂຊກດີມີໄຊ ສໍາຣວດບໍ່ແຮ່ 700 ເຮັກຕ້າຣ໌

ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ໂຊກດີມີໄຊ ກໍ່ສ້າງຈໍາກັດຜູ້ດຽວ ສໍາຣວດຫິນປາໂກດິດ ແລະຫິນປະດັບ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ໃນເນື້ອທີ່ປະມານ 700 ເຮັກຕ້າຣ໌, ແຕ່ຊາວບ້ານ ໃນເຂດນັ້ນຢາກໃຫ້ທາງການແຂວງ ຢຸດເຊົາການໃຫ້ສັມປະທານ ຂຸດຄົ້ນແຮ່ທາດຕ່າງໆ.

ພິທີເຊັນສັນຍາ ສໍາຣວດຫິນປາໂກດິດ ແລະຫິນປະດັບ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ແຂວງອັດຕະປື ລະຫວ່າງ ອົງການຄອງແຂວງ ອັດຕະປື ແລະ ບໍຣິສັດ ໂຊກດີ ມີໄຊ ກໍ່ສ້າງ ຈຳກັດ, ວັນທີ 8 ກຸມພາ 2023. ຮູບພາບ: Pathedlao

ທາງການແຂວງອັດຕະປື ອະນຸຍາດໃຫ້ບໍຣິສັດ ໂຊກດີມີໄຊ ກໍ່ສ້າງຈໍາກັດຜູ້ດຽວ ສໍາຣວດຫິນປາໂກດິດ ແລະຫິນປະດັບ ຢູ່ເຂດບ້ານຄໍາວົງສາ ເມືອງພູວົງ ໃນເນື້ອທີ່ປະມານ 700 ເຮັກຕ້າຣ໌, ແຕ່ຊາວບ້ານໃນເຂດນັ້ນ ຢາກໃຫ້ທາງການແຂວງອັດຕະປື ຢຸດເຊົາການໃຫ້ສັມປະທານນັ້ນ ເພື່ອປົກປ້ອງຊັບພະຍາກອນປ່າໄມ້ ບໍ່ໃຫ້ຖືກທໍາລາຍ, ອີງຕາມຄໍາເວົ້າ ຂອງຊາວບ້ານ ໃນເມືອງພູວົງຜູ້ນຶ່ງ ຕໍ່ວິທຍຸ ເອເຊັຍ ເສຣີໃນມື້ວັນທີ 10 ກຸມພານີ້.

“ເຂດໂຕນີ້ເນາະ ເປັນເຂດຄຸ້ມຄອງ. ບາດນີ້ເວົ້າເຣື່ອງຂອງຊາວບ້ານ ເຂດການກິນການຢູ່ການຫາທີ່ວ່າບໍ່ຊອກຫາກິນໄດ້ຫັ້ນນ່າ ໂຕນີ້ມັນກະຫຍູ້ງຍາກທີ່ສຸດໄດ໋ລູກເອີ໋ຍ ເປັນການບີບຮັດບັງຄັບກັບປະຊາຊົນນ່າວ່າຊັ້ນສາ.”

ຊາວບ້ານຜູ້ນີ້ເວົ້າຕື່ມອີກວ່າ ປັດຈຸບັນ ຊັພຍາກອນປ່າໄມ້ພາຍໃນແຂວງອັດຕະປື ກໍຫລຸດລົງນັບມື້ ຍ້ອນທາງການລາວ ນັບແຕ່ຂັ້ນສູນກາງ ລົງມາເຖິງຂັ້ນທ້ອງຖິ່ນ ໄດ້ປ່ອຍໃຫ້ມີການເຊົ່າ-ສໍາປະທານທີ່ດິນ ຮວມທັງເນື້ອທີ່ທໍາການກະເສດຫລາຍເກີນໄປ ເພື່ອພັທນາໂຄງການຕ່າງໆ ທັງສ້າງເຂື່ອນໄຟຟ້າ, ຂຸດຄົ້ນແຮ່ທາດ, ສ້າງໂຮງງານອຸດສາຫະກັມ.

ຊາວບ້ານອີກຜູ້ນຶ່ງ ໃນເມືອງພູວົງ ກໍເວົ້າໃນມື້ດຽວກັນນີ້ວ່າ ຍັງບໍ່ທັນຮູ້ວ່າ ໂຄງ ການນັ້ນ ຈະມີຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງຄົມແນວໃດເທື່ອ ແຕ່ການສໍາຣວດຂຸດຄົ້ນ ແຮ່ທາດໃນໄລຍະຜ່ານມາ ມັກຈະເກີດຜົລກະທົບຕໍ່ສິ່ງແວດລ້ອມ ແລະສັງ ຄົມ ເປັນຕົ້ນ ກະທົບໃສ່ເສັ້ນທາງສັນຈອນໄປມາ, ກະທົບທາງສຽງ ແລະພື້ນທີ່ຫາຢູ່ຫາກິນຂອງຊາວບ້ານ ກໍເຫລືອໜ້ອຍລົງ. ນອກຈາກນີ້ ບໍຣິສັດຕ່າງໆ ທີ່ເຂົ້າມາສັມປະທານ ຂຸດຄົ້ນແຮ່ທາດ  ຫລືສ້າງໂຮງງານອຸດສາຫະກັມ ຍັງໃຫ້ຄ່າຕອບແທນ ຄວາມເສັຍຫາຍ ຫລືຄ່າຈ້າງແຮງງານ ຊາວບ້ານບໍ່ເໝາະສົມນໍາອີກ, ເຮັດໃຫ້ຊາວບ້ານ ໃນຫລາຍພື້ນທີ່ ທີ່ອາໄສ ຢູ່ຕາມເຂດສັມປະທານ ຍັງທຸກຍາກຢູ່ຄືເກົ່າ.

“ປະສານກັນຢູ່ແຕ່ວ່າ ການຕາມບຸກເບີກ ຫລືວ່າບັນຫາຕ່າງໆຫັ້ນນ່າ ໂຕຜົນກະທົບມັນກະຊິມີອັນໃດ ອັນນຶ່ງເບາະ ສ່ວນຫລາຍ ເຂົາກະຄາດວຽກງານທໍາຫລາຍຫັ້ນນ່າ ຄືວຽດມັນຈ້າງເນາະ ວັນງານນຶ່ງກະ 50-60 ພັນກີບເນາະ ມື້ນຶ່ງກະບໍ່ກຸ້ມໄດ໋ຫັ້ນ ເຂົາກະຢາກົປປານໃດ.”

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ຜແນກຊັບພະຍາກອນທັມມະຊາຕ ແລະສິ່ງແວດລ້ອມ ແຂວງອັດຕະປື ກໍກ່າວຕໍ່ວິທຍຸ ເອເຊັຍ ເສຣີວ່າ ທຸກໂຄງການ ທີ່ຈະເຂົ້າມາສໍາຣວດ ແລະສຶກສາຄວາມເປັນໄປໄດ້ ຕ້ອງໄດ້ມີການປະເມີນຜົລກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມຢ່າງລະອຽດ ເພື່ອຫລຸດຜ່ອນຜົລກະທົບ ທີ່ອາຈເກີດຂຶ້ນ ກ່ອນຈະມີການເຊັນສັນ ຍາສັມປະທານ ແລະຖ້າຫາກໂຄງການໃດ ມີຜົນກະທົບ ດ້ານສິ່ງແວດລ້ອມ ແລະສັງຄົມຫລາຍ ກໍຈະຕ້ອງໄດ້ມີແນວທາງ ແກ້ໄຂຢ່າງເປັນຮູບປະທັໃ. ໃນນັ້ນ ກໍຈະເວົ້າກັນເຖິງເຣື່ອງ ການຈ່າຍເງິນຊົດເຊີຍ ໃຫ້ຜູ້ທີ່ໄດ້ຮັບຜົລກະທົບ ຈາກໂຄງການຢ່າງເໝາະສົມ ແລະຍຸຕິທັມທີ່ສຸດ, ມີການປູກປ່າທົດແທນ ແລະການບໍາບັດນໍ້າເປື້ອນ-ນໍ້າເສັຍ ບໍ່ໃຫ້ໄຫລລົງສູ່ແຫລ່ງນໍ້າທັມມະຊາຕ.

“ໂອ້... ເພິ່ນກະຕ້ອງປະເມີນຄວາມສ່ຽງກ່ອນ ລົງໄປກວດເບິ່ງພື້ນທີ່ອີ່ຫຍັງຄັກແນ່ ມັນກະຂຶ້ນກັບບໍຮິສັດ ຖ້າເພິ່ນເຫັນວ່າໂອເຄ ເໝາະສົມແລ້ວກະໃຫ້ເຮົາດໍາເນີນກິຈກັມ ຖ້າວ່າມັນມີຜົນກະທົບ ຂ້າງໜ້າຕໍ່ສິ່ງແວດລ້ອມເຮົາ ເພິ່ນກະສິແກ້ໄຂກັນແບບໃດ ກະຈັ່ງເບິ່ງຕົວຈິງຫັ້ນນ່າ.”

ແຜນທີ່ເມືອງພູວົງ ແຂວງອັດຕະປື.

ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງອັດຕະປື ກໍກ່າວຕໍ່ວິທຍຸ ເອເຊັຍເສຣີ ໃນມື້ວັນທີ 10 ກຸມພານີ້ວ່າ ການເຊັນສັນຍາໃນຄັ້ງນີ້ ເປັນພຽງການສໍາຣວດຫິນປາໂກດິດ ແລະຫິນປະດັບເທົ່ານັ້ນ ຍັງບໍ່ທັນໄດ້ເຊັນສັນຍາສັມປະທານກັນເທື່ອ ເພາະບໍຣິສັດຜູ້ລົງທຶນ ຍັງຕ້ອງສຶກສາຄວາມເປັນໄປໄດ້ ແລະປະເມີນຜົລກະທົບດ້ານສິ່ງ ແວດລ້ອມ ແລະສັງຄົມ ເພື່ອໃຫ້ທາງການແຂວງອັດຕະປື ພິຈາຣະນາ ອະນຸມັດໂຄງ

ການອີກຄັ້ງນຶ່ງ.

“ໄດ້ຂໍ້ມູນໄປແລ້ວເນາະ ໄດ້ຂໍ້ມູນໄປເບື້ອງຕົ້ນແລ້ວ ໄດ້ແຜນທີ່ ຈຸດພິພັດໃຫ້ສໍາຣວດແລ້ວ ແຕ່ວ່າບໍ່ທັນຮູ້ວ່າ ເປັນເສຖກິຈ ຫລືບໍ່ ຊິສາມາດເຊັນ ແອັມໂອຢູ ໄດ້ ຫລືບໍ່ ກະລໍຖ້າໂຕນີ້.”

ໂຄງການສໍາຣວດຫິນປາໂກດິດ ແລະຫິນປະດັບ ຂອງບໍຣິສັດ ໂຊກດີມີໄຊກໍ່ສ້າງ ໃນຄັ້ງນີ້ ທາງການແຂວງອັດຕະປື ມີຈຸດປະສົງຢາກພັທນາ ແຫລ່ງແຮ່ທາດພາຍໃນແຂວງ ແລະສນັບສນູນ ການພັທນາທ້ອງຖິ່ນ, ສ້າງວຽກເຮັດງານທໍາ ໃຫ້ຊາວບ້ານໃນທ້ອງຖິ່ນ ແລະສົ່ງເສີມທຸຣະກິຈ ພາຍໃນແຂວງ.

ຜແນກພະລັງງານ ແລະບໍ່ແຮ່ແຂວງອັດຕະປື ໄດ້ຣາຍງານເມື່ອທ້າຍປີ 2022 ວ່າ ໃນແຂວງອັດຕະປື ມີໂຄງການຊອກຄົ້ນ-ສໍາຣວດແຮ່ທາດ ທີ່ສູນກາງເປັນຜູ້ອະນຸມັດ ມີ 10 ບໍຣິສັດ, 15 ກິຈການ ທີ່ກວມເອົາເນື້ອທີ່ທັງໝົດປະມານ 276,600 ເຮັກຕ້າຣ໌.

ໂຄງການສໍາຣວດແຮ່ທາດ ທີ່ແຂວງອັດຕະປືເປັນຜູ້ອະນຸຍາດ ມີ 2 ໂຄງການ, ກວມເອົາເນື້ອທີ່ ປະມານ 1,000 ເຮັກຕ້າຣ໌.

ໂຄງການ ທີ່ມີການເຄື່ອນໄຫວຂຸດຄົ້ນ ແລະປຸງແຕ່ງແຮ່ທາດ ທີ່ທາງແຂວງອະນຸຍາດໃຫ້ ມີທັງໝົດ 12 ບໍຣິສັດ- 12 ກິຈການ ຊຶ່ງສ່ວນໃຫຍ່ເປັນການຂຸດຄົ້ນ ແຮ່ຄໍາ, ແຮ່ເງິນ, ແຮ່ໂລຫະ ສໍາລັບການກໍ່ສ້າງ, ຫິນ, ຊາຍ ແລະຂັ້ນເມືອງເປັນຜູ້ອະນຸຍາດ ມີ 14 ບໍຣິສັດ-14 ກິຈການ ຊຶ່ງສ່ວນໃຫຍ່ເປັນໂຄງການ ດິນໜຽວເພື່ອຜລິດດິນຈີ່.

ເວົ້າເຖິງເຣື່ອງການສັມປະທານທີ່ດິນ ເພື່ອສໍາຣວດ ແລະຂຸດຄົ້ນແຮ່ທາດ ໃນປະເທດລາວ ທ່ານ ຈັດຕະວາ ແກ້ວຄໍາເພັດ ສະມາຊິກສະພາແຫ່ງຊາຕ ເຂດເລືອກຕັ້ງທີ 7 ແຂວງໄຊຍະບູຣີ ໄດ້ສເນີຕໍ່ກອງປະຊຸມ ສໄມສາມັນເທື່ອທີ 4 ຂອງສະພາແຫ່ງຊາຕ ຊຸດທີ 9 ເມື່ອວັນທີ 8 ທັນວາ 2022 ໃຫ້ຣັຖບານ ພິຈາຣະນາ ຢ່າງລະອຽດຄືນ ໃນເຣື່ອງການຂຸດຄົ້ນແຮ່ທາດ ທັງຮູບແບບປົກກະຕິ ແລະຮູບແບບທົດລອງ ເນື່ອງຈາກຫລາຍໂຄງການ ທີ່ເຊັນສັນຍາໄວ້ ບໍ່ສາມາດປະຕິບັດໄດ້ ຕາມຄາດໝາຍ ຊຶ່ງສາເຫດກໍຍ້ອນບາງບໍຣິສັດ ບໍ່ໄດ້ຊ່ຽວຊານເຣື່ອງການຂຸດຄົ້ນແຮ່ທາດ ເພື່ອປຸງແຕ່ງ ຫລື ສົ່ງອອກ, ແຕ່ເຂົ້າມາສັມປະທານ, ຈັບຈອງເອົາດິນ ຂອງຣັຖໄວ້ເທົ່ານັ້ນ ແລະບໍ່ໄດ້ເສັຍອາກອນໃຫ້ຣັຖແຕ່ຢ່າງໃດ. ນອກຈາກນີ້ ຍັງມີອີກຫລາຍໂຄງການ ເມື່ອໄດ້ຮັບສັມປະທານໄປແລ້ວ ພັດສວຍໂອກາດ ຫາຜົນປໂຍດໃຫ້ໂຄງການຕົນເອງ ໂດຍບໍ່ປະຕິບັດຕາມ ລະບຽບກົດໝາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org