ທາງການ ຫ້າມປະຊາຊົນ ບຸກເບີກເນື້ອທີ່ດິນ ສະຫງວນໄວ້ເປັນສະໜາມຊ້ອມຮົບ

ເມືອງປະທຸມພອນ ແຂວງຈໍາປາສັກ ຫ້າມບໍ່ໃຫ້ປະຊາຊົນ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າໄປບຸກເບີກທີ່ດິນ ຢູ່ໃກ້ກັບກຸ່ມບ້ານບຸ່ນ, ສະຫງວນໄວ້ເປັນສະໜາມຊ້ອມຮົບປ່າອາວ.

ຮູບພາບປະກອບ ໄດ້ຜະລິດໂດຍ ທີມງານວິທຍຸເອເຊັຽເສຣີ ດ້ວຍ Canva. RFA/Canva

ຫ້ອງວ່າການ ເມືອງປະທຸມພອນ ແຂວງຈໍາປາສັກ ອອກແຈ້ງການ ໃນມື້ວັນທີ 4 ມີນາ 2025 ຫ້າມບໍ່ໃຫ້ປະຊາຊົນ ແລະພາກສ່ວນທີ່ກ່ຽວຂ້ອງ ເຂົ້າໄປບຸກເບີກເນື້ອທີ່ດິນ ຢູ່ໃນຂອບເຂດ ສະໜາມຊ້ອມຮົບປ່າອາວ ຖ້າຝ່າຝືນ ຈະຖືກດໍາເນີນມາດຕະການ ທາງດ້ານກົດໝາຍ ແລະລະບຽບການຢ່າງເຂັ້ມງວດ.

ພື້ນທີ່ ທີ່ວ່ານັ້ນ ຢູ່ໃກ້ເຂດກຸ່ມບ້ານບຸ່ນ (ພູອີ່ແກ້ວ ພູຂຽວນິນ ອຸດທິຍານແຫ່ງຊາດ ເຊປຽນ) ທີ່ເປັນສະໜາມຫັດຍິງປືນແທ້ ຂອງເລົ່າລົບກໍາລັງຫຼວງ ແລະກໍາລັງທ້ອງຖິ່ນ 4 ແຂວງພາກໃຕ້, ເປັນສະໜາມຊ້ອມຮົບ; ຫ້າມບໍ່ໃຫ້ເຂົ້າໄປບຸກເບີກເນື້ອທີ່ດິນ ເພື່ອທໍາການຜະລິດກະສິກໍາ (ປູກມັນຕົ້ນ) ຢູ່ໃນເຂດນັ້ນເດັດຂາດ.


ຂ່າວ ກ່ຽວກັນ
ລາຄາມັນຕົ້ນ ຢູ່ແຂວງໄຊຍະບູລີ ຫຼຸດລົງ ຈາກ 5,000 ກີບ ມາເປັນ 2,000 ກີບ ຕໍ່ກິໂລ

ປະເທດລາວ ສູນເສຍເນື້ອທີ່ປ່າໄມ້ ໃນປີ 2023 ຫຼາຍກວ່າ 136,500 ເຮັກຕາ
ເຈົ້າໜ້າທີ່ພົບ ມີການບຸກລຸກປ່າໄມ້ 5,800 ເຮັກຕ້າຣ໌ ຢູ່ເມືອງສະໜາມໄຊ


ເຂດພູອີ່ແກ້ວ ເປັນພຶ້ນທີ່ ທີ່ປະຊາຊົນໃນກຸ່ມບ້ານບຸ່ນ ໃຊ້ປູກມັນຕົ້ນ ມາແຕ່ດົນແລ້ວ, ຕໍ່ມາ ທະຫານໄດ້ມາໝາຍເອົາເຂດນັ້ນ ເຮັດສະໜາມຫັດຍິງປືນ. ຊາວບ້ານໃນກຸ່ມບ້ານບຸ່ນ ຜູ້ໜຶ່ງ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 6 ມີນາ ນີ້ວ່າ ເມື່ອມີແຈ້ງການ ຂອງທາງເມືອງອອກມາ ວ່າໝົດຮອບປູກມັນຕົ້ນປີນີ້ແລ້ວ ປີໜ້າໃຫ້ຢຸດເຊົາ ບໍ່ໃຫ້ປູກຕໍ່ໄປອີກ. ຕໍ່ແຈ້ງການສະບັບນີ້ ຊາວບ້ານກໍບໍ່ເຫັນດີນໍາ ແຕ່ກໍເຮັດຫຍັງບໍ່ໄດ້ ບໍ່ມີທາງເລືອກອື່ນ ມີແຕ່ຕ້ອງໄດ້ປະຕິບັດຕາມ:

“ເພິ່ນແຈ້ງຫັ້ນ ປີໜ້າໃຫ້ຢຸດເບິດ ເບິດຮອບນີ້ກໍຢຸດ ບໍ່ໄດ້ປູກອີກ ເຂົາກໍບໍ່ເຫັນດີນໍາດອກ ແຕ່ວ່າເຂົາເຮັດຫຍັງບໍ່ໄດ້ ບໍ່ມີແລ້ວ ມີແຕ່ບ່ອນດຽວ ແມ່ນແຕ່ກ່ອນ ມັນກໍເປັນຂອງປະຊາຊົນເດ ທະຫານເຂົ້າມາໝາຍເປັນເຂດແດນຂອງເຂົາ.”

ແລະປະຊາຊົນ ນາງໜຶ່ງ ຢູ່ໃນກຸ່ມບ້ານບຸ່ນ ຄືກັນນັ້ນ ກໍເວົ້າວ່າ ຊາວບ້ານໃນເຂດບ້ານບຸ່ນ ມີອາຊີບເຮັດນາ ເຮັດສວນມັນຕົ້ນ ແຕ່ໃນປີນີ້ ຊາວບ້ານບໍ່ໄດ້ປູກມັນຕົ້ນ ຫຼາຍຄືປີກ່ອນ ຍ້ອນລາຄາມັນຕົ້ນຫຼຸດລົງຫຼາຍ:

“ປູກຢູ່ ເຈົ້າ ເຂົາປູກຢູ່ປະມານແຖວຢູ່ສວນ ຢູ່ພູອີ່ຫຍັງຫັ້ນນ່າ ຍັງປູກຢູ່ ແຕ່ປູກບໍ່ຫຼາຍ ເພາະວ່າ ມັນຕົ້ນມັນລົງລາຄາມັນລົດລົງ ເຮົາເລີຍບໍ່ໄດ້ສູ້ປູກຫຼາຍຫັ້ນນ່າ.”

ໃນຂະນະດຽວກັນ ເຈົ້າໜ້າທີ່ຫ້ອງການຖະແຫຼງຂ່າວ ວັດທະນະທໍາ ແລະທ່ອງທ່ຽວ ເມືອງປະທຸມພອນ ແຂວງຈໍາປາສັກ ກໍກ່າວວ່າ ເຂດພູອີ່ແກ້ວ, ພູຂຽວນິນ ແລະອຸດທິຍານແຫ່ງຊາດ ເຊປຽນ ຢູ່ຕິດກັບເຂດສະໜາມຊ້ອມຮົບ ປ່າອາວ ຂອງກະຊວງປ້ອງກັນປະເທດ ແລະທີ່ຜ່ານມາ ກໍເຄີຍມີຂໍ້ຂັດແຍ່ງ ທາງດ້ານທີ່ດິນຢູ່ໃນເຂດນັ້ນ ຍ້ອນປະຊາຊົນ ໄດ້ບຸກເບີກພື້ນທີ່ ເພື່ອປູກມັນຕົ້ນ ດັ່ງນັ້ນ ທາງເມືອງເພິ່ນ ຈຶ່ງມີແຈ້ງການອອກມາຫ້າມ:

”ເພິ່ນກໍແຈ້ງແລ້ວເດ ແຈ້ງຫ້າມຫັ້ນແຫຼະນໍ ເພາະວ່າ ຜ່ານມາ ມີປະຊາຊົນບູກລຸກຫັ້ນແຫຼະ ມັນເປັນເຂດພິເສດຢູ່ຫັ້ນ ເປັນເຂດຊ້ອມຮົບ ຂອງກະຊວງປ້ອງກັນປະເທດ  ຜ່ານມາກໍເຄີຍມີຊໍ້ຂັດແຍ່ງຫັ້ນແຫຼະນໍ ປະຊາຊົນກໍເຄີຍໄປບຸກລຸກຫັ້ນແຫຼະ.”

ແລະເຈົ້າໜ້າທີ່ ພາກປະຊາສັງຄົມ ດ້ານປ່າໄມ້ ທ່ານໜຶ່ງ ກໍກ່າວວ່າ ກໍຖືເປັນການດີ ທີ່ທາງທະຫານ ເພິ່ນໄດ້ເອົາພື້ນທີ່ນັ້ນຄືນ ຍ້ອນຊາວບ້ານໄດ້ບຸກເບີກ ເພື່ອປູກມັນຕົ້ນ ແລະທໍາລາຍປ່າໄມ້ ຢູ່ເຂດນັ້ນຫຼາຍ. ແຕ່ເຖິງຢ່າງໃດກໍຕາມ ການທີ່ລັດຖະບານ ທວງເອົາພື້ນທີ່ປ່າໄມ້ຄືນ ຄືແນວນັ້ນ ກໍມີຄວາມສ່ຽງ ຕໍ່ການທີ່ເຂດນັ້ນ ຈະຖືກໃຫ້ບໍລິສັດລົງທຶນຕ່າງຊາດ ມາສໍາປະທານໄປຕໍ່ ຍ້ອນທີ່ຜ່ານມາກໍ ເຄີຍມີກໍລະນີຄືທີ່ວ່ານີ້ ໄດ້ເກີດຂຶ້ນມາແລ້ວ ດັ່ງທີ່ທ່ານ ກ່າວວ່າ:

“ກໍເປັນການດີຫັ້ນແຫຼະ ຄັນແມ່ນກອງທັບສິເອົາຫັ້ນນ່າ ແລ້ວມັນກໍມີເງື່ອນໄຂ ສະດວກບ່ອນວ່າ ມັນຕົ້ນບໍ່ມີລາຄາແລ້ວ ໂຕນີ້ກໍເປັນໜ້າຫວັ່ນວິຕົກຢູ່ ເພາະວ່າດຽວນີ້ ສິນຄ້າກະສິກໍາອອກຈາກປະເທດລາວຫຼາຍໃດ໋ ແຕ່ແມ່ນຂອງຈີນ ບໍ່ແມ່ນຂອງລາວ ອາດເປັນໄປໄດ້ຢູ່ ທີ່ເຂົາຈະຂໍສໍາປະທານຕໍ່ ກໍມີຄວາມສ່ຽງ ແຕ່ວ່າກໍຄິດວ່າ ລັດຖະບານຈະມີບົດຮຽນແລ້ວ ເພາະວ່າ ເຮົາເສຍປຽບຫຼາຍແລ້ວ.”

ກ່ຽວກັບເລື່ອງທີ່ວ່ານີ້ ສື່ສັງຄົມອອນລາຍຈໍານວນໜຶ່ງ ເວົ້າວ່າ ເປັນເລື່ອງດີ ທີ່ມີການສັ່ງຫ້າມປະຊາຊົນ ບໍ່ໃຫ້ບຸກເບີກພື້ນທີ່ປ່າໄມ້ ແລະເປັນການປ້ອງກັນປະຊາຊົນເອງ ເພາະບໍລິເວນດັ່ງກ່າວ ເປັນພື້ນທີ່ຊ້ອມຮົບຂອງທະຫານ ຊຶ່ງອາດຈະເປັນໄປໄດ້ ທີ່ຈະເກີດອັນຕະລາຍ ແຕ່ໃນຂະນະດຽວກັນ ກໍເວົ້າວ່າ ຢາກໃຫ້ທາງການ ຮັກສາພື້ນທີ່ດັ່ງກ່າວໄວ້ ບໍ່ໃຫ້ບໍລິສັດຂອງພວກນາຍທຶນ ສໍາປະທານໃນອະນາຄົດ.

ເວົ້າສະເພາະ ເຂດປ່າສະຫງວນແຫ່ງຊາດເຊປຽນ ກໍຖືກຊາວບ້ານໃນພື້ນທີ່ ແລະພວກນາຍທຶນ ບຸກລຸກ ທັງມີເປົ້າໝາຍເພື່ອປູກມັນຕົ້ນ. ເມື່ອປີ 2021 ທາງການແຂວງຈໍາປາສັກ ໄດ້ລາຍງານວ່າ ເນື້ອທີ່ປ່າສະຫງວນແຫ່ງຊາດ ເຊປຽນ ໄດ້ຖືກຊາວບ້ານ ຫຼາຍບ້ານເຂົ້າໄປຖາງປ່າ ປູກມັນຕົ້ນປະມານ 3,000 ເຮັກຕາ ທີ່ກວມເອົາເນື້ອທີ່ປ່າໄມ້ໃນເຂດຂອງ 2 ເມືອງ ຄືເມືອງປະທຸມພອນ ແລະເມືອງໂຂງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org