ບໍຣິສັດທ່ອງທ່ຽວ ເຕືອນ ບາງ ເສັ້ນທາງ ຢູ່ລາວ

ບໍຣິສັດ ທ່ອງທ່ຽວ ຂອງ ອອສເຕຣເລັຽ ເຕືອນ ນັກທ່ອງທ່ຽວ ກ່ຽວກັບ ຄວາມສ່ຽງ ຢູ່ຕາມບາງ ເສັ້ນທາງ ໃນ ສປປລາວ.

ເສັ້ນທາງເຂົ້າຫາ ເມືອງວັງວຽງ ທີ່ ສ້າງສໍາເຣັດ ໄປແລ້ວ RFA

ບໍຣິສັດ ທ່ອງທ່ຽວ ຂອງ ອອສເຕຣເລັຽ ເຕືອນ ນັກທ່ອງທ່ຽວ ກ່ຽວກັບ ຄວາມສ່ຽງ ຢູ່ຕາມບາງ ເສັ້ນທາງ ໃນ ສປປລາວ. ນັກທ່ອງທ່ຽວ ແລະ ຄົນໂດຍສານ ທີ່ຂີ່ຣົດຈາກ  ເມືອງວັງວຽງ ໄປຫາ ຫຼວງພຣະບາງ ຂໍໃຫ້ ຣະມັດຣະວັງ ຄວາມປອດພັຍ. ຕາມຄໍາເວົ້າ ຂອງຄນະ ທີ່ປຶກສາ ບໍຣິສັດ ທ່ອງທ່ຽວ Smart traveler.

ຄນະທີ່ປຶກສາ ຊາວອອສເຕຣເລັP ບໍ່ໄດ້ໃຫ້ ຣາຍລະອຽດ ຫຍັງຫຼາຍ ພຽງແຕ່ແນະນໍາ ພວກນັກທ່ອງທ່ຽວ ໃຫ້ຫລີກເວັ້ນ ການເດີນທາງ ຕາມຖນົນຫຼວງ ເລກ 13 ແຕ່ເມືອງວັງວຽງ ຂຶ້ນໄປທາງເໜືອ.

ເຖິງຢ່າງໃດກໍຕາມ ເມື່ອມໍ່ໆມານີ້ ຄນະທີ່ປຶກສາ ດ້ານການທ່ອງທ່ຽວ ຄານາດາ ກໍໄດ້ແນະນໍາ ພວກນັກທ່ອງທ່ຽວ ທີ່ຈະໄປທ່ຽວ ໃນເຂດນັ້ນ ໃຫ້ຣະມັດຣະວັງ ເປັນພິເສດ ໃນເຣຶ່ອງ ຄວາມປອດພັຍ ຍ້ອນກັງວົນວ່າ ອາຈມີການ “ປຸ້ນຈີ້ ແລະ ລະເບີດທີ່ ຍັງບໍ່ທັນແຕກ”.

ຂ່າວຣະບຸວ່າ ແຂວງໄຊສົມບູນ ແລະຫຼາຍເຂດ ຕາມເສັ້ນທາງເລກ 13 ແລະ “ເສັ້ນທາງໃໝ່” ແຕ່ວັງວຽງ ໄປຫາ ຫຼວງພຣະບາງ ເປັນເຂດ ທີ່ມີຄວາມສ່ຽງ. ອົງການກິຈການໂລກ ຂອງຄານາດາ ເວົ້າວ່າຫຼາຍເຂດ ຕາມເສັ້ນທາງເລກ 13 ແລະ ”ເສັ້ນທາງໃໝ່” ແຕ່ວັງວຽງ ໄປຫາ ຫຼວງພຣະບາງ ມີຄວາມສ່ຽງ ຍ້ອນ ”ສະຖານະການ ດ້ານຄວາມປອດພັຍ ເຄັ່ງຕຶງ ແລະ ເກີດເຫດການ ຍິງກັນຂຶ້ນ ເມື່ອບໍ່ດົນ ຜ່ານມາ”.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org