ອອສເຕຣເລັຽ ຊ່ວຍຂຽນຫຼັກສູຕ ດ້ານສິ່ງແວດລ້ອມ ຊັ້ນປຖົມ
ກະຊວງສຶກສາທິການ ແລະ ກິລາ ຮ່ວມກັບ ຣັຖບານ ອອສເຕຣເລັຽ ຈັດສັມນາ ໃຫ້ແກ່ຜູ້ຂຽນ ຫຼັກສູດວິທຍາສາຕ ແລະ ສິ່ງແວດລ້ອມ ສະບັບປັບປຸງໃໝ່ ຊັ້ນປະຖົມ ປ.5 ໂດຍນັ້ນໃສ່ ການຮຽນຮູ້ດ້ວຍການປະຕິບັດໂຕຈິງ ໃນການຮັກສາແຫຼ່ງນ້ຳ ແລະ ການປູກພືດເປັນຫຼັກ.
-
ອຸ່ນແກ້ວ
2022-09-02 -
-
-
Your browser doesn’t support HTML5 audio
ກະຊວງ ສຶກສາທິການ ແລະ ກິລາ ຮ່ວມກັບ ຣັຖບານ ອອສເຕຣເລັຽ ຈັດສັມນາ ໃຫ້ແກ່ຜູ້ຂຽນຫຼັກສູຕວິທຍາສາຕ ແລະ ສິ່ງແວດລ້ອມ ສະບັບປັບປຸງໃໝ່ ຊັ້ນປະຖົມ ປ.5. ຫຼັກສູຕດັ່ງກ່າວ ໄດ້ເນັ້ນໃສ່ການຮຽນຮູ້ດ້ວຍການປະຕິບັດໂຕຈິງ ຜ່ານການທົດລອງ ທີ່ຊ່ວຍໃຫ້ນັກຮຽນສາມາດ ໃຊ້ວິທຍາສາຕ ໃນຊີວິຕປະຈຳວັນ ແລະ ໃນສະພາບແວດລ້ອມ ຊຸມຊົນຂອງເຂົາເຈົ້າ ໂດຍຈະເນັ້ນໃຫ້ນັກຮຽນ ຮັກສາແຫຼ່ງນ້ຳ ແລະ ການປູກພືດເປັນຫຼັກ. ຫຼັກສູຕນີ້ ຈະສອນໃຫ້ນັກຮຽນ ບໍ່ຖິ້ມຂີ້ເຫຍື້ອລົງແມ່ນ້ຳ, ຮູ້ຈັກປະຢັດນ້ຳ, ບໍ່ຕັດໄມ້ ທຳລາຍປ່າ ແລະ ປູກພືດເພື່ອຫຼຸດຜ່ອນກາສ ຄາຣ໌ບອນໄດ໋ອ໊ອກໄຊດ໌ (Carbon dioxide) ໃນອາກາດ ຫຼັງຈາກ ພຶດຕິກັມມະນຸສ ເຮັດໃຫ້ໂລກຮ້ອນຂຶ້ນ.
ເຈົ້າໜ້າທີ່ ກະຊວງສຶກສາທິການ ແລະ ກະລາ ໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 2 ກັນຍາ ວ່າ:
“ສ່ວນຫຼາຍ ເຮົາຈະເນັ້ນ ຮັກສາແຫຼ່ງນ້ຳ ບໍໃຫ້ຖິ້ມອັນນັ້ນ ອັນນີ້ ຫັ້ນນ່າ ແລະ ໃຫ້ປູກພືດຫຼາຍໆ ເພື່ອຮັກສາແຫຼ່ງນ້ຳ. ມັນຈະມີບົດ Global Warming ຄື ພືດຈັ່ງຊີ້ເດ້. ມັນດູດເອົາ ຄາຣ໌ບອນໄດ໋ອ໊ອກໄຊດ໌ ຄື ປັດຈຸບັນ. ຄືໂລກເຮົານີ້ ມັນຮ້ອນ ຍ້ອນຫຍັງ ເຮົານີ້ ສ້າງຄາຣ໌ບອນໄດ໋ອ໊ອກໄຊດ໌ ໄປຫຼາຍ ສະນັ້ນ ເຮົາຈະຕ້ອງວ່າປູກພືດ ທົດແທນ ເພື່ອໃຫ້ພືດມັນດູດເອົາ ຄາຣ໌ບອນຫັ້ນນ່າ ບໍ່ໃຫ້ທຳລາຍລະບົນ້ຳ. ຄືເດັກນ້ອຍ ເຂົາເຈົ້າຈະມັກຫຼິ້ນນ້ຳ ຫຼິ້ນຫຍັງ ຄື ໃຊ້ໃຊ້ແບບຄິດ ວິເຄາະ ຫັ້ນນ່າ ນ້ຳລ້າງຖ້ວຍ ລ້າງບ່ວງເຮົາເຫຼືອເດ້ ເອົາເຮັດຫຍັງ ເອົາໄປຖິ້ມເລີຍບໍ່. ເຮົາກໍຕ້ອງເອົາໄປ ຫົດຕົ້ນໄມ້ ຄື ອາບນ້ຳຈັ່ງຊີ້ ເອົາຖິ້ມເລີຍບໍ່ ເຮົາກໍຕ້ອງເປີດ ສະເພາະຕອນທີ່ເຮົາຈະໃຊ້.”
ຍານາງ ກ່າວຕື່ມວ່າ ຫຼັກສູຕເກົ່າ ໄດ້ນຳໃຊ້ຫຼາຍປີແລ້ວ ຈຶ່ງໄດ້ມີການປັບປຸງ ຫຼັກສູດ ໃຫ້ທັນກັບສະພາບການໃນຍຸກປັດຈຸບັນ ທີ່ກະແສໂລກຮ້ອນກຳລັງມາ ໃນຂະນະທີ່ຫຼັກສູຕເກົ່າ ຈະເນັ້ນເຣື່ອງທິສດີ ແຕ່ບໍ່ໄດ້ເນັ້ນປະຕິບັດໂຕຈິງ ແລະ ກຸ່ມເປົ້າໝາຍ ຄື ນັກຮຽນຊັ້ນ ປ.5 ຍ້ອນວ່າ ເຂົາເຈົ້າຈະສາມາດຄິດວິເຄາະໄດ້ດີຂຶ້ນ.
ນອກຈາກນີ້ ຫຼັກສູຕ ສະບັບປັບປຸງ ຍັງລວມເອົາການປະຕິບັດທີ່ດີ ເພື່ອສຸຂອະນາໄມ ເຊັ່ນ ການດື່ມນ້ຳຈາກຕຸກ ທີ່ມີກາຜລິຕພັນ ຫຼື ນ້ຳທີ່ຕົ້ມສຸກ ຫຼື ຖືກກັ່ນຕອງແລ້ວ ເຊິ່ງຫຼັກສູດນີ້ ຈະຊ່ວຍໃຫ້ນັກຮຽນ ເອົາໃຈໃສ່ສຸຂພາບໂຕເອງ ໂດຍສເພາະ ນັກຮຽນຊົນເຜົ່າ ທີ່ບໍ່ມີນ້ຳດື່ມທີ່ບັນຈຸໃນຕຸກ ຫຼື ນ້ຳທີ່ຜ່ານການກັ່ນຕອງ ຄືກັບນັກຮຽນໃນເມືອງ.
ເຈົ້າໜ້າທີ່ ຜແນກສຶກສາ ແລະ ກິລາ ແຂວງຫົວພັນ ໄດ້ກ່າວໃນວັນທີ 2 ກັນຍາ ວ່າ:
“ສ່ວນຫຼາຍເຂົາກໍຕົ້ມ ຈຸນຶ່ງ ເຂົາກໍບໍ່ຕົ້ມເດ້ ຄັນເຮົາໄປໃສ່ໃນຫຼັກສູຕ ກໍຊິເປັນການດີ ໄດ້ສຸຂພາບດີ ກິນນ້ຳຕົ້ມ ດີແທ້ ເພາະວ່າ ແຂວງຫົວພັນ ເຮົາກໍຖາງປ່າເຮັດໄຮ່ຫຼາຍ ເພາະຖາງປ່າຫັ້ນ ເຮັດໃຫ້ນ້ຳຊຸ ເຂົາກໍຊິ ເຂົາກໍເຂົ້າໃຈ ເພາະວ່າ ເດັກນ້ອຍຊົນເຜົ່າ ບ້ານນອກ ທຳອິດພາສາກໍບໍ່ຮູ້ແຈ້ງແລ້ວເນາະ ເຮົາໄປເຮັດປັບປຸງ ໄປຮຽນໃຫ້ເຂົາຕື່ມ ເຂົາກະຊິຮູ້ຕື່ມລະບໍ.”
ຫຼັກສູຕດັ່ງກ່າວ ເປັນການປູກຈິດສຳນຶກໃຫ້ນັກຮຽນ ແຕ່ຍັງນ້ອຍ, ຄຣູໂຮງຮຽນປະຖົມ ບ້ານນາຖົ່ມ ເມືອງໄຊທານີ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
“ຖ້າວ່າ ເຮົາສອນເຂົາເຈົ້າເລື້ອຍ ຄິດວ່າ ມັນຈະເປັນການປູກຈິຕສຳນຶກຂອງເຂົາເຈົ້າ ປູກຈິຕສຳນຶກຕັ້ງແຕ່ຍັງນ້ອຍ ອັນຮອດຂັ້ນຊັ້ນ ປ.5 ແລ້ວ ຖືວ່າ ມັນຊິກ້າວໄປຫ້ອງໃຫຍ່ ຖ້າໄປຫ້ອງໃຫຍ່ແລ້ວ ມັນຈະມີການພັທນາໄປເລື້ອຍໆ ຫັ້ນນ່າ.”
ເນື້ອໃນຂອງຫຼັກສູຕ ຈະເຮັດໃຫ້ ເດັກນ້ອຍນັກຮຽນ ເຂົ້າໃຈພາວະໂລກຮ້ອນຫຼາຍຂຶ້ນ ແລະ ສາເຫດຂອງພາວະໂລກຮ້ອນ.
ເຈົ້າໜ້າທີ່ອົງການຈັດຕັ້ງ ພາກປະຊາສັງຄົມ ທີ່ເຮັດວຽກກັບຊຸມຊົນ ແລະ ສິ່ງແວດລ້ອມ ໄດ້ກ່າວວ່າ:
“ຖ້າຫາກວ່າ ເພິ່ນນ່າ ມີທຶນໂຕນີ້ ໃນການປັບປຸງ ກໍຍິ່ງຈະເຮັດໃຫ້ ວຽກງານຊັພຍາກອນທັມຊາຕ ແລະ ສິ່ງແວດລ້ອມ ນີ້ນ່າ ມັນຈະໄປໄວ ແລະ ຈະເຂົ້າເຖິງກຸ່ມເປົ້າໝາຍ ເປັນເຍົາວະຊົນຫຼາຍຂຶ້ນເນາະ ບັນຫາໂລກຮ້ອນນີ້ ເປັນບັນຫາທີ່ປາຍເຫດເນາະ ຈາກການຕັດໄມ້ ຈາກການທີ່ນຳໃຊ້ດິນບໍ່ ນຳໃຊ້ພລາສຕິກ ເດັກ ປ.5 ເດັກມັດທະຍົມ ເຂົາຈະສົນໃຈຫຼາຍເດ້ ຈະສາມາດນຳບົດຮຽນ ໄປສູ່ງຜູ້ປົກຄອງເຂົາເຈົ້າໄດ້.”
ຜູ້ປົກຄອງນັກຮຽນ ກໍເຫັນວ່າ ເປັນການປູກຈິຕສຳນຶກ ໃຫ້ນັກຮຽນແຕ່ຍັງນ້ອຍ:
“ເພິ່ນວ່າງອອກມາ ແນວທິດທາງຂອງຂັ້ນເທິງ ກໍລະອຽດ ຫັ້ນແລ້ວ ຍົກໂຕຢ່າງ ລະດົມປູກຕົ້ນໄມ້ຕົ້ນນຶ່ງ ທົດແທນໃຫ້ລູກ ໃຫ້ຫຼາຍຕໍ່ໜ້າ ມັນກໍດີ ຕັດໄມ້ທຳລາຍປ່າໝົດ ມັນກໍບໍ່ດີແລ້ວ ຄຸນຄ່າ ບາດນີ້ ມັນກໍໝົດໄປໃນໂຕ ຄັນເຮົາບໍ່ທົດແທນໄວ້ ສອນໃຫ້ລູກ ໃຫ້ຫຼານ ຮູ້ນຳເດ້ ຢູ່ໂຮງຮຽນເນາະ ຮູ້ຈັກຄວາມແຕ່ນ້ອຍຂຶ້ນມາກໍດີ.”
ຫຼັກສູດວິທຍາສາຕ ແລະ ສິ່ງແວດລ້ອມ ຊັ້ນ ປ.5 ສະບັບປັບປຸງໃໝ່ນີ້ ຈະຖືກຈັດພິມ ແລະ ແຈກຢາຍຢູ່ໃນໂຮງຮຽນ ພ້ອມທັງການຝຶກອົບຮົມ ໃຫ້ຄຣູໃນທົ່ວປະເທດ ໂດຍເຣີ່ມຈັດຕັ້ງປະຕິບັດ ໃນເດືອນກັນຍາ 2022 ຕາມແຜນການ ຂອງຣັຖບານ. ປັດຈຸບັນ ການຂຽນຫຼັກສູຕດັ່ງກ່າວ ມີຄວາມຄືບໜ້າ ປະມານ 60 ເປີເຊັນແລ້ວ.