ຊາວບ້ານ ໃນແຂວງອັດຕະປື ຈຳນວນນຶ່ງ ຍັງບໍ່ມີໄຟຟ້າໃຊ້

ແຂວງອັດຕະປື ມີແຫລ່ງຜລິດໄຟຟ້າ 31 ແຫ່ງ ແຕ່ປະຊາຊົນ ຈໍານວນນຶ່ງ ຍັງບໍ່ມີໄຟຟ້າໃຊ້ ແບບຖາວອນ ຍ້ອນຄວາມທຸກຍາກ ໂດຍສະເພາະ ຜູ້ທີ່ຢູ່ຫ່າງໄກ ແລະຢູ່ຕາມຊາຍແດນ ຊຶ່ງໄຟຟ້າ ທີ່ຜລິດໄດ້ ສ່ວນຫຼາຍແມ່ນ ຖືກສົ່ງໄປຂາຍ ຕ່າງປະເທດ.

ສາຍສົ່ງໄຟຟ້າ ໃນແຂວງພາກໃຕ້ ນັກຂ່າວ ພົລເມືອງ

ແຂວງອັດຕະປື ມີແຫລ່ງຜລິດພະລັງງານໄຟຟ້າແລ້ວ ຈໍານວນ 31 ໂຄງການ. ໃນນັ້ນຜລິດໄຟຟ້າຂາຍແລ້ວ 8 ໂຄງການ ແລະກໍາລັງກໍ່ສ້າງຢູ່ອີກ 2 ໂຄງການ. ສ່ວນທີ່ເຫລືອຍັງຢູ່ໃນລະຫວ່າງການກະກຽມເພື່ອກໍ່ສ້າງ ໃນຂະນະທີ່ປະຊາຊົນລາວ ທີ່ຢູ່ເຂດຫ່າງໄກ ແລະຢູ່ຕາມຊາຍແດນ ບໍ່ຕໍ່າກວ່າ 3,000 ຄອບຄົວ ຍັງບໍ່ທັນໄດ້ໃຊ້ໄຟຟ້າໃຊ້ແບບຖາວອນ ຍ້ອນຄວາມທຸກຍາກ. ເຊັ່ນປະຊາຊົນຢູ່ບ້ານດາກຍົກ ເມືອງສານໄຊ 100 ປາຍຄອບຄົວ ທີ່ຢູ່ຕິດກັບຊາຍແດນວຽດນາມ ຍັງບໍ່ທັນໄດ້ໃຊ້ໄຟຟ້າໃຊ້ແບບຖາວອນ ຍ້ອນຄວາມທຸກຍາກ, ບໍ່ມີເງິນຈ່າຍຄ່າໄຟຟ້າ.

ດັ່ງຊາວບ້ານບ້ານດາກຍົກຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິນານີ້ວ່າ:

ໄຟຟ້າຢູ່ບ້ານເຮົານີ້ ຍັງໆ ເຂົາຍັງບໍ່ທັນໄດ້ມີເງື່ອນໄຂວ່າ ດຽວນີ້ກະເຂົາຍັງໃຊ້ຢູ່ (ໄຟຟ້າແສງຕາເວັນ) ເພາະ ວ່າທາງເມືອງສານໄຊ ຫາອັດຕະປືກະບໍ່ຢາກສະດວກສະບາຍ.

ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ປະຊາຊົນຜູ້ບໍ່ໄດ້ໃຊ້ໄຟຟ້າໃຊ້ແບບຖາວອນ ສ່ວນຫລາຍພວກເຂົາເຈົ້າ ບໍ່ມີເງິນຈ່າຍຄ່າໄຟຟ້າ ເນື່ອງຈາກບໍ່ມີອາຊີບ ແລະລາຍໄດ້ທີ່ໝັ້ນຄົງ. ຈໍານວນນຶ່ງໃຊ້ໄຟຟ້າແສງຕາເວັນ. ມີຄວາມຫຍູ້ງຍາກ ຍ້ອນບໍ່ມີຫົນທາງເຂົ້າເຖິງ.

ເຖິງແມ່ນວ່າ ແຂວງອັດຕະປື ຈະມີແຫລ່ງຜລິດພະລັງງານໄຟຟ້າຫລາຍ ແຕ່ຊາວ ບ້ານຈໍານວນນຶ່ງກໍເຫັນວ່າ ພວກຕົນບໍ່ໄດ້ຮັບຜົນປໂຍດ ຫຍັງຈາກການແຫລ່ງພະລັງ  ງານເຫລົ່ານັ້ນ ຍ້ອນຊາວບ້ານຕ້ອງໄດ້ ຈ່າຍຄ່າໄຟຟ້າແພງຂຶ້ນນັບມື້ ແລະບໍ່ເຫັນວ່າທາງການ ຈະມີນະໂຍບາຍຫລຸດຜ່ອນ ຄ່າໄຟຟ້າໃຫ້ຊາວບ້ານເທື່ອ.

ຊາວບ້ານຜູ້ນຶ່ງຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ເວົ້າໃນມື້ດຽວກັນນີ້ວ່າ ຕົນຍັງໄດ້ຈ່າຍຄ່າໄຟຟ້າ ເປັນຈໍານວນເກົ່າຢູ່ ຄືປະມານ 1-2 ແສນກີບຕໍ່ເດືອນ ແລະຄ່າໄຟຟ້າຈະແພງຂຶ້ນຫລາຍເຖິງ 3 ແສນປາຍກີບໃນໄລຍະຣະດູຮ້ອນ ທີ່ຈະມາເຖິງນີ້, ຍ້ອນຕ້ອງໄດ້ເປີດແອ ແລະພັດລົມຫລາຍ ແລະບໍ່ຮູ້ວ່າ ຈະມີໂອກາດໃຊ້ໄຟຟ້າຟຣີເມື່ອໃດກັນແທ້.

ຄ່າໄຟນີ້ກະປົກຕິຢູ່ ບໍ່ມີການວ່າລົດອີ່ຫຍັງ ຄັນຊ່ວງໜາວແດ່ກະສິລົດແດ່ ຄັນຊ່ວງຮ້ອນກະສິຂຶ້ນແດ່ຕີ້ ເປີດແອຫລາຍເດ໋ ຈັກປານໃດແຫລະສິໄດ້ໃຊ້ໄຟຟຣີ.

ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງສາມັກຄີໄຊ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິນານີ້ວ່າ ເຫັນແຕ່ທາງການລາວປະກາດວ່າ ມີແຫລ່ງະລັງງານໄຟຟ້າຫລາຍ ແຕ່ຊາວບ້ານຍັງຕ້ອງໄດ້ ຈ່າຍຄ່າໄຟແພງຄືເກົ່າ ແລະນັບມື້ຈະແພງຂຶ້ນນໍາເລື້ອຍໆ ແລະທີ່ສໍາຄັນ ຊາວບ້ານຜູ້ທຸກຍາກ ບໍ່ມີອາຊີບ ບໍ່ມີລາຍໄດ້ທີ່ໝັ້ນຄົງ ກໍພາກັນດີ້ນຮົນຫາເງິນມາຈ່າຍຄ່າໄຟຟ້າ ແລະຄ່າອື່ນໆອີກຫລາຍຢ່າງ ແທນທີ່ວ່າ ປະເທດລາວມີແຫລ່ງພະ ລັງງານໄຟຟ້າຫລາຍແລ້ວ ຊາວບ້ານ ຈະໄດ້ຈ່າຍຄ່າໄຟຟ້າຖືກລົງ.

ຂ້ອຍກະບໍ່ຮູ້ວ່າ ເຂົາເຊັກກັນຈັ່ງໃດ. ມີແຕ່ວ່າເຮົາໃຊ້ໜ້ອຍ ໃຊ້ຫລາຍຫັ້ນແຫລະ ບໍ່ໄດ້ເສັຽກະດີແລ້ວເນາະ ຜູ້ບໍ່ມີເງິນນີ້ຕີ້ ຈັກສິເຮັດຈັ່ງໃດ ຄັນພໍໄດ້ຫາກະຍັງໄຄຢູ່ວ່າ ມີແຕ່່ແນວແພງໆ.

ແລະຊາວບ້ານອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນີ້ວ່າ ຈ່າຍຄ່າໄຟຟ້າແພງຫລາຍ, ໂດຍສະເພາະດຽວນີ້ ໃນໄລຍະທີ່ອາກາດຮ້ອນອົບເອົ້າ ຄ່າໄຟຟ້າກໍຍິ່ງແພງຂຶ້ນຕື່ມ ເພາະພາກັນເປີດແອ ເປີດພັດລົມທຸກມື້ື.

ແພງຫັ້ນແລ້ວ ຄືເກົ່າ ແພງ ໄຟກະດາຍ ຊໍ່າເກົ່າຫັ້ນແຫລະ ອາກາດຮ້ອນແຮງຮ້າຍຕີ້ ເຮົາເປີດແອຫລາຍ ແຮງເສັຽຫລາຍ.

ກ່ຽວກັບເຣື່ອງການຈ່າຍຄ່າໄຟຟ້າແພງ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງອັດຕະປື  ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ມິນານີ້ວ່າ ການຈ່າຍຄ່າໄຟຟ້າ ກໍຕ້ອງເປັນໄປຕາມລະບຽບ ຂອງຣັດວິສາຫະກິດໄຟຟ້າລາວ, ຈະໄດ້ຈ່າຍຖືກ ຫລືຈ່າຍແພງ ກໍຂຶ້ນຢູ່ກັບປະລິມານການຊົມໃຊ້ໄຟ ໃນແຕ່ລະເດືອນ ຊຶ່ງປະຊາຊົນລາວທົ່ວປະເທດ ກໍຈ່າຍຄ່າໄຟຟ້າໃນອັດຕຣາດຽວກັນໝົດ. ສ່ວນການໃຊ້ໄຟຟ້າແບບຖາວອນ ສະເພາະຢູ່ແຂວງອັດຕະປື ທີ່ມີສາຍສົ່ງໄຟຟ້າເຂົ້າເຖິງຄົບໝົດ 143 ບ້ານໃນ 5 ເມືອງແລ້ວ, ແຕ່ກໍຍັງມີປະຊາຊົນຈໍານວນນຶ່ງເທົ່ານັ້ນ ທີ່ບໍ່ໄດ້ໃຊ້ໄຟຟ້າແບບຖາວອນ ຍ້ອນພວກເຂົາເຈົ້າທຸກຍາກ ບໍ່ມີເງິນຈ່າຍຄ່າໄຟຟ້າ ແລະຄ່າບໍາຣຸງກົງເຕີປະຈໍາປີ ຫລືບາງຄອບຄົວ ກໍຕ້ອງການໃຊ້ໄຟຟ້າແສງຕາເວັນ.

ຄົບໝົດແລ້ວໄດ໋ ສາຍສົ່ງ 22 ມັນກະເຂົ້າຄູ່ບ້ານແລ້ວນ່າ ແຕ່ວ່າມີແຕ່ຄົວເຮືອນທໍ່ນັ້ນແຫລະ ບໍ່ທັນໄດ້ 100%. ຂອງວຽດນາມນີ້ ມັນມີແຕ່ຢູ່ເຊກະໝານ 1, ເຊກະໝານສານໄຊ ແລ້ວກະເຊກອງຕອນລຸ່ມ ເຫລືອນັ້ນກະຂອງຈີນເບາະເຮັດດຽວນີ້ ແລ້ວກະຂອງລາວເອງ.

ທ່ານກ່າວຕື່ມວ່າ ແຫລ່ງພະລັງງານໄຟຟ້າຢູ່ແຂວງອັດຕະປື ສ່ວນຫລາຍເປັນເຂື່ອນໄຟຟ້າ ແລະຈໍານວນນຶ່ງເປັນພະລັງງານລົມ ແລະພະລັງງານແສງຕາເວັນ ຊຶ່ງສ່ວນໃຫຍ່ເປັນບໍຣິສັດຕ່າງປະເທດ ແລະບໍຣິສັດເອກກະຊົນລາວ ເປັນຜູ້ລົງທຶນ.

ອີງຕາມການຣາຍງານ ຂອງຜແນກພະລັງງານ ແລະບໍ່ແຮ່ແຂວງອັດຕະປື ວັນທີ 9 ມິນານີ້ ທົ່ວແຂວງອັດຕະປື ມີແຫລ່ງພະລັງງານທັງໝົດ 31 ໂຄງການ. ໃນນັ້ນ ເຂື່ອນໄຟຟ້າ ຂນາດຫລາຍກວ່າ 5 ເມກາວັດຂຶ້ນໄປ ມີ 29 ໂຄງການ, ຮວມທັງໝົດເປັນ 1,880 ປາຍ​ເມກາວັດ ແລະເຂື່ອນໄຟຟ້າຂນາດ 5 ເມກາວັດລົງມາ ມີ 2 ໂຄງການ ຜລິດໄຟຟ້າໄດ້ 5,65 ເມກາວັດ.

ເຂື່ອນໄຟຟ້າທີ່ກໍ່ສ້າງສໍາເຣັດແລ້ວ 8 ເຂື່ອນ ກໍມີເຂື່ອນໄຟຟ້າຟ້າຫ້ວຍເຫາະ,​ ເຂຶ່ອນເຊກະໝານ 1 , ເຂື່ອນເຊກະໝານສານໄຊ,​ ເຂື່ອນເຊປຽນ-ເຊນໍ້ານ້ອຍ, ເຂື່ອນເຊ ນໍ້ານ້ອຍ 1, ເຂຶ່ອນນໍ້າກົງ 1, ນໍ້າກົງ 2 ແລະນໍ້າກົງ 3. ທັງໝົດແມ່ນສົ່ງໄຟຟ້າ ໄປຂາຍໃຫ້ວຽດນາມ, ໄທຍ, ກໍາພູຊາ ແລະຂາຍໃຫ້ຣັດວິສາຫະກິດ ໄຟຟ້າລາວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org