ແຂວງອັດຕະປື ມີແຫລ່ງຜລິດພະລັງງານໄຟຟ້າແລ້ວ ຈໍານວນ 31 ໂຄງການ. ໃນນັ້ນຜລິດໄຟຟ້າຂາຍແລ້ວ 8 ໂຄງການ ແລະກໍາລັງກໍ່ສ້າງຢູ່ອີກ 2 ໂຄງການ. ສ່ວນທີ່ເຫລືອຍັງຢູ່ໃນລະຫວ່າງການກະກຽມເພື່ອກໍ່ສ້າງ ໃນຂະນະທີ່ປະຊາຊົນລາວ ທີ່ຢູ່ເຂດຫ່າງໄກ ແລະຢູ່ຕາມຊາຍແດນ ບໍ່ຕໍ່າກວ່າ 3,000 ຄອບຄົວ ຍັງບໍ່ທັນໄດ້ໃຊ້ໄຟຟ້າໃຊ້ແບບຖາວອນ ຍ້ອນຄວາມທຸກຍາກ. ເຊັ່ນປະຊາຊົນຢູ່ບ້ານດາກຍົກ ເມືອງສານໄຊ 100 ປາຍຄອບຄົວ ທີ່ຢູ່ຕິດກັບຊາຍແດນວຽດນາມ ຍັງບໍ່ທັນໄດ້ໃຊ້ໄຟຟ້າໃຊ້ແບບຖາວອນ ຍ້ອນຄວາມທຸກຍາກ, ບໍ່ມີເງິນຈ່າຍຄ່າໄຟຟ້າ.
ດັ່ງຊາວບ້ານບ້ານດາກຍົກຜູ້ນຶ່ງເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິນານີ້ວ່າ:
" ໄຟຟ້າຢູ່ບ້ານເຮົານີ້ ຍັງໆ ເຂົາຍັງບໍ່ທັນໄດ້ມີເງື່ອນໄຂວ່າ ດຽວນີ້ກະເຂົາຍັງໃຊ້ຢູ່ (ໄຟຟ້າແສງຕາເວັນ) ເພາະ ວ່າທາງເມືອງສານໄຊ ຫາອັດຕະປືກະບໍ່ຢາກສະດວກສະບາຍ. "
ຊາວບ້ານຜູ້ນີ້ເວົ້າຕື່ມວ່າ ປະຊາຊົນຜູ້ບໍ່ໄດ້ໃຊ້ໄຟຟ້າໃຊ້ແບບຖາວອນ ສ່ວນຫລາຍພວກເຂົາເຈົ້າ ບໍ່ມີເງິນຈ່າຍຄ່າໄຟຟ້າ ເນື່ອງຈາກບໍ່ມີອາຊີບ ແລະລາຍໄດ້ທີ່ໝັ້ນຄົງ. ຈໍານວນນຶ່ງໃຊ້ໄຟຟ້າແສງຕາເວັນ. ມີຄວາມຫຍູ້ງຍາກ ຍ້ອນບໍ່ມີຫົນທາງເຂົ້າເຖິງ.
ເຖິງແມ່ນວ່າ ແຂວງອັດຕະປື ຈະມີແຫລ່ງຜລິດພະລັງງານໄຟຟ້າຫລາຍ ແຕ່ຊາວ ບ້ານຈໍານວນນຶ່ງກໍເຫັນວ່າ ພວກຕົນບໍ່ໄດ້ຮັບຜົນປໂຍດ ຫຍັງຈາກການແຫລ່ງພະລັງ ງານເຫລົ່ານັ້ນ ຍ້ອນຊາວບ້ານຕ້ອງໄດ້ ຈ່າຍຄ່າໄຟຟ້າແພງຂຶ້ນນັບມື້ ແລະບໍ່ເຫັນວ່າທາງການ ຈະມີນະໂຍບາຍຫລຸດຜ່ອນ ຄ່າໄຟຟ້າໃຫ້ຊາວບ້ານເທື່ອ.
ຊາວບ້ານຜູ້ນຶ່ງຢູ່ເມືອງສາມັກຄີໄຊ ແຂວງອັດຕະປື ເວົ້າໃນມື້ດຽວກັນນີ້ວ່າ ຕົນຍັງໄດ້ຈ່າຍຄ່າໄຟຟ້າ ເປັນຈໍານວນເກົ່າຢູ່ ຄືປະມານ 1-2 ແສນກີບຕໍ່ເດືອນ ແລະຄ່າໄຟຟ້າຈະແພງຂຶ້ນຫລາຍເຖິງ 3 ແສນປາຍກີບໃນໄລຍະຣະດູຮ້ອນ ທີ່ຈະມາເຖິງນີ້, ຍ້ອນຕ້ອງໄດ້ເປີດແອ ແລະພັດລົມຫລາຍ ແລະບໍ່ຮູ້ວ່າ ຈະມີໂອກາດໃຊ້ໄຟຟ້າຟຣີເມື່ອໃດກັນແທ້.
" ຄ່າໄຟນີ້ກະປົກຕິຢູ່ ບໍ່ມີການວ່າລົດອີ່ຫຍັງ ຄັນຊ່ວງໜາວແດ່ກະສິລົດແດ່ ຄັນຊ່ວງຮ້ອນກະສິຂຶ້ນແດ່ຕີ້ ເປີດແອຫລາຍເດ໋ ຈັກປານໃດແຫລະສິໄດ້ໃຊ້ໄຟຟຣີ. "
ຊາວບ້ານອີກຜູ້ນຶ່ງ ຢູ່ເມືອງສາມັກຄີໄຊ ກໍເວົ້າຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ມິນານີ້ວ່າ ເຫັນແຕ່ທາງການລາວປະກາດວ່າ ມີແຫລ່ງະລັງງານໄຟຟ້າຫລາຍ ແຕ່ຊາວບ້ານຍັງຕ້ອງໄດ້ ຈ່າຍຄ່າໄຟແພງຄືເກົ່າ ແລະນັບມື້ຈະແພງຂຶ້ນນໍາເລື້ອຍໆ ແລະທີ່ສໍາຄັນ ຊາວບ້ານຜູ້ທຸກຍາກ ບໍ່ມີອາຊີບ ບໍ່ມີລາຍໄດ້ທີ່ໝັ້ນຄົງ ກໍພາກັນດີ້ນຮົນຫາເງິນມາຈ່າຍຄ່າໄຟຟ້າ ແລະຄ່າອື່ນໆອີກຫລາຍຢ່າງ ແທນທີ່ວ່າ ປະເທດລາວມີແຫລ່ງພະ ລັງງານໄຟຟ້າຫລາຍແລ້ວ ຊາວບ້ານ ຈະໄດ້ຈ່າຍຄ່າໄຟຟ້າຖືກລົງ.
" ຂ້ອຍກະບໍ່ຮູ້ວ່າ ເຂົາເຊັກກັນຈັ່ງໃດ. ມີແຕ່ວ່າເຮົາໃຊ້ໜ້ອຍ ໃຊ້ຫລາຍຫັ້ນແຫລະ ບໍ່ໄດ້ເສັຽກະດີແລ້ວເນາະ ຜູ້ບໍ່ມີເງິນນີ້ຕີ້ ຈັກສິເຮັດຈັ່ງໃດ ຄັນພໍໄດ້ຫາກະຍັງໄຄຢູ່ວ່າ ມີແຕ່່ແນວແພງໆ. "
ແລະຊາວບ້ານອີກຜູ້ນຶ່ງ ກໍເວົ້າໃນທໍານອງດຽວກັນນີ້ວ່າ ຈ່າຍຄ່າໄຟຟ້າແພງຫລາຍ, ໂດຍສະເພາະດຽວນີ້ ໃນໄລຍະທີ່ອາກາດຮ້ອນອົບເອົ້າ ຄ່າໄຟຟ້າກໍຍິ່ງແພງຂຶ້ນຕື່ມ ເພາະພາກັນເປີດແອ ເປີດພັດລົມທຸກມື້ື.
" ແພງຫັ້ນແລ້ວ ຄືເກົ່າ ແພງ ໄຟກະດາຍ ຊໍ່າເກົ່າຫັ້ນແຫລະ ອາກາດຮ້ອນແຮງຮ້າຍຕີ້ ເຮົາເປີດແອຫລາຍ ແຮງເສັຽຫລາຍ. "
ກ່ຽວກັບເຣື່ອງການຈ່າຍຄ່າໄຟຟ້າແພງ ເຈົ້າໜ້າທີ່ຜແນກພະລັງງານ ແລະບໍ່ແຮ່ແຂວງອັດຕະປື ກ່າວຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 14 ມິນານີ້ວ່າ ການຈ່າຍຄ່າໄຟຟ້າ ກໍຕ້ອງເປັນໄປຕາມລະບຽບ ຂອງຣັດວິສາຫະກິດໄຟຟ້າລາວ, ຈະໄດ້ຈ່າຍຖືກ ຫລືຈ່າຍແພງ ກໍຂຶ້ນຢູ່ກັບປະລິມານການຊົມໃຊ້ໄຟ ໃນແຕ່ລະເດືອນ ຊຶ່ງປະຊາຊົນລາວທົ່ວປະເທດ ກໍຈ່າຍຄ່າໄຟຟ້າໃນອັດຕຣາດຽວກັນໝົດ. ສ່ວນການໃຊ້ໄຟຟ້າແບບຖາວອນ ສະເພາະຢູ່ແຂວງອັດຕະປື ທີ່ມີສາຍສົ່ງໄຟຟ້າເຂົ້າເຖິງຄົບໝົດ 143 ບ້ານໃນ 5 ເມືອງແລ້ວ, ແຕ່ກໍຍັງມີປະຊາຊົນຈໍານວນນຶ່ງເທົ່ານັ້ນ ທີ່ບໍ່ໄດ້ໃຊ້ໄຟຟ້າແບບຖາວອນ ຍ້ອນພວກເຂົາເຈົ້າທຸກຍາກ ບໍ່ມີເງິນຈ່າຍຄ່າໄຟຟ້າ ແລະຄ່າບໍາຣຸງກົງເຕີປະຈໍາປີ ຫລືບາງຄອບຄົວ ກໍຕ້ອງການໃຊ້ໄຟຟ້າແສງຕາເວັນ.
" ຄົບໝົດແລ້ວໄດ໋ ສາຍສົ່ງ 22 ມັນກະເຂົ້າຄູ່ບ້ານແລ້ວນ່າ ແຕ່ວ່າມີແຕ່ຄົວເຮືອນທໍ່ນັ້ນແຫລະ ບໍ່ທັນໄດ້ 100%. ຂອງວຽດນາມນີ້ ມັນມີແຕ່ຢູ່ເຊກະໝານ 1, ເຊກະໝານສານໄຊ ແລ້ວກະເຊກອງຕອນລຸ່ມ ເຫລືອນັ້ນກະຂອງຈີນເບາະເຮັດດຽວນີ້ ແລ້ວກະຂອງລາວເອງ. "
ທ່ານກ່າວຕື່ມວ່າ ແຫລ່ງພະລັງງານໄຟຟ້າຢູ່ແຂວງອັດຕະປື ສ່ວນຫລາຍເປັນເຂື່ອນໄຟຟ້າ ແລະຈໍານວນນຶ່ງເປັນພະລັງງານລົມ ແລະພະລັງງານແສງຕາເວັນ ຊຶ່ງສ່ວນໃຫຍ່ເປັນບໍຣິສັດຕ່າງປະເທດ ແລະບໍຣິສັດເອກກະຊົນລາວ ເປັນຜູ້ລົງທຶນ.
ອີງຕາມການຣາຍງານ ຂອງຜແນກພະລັງງານ ແລະບໍ່ແຮ່ແຂວງອັດຕະປື ວັນທີ 9 ມິນານີ້ ທົ່ວແຂວງອັດຕະປື ມີແຫລ່ງພະລັງງານທັງໝົດ 31 ໂຄງການ. ໃນນັ້ນ ເຂື່ອນໄຟຟ້າ ຂນາດຫລາຍກວ່າ 5 ເມກາວັດຂຶ້ນໄປ ມີ 29 ໂຄງການ, ຮວມທັງໝົດເປັນ 1,880 ປາຍເມກາວັດ ແລະເຂື່ອນໄຟຟ້າຂນາດ 5 ເມກາວັດລົງມາ ມີ 2 ໂຄງການ ຜລິດໄຟຟ້າໄດ້ 5,65 ເມກາວັດ.
ເຂື່ອນໄຟຟ້າທີ່ກໍ່ສ້າງສໍາເຣັດແລ້ວ 8 ເຂື່ອນ ກໍມີເຂື່ອນໄຟຟ້າຟ້າຫ້ວຍເຫາະ, ເຂຶ່ອນເຊກະໝານ 1 , ເຂື່ອນເຊກະໝານສານໄຊ, ເຂື່ອນເຊປຽນ-ເຊນໍ້ານ້ອຍ, ເຂື່ອນເຊ ນໍ້ານ້ອຍ 1, ເຂຶ່ອນນໍ້າກົງ 1, ນໍ້າກົງ 2 ແລະນໍ້າກົງ 3. ທັງໝົດແມ່ນສົ່ງໄຟຟ້າ ໄປຂາຍໃຫ້ວຽດນາມ, ໄທຍ, ກໍາພູຊາ ແລະຂາຍໃຫ້ຣັດວິສາຫະກິດ ໄຟຟ້າລາວ.