ລະອອງ PM 2.5 ໜັກໜ່ວງ ກາຍຂີດປອດພັຍ
2021.03.17

ບັນຫາຝຸ່ນລະອອງ ຂນາດນ້ອຍ PM2.5 ເລີ່ມທະວີຄວາມຮຸນແຮງຂຶ້ນ ໃນແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ ຊຶ່ງໃນມື້ ວັນທີ 17 ມິນາ ນີ້ໃນຫຼາຍພື້ນທີ່ ສາມາດວັດແທກ ໄດ້ເກີນຄ່າມາຕຖານ ເປັນຕົ້ນ: ແຂວງບໍ່ແກ້ວ ວັດແທກໄດ້ 160 ໄມໂຄຣກຣາມ ຕໍ່ແມັດກ້ອນ, ແຂວງຫຼວງນໍ້າທາ 150 ໄມໂຄຣກຣາມ ຕໍ່ແມັດກ້ອນ ແລະ ນະຄອນຫຼວງວຽງຈັນ ວັດແທກໄດ້ 175 ໄມໂຄຣກຣາມ ຕໍ່ແມັດກ້ອນ ຊຶ່ງຄ່າມາຕຖານ ແມ່ນ 50 ໄມໂຄຣກຣາມ ຕໍ່ແມັດກ້ອນ.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ກົມອຸຕຸນິຍົມ ແລະ ອຸທົກກະສາດ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ທ່ານນຶ່ງກ່າວຕໍ່ ວິທຍຸເອເຊັຽເສຣີວ່າ ໃນມື້ວັນທີ 17 ມີນາ ນີ້ວ່າ: ແຂວງພາກເໜືອ ແລະ ນະຄອນຫຼວງວຽງຈັນ ຖືວ່າເກີດຝຸ່ນລະອອງ ຂນາດນ້ອຍ PM2.5 ຂຶ້ນມາແລ້ວ ແລະຢູ່ໃນຣະດັບ ທີ່ສົ່ງຜົລກະທົບ ຕໍ່ສຸຂພາບຂອງປະຊາຊົນ ແລະມີແນວໂນ້ມ ຮຸນແຮງຂຶ້ນ, ແຕ່ປັດຈຸບັນ ພາກສ່ວນກ່ຽວຂ້ອງ ຍັງບໍ່ທັນຫາລືກັນເທື່ອ ວ່າຈະແກ້ໄຂແນວໃດ ແລະ ກົມຄວບຄຸມມົລພິດ ກໍຍັງບໍ່ທັນອອກມາ ແຈ້ງເຕືອນ ປະຊາຊົນເທື່ອ ວ່າຈະຮັບມື ແລະປ້ອງກັນແນວໃດ, ດັ່ງທ່ານກ່າວວ່າ:
“ຖືວ່າມັນເປັນໝອກຄວັນຫຼາຍ ແລ້ວປະກົດການໂຕນີ້ຫຼາຍ ຄົນກະຍັງມາເວົ້າເຣື່ອງວ່າ ມົລພິດອີກນີ້ນ່າ ຍັງບາດນີ້ ພວກກົມ ຄວບຄຸມມົລພິດ ກະຍັງບໍ່ທັນອອກມາແຈ້ງໄດ້ວ່າ ມັນມີຄວາມສ່ຽງແບບໃດ ຫັ່ນນ່າ ຄືທາງກຸງເທບເນາະ ຂະເຈົ້າຈະແຈ້ງວ່າ ມີມົລພິດຂັ້ນທໍ່ໃດ ທໍ່ໃດແລ້ວຫັ່ນນ່າ, ແຕ່ວ່າຢູ່ລາວເຮົາ ດຽວນີ້ ທາງກົມຄວບຄຸມມົລພິດຫັ້ນ ຍັງບໍ່ທັນໄດ້ ອອກມາແຈ້ງ ວ່າມັນມີຜົລກະທົບແນວໃດ ເຣື່ອງສະພາບອາກາດ.”
ສໍາລັບຢູ່ແຂວງບໍ່ແກ້ວ ຊາວແຂວງບໍ່ແກ້ວ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນດຽວກັນນີ້ວ່າດຽວນີ້ ສະພາບອາກາດພາຍໃນແຂວງ ຫຼາຍຈຸດ ກໍເລີ່ມມົວໆແດ່ແລ້ວ ກາຍເປັນສີສົ້ມ ແດງ ທ້ອງຟ້າບໍ່ໂປ່ງໃສ ໂດຍສະເພາະ ໃນເຂດພູດອຍ:
“ແຕ່ມັນກະເຫັນເນາະຊ້ວງນີ້ ຊ້ວງເຂົາເຮັດໄຮ່ດຽວນີ້ ແບບມັນຈະເປັນມົວໆແດ່ ມັນກະມີບາງຈຸດຊື່ໆ ແຖວເຂດນອກເຂົາເຮັດໄຮ່ ເຮັດນາ ແຖວໃນເມືອງກະບໍ່ໄດ້ເຮັດດອກ.”
ຊາວລາວຜູ້ນຶ່ງ ໃນແຂວງຫຼວງນໍ້າທາ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະພາບຝຸ່ນລະອອງຂນາດນ້ອຍ PM2.5 ເລີ່ມມີ ໃຫ້ເຫັນແລ້ວ, ແຕ່ຍັງບໍ່ທັນຮຸນແຮງ ຈົນເກີດຜົລ ກະທົບຕໍ່ສຸຂພາບ ປະຊາຊົນເທື່ອ, ແຕ່ທຸກປີ ບັນຫາຝຸ່ນ PM 2.5 ຈະເລີ້ມຮຸນແຮງ ແລະເຮັດແສບຕາ ໃນຊ້ວງເດືອນເມສາ ເຊິ່ງເປັນຊ້ວງທີ່ຊາວໄຮ່ຊາວນາ ຂະເຈົ້າຖາງປ່າ ຈູດປ່າ ເພື່ອເຮັດໄຮ່ ແລະຈູດໄຮ່ເປັນ ຈໍານວນຫຼາຍ:
“ມັນຫາກະມີຊ້ວງ 2-3 ມື້ເນາະ, ແຕ່ວ່າ ມັນກະຍັງບໍ່ແມ່ນຄວັນເອົາແທ້ເອົາວ່າ ເພາະວ່າ ເຂົາບໍ່ໄດ້ຈູດໄຮ່ ແມ່ນຫຍັງນິ່ຊ້ວງເດືອນ 4 ນິ່ ມີຢູ່ ຊ້ວງເດືອນ 4.”
ຊາວລາວອີກຜູ້ນຶ່ງ ຢູ່ແຂວງຫຼວງພຣະບາງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ສະພາບອາກາດພາຍໃນເມືອງຫຼວງ ພຣະບາງ ດຽວນີ້ກໍເລີ່ມມີຝຸ່ນ PM2.5 ແລ້ວ, ແຕ່ບໍ່ຮູ້ວ່າ ເກີດມາຈາກສາເຫດໃດແທ້ ເພາະປ່າໄມ້ ກໍຍັງບໍ່ທັນເກີດມີໄຟໄໝ້ເທື່ອ ມີແຕ່ຊາວບ້ານ ບາງກຸ່ມເທົ່ານັ້ນ ທີ່ພາກັນເລີ່ມຈູດໄຮ່ ແລະ ຈູດສວນໃນຍາມແລງ:
“ມີຢູ່ ແລງໆມາ ຕາມແຄມນໍ້າແຄມຫຍັງເລີ່ມມີ ເລີ່ມຈຸດແຫຼະ ຈຸດປ່າແທ້ໆ ກະຊິບໍ່ທັນມີ ໜ້າຈະແມ່ນຈູດສວນເນາະ.”
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ກົມປ່າໄມ້ ກະຊວງກະສິກັມ ແລະປ່າໄມ້ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາ ທີ່ເຮັດໃຫ້ເກີດຝຸ່ນລະອອງ ຂນາດນ້ອຍ PM 2.5 ໃນລາວ ສາເຫດຫຼັກ ແມ່ນເກີດຈາກການຈຸດໄຮ່ ຈູດປ່າ ຂອງຊາວບ້ານໃນເຂດ ພູດອຍ ເພື່ອກະຕຽມເນື້ອທີ່ເຮັດການຜລິດໃນຣະດູຝົນ ແຕ່ບາງພື້ນທີ່ຈູດແລ້ວກໍບໍ່ເບິ່ງແຍງ ປ່ອຍໃຫ້ໄຟໄໝ້ລາມປ່າ ເປັນວົງກວ້າງ.
ຝຸ່ນລະອອງຂນາດນ້ອຍ PM2.5 ໃນລາວ ແມ່ນສະເພາະການຈູດໄຮ່ ຈູດປ່າ ຂອງຄົນລາວເທົ່ານັ້ນ, ແຕ່ໃນປະເທດເພື່ອນບ້ານ ເຊັ່ນ: ປະເທດໄທຍ ກໍຈູດໄຮ່ ຈູດປ່າໜັກເຊັ່ນດຽວກັນ ຫາກເປັນແຂວງ ທີ່ຕິດຈອດກັນ ກໍໄດ້ຮັບຜົລກະທົບຈາກຝຸ່ນ PM2.5 ຄືກັນ, ດັ່ງທ່ານກ່າວວ່າ:
“ກະຍ້ອນຂະເຈົ້າຈູດໄຮ່ ຖາງໄຮ່ ຈູດແລ້ວບໍ່ມີການທີ່ວ່າ ໄປເກັ່ຽປ່າຫັ້ນນ່າ ແມ່ນແຫຼະ ມັນກະບໍ່ໄດ້ໄໝ້ຮ້າຍແຮງ ຄືຢູ່ປະເທດໄທຍ ເນາະ ເພາະວ່າເຮົາໄໝ້ ມັນກະໄໝ້ເປັນຈຸດ ໄທເຮົາກະປົກປ້ອງໄດ້ ຫັ້ນນ່າ ເຮົາມອດໃຫ້ມັນທັນເວລາ ພໍບໍ່ໃຫ້ມັນແພ່ລາມໄປ ວົງກວ້າງຫັ້ນນ່າ.”
ປັດຈຸບັນ ປະເທດລາວ ມີເຄື່ອງມືວັດແທກຄຸນນະພາບ ແລະມົລພິດທາງອາກາດພຽງ 2 ຈຸດ ຄື ໃນນະຄອນຫຼວງວຽງຈັນ ແລະ ເມືອງຫົງສາ ແຂວງໄຊຍະບູຣີ ທີ່ສາມາດວັດແທກ ຄຸນນະພາບອາກາດ ໄດ້ຕລອດເວລາ ສ່ວນແຂວງອື່ນໆ ແມ່ນບໍ່ທັນມີເຄື່ອງ ວັດແທກນັ້ນເທື່ອ.
ອີງຕາມການຣາຍງານຂອງໜັງສືພິມ ວຽງຈັນທາມສ໌ ໃນມື້ວັນທີ 17 ມີນາ 2021 ນີ້ຣະບຸວ່າຣັຖບານລາວ ສເນີໃຫ້ກະຊວງ ຊັພຍາກອນ ທັມມະຊາດ ແລະສິ່ງແວດລ້ອມ ຕິດຕາມ ບັນຫາ ຝຸ່ນ PM 2.5 ໃນລາວຢ່າງໃກ້ຊິດ ແລະ ເລັ່ງຫາທາງແກ້ໄຂ ແລະສເນີໃຫ້ອອກ ມາຕການ ຫ້າມຈູດເຜົາຂີ້ເຫຍື້ອ, ຫ້າມຈູດສວນ ຮວມທັງຫ້າມໄຮ່ ນໍາດ້ວຍ.