ປ່າສງວນ ຢູ່ແຂວງເຊກອງ ຖືກບຸກລຸກ ເພື່ອການຜລິດ

ໂຕຢ່າງ ປ່າສງວນຖືກບຸກລຸກ: “ໄມ້ໂລ່ງເລ່ງ ທີ່ຕັດໃໝ່ໆ ຢູ່ປ່າສງວນ ເຊຊັບ ບ້ານຕັງຕະລັງ ເມືອງດາກຈຶ້ງ ແຂວງເຊກອງ.”
ໂຕຢ່າງ ປ່າສງວນຖືກບຸກລຸກ: “ໄມ້ໂລ່ງເລ່ງ ທີ່ຕັດໃໝ່ໆ ຢູ່ປ່າສງວນ ເຊຊັບ ບ້ານຕັງຕະລັງ ເມືອງດາກຈຶ້ງ ແຂວງເຊກອງ.” (ນັກຂ່າວ ພົລເມືອງ)

0:00 / 0:00

ຕົ້ນ​ປີ 2022 ຫ້ອງ​ການ​ກະ​ສິ​ກັມ ແລະ ປ່າ​ໄມ້ ເມືອງ​ທ່​າ​ແຕງ ແຂວງ​ເຊກອງ ຍັງ​ພົບ​ເຫັນ​ປະ​ຊາ​ຊົນ ແລະ ພະ​ນັກ​ງານ​ຣັ​ຖ​ທີ່​ອອກ​ບຳ​ນານ ຈຳ​ນວນ 75 ຄອບ​ຄົວ ບຸກ​ລຸ​ກ​ປ່າ​ສງວນ​ ແລະ ປ່າ​ປ້ອງ​ກັນ ເພື່ອ​ປູກ​ກາ​ມັນ​ຕົ້ນ ແລະ ກາ​ເຟ. ປະ​ຊາ​ຊົນ 75 ຄອບ​ຄົວ ທີ່​ໄປ​ບຸກ​ລຸກ​ດິນ​ປ່າ​ສງວນ ມາ​ຈາກ 12 ບ້ານ ເປັນ​ຕົ້ນ​ບ້ານ​ໂທນ​ນ້ອຍ, ບ້ານ​ໂກງ​ຕາ​ຍູນ, ບ້ານ​ຫ້ວຍ​ຊາຍ, ບ້ານ​ທ່າ​ແຕງ, ບ້ານ​ປະ​ແຫຼງ, ບ້ານ​ຍົກ​ທົ່ງ, ບ້ານ​ສະ​ທື ແລະ ບ້ານ​ປະ​ລຳ, ແລະ ອີກ 4 ບ້ານ ບໍ່​ໄດ້​ລະ​ບຸ​ຊື່.

​ເຈົ້າ​ໜ້າ​ທີ່ ກ່ຽວ​ຂ້ອງ ແຂວງ​ເຊກອງ ກ່າວ​ຕໍ່ວິທຍຸ​ເອ​ເຊັຽ​ເສ​ຣີ ໃນ​ວັນ​ທີ 18 ເມ​ສາ ວ່າ:

" ໂຕນີ້ ​ພວກ​ເຮົາ ກໍ​ໄດ້​ສຶກ​ສາ​ແລ້ວ ຈຳ​ນວ​ນ​ນຶ່ງ ເຮັດ​ບົດ​ບັນ​ທຶກ ເຊັນ​ສັນ​ຍາ​ຕື່ມ ບາງ​ຄົນ ກໍ​ຕ້ອງຖືກ​ຣະ​ບຽບ​ພຸ້ນ. ດັດ​ສ້າງ 3 ວັນ​ບໍ່ ຫຼື ອາ​ທິດ​ໜຶ່ງບໍ່ ຕິດ​ຄຸກ​ຫັ້ນ​ແລ້ວ ຄັນ​ເວົ້າ​ແລ້ວ ກໍ​ດາຍ​ເດີ ຄັນ​ພະ​ນັກ​ງານ​ເຂົາ​ຢາກ​ຢຶດ​ເດ້."

ອີງ​ຕາມ​ຂໍ້​ມູນ​ຈາກເຈົ້າ​ໜ້າ​ທີ່ ​ແຂວງ​ເຊກອງ, ປະ​ຊາ​ຊົນ​ຢູ່​ບ້ານ​ດັ່ງ​ກ່າວ ເຂົ້າ​ໄປ​ບຸກ​ລຸກ​ປ່າ​ສງວນແຫ່ງ​ຊາດ ສາຍ​ພູ​ຫຼວງ, ພູ​ຈວມ, ຍອດ​ນ້ຳ​ເຊ​ໂດນ, ຫ້ວຍ​ແປດ ແລະ ຫ້ວຍ​ໂລ ເຊິ່ງ ເຈົ້າ​ໜ້າ​ທີ່ ໄດ້​ເຮັດ​ບົດ​ບັນ​ທຶກ ແລະ ກ່າວ​ຕັກ​ເຕືອນ ບໍ່ໃຫ້​ສືບ​ຕໍ່​ບຸກ​ລຸກ​ປ່າ​ໄມ້ອີກ, ອີກ​ຈຳ​ນວນ​ນຶ່ງ ເຈົ້າ​ໜ້າ​ທີ່ ຈັບ​ໃສ່​ຄຸກ​ດັດ​ສ້າງ 3-7 ຄືນ ແຕ່ບໍ່​ໄດ້​ມີ​ການ​ປັບ​ໃໝ ແຕ່​ຢ່າງ​ໃດ.

ສາ​ເຫດ​ທີ່​ປະ​ຊາ​ຊົນ ແລະ ພະ​ນັກ​ງານ ບຸກ​ລຸກ​ປ່າ​ສງວນ ແລະ ປ່າປ້ອງ​ກັນ​ ຍ້ອນ​ວ່າ ເຂົາ​ເຈົ້າພາ​ກັນ​ປູກ​ປາ​ເຟ ໂດຍ ນຳ​ແນວ​ພັນ​ຈາກ​ປະ​ເທດ​ໄທ​ຍ ແລະ ວຽດ​ນາມ ມາ​ປູກ​ຕາມ​ພູມ​ປັນ​ຍາ​ທ້ອງ​ຖິ່ນ ກໍ​ເພື່ອ​ເອົາໄວ້​ ບໍ​ຣິ​ໂພກ ພາຍ​ໃນ​ຄອບ​ຄົວ ເຫຼືອ​ຈາກ​ນັ້ນ ແມ່ນ ໄດ້​ຂາຍ ສ້າງ​ຣາຍ​ໄດ້​ໃຫ້​ຄອບ​ຄົວ ຍ້ອນ​ວ່າມີ​ພໍ່​ຄ້າ​ມາ​ຮັບ​ຊື້ໃນ​ລາ​ຄາ​ກິ​ໂລ​ລະ 1,900-2,200 ກີບ ອີກ​ທັງ​ກາ​ເຟ ເປັນ​ພືດ​ທີ່​ປູກ​ງ່າຍ​ໃນ​ເຂດ​ພາກ​ໃຕ້​ຂອງ​ລາວ ໂດຍ ບໍ່​ຈຳ​ເປັນ​ໃຊ້​ສານ​ເຄ​ມີ ກໍ​ໄດ້​ ຜົ​ລຜ​ລິດກໍງາມ.

ການ​ບຸກ​ລຸກ​ປ່າ​ສງວນເຣີ່ມ​ມາ​ແຕ່​ປີ 2015 ເປັນ​ຕົ້ນ​ມາ, ອີງ​ຕາມ​ຂໍ້​ມູນ​ຈາກເຈົ້າ​ໜ້າ​ທີ່​ ແຂວງ​ເຊກອງ.

ເຈົ້າ​ໜ້າ​ທີ່ອຳ​ນາດ​ການ​ປົກ​ຄອງ​ບ້ານ ຫ້ວຍ​ຊາຍ ເມືອງ​ທ່າ​ແຕງ ແຂວງ​ເຊກອງ ໄດ້​ກ່າວ​ໃນ​ວັນ​ທີ 18 ເມ​ສາ ວ່າ:

" ແຕ່ 2015-2016 ພຸ້ນ​ແລ້ວ ເຂົາ​ເຣີ່ມ​ເຮັດນ່າ ບ​ອ່ນ​ເຂົາ​ເຮັດ​ຫັ້ນ ກໍ​ຍ້ອນ​ວ່າ ບໍ່​ໄດ້​ອະ​ນາ​ໄມ ປູກ​ງ່າຍ ບໍ່​ໄດ້​ເສັຽ​ຫຍ້າ ຂ້າ​ຝຸ່ນ ຕ່າງໆ ຫັ້ນ​ນ່າ. ເອີ ສາ​ເຫດ ມັນ​ແນວ​ນັ້ນ ແຕ່​ວ່າ ຜົ​ລ​ຜ​ລິດນີ້ ໃຫ້​ເກັບ​, ແຕ່​ວ່າ ບໍ່​ໃຫ້​ອະ​ນາ​ໄມ ຄືບໍ່​ໃຫ້​ຕັດ ຕົ້ນ​ໄມ້​ກໍ​ບໍ່​ໃຫ້​ຕັດ ບໍ່​ໃຫ້​ກັນ​ແນວ​ນັ້ນ ຫັ້ນ​ນ່າ."

​ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ​ແຂວງ​ເຊ​ກອງ ໃຫ້​ຂໍ້​ມູນ​ວ່າ, ປະ​ຊາ​ຊົນ ໃນ​ 12 ບ້ານ ທີ່​ບຸກ​ລຸກ​ປ່າ​ສງວນແຫ່ງ​ຊາດ ມີ​ຣາຍ​ຮັບ 5 ລ້ານ ກີບ​ຕໍ່​ປີ, ແຕ່ 5-6 ປີ ທີ່​ຜ່ານ​ມາ ຢູ່ ແຂວງ​ເຊກອງ ມີ​ນັກ​ລົງ​ທຶນ​ຊາວ​ວຽດ​ນາມ ມາ​ຕັ້ງ​ໂຮງ​ງານ​ເກັບ​ຊື້​ມັນ​ຕົ້ນແຫ້ງ ໃນ​ລາ​ຄາ ກິ​ໂລກຼາມລະ 2,000-2,200 ກີບ ສະ​ນັ້ນ ຈຶ່ງ​ມີ​ປະ​ຊາ​ຊົນ ແລະ ພະ​ນັກ​ງານ​ຣັ​ຖ ພາ​ກັນ​ປູກ​ມັນ​ຕົ້ນປ້ອນ​ໂຮງ​ງານ​ມັນ​ຕົ້ນ ເພື່ອ​ສ້າງ​ໃຫ້​ຣາຍ​ຮັບ​ ໃຊ້​ຄອບ​ຄົວ​ຕົນ​ເອງ.

ເຈົ້າ​ໜ້າ​ທີ່ກອງ​ບັນ​ຊາ​ການ ປ​ກ​ສ ເມືອງ​ທ່າ​ແຕງ ແຂວງ​ເຊກອງ ໄດ້​ກ່າວ ໃນ​ວັນ​ທີ 18 ເມ​ສາ ວ່າ:

" ມັນ ​ຕົ້ນ ນີ້ ເຂົາ​ຊື້​ຢູ່ກິ​ໂລ​ລະ 2,200-2,100 ກີບ ກໍ​ພາ​ກັນ​ປູກ ແຕ່​ວ່າ ໄທ​ເຮົາ ກໍ​ເຄື່ອນ​ຢູ່ ບາງ​ຄົນ​ກໍ​ວ່າ ຈຳ​ເປັນ ຈຳ​ເປັນ ຈຳ​ເປັນ ຈຳ​ເປັນ​ກໍ​ຕ້ອງ​ໄດ້​ຢຸດ​ຕິ ເພາະ​ວ່າ ຜ່ານ​ມາ ເຮົາ​ບໍ່​ປູກ ເຮົາ​ກໍ​ຢູ່​ໄດ້​ເດ້ ເຮົາ​ໄປ​ເຮັດ​ບ່ອນ​ອື່ນ ເຮົາ​ກໍ​ມີ​ທົ່ງ​ນາ ມີ​ດິນ​ເຈົ້າ​ຂອງ​ແລ້​ວ​ເດ້ ເຮັດ​ເອົາ​ໂຕ​ມີ​ໃບຕາ​ດິນ​ແລ້ວ​ຫັ້ນ ລະ​ໂຕ​ໃດ ບໍ່​ມີ​ໃບ​ຕາ​ດິນ ເພິ່ນ​ຫ້າມບໍ່​ໃຫ້​ເຮັດ ກໍ​ແມ່ນ ບໍ່​ຕ້ອງ​ເຮັດ​ຫັ້ນ​ນ່າ."

ປະ​ຊາ​ຊົນ​ທີ່​ປຸກ​ລຸກປ່າ​​ສງວນ ແລະ ປ່າ​ປ້ອງ​ກັນ ສ່ວນ​ໃຫຍ່ ເປັນ​ຄອບ​ຄົວ​ທີ່​ທຸກ​ຍາກ ບໍ່​ມີ​ເນື້ອ​ທີ່​ດິນ​ທຳ​ກິນ ຈຶ່ງ​ພາ​ກັນ​ໄປ ບຸກ​ລຸກ​ປ່າ ເພື່ອ​ສ້າງ​ຣາຍ​ໄດ້ໃຫ້​ຄອບ​ຄົວ, ພາກ​ສ່ວນ​ທີ່​ກ່ຽ​ວ​ຂ້ອງ ມີ​ແຜນ​ຈະ​ຊ່ວຍ​ຊອກ​ຫາ​ເນື້​ອ​ທີ່​ທຳ​ການ​ຜລິດກະ​ສິ​ກັມ ເພື່ອ​ປູກ​ຜັກ​ສວນ​ຄົວປອດສານ​ພິດ ໃຫ້​ປະ​ຊາ​ຊົນ 75 ຄອບ​ຄົວ​​ດັ່ງ​ກ່າວ ທີ່ບໍ່​ມີ​ເນື້ອ​ທີ່​ເຮັດ​ການ​ຜ​ລິດ ພ້ອມ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ລ້າ​ຄອບ​ຄົວ​ລະ 10 ລ້ານ​ກີບ ໃຫ້​ເປັນ​ຕົ້ນ​ທຶນ ການ​ປູກ​ຜັກ​ສວນ​ຄົວ​ຕໍ່​ໄປ.

ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ເມືອງ​ທ່າ​ແຕງ ແຂວງ ເຊກອງ ກ່າວ​ໃນ​ ວັນ​ທີ 18 ເມ​ສາ ວ່າ:

" ບໍ່ ​ມີ​ດິນ ເຮັດ​ກິນ ເຮັດ​ຢາກນີ້​ແຫຼະ ບໍ່​ມີ​ທຶນ ມີ​ຮອນນີ້​ແຫຼະ ເຂົາ​ກໍ​ມີ​ແຕ່​ເວົ້າ​ແນວ​ນັ້ນ ຈັ່ງ​ຊິ​ເຮັດ ຈັ່ງ​ຊິ​ຫາ​ຫຍັງ ເຂົາ​ກໍ​ປູກ​ມັນ​ຕົ້ນ ມັນ​ຕອກ ມັນ​ຕົ້ນ ພໍ​ໄດ້​ເງິນ ຊື້​ເຂົ້າ ຊື່​ນ້ຳ​ກິນ ແຕ່​ວ່າ ດຽວນີ້​ຫັ້ນ ພວກ​ເຮົາ ກຳ​ລັງ​ຊິ​ເອົາ ແບບ​ທຶນ ຫັ້ນ​ນ່າ ສົມ​ມຸດ​ວ່າ ຄອບ​ຄົວນຶ່ງ 10 ລ້ານ ກີບ ນີ້​ໃຫ້​ລົງ​ມາ​ປູກ​ຜັກ ຕາມ​ດິນດອນ ຕອນ​ຫຍ້າ ແຖວນີ້​ແຫຼະ ໃຫ້​ເຂົາ​ໂຕ​ນັ້ນ​ຫັ້ນ ກໍ​ຊິ​ເອົາ ໂຕ​ປູກ​ຜັກ​ນີ້​ແທນ."

ທ່ານ ກ່າວ​ຕື່ມ​ວ່າ ປັດ​ຈຸ​ບັນ ໃນ​ຈຳ​ນວນ 75 ຄອບ​ຄົວ ທີ່​ບຸກ​ລຸກ​ປ່າສງວນ ​ແລະປ່າ​ປ້ອງ​ກັນ ໃນ​ເນື້ອ​ທີ່ 37 ເຮັກ​ຕ້າຣ໌ ຈາກ​ເນື້ອ​ທີ່​ປ່າ​ສງວນປະ​ມານ 24,000 ເຮັກ​ຕ້າຣ໌ນັ້ນ ຫ້ອງ​ການ​ກະ​ສິ​ກັມ ແລະປ່າ​ໄມ້ ໄດ້​ອະ​ນຸ​ຍາດ​ໃຫ້​ສືບຕໍ່ປູກ​ກາ​ເຟ ແລະ ມັນ​ຕົ້ນ ຈົນ​ຮອດ​ຣະ​ດູ​ເກັບ​ກ່ຽວ ໃນ​ປີນີ້​ເທົ່າ​ນັ້ນ, ແຕ່ບໍ່​ອະ​ນຸ​ຍາດ​ໃຫ້​ສືບ​ຕໍ່​ເຮັດ​ການ​ຜ​ລິດ​ກະ​ສິ​ກັມ ໃນ​ປີ 2023 ຕື່​ມ, ເພື່ອ​ປົກ​ປັ​ກ​ຮັກ​ສາ​ປ່າ​ໄມ້ ແລະ ຟື້ນ​ພູ​ປ່າ​ໄມ້​.

ນອກ​ຈາກນີ້ ເຈົ້າ​ໜ້າ​ທີ່​ກ່ຽວ​ຂ້ອງ ຈະ​ໄດ້​ຕິດ​ຕາມປະ​ຊາ​ຊົນ ແລະພະ​ນັກ​ງານ​ຮັ​ຖ 75 ຄອບ​ຄົວນີ້ ໃນ​ປີນີ້ ຕື່ມ​ອີກວ່າ ຈະ​ຍັງ​ສືບ​ຕໍ່​ບຸກ​ລຸກ​ປ່າ ເພື່ອ​ປູກ​ກາ​ເຟ ແລະ ມັນ​ຕົ້ນ ຫຼື ຈະ​ຢຸດ​ເຊົາ ແຕ່​ຖ້າ​ຫາກ​ຍັງ​ພົບ​ວ່າ ຄອບ​ຄົວ​ນ​ຝ່າ​ຝືນ ກໍ​ຈະ​ນຳ​ເຂົ້າ​ສູ່​ຂບວນ​ການ​ຍຸ​ຕິ​ທັມ ແລະ ລົງ​ໂທດ​ຕາມ​ກົດ​ໝາຍຕໍ່ໄປ.