ບັນຫາ ແມ່ນ້ຳຂອງ ຂຶ້ນລົງ ຜິດປົກຕິ

ສະພາບນ້ຳຂອງ ທີ່ແຫ້ງທີ່ສຸດ ແລະການເກີດໄຄຫິນ ຕາມລຳແມ່ນ້ຳຂອງ ເນື່ອງຈາກ ການເກັບກັກນ້ຳ ຂອງເຂື່ອນ ໃນແມ່ນ້ຳຂອງ ຕອນເທິງ.
ສະພາບນ້ຳຂອງ ທີ່ແຫ້ງທີ່ສຸດ ແລະການເກີດໄຄຫິນ ຕາມລຳແມ່ນ້ຳຂອງ ເນື່ອງຈາກ ການເກັບກັກນ້ຳ ຂອງເຂື່ອນ ໃນແມ່ນ້ຳຂອງ ຕອນເທິງ. (RFA)

0:00 / 0:00

ບັນ​ດາ​ນັກ​ວິ​ຊາ​ການ ຍັງ​ສະ​ແດງ​ຄວາມ​ກັງ​ວົນ ແລະ ເປັນ​ຫ່ວງ ຕໍ່​ບັນ​ຫາ​ແມ່​ນ້ຳ ທີ່​ຂຶ້ນ​ລົງ​ແບບ​ຜິດ​ປົກ​ຕິ ​ເຊິ່ງ​ສາ​ເຫດ​ນຶ່ງ ມາ​ຈາກ​ການ​ສ້າງ​ເຂື່ອນ​ໃສ່​ແມ່​ນ້ຳ​ຂອງ.

ມັນ​ມີ​ຄວາມ​ຈຳ​ເປັນ​ຢ່າງ​ຍິ່ງ ​ທີ່​ຈະ​ຕ້ອງ​ມີ​ລະ​ບົບ​ເຕືອນ​ພັຍ ​ກ່ອນ​ລ່ວງ​ໜ້າ ຢູ່​ໃນ​ເຂດ​ແມ່​ນ້ຳ​ຂອງ ​ຕອນ​ລຸ່ມ ກ່ອນ​ທີ່​ເຂື່ອນ ຢູ່​ຕອນ​ເທິງ​ປະ​ເທດ​ຈີນ ຈະປ່ອຍ​ນ້ຳ​ ລົງ​ມາ.

ທ່ານ Brian Eyler ຜູ້ອຳນວຍການ ໂຄງການເອເຊັຽຕາເວັນອອກສ່ຽງໃຕ້ ຈາກ ສະຖາບັນ ວິໄຈຄົ້ນຄວ້າ The Stimson Center ຢູ່ ນະຄອນຫຼວງ ວໍ​ຊິງ​ຕັ໋ນ ດີ​.ຊີ. ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າ​ວ​ ຕອນ​ນຶ່ງວ່າ:

" ມີ ​ຄວາມ​ຈຳ​ເປັນ ທີ່​ຈະ​ຕ້ອງ​ມີລະ​ບົບ​ເຕືອນ​ພັຍ ​ກ່ອນ​ລ່ວງ​ໜ້າ ໂດຍສະ​ເພາະ ຈາກ​ເຂື່ອນ​ຈີນ ທີ່​ສົ່ງ​ຜົ​ລ​ກະ​ທົບ​ຫຼາຍ​ຕໍ່ ເຂດ​ແມ່​ນ້ຳ​ຂອງ​ຕອນ​ລຸ່ມ ທີ່​ຢູ່​ໃກ້​ກັບ​ເຂື່ອນ ພວກ​ເຮົາ ໄດ້​ຕິດ​ຕາມ 8 ຄັ້ງ​ໃນ ປີນີ້ ຫຼື ຕ​ລອດ 24 ຊົ່ວ​ໂມງ ເພື່ອ​ຕິດ​ຕາມ​ການ​ປ່ຽນ​ແປງ​ນ້ຳ​ຂອງ ຢູ່ເຂດ​ເມືອງ​ຊຽງ​ແສນ ແລະ ລະ​ດັບ​ນ້ຳ​ທີ່​ຢູ່​ຕອນ​ລຸ່ມເຂດ​ເມືອງ​ຊຽງ​ແສນ."

ພາບ​ຖ່າຍ​ທາງ​ດາວ​ທຽມ ​ສະ​ແດງ​ໃຫ້​ວ່າ ລະ​ດັບ​ນ້ຳຂອງ ສູງ​ຜິດ​ປົກ​ຕິ ນັບ​ແຕ່​ເດືອນ​ພຶ​ສ​ພາ ທີ່​ຜ່ານ​ມາ.

ທ່ານ Regan Kwan ຜູ້​ຊ່ວຍ​ ການ​ວິ​ໄຈ ​ປະ​ຈຳ​ສູນ “The Stimson Center” ຢູ່ ນະຄອນຫຼວງ ວໍ​ຊິງ​ຕັ໋ນ ດີ.​ຊີ. ໄດ້​ກ່າວ​ວ່າ:

" ດຽວນີ້ ເຮົາ ​ມາ​ເບິ່ງ ສິ່ງ​ທີ່​ພວກ​ເຮົາ​ເຫັນ​ໃນ 6 ອາ​ທິດ​ທີ່​ຜ່ານ​ມາ. ໃນ​ຊ້ວງ​ໄລ​ຍະ​ປີ 2022 ລະ​ດັບ​ນ້ຳ​ຈະ​ສູງກວ່າ​ປົກ​ຕິ ທີ່​ເຮົາ​ສັງ​ເກດ​ເຫັນ ​ຢູ່​ໃນ​ຮູບ​ພາບ​ທາງ​ດາວ​ທຽມ. ແຕ່ວ່າ​ຕໍ່​ມາ ລະ​ດັບ​ນ້ຳ​ຈະ​ສູງ​ຜິດ​ປົກ​ກະ​ຕິ. ກາງ​ເດືອນ​ພຶ​ສ​ພາ ປີ 2022 ເທິງ​ໜ້າ​ນ້ຳ ຈະ​ສູງ​ຂຶ້ນ ຜິດ​ປົກ​ກະ​ຕິ."

ສະ​ພາບ​ແມ່ນ້ຳ​ຂອງ ມີ​ການ​ປ່ຽນ​ແປງ​ຫຼາຍ ເກີດ​ຂຶ້ນ​ຢູ່ ປະ​ເທດ​ລາວ, ໄທ​ຍ, ກັມພູ​ຊາ ແລະ ລົງ​ໄປ​ຮອດເຂດສາມ​ລ່ຽມ​ ແມ່​ນ້ຳ​ຂອງ ຫຼື Mekong Delta ຢູ່​ປະ​ເທດ​ວຽດ​ນາມ.

ອີງ​ຕາມ​ຂໍ້​ມູນ​ ຈາກ​ນັກ​ວິ​ຊາ​ການ, ໃນ​ປີ 1992 ຫາ​ປີ 2001 ຢູ່​ເຂດ​ແມ່​ນ້ຳ​ ເກີດ​ພັຍ​ແຫ້ງ​ແລ້ງ​ຫຼາຍ.

Alan Basist, ປະ​ທານ ອົງ​ການ Eyes on Earth ທີ່​ດໍ​າ​ເນີນ​​ເຣື່ອງ​ການ​ສຳ​ຣວດ ພູມ​ສາ​ຕ ຢູ່​ສະ​ຫະ​ຣັ​ຖ​ອາ​ເມ​ຣິ​ກາ ໄດ້​ກ່າວ​ວ່າ:

" ຕາມ ​ແຜນ​ວາດ ໝາຍ​ເຖິງ​ ຊ້ວງ​ໄລ​ຍະ​ເວ​ລາ ແຕ່​ປີ 1992 ຫາ​ປີ 2001 ມີ​ຄວາມ​ແຫ້ງ​ແລ້ງ ຫຼາຍກວ່າ ທີ່​ຄາດ​ການ​ໄວ້ ໂດຍ​ເພາະ​ໃນ​ຊ້ວງ​ເວ​ລາດ​ຽວ​ກັນຂອງ​ປີ ສະ​ນັ້ນ ສິ່ງ​ທີ່​ພວກ​ເຮົາ​ກຳ​ລັງ​ຈະ​ເຮັດ​ກໍ​ຄື ພວກ​ກຳ​ລັງ​ລັ່ງ​ເຈາະສຸມເຂົ້າ​ໄປ ແລະ ຂ້ອຍ​ຈະ​ເຣີ່ມ​ຢູ່​ຈຸດນີ້​ສະ​ເພາະ ໃນ​ທ້າຍ​ຂອງຣະ​ດູ​ແລ້ງ ທ່ານ​ຈະ​ສັງ​ເກດ​ເຫັນ​ວ່າ ນ້ຳ​ຈະ​ປົກ​ແຫ້ງ​ຫຼາຍ."

Alan Basist ຍັງ​ກ່າວ​ວ່າ: "ມັນ​ມີ​ຄວາມ​ປຽກຊຸ່ມ ໃນ​ຕົ້ນ​ເດືອນ​ມີ​ນາ ແລະ ທ່ານ ສາມ​າດ​ເຫັນ​ວ່າ ຄວາມ​ປຽກ​ຊຸ່ມ​ ຈະ​ຜ່ານ​ເດືອນ​ມີ​ນາ ແລະ ນັ້ນ​ໝາຍ​ຄວາມ​ວ່າ ລະ​ດັບ​ນ້ຳ ມັນຈະ​ສູງ​ເກີນ​ລ​ະ​ດັບ​ ປົກ​ຕິ ທ່ານ ສາ​ມາດ​ເຫັນ​ວ່າ ລະ​ດັບ​ນ້ຳ​ຂອງ​ອ່າງ​ໂຕ່ງນ້ຳ​ຂອງ ຕື້ນ​ເຂີນ ແລະ ຝົນຕົກ​ຫຼາຍ ແລະ ນ້ຳຈະ​ມາໂຮມ​ກັນ​ຢູ່ ເມື່ອ​ປຽບ​ທຽບ​ໃສ່​ລະ​ດັບ​ປົກ​ຕິ ແລະ ທ່ານ ສາ​ມາດ​ເຫັນ​ວ່າ ຢູ່​ໃນ​ຊ້ວງ​ໄລ​ຍະ ເດືອນ​ມີ​ນາ, ເມ​ສາ, ພຶ​ສ​ພາ ແລະ ຈົນ​ຮອດ​ຕົ້ນ​ເດືອນ ມິ​ຖຸ​ນາ."

ການ​ຂຶ້ນ-​ລົງ ​ທີ່​ຜິດ​ປົກ​ຕິ ຂອງນ້ຳ ເຮັດ​ໃຫ້​ຫາດ​ຊາຍ ຢູ່​ແມ່​ນ້ຳ​ຂອງ ​ສ່ວນ​ຫຼາຍ​ຫົດ​ຫາຍ​ໄປ. ສາສຕຣາຈານ Ian Baird ຈາກມະຫາວິທຍາໄລ Wisconsin-Madison ຢູ່ຣັຖ Wisconsin ສະຫະຣັຖອາເມຣິກາ ໄດ້​ກ່າວ​ວ່າ: " ການ​ວິ​ໃຈ​ຂອງ​ພວກ​ເຮົາ ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ ປະ​ຊາ​ຊົ​ນ​ທ້ອງ​ຖິ່ນທັງ​ໝົດ ເວົ້າ​ວ່າ ຫາດ​ຊາຍ 30 ແລະ 50 ຈຸດ ຫາຍ​ໄປ​ໝົດ ແລະ ຍັງ​ເຫຼືອ​ແຕ່​ຫາດ​ ຂ​ນາດ​ນ້ອຍ ຫຼາຍກວ່າ​ທີ່​ເຄີຍ​ເປັນ ແລະ ນີ້​ແມ່ນຜົ​ລ​ກະ​ທົບ​ໃຫຍ່ ຕໍ່​ນົກ​ທີ່​ເຮັດ​ຮັງ​ຢູ່ຫາດ​ຊ​າຍ​ກາງ​ນ້ຳ ເຊິ່ງ​ມີ​ການ​ພົບ​ເຫັນ​ຫຼາຍ​ສິ່ງ​ທີ່​ສຳ​ຄັນ ໃນ​ເຂດ​ດັ່ງ​ກ່າວ ໃນ​ຊ້ວງ​ຣະ​ດູ​ການນີ້."

ທ່ານ ຍັງ​ກ່າວຕື່ມ​ວ່າ: "ມັນ​ເປັນ​ນຶ່ງ​ໃນ​ເຫດ​ຜົ​ລ​ຫຼັກ ທີ່​ພື້ນ​ທີ່​ດັ່ງ​ກ່າວ ຖືກ​ເລືອກ​ສັນ ສະ​ນັ້ນ ມັນ​ເປັນ​ຜົ​ລ​ກະ​ທົບ ​ທີ່​ຈະ​ແກ້​ໄຂ​ໄດ້​ຍາກ ແລະ ຂ້ອຍ​ຄິດ​ວ່າ ພວກ​ເຮົາ​ໄດ້​ເວົ້າ​ວ່າ ມັນ​ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ ຍ້ອ​ນ​ວ່າ ມີ​ປ​ະຣິມາ​ນ​ນ້ຳ​ມະ​ຫາ​ສານ ທີ່​ຖືກປ່ອຍ ອອກ​ຈາກ​ເຂື່ອນ ໃນ​ຣະ​ດູ​ແລ້ງ."

ສະ​ເພາະ​ຢູ່​ປະ​ເທດ​ລາວ ການ​ຂຶ້ນ​ລົງ​ຂອງ​​ນ້ຳ​ຂອງ​ ແບບ​ຜິດ​ປົກ​ຕິ ກໍ່​ໃຫ້​ເກີດ​ດິນ​ເຈື່ອນ ເຊັ່ນ​ຢູ່​ແຂວງ​ບໍ​ລິ​ຄຳ​ໄຊ.

ເຈົ້າໜ້າທີ່ ຜແນກໂຍທາທິການ ແລະ ຂົນສົົ່ງ ແຂວງບໍຣິຄໍາໄຊ ທ່່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ:

“ບັນຫາການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນີ້ ແມ່ນສົ່ງຜົລກະທົບໂດຍຕຣົງ ຕໍ່ສະພາບດິນແຄມແມ່ນໍ້າຂອງ ເກີດມີຮອຍແຕກ ແລະເຊາະເຈື່ອນ ເຮັດໃຫ້ດິນ ແລະສິ່ງປຸກສ້າງຂອງຊາວບ້ານ ທີ່ອາສັຍຢູ່ຕາມແຄມແມ່ນໍ້າຂອງ ໄດ້ຮັບຜົລກະທົບ ແລະ ມີແນວໂນ້ມ ຈະເພີ່ມຄວາມຮ້າຍແຮງຂຶ້ນເລື້ອຍໆ.”

ປັດຈຸບັນ ຍັງເປັນ​ທີ່​ຖົກ​ຖຽງ​ກັນ​ວ່າ ການຂຶ້ນ-ລົງ ຂອງລະດັບນໍ້າຂອງ ທີ່ຜິດປົກກະຕິນັ້ນ ເກີດຈາກໂຄງການສ້າງເຂື່ອນໄຟຟ້າ ໃນແມ່ນໍ້າຂອງ ຫຼື ການປ່ຽນແປງ ຂອງສະພາບດິນຟ້າອາກາດ. ຂະນະທີ່ ເຈົ້າໜ້າທີ່ ຊັບພະຍາກອນທັມມະຊາຕ ແລະ ສິ່ງແວດລ້ອມ ກ່າວວ່າ ການຕິດຕາມກວດກາ ໃນໄລຍະຜ່ານມາ ຈະເຫັນດິນແຫ້ງ ມີຮອຍແຕກ ເປັນຈໍານວນຫຼາຍຈຸດ ແລ້ວຈະເກີດການເຊາະເຈື່ອນຫຼາຍທີ່ສຸດ ໃນຊ່ວງຣະດູຝົນ ເພາະກະແສນໍ້າຂອງ ຈະໄຫຼແຮງ, ບາງຈຸດ ໃນເມືອງທ່າພຣະບາທ ແລະເມືອງປາກຊັນ ຈະໄດ້ຮັບຜົລກະທົບໜັກ ເພາະດິນແຄມຂອງ ເຊາະເຈື່ອນລົງເລື້ອຍໆ.

ເຈົ້າໜ້າທີ່ ຜແນກຊັບພະຍາກອນ ທັມມະຊາຕ ແລະສິ່ງແວດລ້ອມ ແຂວງບໍຣິຄໍາໄຊ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ: "ພວກສິ່ງແວດລ້ອມ ຂະເຈົ້າໄປສໍາຣວດ ມັນມີການຊຸດໂຕລົງ ຄືຮອດຍາມຝົນມາ ກະມີການດິນເຈື່ອນ ຢູ່ຕາມແຄມນໍ້າຫັ້ນນ່າ ແນ່ນອນມັນກະຕ້ອງມີ ຖືກເຮືອນປະຊາຊົນຢູ່ແລ້ວເນາະ."

ເຖິງ​ຢ່າງ​ໃດ​ກໍ​ຕາມ, ເມື່ອວັນທີ 29 ມິຖຸນາ ທີ່ຜ່ານມານີ້ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ຫຼື MRC ໄດ້ມີ​ການຮ່ວມມືກັບ ອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ເພື່ອສຶກສາຄົ້ນຄວ້າ ການປ່ຽນແປງ ຂຶ້ນ-ລົງ ແລະການໄຫຼຂອງນໍ້າຂອງ ວ່າເປັນຍ້ອນຫຍັງ ເພື່ອສ້າງຜົລປໂຍດ ແລະຫຼຸດຜ່ອນຜົລກະທົບ ທີ່ຈະເກີດຂຶ້ນ ກັບຊຸມຊົນລຸ່ມແມ່ນໍ້າຂອງ.

ການສຶກສາ ແລະຄົ້ນຄວ້າດັ່ງກ່າວ ຈະແບ່ງອອກເປັນ 2 ຂັ້ນຕອນ ເຊິ່ງຂັ້ນຕອນທໍາອິດ ຈະລົງມື້ໃນປີນີ້ ຄາດວ່າ ຈະໄດ້ຮັບຄໍາແນະນໍາ ຈາກຫຼາຍພາກສ່ວນທີ່ກ່ຽວຂ້ອງ ແລະຂັ້ນຕອນທີ່ 2 ຈະລົງມື ລະຫວ່າງ ປີ 2023–2024 ເຊິ່ງການສຶກສາ ແລະຄົ້ນຄວ້າທັງ 2 ຂັ້ນຕອນນີ້ ແມ່ນປະຕິບັດຕາມກົລໄກ ການພັທນາອ່າງແມ່ນໍ້າຂອງ ຂອງຄະນະກັມມາທິການ ແມ່ນໍ້າຂອງສາກົລ ທີ່ວາງໄວ້ ລະຫວ່າງ ປີ 2021-2025.

ທ່ານ ອານຸລັກ ກິດຕິຄຸນ ຜູ້ບໍຣິຫານຄະນະກັມມາທິການ ແມ່ນໍ້າຂອງສາກົລ ກ່າວໃນກອງປະຊຸມ ຕອນນຶ່ງວ່າຜ:

“ມັນເປັນສິ່ງທ້າທາຍ ຕໍ່ການບໍຣິຫານຈັດການນໍ້າ ໃນອ່າງແມ່ນໍ້າຂອງ ສົມທົບກັບ ສະພາບຝົນຕົກໜັກ ເຊິ່ງໄດ້ສົ່ງຜົລເຮັດໃຫ້ ລະດັບນໍ້າ ໃນແມ່ນໍ້າຂອງ ປ່ຽນແປງຢ່າງໄວວາ.”

ທ່ານ ກ່າວຕື່ມວ່າ ຄະນະກັມມາທິການ ແມ່ນໍ້າຂອງສາກົລ ແລະອົງການ ແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ຮວມເຖິງຈີນ ກໍາລັງດໍາເນີນການສຶກສາຮ່ວມກັນ ກ່ຽວກັບການສຶກສາ ການປ່ຽນແປງ ຂອງລະບົບການໄຫຼ ຂອງແມ່ນໍ້າຂອງ ແລະແມ່ນໍ້າລ້ານຊ້າງ ເຊິ່ງຈະມີສ່ວນສນັບສນູນ ໃນການດໍາເນີນການ ຕາມຍຸທສາຕ ພລັງງານນໍ້າ ແບບຍືນຍົງ.

ຢ່າງໃດກໍຕາມ ປັດຈຸບັນ ສະພາບແມ່ນໍ້າຂອງ ໃນຫຼາຍແຂວງຂອງລາວ ກໍມີການປ່ຽນແປງຢ່າງເຫັນໄດ້ຊັດເຈນ ໂດຍສະເພາະ ການຂຶ້ນ-ລົງ ຂອງນໍ້າຂອງ ທີ່ບໍ່ເປັນໄປຕາມທັມມະຊາຕ ແລະເກີດຂຶ້ນແບບກະທັນຫັນ ເຊິ່ງສະພາບດັ່ງກ່າວນີ້ ເກີດຂຶ້ນນັບແຕ່ ເຂື່ອນໄຊຍະບູຣີ ໄດ້ເຣີ່ມຜລິດໄຟຟ້າເປັນຕົ້ນມາ.

ຊາວບ້ານ ຢູ່ເມືອງຊະນະຄາມ ແຂວງວຽງຈັນ ທ່ານນຶ່ງ ກ່າວວ່າ:

“ນໍ້າຂອງບໍ່ທັນຂຶ້ນຫຼາຍ ປີນີ້ຫັ້ນ ນ້ໍາຂອງກະຂຶ້ນແຕ່ໜ້ອຍດຽວ ລົງໜ້ອຍດຽວ ບຶດນຶ່ງມັນກະຂຶ້ນ ບຶດນຶ່ງມັນກະແຫ້ງ ຖ້າວ່າສົມທຽບໃສ່ແຕ່ກີ້ ລະກະບໍ່ຄືແຕ່ກີ້ ໃນໄລຍະ 2-3 ປີມານີ້ແລ້ວ ມັນກະບໍ່ຄ່ອຍມີຖ້ວມໄຮ່ຖ້ວມນາ ບໍ່ມີເຂົ້າຫ້ວຍເຂົ້າຮ່ອງຫຍັງຂຶ້ນມາ ຂຶ້ນມາແຕ່ເລັກໆໜ້ອຍໆ ແລ້ວມັນກະແຫ້ງໄປ.”

ໃນຂະນະດຽວກັນ ເຈົ້າໜ້າທີ່ທ້ອງຖິ່ນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ທີ່ຕິດຕາມສະພາບ ແມ່ນໍ້າຂອງຢູ່ເລື້ອຍໆ ກ່າວ​ວ່າ: "ປັດຈຸບັນ ການຂຶ້ນ-ລົງ ຂອງນໍ້າຂອງ ເກີດຂຶ້ນແບບຜິດທັມມະຊາຕແທ້ ເປັນຕົ້ນ ຄັນເວລານໍ້າຂຶ້ນ ກໍຂຶ້ນມາບາດດຽວ ແຕ່ບໍ່ຂຶ້ນຫຼາຍຄືແຕ່ກ່ອນ ແລະເວລານໍ້າຫຼຸດລົງ ກໍຫຼຸດລົງພາຍໃນເວລາບໍ່ດົນ ແຕ່ໃນໄລຍະນີ້ ຊາວບ້ານ ກໍຍັງຫາປາ ໃນແມ່ນໍ້າຂອງ ໄດ້ຕາມປົກກະຕິຢູ່."

ຊາວປະມົງ ຢູ່ເມືອງຊຽງຄານ ແຂວງເລີຍ ປະເທດໄທຍ ທີ່ຫາປາໃນແມ່ນໍ້າຂອງ ກ່າວວ່າ ການຂຶ້ນ-ລົງ ແບບບໍ່ເປັນປົກກະຕິ ຂອງແມ່ນໍ້າຂອງນີ້ ເຊິ່ງສ່ວນນຶ່ງ ເກີດຍ້ອນການເປີດ-ປິດປະຕູນໍ້າ ຂອງເຂື່ອນນັ້ນ ໄດ້ເຮັດໃຫ້ຊາວປະມົງ ຫາປາໄດ້ໜ້ອຍລົງແທ້ ແຕ່ບໍ່ມີສິທ ແລະສຽງ ທີ່ຈະຮຽກຮ້ອງ ບໍ່ໃຫ້ມີການສ້າງເຂື່ອນໃນແມ່ນໍ້າຂອງຕື່ມໄດ້.

ສ່ວນນັກວິຊາການ ດ້ານແມ່ນໍ້າຂອງ ຢູ່ເມືອງຊຽງຂອງ ແຂວງຊຽງຮາຍ ປະເທດໄທຍ ທ່ານນຶ່ງ ໄດ້ໃຫ້ຄໍາເຫັນວ່າ: “ການທີ່ຄະນະກັມມາທິການ ແມ່ນໍ້າຂອງສາກົລ ເປີດຂໍ້ລິເຣີ່ມ ສຶກສາຄົ້ນຄວ້າ ຮ່ວມກັບອົງການແມ່ນໍ້າຂອງ-ແມ່ນໍ້າລ້ານຊ້າງ ກ່ຽວກັບການປັບໂຕ ຕໍ່ການປ່ຽນແປງຂອງແມ່ນໍ້າຂອງນັ້ນ ກໍເປັນເຣື່ອງທີ່ດີ ແຕ່ຄໍາຖາມຄື ຫຼັງຈາກສໍາເຣັດການສຶກສາ ແລະຄົ້ນຄວ້າດັ່ງກ່າວແລ້ວ ກໍຢາກໃຫ້ຮູ້ວ່າ ມີແຜນຈະເຮັດແນວໃດຕື່ມ ແລະພາກສ່ວນ ທີ່ມີສ່ວນເຮັດໃຫ້ເກີດເຂື່ອນໃນແມ່ນໍ້າຂອງ ຈະຍອມຮັບຜົລກະທົບ ທີ່ເກີດຂຶ້ນໂຕຈິງ ຕໍ່ແມ່ນໍ້າຂອງນັ້ນ ຫຼື ບໍ່.”