ກອງທຶນສັດປ່າໂລກຫຼື WWF ປະຈຳລາວ ຍັງກັງວົນກ່ຽວກັບ ປາ ແລະສັດນໍ້າອື່ນໆ ໃນເຂດສີພັນດອນ ເມືອງໂຂງ ແຂວງຈຳປາສັກ ທີ່ຍັງເຫຼືອໜ້ອຍ ແລະປາບາງຊນິດ ກໍ່ໄກ້ຈະສູນພັນ ໄປຈາກເຂດສີພັນດອນແລ້ວ.
ດັ່ງນັ້ນ ກອງທຶນສັດປ່າໂລກ ຈຶ່ງໄດ້ເລັ່ງເຮັດໂຄງການວັງສງວນ ຮ່ວມກັບທາງການລາວ ເພື່ອຄຸ້ມຄອງແລະຊົມໃຊ້ປາ ຮວມເຖິງສັດນໍ້າອື່ນໆ ໃນເຂດສີພັນດອນ ໃຫ້ເປັນເຂດວັງສງວນຈຳນວນ 20 ວັງ ເພື່ອເປັນແຫຼ່ງອາໄສຂອງປາ ຢ່າງຍືນຍົງ ແລະບໍ່ໃຫ້ປາ ບາງຊນິດສູນພັນໄປ ຈາກ ລາວ. ດັ່ງເຈົ້າໜ້າທີ່ ກອງທຶນສັດປ່າໂລກ ປະຈຳ ສປປລາວ ກ່າວຕໍ່ວິທຍຸເອເຊັຍເສຣີ ວ່າ:
"ຄຸ້ມຄອງກໍຄືການຈັດວັງສງວນ ບໍ່ໃຫ້ປະຊາຊົນໄປຫາຢູ່ໃນເຂດນັ້ນ ເຮັດເປັນວັງສງວນເນາະ ປາມັນ ໄຂ່ ໄດ້ອີ່ຫຍັງຢູ່ຫັ້ນ ສອງມາກໍບໍ່ໃຫ້ ບຸກຄົນໃດ ທີ່ວ່າສ້າງແນວກີດຂວາງ ທາງຂຶ້ນຂອງປາ ອີ່ຫຍັງຕ່າງໆ ເພື່ອໃຫ້ສະດວກໃນການລົງນີ້ເດ້ ຍາມມັນໄຂ່ ກໍມາໄຂ່ ພ້ອມດຽວກັນ ກໍສະກັດກັ້ນການລັກລອບທຳລາຍ ແບບສັດແບບອີ່ຫຍັງຕ່າງໆ ຫັ້ນແຫຼະ."
ທ່ານກ່າວຕື່ມວ່າປັດຈຸບັນ ໄດ້ເຮັດວັງສງວນແລ້ວ 7 ວັງແລະກຳລັງຊອກຫາພື້ນທີ່ວັງສງວນຕື່ມອີກ 13 ວັງ ໃຫ້ຄົບ 20 ວັງ ເພື່ອໃຫ້ພຽງພໍ ກັບການຢູ່ອາໄສຂອງສັດນໍ້າ ທຸກຊນິດ ແລະໝັ້ນໃຈວ່າ ຈະບໍ່ຖືກກຸ່ມຄົນມາຫາໄປຂາຍ.
ໃນຂນະດຽວກັນ ປາບາງຊນິດຢູ່ໃນລາວ ກໍໃກ້ຈະສູນພັນ ຍ້ອນແຫຼ່ງຢູ່ອາໄສຂອງມັນຖືກບຸກລຸກ ທັງຈາກກຸ່ມຄົນຫາປາ ຜິດກົດໝາຍ ແລະ ຜົນກະທົບ ຈາກເຂື່ອນໄຟຟ້າດອນສະໂຮງ ຕົວຢ່າງ ປາຂ່າແລະປາບຶກ ເຊິ່ງເປັນປາຫາຍາກ ແລະ ໃກ້ຈະສູນພັນ.
ຜ່ານມາ ຊາວບ້ານທີ່ອາໄສ ຢູ່ໃນເຂດສີພັນດອນ ຈຳນວນນຶ່ງ ເຮັດລີ່ ເຮັດຕ້ອນຂນາດໃຫຍ່ ຈັບປາໄປຂາຍໃນຕະຫຼາດ ແລະເຮັດປາແດກ. ປາທີ່ວ່ານັ້ນ ສ່ວນໃຫຍ່ເປັນປາປາກ, ປາສ້ອຍ; ຍາມປາຂຶ້ນ ປາລ່ອງ ຈັບໄດ້ກ່ວາ 1 ຕັນຕໍ່ມື້, ສ້າງລາຍໄດ້ໃຫ້ ຊາວປະມົງດີສົມຄວນ.
ປັດຈຸບັນ ປະຊາຊົນໃນເຂດສີພັນດອນ ເມືອງໂຂງ ແລະເມືອງມຸນລະປະໂມກ ຍັງຫາປາ ແລະສັດນໍ້າອື່ນໆ ໄດ້ຕາມປົກກະຕິ, ແຕ່ບໍ່ແມ່ນ ຢູ່ໃນເຂດຫວງຫ້າມ ຫຼືເຂດວັງສງວນ ທີ່ທາງການກຳນົດໄວ້ ແລະກຳນົດໃຫ້ໃຊ້ເຄື່ອງມືຫາປາ ທັມມະຊາດ, ບໍ່ໃຫ້ໃຊ້ສິ່ງ ທີ່ຜິດກົດໝາຍ.