ໂຮງງານໂຟມຢາງ ຂັ້ນ​ຫວີ​ກ້ວຍຈີນ ລົບກວນ ຊາວ​ບ້ານ

ຈຳ​ປາ​ທອງ
2019.12.04
f-banana ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ ສປປລາວ
Screen captured from lao44.org video

ໂຮງ​ງານ​ຜ​ລິຕ​ໂຟມ​ຢາງ ເພື່ອ​ຂັ້ນ​ຫວີ​ກ້ວຍ ​​ເວ​ລາ​ໃສ່​ແກັດຂອງຈີນ ຢູ່​ບ້ານ​ຊຸ້ນ, ​ເມືອງ​ປ​າກ​ຊັນ ແຂວງ​ບໍ​ຣິ​ຄຳ​ໄຊ ສົ່ງ​ກິ່ນ​ຂິວ ແລະ ສຽງ​ດັງ ​ລົບ​ກວນໄປ​ເຖິງ​ປະ​ຊາ​ຊົນ ບ້ານ​ທົ່ງ 10 ປາຍ​ຄອບ​ຄົວ ທີ່​ມີ​ເຮືອນ​ ຢູ່​ໃກ້​ກັບ​ໂຮງ​ງານ, ມີ​ອາ​ການ​ແສບ​ດັງ ແລະ ​​ແສບ​ຕາ.

ເຄື່ອງ​ຈັກ​ ທີ່​ຜ​ລິຕ​ໂຟມ​ຢາງ​ນັ້ນ, ສົ່ງ​ສຽງ​ດັງ​ ລົບ​ກວນ​ຊາວ​ບ້ານ ​ທັງ​ເວັນທັງ​ຄືນ​ ຕັ້ງ​ແຕ່ 6 ໂມງ​ເຊົ້າ ໄປ​ເຖິງ 12 ໂມງ​ທ່ຽງ​ຄືນ, ຕາມ​ຄຳ​ເວົ້າ​ຂອງ​ປະ​ຊາ​ຊົນ ​ບ້ານ​ທົ່ງ​ໃຫ​ຍ່, ເມືອປາກ​ຊັນ ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​ວັນ​ທີ 4 ທັນ​ວາ​ນີ້.

“ເພິ່ນມາຕັ້ງໂຮງງານຂອງຄົນຈີນ, ແຕ່ໂຮງງານມັນຢູ່ໃກ້ຊຸມຊົນ ກໍກິ່ນຂິວອອກຈາກເຜົາໄໝ້ຂອງເຕົາແກ໊ສ ເພິ່ນລິຫັ້ນຫຼະ ຜົນກະທົບແຮງ ມັນຂິວ ແລ້ວເຂົາເຈົ້າຢູ່ບໍ່ໄດ້ ແສບດັງແສບຕາ ແລະ ກໍຣື້ອງສຽງ ມີຜົກະທົບຕໍ່ພໍ່ແມ່ປະຊາຊົນ.”

ນາງກ່າວ​ວ່າ ໂຮງ​ງານ​ດັ່ງ​ກ່າວ ຫາ​ກໍ​ຕັ້ງມາ​ແຕ່​ມື້​ວັນ​ທີ 10 ຕຸ​ລາ ​ທີ່​ຜ່ານ​ມາ ໂດຍ​ທີ່ບໍ່​ທັນ​ໄດ້​ຮັບ​ອະ​ນຸ​ຍາດ​ ຈາກ​ທາງ​ການ​ເມືອງ ແລະ​ ແຂວງ, ແຕ່​ກໍ​ໄດ້​ທຳ​ການ​ຜ​ລິຕ​ໂຟມ​ຢາງ​ນັ້ນ​ມາ​ຈົນ​ຮອ​ດ​ມື້​ນີ້ ແລະ ​ວ່າ ທີ່​ຜ່ານ​ມາ​ ອຳ​ນາດ​ການ​ປົກ​ຄອງ​ບ້ານ ກໍ​ໄດ້​ສ​ເນີ​ ບັນ​ຫາ​ດັ່ງ​ກ່າວ ໄປ​ຍັງ​ຫ້ອງ​ການ​ ສະ​ພາ​ປະ​ຊາ​ຊົນ​ແຂວງ​ແລ້ວ, ແຕ່​ບັນ​ຫາ​ນັ້ນ​ ກໍ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ແກ້​ໄຂ. ດັ່ງ​ນັ້ນ​ຈຶ່ງ​ຢາກ​ສ​ເນີ ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ ​ຊ່ອຍ​ແກ້​ໄຂ.

ກ່ຽວ​ກັບ​ເຣຶ່ອງ​ທີ່​ວ່າ​ນີ້ ເຈົ້າ​ໜ້າ​ທີ່​ຜ​ແນກ​ແຜນ​ການ ແລະ​ການ​ລົງ​ທຶນ​ແຂວງ​ບໍ​ລິ​ຄຳ​ໄຊ ກ່າວ​ວ່າ ທີ່​ຜ່ານ​ມາ ໂຮງ​ງານ​ຜ​ລິດ​ໂຟມ​ຂັ້ນ​ຫວີ​ກ້ວຍ​ຈີນ​ນີ້ ກໍ​ໄດ້​ຍື່ນ​ໜັງ​ສື​ ຂໍ​ສ້າງ​​ໂຮງ​ງານ​ໃຫ້​ຖືກ​ຕ້ອງມາ​ຍັງ​ທາງ​ແຂວງ ແຕ່ບໍ່​ໄດ້​ຮັບ​ອະ​ນຸ​ຍາດ​ໃຫ້​ສ້າງ ຍ້ອນ​ວ່າ ໂຮງ​ງານ​ທີ່​ຈະ​ສ້າງ​ນັ້ນ​ຕັ້ງ​ຢູ່​ໃກ້​ເຂດ​ຊຸມ​ຊົນ​ເກີນ​ໄປ, ມີ​ປະ​ຊາ​ຊົນ​ອາ​ໄສ​ຢູ່​ຫຼາຍ, ແຕ່​ທາງ​ໂຮງ​ງານ ​ກໍ​ຍັງ​ດຳ​ເນີນ​ການ​ຜ​ລິຕ​ຢູ່, ດັ່ງ​ທີ່​ທ່ານ​ກ່າວ ​ໃນ​ມື້​ດຽວ​ກັນ​ນັ້ນ​ວ່າ:

“ມັນໃກ້ຊຸມຊົນໂພດ ພວກເຂົາເຈົ້າມາຕັ້ງໂຮງງານ ແລ້ວບໍ່ມາເນີພວກຂ້ອຍ ພວກຂ້ອຍບໍ່ຮູ້. ໄປລົມແລ້ວ ມີມາລົມແລ້ວ ມີແຕ່ວ່າໃຫ້ໂຍກຍ້າ ຍ້າຍໄປຢູ່ບ່ອນອື່ນ.”

​ເຈົ້າ​ໜ້າ​ທີ່​ຜ​ແນກ​ຊັ​ພ​ຍາ​ກອນ​ ທຳ​ມະ​ຊາດ ແລະ​ ສິ່ງ​ແວດ​ລ້ອມ​ ແຂວງ​ບໍ​ລິ​ຄຳ​ໄຊ ກໍ​ກ່າວ​ວ່າ ໃນ​ໄລ​ຍະ 3 ເດືອນ​ຜ່ານ​ມາ ຄື​ ເຣີ່ມ​ຕັ້ງ​ແຕ່​ໄດ້​ສ້າງ​ໂຮງ​ງານ​ມາ ຂ​ແນງ​ສິ່ງ​ແວດ​ລ້ອມ ກໍ​ໄດ້​ສົ່ງ​ ໜັງ​ສື​ແຈ້ງ​ການ ໄປ​ຍັງ​ໂຮງ​ງານ​ນັ້ນ, ໃຫ້​ເລືອກ​ສະ​ຖານ​ທີ່​ ທີ່ເໝາະ​ສົມ ​ສຳ​ລັບ​ຕັ້ງ​ໂຮງ​ງານ, ບ່ອນ​ທີ່ບໍ່​ສົ່ງ​ຜົລ​ກະ​ທົບ​ ຕໍ່​ສິ່ງ​ແວດ​ລ້ອມ ແລະ ​ຕໍ່​ຊຸມ​ຊົນ ຍ້ອນ​ວ່າ ໂຮງ​ງານ​ນີ້​ ສົ່ງ​ກິ່ນ​ຂິວ​ ລົບ​ກວນ​ຊາວ​ບ້ານ, ແຕ່​ທາງ​ໂຮງ​ງານ ​ກໍ​ຍັງ​ຜ​ລິຕ​ຕໍ່​ຢູ່. ດັ່ງ​ທີ່​ທ່ານ​ກ່າວ​ໃນ​ມື້​ດຽວ​ກັນ​ນີ້​ວ່າ:

“ເພາະວ່າໂຮງງານນີ້ ພວກເຮົາບໍ່ໄດ້ອອກອະນຸຍາດໃຫ້ ໃນເບື້ອງຕົ້ນຫັ້ນນະ ເຮົາບໍ່ໄດ້ອະນະຍາດຍັງ ແຕ່ວ່າຜູ້ປະກອບການນີ້ເຮັດໄປກ່ອນ. ພວກເຮົາມີໜັງສືແຈ້ງຜູ້ປະກອບການນີ້ ໄປຄັດເລືອກສະຖານທີ່ ທີ່ເໝາະສົມ ໃນການສ້າງຕັ້ງໂຮງງານນັ້ນ ເພາະບ່ອນນັ້ນ ມັນບໍ່ເມາະສົມ. ມັນຢູ່ກາຊຸມຊົນ ແລະ ອາຈມີຜົກະທົບຕໍ່ຊຸມຊົນນັ້ນ.”

ເຣື້ອງ​ກິ່ນ​ຂິວ ​ຈາກ​ໂຮງ​ງານ​ທີ່​ວ່າ​ນີ້, ເຈົ້າ​ໜ້າ​ທີ່​ຜ​ແນກ​ອຸດ​ສາ​ຫະ​ກຳ ແລະ ​ການ​ຄ້າ​ ແຂວງ​ບໍ​ລິ​ຄຳ​ໄຊ ເວົ້າ​ວ່າ ທາງ​ຜ​ແນກ​ໄດ້​ລົງ​ໄປ​ກວດ​ກາ 3 ເທື່ອ​ແລ້ວ, ໄດ້​ພົບ​ແກ໊ສ​ເຜົາ​ຢາງ​ພລາສ​ຕິກ ເພື່ອ​ຜ​ລິຕ​ໂຟມ​ນັ້ນ, ສົ່ງ​ກິ່ນ​ຂິວ ​ອອກ​ໄປ​ທາງນອກ ແລ​ະ ​ໄດ້​ສັ່ງ​ບໍ່ໃຫ້​ໂຮງ​ງານຜ​ລິຕ, ແຕ່​ທາງ​ໂຮງ​ງານ​ກໍ​ບໍ່​ເຊົາ. ແລະ​ວ່າ ທາງ​ຜ​ແນກ​ຈະ​ສ​ເນີ ​ຂຶ້ນ​ຫາ​ຂັ້ນ​ແຂວງ ເພື່ອ​ໃຊ້​ມາດ​ຕະ​ການ​ເດັດ​ຂາດ ເປັນ​ຕົ້ນ ຕັດ​ໄຟ​ຟ້າ ຫຼື​ສັ່ງ​ໂຈະ ບໍ່​ໃຫ້​​ຜ​ລິຕ​ຕໍ່​ໄປ ຍ້ອນ​ວ່າ ໃນ​ໄລ​ຍະ 3 ເດືອນ ທີ່​ໂຮງ​ງານ​ຜ​ລິຕ​ໂຟມ​ຢາງ​ມາ​ນີ້ ເຮັດ​ໃຫ້​ຄົນ​ງານ ​ໃນ​ໂຮງ​ງານ​ ເສັຽ​ຊີ​ວິດ​ຍ້ອນ​ກິ່ນ​ຂິວ​ໄປ​ແລ້ວ 1 ຄົນ. ດັ່ງ​ທີ່​ທ່ານ​ໄດ້​ກ່າວ ຕໍ່​ວິ​ທ​ຍຸ​ເອ​ເຊັຽ​ເສ​ຣີ ໃນ​ມື້​ວັນ​ທີ 4 ທັນ​ວາ​ນີ້:

“ຍັງບໍ່ໄດ້ເຮັດຍັງ ຄິດວ່າສິເນີທາງເຈົ້າແຂວງ ເພື່ອໃຫ້ມີວິທີນັ້ນຫຼະ, ໂດຍສະເພາະມາຕການເດັດຂາດ ເພື່ອບໍໃຫ້ເຂົາເຈົ້າເຮັດຕໍ່ໄປ ຕັດໄຟຕັດມະຍັງຫັ້ນຫຼະ ເອົາຕຳຣວດເຂົ້າໄປຈັດການ ຄິດວ່າເຖິງຂັ້ນນັ້ນແລ້ວຫຼະ. ຕາຍຜູ້ນຶ່ງແລ້ວເກາະ ຕາຍຢູ່ໂຮງງານນັ້ນຫຼະ, ເວົ້າງ່າຍໆສະ ມັນກໍຕ້ອງຮັບຜິດຊອບ ມັນຕ້ອງສັ່ງໂຈະ.”

ອີງ​ຕາມ​ຄຳ​ເວົ້າ​ ຂອງ​ເຈົ້າ​ໜ້າ​ທີ່​ຜ​ແນກ​ອຸດ​ສາ​ຫະ​ກຳ ແລະ​ ການ​ຄ້າ​ ທ່ານ​ນີ້​ແລ້ວ​ແມ່ນ​ວ່າ  ໂຮງ​ງານ​ຜ​ລິຕ​ໂຟມ​ຢາງ ​ຂອງ​ຈີນ​ແຫ່ງ​ນີ້ ເປັນ​ໂຮງ​ງານ​ໃຫ​ຍ່ ຕັ້ງ​ຢູ່​ກາງ​ຊຸມ​ຊົນ ໃນ​ເນື້ອ​ທີ່ 1 ເຮັກຕາ. ເມື່ອ​ຜ​ລິຕ​ໂຟມ​ໄດ້​ແລ້ວ ກໍ​ສົ່ງ​ໄປ​ສວນ​ກ້ວຍ ​ຢູ່​ເມືອງບໍລິ​ຄັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.