ໂຮງງານຈີນ ຜລິຕໂຟມ ຂັ້ນຫວີກ້ວຍ ຖືກສັ່ງໂຈະແລ້ວ

ໄມ​ຊູ​ລີ
2019.12.17
f-banana ສວນກ້ວຍ ຂອງນັກລົງທຶນຈີນ ຢູ່ ສປປລາວ
Screen captured from lao44.org video

ໂຮງງານຜລິຕໂຟມ ຂັ້ນຫວີກ້ວຍຈີນ ຢູ່ເຂດບ້ານ ຊຸ້ນ ແລະ ບ້ານທົ່ງ, ເມືອງປາກຊັນ ແຂວງບໍຣິຄໍາໄຊ ຖືກທາງການ ສັ່ງໂຈະຊົ່ວຄາວ ພາຍຫຼັງທີ່ ໂຮງງານດັ່ງກ່າວ ສົ່ງກິ່ນຂິວ ແລະ ມົລພິດ ຮຸນແຮງ ເຮັດໃຫ້ ປະຊາຊົນ ຈໍານວນ 10 ປາຍຄອບຄົວ ທີ່ອາສັຍຢູ່ ບໍຣິເວນ ຕິດກັບ ກໍາແພງໂຮງງານ ມີອາການແສບດັງ ແລະ ເຈັບຕາ ຕັ້ງແຕ່ວັນທີ່ 10 ເດືອນຕຸລາ ທີ່ຜ່ານມາ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ຫ້ອງການ ປົກຄອງແຂວງ ທ່ານນຶ່ງ  ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 17 ທັນວາ ນີ້.

“ໃນກອງປະຊຸມ ເພິ່ນວ່າ ໃຫ້ໂຈະກ່ອນແລ້ວ ເຫຕຜົລວ່າ ສິ່ງແວດລ້ອມ ບໍ່ໄດ້ວ່າຊັ້ນ. ເພິ່ນເອ​ກະພາບກັນ​ວ່າ ໃຫ້ໂຈະແລ້ວ ວ່າ​ຊັ້ນ. ​ເພິ່ນ​ວ່າ ມີໃນບົດບັນທຶກ ກອງປະຊຸມແລ້ວ ວ່າຊັ້ນ.”

ທ່ານກ່າວວ່າ ທາງການ ເປີດກອງປະຊຸມ ເມື່ອວັນທີ 16 ທັນວາ ທີ່ຜ່ານມາ ແລະ ທ່ານເຈົ້າແຂວງ ກໍໄດ້ສັ່ງໃຫ້ໂຈະ ການດໍາເນີນງານ ຂອງໂຮງງານນີ້ ໄວ້ກ່ອນ ເພາະສົ່ງກິ່ນເໝັນ ແລະ ກໍຕັ້ງຢູ່ໃກ້ ຊຸມຊົນເກີນໄປ ຈົນເຮັດໃຫ້ ປະຊາຊົນ ມີອາການແສບດັງ ແລະ ເຈັບຕາ ຈຶ່ງຈໍາເປັນ ຕ້ອງສັ່ງໃຫ້ໂຈະໄວ້ກ່ອນ.

ເຈົ້າໜ້າທີ່ ຜແນກ​ແຜນການ ແລະ ການລົງທຶນ ແຂວງບໍຣິຄໍາໄຊ ກ່າວວ່າ ດ້ານໂຮງງານ  ຜລິຕໂຟມ ຂັ້ນຫວີກ້ວຍຈີນ ໄດ້ກ່າວຣາຍງານ ຕໍ່ກອງປະຊຸມວ່າ ທາງໂຮງງານ ຂໍເວລາ ອີກ 20 ມື້ ເພື່ອຍ້າຍໂຮງງານ ໄປຕັ້ງໃສ່ບ່ອນໃໝ່.

“ໂຮງງານໂຕນີ້ ທາງແຂວງເພິ່ນໃຫ້ຍ້າຍ, ຫັ້ນ​ນ່າ. ດຽວນີ້ ທາງເຂົາເຈົ້າ ມີແຕ່ວ່າ ຂໍເວລາ 20 ວັນ ເນາະ, ເຂົາເຈົ້າໄດ້ເຮັດສເນີ ຫາແຂວງ. 20 ວັນນີ້, ທີ່ຊິຂໍ​ເວ​ລາ ປຶກສາແຂວງ  ເຂົາເຈົ້າສິກຽມ ບົດສເນີ.”

ໃນວັນທີ 17 ທັນວາ 2019 ນີ້, ພາຍຫຼັງ ທາງການແຂວງ ສັ່ງໂຈະໂຮງງານ ໄດ້ 1 ມື້  ທາງໂຮງງານ ກໍຍຸຕິການຜລິຕແລ້ວ, ດັ່ງປະຊາຊົນ ບ້ານທົ່ງ ທ່ານນຶ່ງ ກ່າວວ່າ:

“ທາງແຂວງ ທາງເມືອງ ເພິ່ນໃຫ້ຢຸດເຊົາ, ມື້ນີ້ແຫຼະ ບໍ່ໄດ້ເຮັດແຫຼະ ຢຸດເດ້ ໃຫ້ຍ້າຍໂຮງງານ ອອກໄປຈ​າກຊຸມຊົນ ໄກຊຸມຊົນໜ້ອຍນຶ່ງ. ເຮັດແບບຊັ້ນ, ມັນກໍບໍ່ໄດ້ ທາງການແລ້ວ ເພິ່ນໃຫ້ຍ້າຍ ມື້ວານນີ້. ໃຫ້ໄປພົວພັນ ອຸດສາຫະກັມ-ການຄ້າ ເປັນຜູ້ຊອກບ່ອນ ໃຫ້ເຂົາເຈົ້າ.”

ເຈົ້າໜ້າທີ່ ສາທາຣະນະສຸຂແຂວງ ທ່ານນຶ່ງ ກ່າວວ່າ ທີ່ຜ່ານມາ ກິ່ນຂິວ ຈາກໂຮງງານ ຜລິຕໂຟມ ຂັ້ນຫວີກ້ວຍຈີນ ເກີດ​ຂຶ້ນຈາກການເຜົາ ປລາສຕິກ ເພື່ອແປຮູບ ເປັນໂຟມ, ຫາກປະຊາຊົນ ຫາຍໃຈເອົາກິ່ນ ແລະ ຄວັນ ຈະເຮັດໃຫ້ ເຈັບຕາ, ເຈັບຫົວ, ເມື່ອຍ ແລະ ອາຈ ພາໃຫ້ ເກີດ​ໂຣ​ຄມະເຮັງປອດໄດ້.

“ພວກພລາສຕິກ ມັນພວກ​ກາ​ກໂບ​ນິກ ມັນ​ກະມີບັນຫາຕໍ່ປອດເຮົາເດ. ການຫາຍໃຈ ມັນບໍ່ສະດວກ ເຮັດໃຫ້ເຮົາເປັນມະເຣັງປອດ​ໄດ໋, ອັນຕະຣາຍໄດ໋. ພວກເຮົາມີພູມຕ້ານທານ ຢູ່ນີ້ ກໍ່ບໍ່ສູ້, ແຕ່ຕໍ່ໆໄປ ມັນ​ກະຊິ​ໜັກ. ປະເພດ ພວກອາຍຸແກ່ ພວກຊະຣາ ມັນແຮ່ງຊິເຮັດໃຫ້  ປິ່ນປົວ ກະຍາກຫັ້ນ​ແຫຼະ, ເສັຽຊີວິດໄວໄດ໋.”

ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ສາທາຣະນະສຸຂແຂວງ ຜູ້ດຽວກັນນີ້ ເວົ້າວ່າ ໂຮງງານ ຜລິຕໂຟມ ຂັ້ນຫວີກ້ວຍຈີນ ແຫ່ງນີ້, ເປັນໂຮງງານ ຂນາດໃຫຍ່ ຕັ້ງຢູ່ ກາງຊຸມຊົນ ຈໍານວນ 1 ຫຼັງ, ມີພື້ນທີ່ທັງໝົດ 1 ເຮັກຕ້າຣ໌. ເມື່ອຜລິຕໂຟມ ໄດ້ແລ້ວ, ກໍຈະຖືກສົ່ງໄປ ສວນກ້ວຍຈີນ ເມືອງບໍຣິຄັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.