ຊາວບ້ານຕຽມຮັບມື ນ້ຳຖ້ວມ ດິນເຈື່ອນ

ສະພາບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ເມື່ອ​ປີ​ຜ່ານ​ມາ
ສະພາບຄວາມເສັຽຫາຍ ຈາກພັຍນໍ້າຖ້ວມ ຢູ່ທາງພາກເໜືອ ຂອງລາວ ເມື່ອ​ປີ​ຜ່ານ​ມາ (RFA)

0:00 / 0:00

ປັດຈຸບັນ ຊາວບ້ານແກ້ງກອກ ເມືອງຈຳພອນ ແຂວງສວັນນະເຂດ ໄດ້ກຽມເຮືອ ແລະແພ ເພື່ອຂົນຍ້າຍສິ່ງຂອງ ແລະ ສັດລ້ຽງພ້ອມທັງຕິດ ຕໍ່ຫາພີ່ນ້ອງທີ່ຈະໄປອາສapຢູ່ເຮືອນນຳຖ້າ ເກີດມີນ້ຳຖ້ວມ. ຊາວບ້ານແກ້ງກອກ ໄດ້ກ່າວໃນວັນທີ 2 ກໍຣະກະດາ ວ່າ:

"ສ່ວນຫຼາຍກໍກຽມໃຈຫຼາຍກ່ວາ ແລະ ຊອກແຫຼ່ງບ່ອນຢູ່ ຫາປະເພດ ເຮືອນແພມາກະຕຽມໄວ້ ແລະ ບ່ອນທີ່ວ່າຈະໄປຢູ່ ຖ້າມີນ້ຳຫຼວງຫຼາຍ ເກີດຂຶ້ນກໍຕຽມຍ້າຍສັດຫັ້ນແລ້ວ ກໍພາງໆໄປ ເບິ່ງກ່ອນ."

ໃນປີທີ່ຜ່ານມາຢູ່ເມືອງຈຳພອນ ແຂວງສວັນນະເຂດ ເກີດເຫດນ້ຳຖ້ວມ ນ້ຳປ່າໄຫຼຊຸ ແລະດິນເຈື່ອນຢູ່ 22 ບ້ານເຮັດໃຫ້ໂຮງຮຽນ 15 ແຫ່ງ ເນື້ອທີ່ນາ 13 ພັນເຮັກຕາໄດ້ຮັບຜົນກະທົບ.

ປັດຈຸບັນເຈົ້າໜ້າທີ່ເມືອງໄດ້ຕຽມເຮືອຈັກຂນາດໃຫຍ່ 5 ລຳເພື່ອຊ່ວຍຂົນສົ່ງຊາວບ້ານແລ້ວ, ແລະ ຫ້ອງການຊັພຍາກອນທັມມະຊາດ ແລະ ສິ່ງແວດລ້ອມ ໄດ້ແຈ້ງເຕືອນຊາວບ້ານໃຫ້ ໄດ້ຮັບຮູ້. ເຈົ້າໜ້າທີ່ກ່ຽວຂ້ອງ ແຂວງສວັນນະເຂດ ໄດ້ກ່າວວ່າ:

"ເຮືອກໍເຮືອຂອງເມືອງ ຊິມີເຮືອຢູ່ ທີ່ໃຊ້ການໄດ້ ກໍມີແຕ່ 5 ລຳ ກໍກຳລັງເຊັກເຄື່ອງຈັກ ເຄື່ອງມະຫຍັງຕ່າງໆ ກໍກຽມ."

ຊາວບ້ານ 80 ຄອບຄົວ ຢູ່ບ້ານເມືອງລຽດ ເມືອງວຽງໄຊ ແຂວງຫົວພັນ ໄດ້ພາກັນເຮັດຝາຍກັ້ນນ້ຳ ມີຄວາມສູງ 1.5 ແມັດຍ້ອນວ່າ ປີທີ່ ຜ່ານມາ ເກີດມີນ້ຳປ່າໄຫລຊຸ ຖ້ວມນາເຂົ້າເຈົ້າ ເສັຫຼຫາຍຫຼາຍ. ຊາວບ້ານເມືອງລຽດ ໄດ້ກ່າວວ່າ:

"ເຂດເຮົານີ້ ບໍ່ຝົນ ຈຳນວນຕ້ອງໄດ້ພາກັນເຮັດຫັ້ນແຫຼະ ໄປຕາມທຳມະຊາດຫັ້ນແຫຼະ ເຂົາເຮັດຝາຍ ເຂົາເອີ້ນວ່າກັນນ້ຳຫັ້ນນ່າ ບໍ່ໃຫ້ນ້ຳ ຕົກໃສ່ນາ."

ຊາວບ້ານມົກແພງ ເມືອງປາກແບງ ແຂວງອຸດົມໄຊ ພາກັນມ້ຽນເຄື່ອງໃສ່ຣົດໃຫຍ່ ໄປຢູ່ເຂດບ້ານຈັດສັນໃໝ່ ຢູ່ເມືອງຮຸນແຂວງອຸດົມໄຊ ຫລັງຈາກທີ່ເກີດນ້ຳຖ້ວມ ແລະ ດິນເຈື່ອນ ຕາມແຄມນ້ຳແບງ. ຊາວບ້ານມົກແພງ ໄດ້ກ່າວວ່າ:

"ກໍ ກຳລັງມ້ຽນດຽວນີ້ແຫຼະ ກຳລັງມ້ຽນເດືອນ 7 ນີ້ແຫຼະ ເຄື່ອງມະໂຍະມະຍະ ກໍເກັບໄວ້ ເຂົາເຈົ້າເອົາຣົດໃຫຍ່ມາຮັບເຄື່ອງ ແບບວ່າຟ້າ ຫັ້ນຄືຊິມາ ແຕ່ສຸດທ້າຍກໍມາແບບວ່າ ຝົນຫັ້ນໄປ ທາງໃດ ກໍບໍ່ຮູ້ແຫຼະ."

ຍານາງກ່າວຕື່ມວ່າ ສ່ວນເຮືອນ ກໍຈະໄດ້ປະໄວ້ ຖ້າເກີດເຫດນ້ຳຖ້ວມດິນເຈື່ອນ ອີກເທື່ອນນຶ່ງ ຍ້ອນວ່າປີກາຍກໍເຮັດແນວນີ້ ຈົນວ່ານ້ຳລົງ ລາວ ກໍຈະກັບໄປເຮືອນ ເພື່ອເຮັດໄຮ່ ລ້ຽງສັດ ແລະ ຫາເຄື່ອງປ່າຂອງດົງ ຄືເກົ່າ.

ຜ່ານມາຢູ່ແຂວງຫົວພັນ ເກີດເຫດນ້ຳຖ້ວມ ນ້ຳປ່າໄຫລຊຸ ແລະ ດິນເຈື່ອນໜັກທີ່ສຸດໃນຮອບ 50 ປີ ໃຫ້ເຮັດຊັບສິນ, ເນື້ອທີ່ການຜລິດ, ສັດລ້ຽງ, ເສັ້ນທາງ, ໄຟຟ້າ, ໂທລະສັບຂອງ ປະຊາຊົນ 18 ບ້ານໄດ້ຮັບຄວາມເສັຽຫາຍ, ເຈົ້າໜ້າທີ່ກ່ຽວຂ້ອງແຂວງຫົວພັນ ໄດ້ກ່າວວ່າ ປັດຈຸບັນ ກຳລັງມີການກະກຽມ ອົພຍົບປະຊາຊົນ ຖ້າວ່າເກີດເຫດການດັ່ງກ່າວອີກ.

"ສ່ວນຫຼາຍກໍເປັນເຄື່ອງນຸ່ງຫົ່ມ ສິ່ງປຸກສ້າງໜ້ອຍນຶ່ງ ສ່ວນດ້ານກຳລັງ ກະບໍ່ມີບັນຫາຂໍພຽງໃຫ້ມັນເກີດ ພວກເຮົາກໍສາມາດ ຕັ້ງເວລາໃດ ກໍໄດ້ເລີຍ ວ່າຊັ້ນສາ ມີແຕ່ແຈ້ງແນວນັ້ນດອກ ມີແຕ່ວ່າ ເກີດເຫດສຸກເສີນ ໃຫ້ຊາວບ້ານເປັນເຈົ້າການ ຊ່ວຍເຫລືອກັນ ນຳສິ່ງຂອງໄປໄວ້ ບ່ອນສູງ ອົພຍົບຄົນອອກ."

ກົມອຸຕຸນິຍົມ ແລະອຸທຸກກະສາດ ໄດ້ອອກແຈ້ງເຕືອນວ່າໃນວັນທີ 1-5 ກໍຣະກະດາທຸກພາກຂອງປະເທດ ຈະມີຝົນຕົກໜັກ ແລະໄດ້ແຈ້ງໃຫ້ ປະຊາຊົນຂົນເຄື່ອງໄວ້ບ່ອນສູງ ຍ້ອນວ່າອາດຈະເກີດນ້ຳຖ້ວມ ແລະດິນເຈື່ອນ. ເຈົ້າໜ້າທີ່ກົມອຸຕຸນິຍົມ ແລະອຸທຸກກະສາດໄດ້ກ່າວວ່າ:

"ກໍສ່ວນຫຼາຍ ພວກເຮົາກໍໃຫ້ເພິ່ນຂົນເຄື່ອງໄວ້ບ່ອນສູງ ຫັ້ນແຫຼະເຈົ້າ ກັນນ້ຳປ່າໄຫຼຫຼາກ ຫັ້ນນ່າ ເຮົາກັນໄວ້ເນາະ ກັນໄວ້ດີກ່ວາເຮົາຊິເອົາ ບໍ່ທັນຫັ້ນນ່າ."

ໃນວັນທີ 1 ກໍຣະກະດາ ຜ່ານມາ ກໍເກີດຝົນຕົກໜັກ ນ້ຳປ່າໄຫຼຊຸແຮງ ຢູ່ເມືອງວັງວຽງ ແຂວງວຽງຈັນ ເຮັດໃຫ້ລະດັບນ້ຳຊອງ ເພີ່ມຂຶ້ນຢ່າງ ວ່ອງໄວ ແຕ່ບໍ່ມີຣາຍງານ ຄວາມເສັຍຫາຍ. ນອກຈາກນີ້ ເກີດຕາຝັ່ງເຈື່ອນ ຢູ່ເມືອງປາກເຊ ແຂວງຈຳປາສັກ.

ອີງຕາມການແຈ້ງເຕືອນ ຂອງກົມອຸຕຸນິຍົມ ແລະອຸທຸກກະສາດ ວັນທີ 2 ກໍຣະກະດາ, ຢູ່ ແຂວງບໍຣິຄຳໄຊ, ແຂວງຄຳມ່ວນ, ສວັນນະເຂດ, ສາລະວັນ, ຈຳປາສັກ, ເຊກອງ ແລະ ອັດຕະປື ຈະມີຜົນຕົກ ລະດັບຄ່ອຍ ຫາປານກາງ ເປັນບໍລິເວນກວ້າງ ແລະ ຕົກໜັກ ຢູ່ບາງທ້ອງຖິ່ນ ທີ່ຈະເຮັດໃຫ້ນ້ຳຖ້ວມອັ່ງ ແລະ ຂໍໃຫ້ປະຊາຊົນ ຕິດຕາມຂ່າວຈາກກົມ ໃນ 1-3 ມື້ຕໍ່ໜ້າ.