ສ້າງທາງດ່ວນ ສ້າງບັນຫາ ການສັນຈອນ

ສ່ວນນຶ່ງໃນເຂດການກໍ່ສ້າງ ທາງດ່ວນ ວຽງວັງ-ນະຄອນຫຼວງວຽງຈັນ
ສ່ວນນຶ່ງໃນເຂດການກໍ່ສ້າງ ທາງດ່ວນ ວຽງວັງ-ນະຄອນຫຼວງວຽງຈັນ (ນັກຂ່າວພົລເມືອງ)

0:00 / 0:00

ການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ວັງວຽງ ຢູ່ຫຼັກກິໂລແມັດທີ 50 ເຮັດໃຫ້ເສັ້ນທາງ ທີ່ຢູ່ໃກ້ເຂດກໍ່ສ້າງເປັນຂີ້ຕົມ ສ້າງຄວາມ ຫຍຸ້ງຍາກໃຫ້ປະຊາຊົນໃນການໃຊ້ຖນົນ.

ບໍຣິສັດເຈົ້າຂອງໂຄງການທາງດ່ວນ ໄດ້ຂຸດທາງຢູ່ກ້ອງທາງດ່ວນ ເພື່ອໃຫ້ຣົດສາມາດແລ່ນຜ່ານໄປ, ແຕ່ບໍ່ມີການສ້ອມແປງຄືນ ແລະບໍ່ມີ ຮ່ອງຣະບາຍນ້ຳ. ດັ່ງນັ້ນ, ເວລາຝົນຕົກນ້ຳຖ້ວມກໍຂັງເຮັດ ໃຫ້ປະຊາຊົນຫຼາຍບ້ານ ທີ່ທຽວເສັ້ນທາງ ທີ່ຢູ່ກ້ອງທາງດ່ວນ ໄດ້ຮັບຄວາມ ລຳບາກໃນການໄປມາ. ຊາວບ້ານໝອງປຸ່ງ ເມືອງໂພນໂຮງ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 19 ມິຖຸນາ ວ່າ:

"ເສັ້ນທາງຣົດດ່ວນຫັ້ນລະແມ່ນ ເຂົາເຈົ້າຢາກໄດ້ທາງຫລັງຄາມັນສູງ ແລ້ວກໍຈົກລົງ ບາດນີ້ ມັນເປັນທາງມັນຫລຸບຫັ້ນນ່າ ແລ້ວນ້ຳຫົ້ງຫັ້ນ ບາດນີ້ລະຣົດຈັກນີ້ ແມ່ນຖືວ່າ ໄປນີ້ ຄັນວ່າ ຜູ້ບໍ່ຊຳນານແທ້ ກໍລົ້ມ ເຂົາເຈົ້າໄປຕລາດວານນີ້ ກໍລົ້ມ ປານນັ້ນຣົດໃຫຍ່ ກໍເກືອບຢຽບກັນ ຫັ້ນແຫຼະ ເພາະວ່າຣົດຕັດໜ້າເຂົາເຈົ້າ ຫລາຍຄັນເດ້ ບໍ່ແມ່ນດ້າມຄັນ ເປັນ10 ກວ່າຄັນ ເຈັບທີ່ໄດ້ເຂົ້າໂຮງໝໍແທ້, ບໍ່ມີ, ມີແຕ່ວ່າເຖີກ ທັມມະດານີ້ແຫລະ."

ທ່ານກ່າວຕື່ມວ່າ ຢາກໃຫ້ບໍຣິສັດຮັບເໝົາກໍ່ສ້າງ ທາງດ່ວນນີ້ ສ້າງທາງເປັນທາງເປຕົງ ເພື່ອບໍ່ໃຫ້ຊາວບ້ານ ແລະ ນັກຮຽນໄດ້ຮັບບາດເຈັບ ເພີ່ມອີກ.

ຜູ້ຮັບເໝົາທາງດ່ວນ ໄດ້ຂຸດທາງທີ່ຢູ່ກ້ອງທາງດ່ວນໃຫ້ຕ່ຳລົງ ຈາກພື້ນດິນ ແລະ ໃນເວລາຝົນຕົກ ນ້ຳກໍໄຫລລົງບ່ອນຫລຸບ ເຮັດໃຫ້ເສັ້ນ ທາງທີ່ຢູ່ກ້ອງທາງດ່ວນ ກາຍເປັນຂີ້ຕົມ. ຊາວບ້ານໂພນຄ້ອງ ເມືອງໂພນໂຮງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ທາງດ່ວນຫຍຸ້ງຍາກ ຍ້ອນວ່າ ທາງເດີມ ທາງແຕ່ກີ້ ຫັ້ນນາ ມັນກໍໄປມາສະດວກແລ້ວບາດເຂົາມາເຮັດ ເຂົາມາເຮັດຕ່ຳກ່ວາທາງເດີມ ບາດນີ້ ນ້ຳມັນອັ່ງ ຢາກໃຫ້ລົງຕິດແທດ ກັບປະຊາຊົນ."

ນັກຮຽນ ແລະປະຊາຊົນ ກໍໄດ້ຮັບຜົນກະທົບ ເຊັ່ນດຽວກັນ ຊຶ່ງບາງຄັ້ງ ຣົດກໍເກີດອຸບັດຕິເຫດ, ຊາວບ້ານແຈ້ງສະຫວ່າງເມືອງໂພນໂຮງ ແຂວງວຽງຈັນ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:

"ໂອ້ ທາງຣົດດ່ວນເຮົາ ບ່ອນຮ່ອງຣະບາຍນ້ຳ ທີ່ເຂົາເຈົ້າເຮັດຂົວຂ້າມເປັນທາງ ໃຫ້ໄດ້ລອດ ລອດແລ້ວເຂົາເຈົ້າຂຸດດິນລົງເນາະບາດນີ້ ຝົນຕົກມາແລ້ວການຣະບາຍນ້ຳ ມັນບໍ່ອອກຫັ້ນນະ ການໄປການມາຂອງນັກຮຽນເນາະ ກັບພໍ່ແມ່ປະຊາຊົນ ສ່ວນຣົດຈັກມັນແຮງນະ ທາງມັນມື່ນເນາະ ເຂົາເຈົ້າເຈືອກ ມັນລົ້ມຫັ້ນນະ ມັນມື່ນເດ້ ກໍມີຜູ້ຂາເນົ່າຂາດ ຟອກຊ້ຳ ມິຫຍັງກໍມີເດ້ ຍ້ອນທາງຣົດ ດ່ວນກໍຢາກໃຫ້ ພາກສ່ວນກ່ຽວຂ້ອງ ເຂົ້າມາແກ້ໄຂ ບໍ່ໃຫ້ນ້ຳອັ່ງ ເອົາຫີນເອົາຫຍັງໄປໃສ່ກໍພໍ."

ເອເຊັຽເສຣີ ໄດ້ຕິດຕໍ່ຫາ ບໍຣິສັດກໍ່ສ້າງແຂວງຢູນານ ຈຳກັດ ຜູ້ຮັບຜິດຊອບໂຄງການ ກໍ່ສ້າງທາງດ່ວນ ເພື່ອຖາມຂໍ້ມູນເລື່ອງນີ້, ແຕ່ບໍ່ ສາມາດຕິດຕໍ່ຫາ ບໍຣິສັດໄດ້. ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ ບໍຣິສັດຈະລົງມາແກ້ໄຂ ດ້ວຍການເທເບຕົງ:

"ພວກທາງບໍຣິສັດຂອງຈີນ ເຂົາເຈົ້າແກ້ຢູ່ເດ້ ເຂົາເຈົ້າເບິ່ງແດດອອກແລ້ວ ເຂົາເຈົ້າຊິເອົາດິນ ເອົາຫີນໄປໃສ່ ເຂົາເຈົ້າຊິເທເບຕົງເລີຍ ຮັບປະກັນ ຮັບປະກັນແດດ ອອກສອງມື້ ເຂົາເຈົ້າລົງມືເລີຍໂລດ ອົດທົນ ອົດທົນ ອົດທົນ."

ປັດຈຸບັນ ໂຄງການກໍ່ສ້າງທາງດ່ວນ ນະຄອນຫລວງວຽງຈັນ-ວັງວຽງ ມີຄວາມຄືບໜ້າປະມານ 70 ເປີເຊັນ ແລະ ກຳນົດເວລາສຳເຣັດ ການກໍ່ສ້າງໃນວັນທີ 2 ທັນວາ 2020, ມີຄວາມຍາວປະມານ 100 ກິໂລແມັດ, ມູນຄ່າການລົງທຶນ 1.2 ຕື້ ໂດລາ ລົງທຶນ ໂດຍບໍຣິສັດ ກໍ່ສ້າງແຂວງຢູນານ ຈຳກັດຈາກປະເທດຈີນ ແລະ ມີອາຍຸການສຳປະທານ 50 ປີ ອີງຕາມຂໍ້ມູນ ຈາກເຈົ້າໜ້າທີ່ ໂຄງການ ດັ່ງກ່າວ.