ເຂື່ອນຊະນະຄາມ ທາງການໄທຍ ເປັນຫ່ວງຜົລກະທົບ

ແມ່ນ້ຳຂອງ ພວມກາຍເປັນແມ່ນ້ຳ ທີ່ຈະມີເຂື່ອນໄຟຟ້າ ພະລັງງານນ້ຳ ຖືກສ້າງໃສ່ ຢ່າງຫຼວງຫຼາຍ ໃນອະນາຄົດ. ຮູບຖ່າຍເມື່ອ ເດືອນກໍຣະກະດາ 2020 ຈາກແຂວງໜອງຄາຍ ປະເທດໄທຍ
ແມ່ນ້ຳຂອງ ພວມກາຍເປັນແມ່ນ້ຳ ທີ່ຈະມີເຂື່ອນໄຟຟ້າ ພະລັງງານນ້ຳ ຖືກສ້າງໃສ່ ຢ່າງຫຼວງຫຼາຍ ໃນອະນາຄົດ. ຮູບຖ່າຍເມື່ອ ເດືອນກໍຣະກະດາ 2020 ຈາກແຂວງໜອງຄາຍ ປະເທດໄທຍ (RFA/PV)

0:00 / 0:00

ໂຄງ​ການ ​ເຂື່ອນຊະ​ນະ​ຄາມ ​ຂອງ​ນັກ​ລົງ​ທຶນ​ຈີນ ທີ່​ຈະ​ສ້າງ​ໃສ່​ແມ່​ນ້ຳ​ຂອງ​ ຢູ່​ເຂດເມືອງ​ຊະ​ນະ​ຄາມ ແຂວງວຽງ​ຈັນ ບໍ່​ໄດ້​ເນັ້ນ​ໃສ່ ​ເຣື່ອງ​ການ​ຂາຍ​ໄຟ​ຟ້າ, ແຕ່​ມີ​ຜົລ​ປ​ໂຍດ ​ທາງ​ດ້ານ​ທຸ​ຣະ​ກິຈກໍ່​ສ້າງ ຢູ່​ເບື້ອງ​ຫຼັງ.

ທ່ານ ວິ​ທູນ ເພີ່ມ​ພົງສາ​ຈ​ເຣີນ, ຜູ້​ອຳ​ນວຍ​ການ ​ໂຄງ​ການ​ພະ​ລັງ​ງານ ​ເພື່ອ​ນິ​ເວດວິ​ທ​ຍາ ​ເຂດ​ລຸ່ມ​ແມ່​ນ້ຳ​ຂອງ ໄດ້​ກ່າວ​ຕໍ່​ເອ​ເຊັຽ​ເສ​ຣີ ວ່າ:

"ຜູ້ ລົງ ທຶນ ຈີນ ບໍ່ ສົນ ໃຈ ວ່າ ມີຄວາມ ຕ້ອງ ການ ໄຟ ຟ້າ ຫຼືບໍ່, ຂໍ ແຕ່ໃຫ້ ມີ ງານກໍ່ ສ້າງ ໃຫ້ ບໍ ຣິ ສັດຕົວ ເອງ ສາມ າດ ເຮັດ ​​ ທຸ ​ຣ ກິຈ ກໍ່ ສ້າງ ໄດ້ ກໍ ເຮັດ ເຂື່ອນ ເລີຍ. ແລ້ວ ໄປ ຫາ ​ລ າດ ຂາຍ ໄຟ ຟ້າ ເອົາ ພາຍ ​ຫຼັງ ."

ເຂື່ອນ​ດັ່ງ​ກ່າວ ບໍ່​ສາ​ມາດ​ສົ່ງ​ໄຟ​ຟ້າ ​ໄປ​ຂາຍ​ຢູ່​ຈີນ​ໄດ້ ເພາະ​ວ່າ ຣະ​ບົບ​ສາຍ​ສົ່ງ ບໍ່​ມີ​ຄວາມ​ພ້ອມ, ດັ່ງ​ ທ່ານ ວິ​ທູນ ກ່າວ​ຕື່ມ​ອີກວ່າ:

"ຜູ້ ລົງ ທຶນ ຈີນ ມີ ເງິນ ຈຶ່ງ ດຳ ເນີນ ການ ໄປ ເລື້ອຍໆ, ໂດຍ ທີ່ບໍ່ ຈຳ ເປັນ ຈະ ຕ້ອງ ​ເຣີ່ມ ຕົ້ນ ຈາກ ການ ເຊັນ ສັນ ຍາ ຊື້ ຂາຍ ໄຟ, ເຊິ່ງ ອັນ ນີ້ ຍິ່ງບໍ່ ມີ ຄວາມຈະ ແຈ້ງ ເພາະ ວ່າ ການ ສົ່ງ ໄຟ ຟ້າ ໄປ ຂາຍ ຢູ່ ປະ ເທດ ຈີນ ເປັນ ໄປ ບໍ່ ໄດ້ ເພາະ ວ່າ ບົບ ສາຍ ສົ່ງ ບໍ່ ມີ ຄວາມ ພ້ອມ ."

ນັກ​ວິ​ຊາ​ການ​ລາວ ບໍ່​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ນັກ​ລົງ​ທຶນ​ຈີນ ຈະ​ໃສ່​ໃຈ​ເຣື່ອງ ​ຜົລ​ກະ​ທົບ​ ຕໍ່​ສິ່ງ​ແວດ​ລ້ອມ. ຊ່ຽວ​ຊານ​ລາວ ທີ່​ເຮັດ​ວຽກ ເຣື່ອງ​ການ​ວິ​ຈັຍ​ປາ ແລະ ສິ່ງ​ແວດ​ລ້ອມ ເຄີຍ​ກ່າວ​ຕໍ່ ​ເອ​ເຊັຽ​ເສ​ຣີວ່າ:

"ກະ​ທົບ​ແທ້ໆ ມັນ​ຊິ​ກະ​ທົບ​ຫັ້ນ​ແຫຼະ ຈີນ ກະ​ຄື​ດັ່ງ​ທີ່​ຮູ້ຫັ້ນ​ແຫຼະ ມັນຢາກ​ເຮັດ​ແນວ​ໃດ ​ກະ​ໄດ້​ຫັ້ນ​ແຫຼະ. ມັນ​ກະ​ວ່າ ມັນ​ເຮັດ​ຕາມ​ມາຕຖານ ​ຂອງ​ສິ່ງ​ແວດ​ລ້ອມ​ໂລກ​ຢູ່, ຫາກ​ແຕ່​ວ່າ ບາງ​ເທື່ອ ມັນ​ກະ​ບໍ່​ໄດ້​ສົນ ມັນ​ເອົາ​ເງິນ ​ໃຫ້​ຣັ​ຖ​ບານ​ລາວ ​ໄປທົດ​ແທນ​ ສິ່ງ​ແວດ​ລ້ອມ​ເບາະ ຄື​ວ່າ ມັນ​ກະ​ອັນ​ນັ້ນ​ເອງ ລະ​ມັນ​ກະ ​ອັນ​ນັ້ນ​ເລີຍ ບໍ່​ສົນ​ນ່າ. ​ໃຫ້​ຄົນ​ລາວ ​ແກ້​ອັນ​ເອງ​ນ່າ ກັບ​ປະ​ຊາ​ຊົນ ມັນ​ເຮັດ​ແບບ​ນັ້ນ​ໄດ໋."

ຈຸດ​ທີ​ຕັ້ງ​ຂອງ​ເຂື່ອນ ຫ່າງ​ຈາກ​ ເມືອງ​ຊະ​ນະ​ຄາມ ​ແຂວງວຽງ​ຈັນຂຶ້ນ​ໄປ​ 25 ກິ​ໂລ​ແມັຕ ແລະ ຫ່າງ​ຈາກຊາຍ​ແດນ ​ປະ​ເທດ​ໄທຍ ພຽງ​ແຕ່ 2 ກິ​ໂລ​ແມັຕເທົ່າ​ນັ້ນ. ທາງ​ການ​ປະ​ເທດ​ໄທຍ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່​ວງ ​ກ່ຽວ​ກັບ ​ບັນ​ຫາ​ຜົລກ​ະ​ທົບ ​ຂ້າມ​ຊາຍແດນ ຈາກ​ເຂື່ອນ​ດັ່ງ​ກ່າວ.

ສຳ​ນັກ​ຂ່າວ​ Thai PBS ໄດ້​ຣາຍ​ງານ ​ໃນ​ວັນ​ທີ 3 ສິງ​ຫາ ວ່າ ຣັ​ຖ​ບານ​ໄທຍ ມີ​ຄວາມ​​ຫ່ວງໃຍ ​ຕໍ່​ຜົລ​ກະ​ທົບ ໃນ​ດ້ານ​ຕ່າງໆ [ຈາກ​ເຂື່ອນ​ຊະ​ນະ​ຄາມ] ທີ່​ອາຈ​ເກີດ​ຂຶ້ນ​ ໃນ​ອະ​ນາ​ຄົດ ເນື່ອງ​ຈາກ ທີ່​ຕັ້ງ​ຂອງ​ເຂື່ອນ ຊະ​ນະ​ຄາມ ຢູ່​ໃກ້​ຊາຍ​ແດນ​ໄທ​ຍຫຼາຍ ຄື​ມີ​ໄລ​ຍະ​ຫ່າງ ​ພຽງ​ແຕ່ 2 ກິ​ໂລ​ເມັຕ.

ສຳ​ນັກ​ຂ່າວ​ດັ່ງ​ກ່າວ ອ້າງ​ຄຳ​ເວົ້າ​ຂອງ ພົລ​ເອກ ປະ​ວິດ ວົງ​ສຸ​ວັນ, ຮອງ​ນາ​ຍົກ​ຣັ​ຖ​ມົນ​ຕຣີ ຝ່າຍ​ຄວາມ​ໝັ້ນ​ຄົງ ຂອງ​ໄທຍ ວ່າ ຈະ​ມີ​ການ​ ພິ​ຈາ​ຣະ​ນາ ​ຄວາມ​ເໝາ​ະ​ສົມອີກ​ຄັ້ງ ເພື່ອ​ໃຫ້​ເກີດ ​ຄວາມ​ຄອບ​ຄຸມ ໃຫ້​ຫຼາຍ​ຂຶ້ນ, ໂດຍ​ຈະ​ມີ ​ການ​ເຊີນ​ຜູ້​ແທນ ປະ​ເທດ​ລາວ ເພື່ອ​ມາ​ໃຫ້​ຂໍ້​ມູນ ແລະ ຕອບ​ຄຳ​ຖາມ ​ພາກ​ປະ​ຊາ​ຊົນ.

ເຂື່ອນ​ຊະ​ນະຄາມ ເປັນ​ຂອງບໍ​ຣິ​ສັດ ພະ​ລັງ​ງານ​ໄຟ​ຟ້າ​ນ້ຳຕົກ ຕ້າ​ຖາງລາວ ຊະ​ນະ​ຄາມ ຈຳ​ກັດ ທີ່ມີກຳ​ລັງ​ການ​ຜ​ລິຕ 684 ເມ​ກະ​ວັຕ. ມີມູລຄ່າປະ​ມານ 2 ຕື້​ໂດ​ລ້າຣ, ຈະສົ່ງ​ຜົລກະ​ທົບ ​ຕໍ່​ປະ​ຊາ​ຊົນ ຢູ່​ແຂວງວຽງ​ຈັນ ແລະ ແຂວງ​ໄຊ​ຍະ​ບູ​ຣີ ເກືອບ 3,000 ຄົນ.

ໂຄງ​ການ​ ເຂື່ອນ​ຊະ​ນະ​ຄາມ ໄດ້​ເຣີ່ມ​ຂະ​ບວນ​ການ​ ເປິກ​ສາ​ຫາ​ລື ​ກ່ອນ​ລ່ວງ​ໜ້າ ນັບ​ແຕ່​ວັນ​ທີ 30 ກໍ​ຣະ​ກະ​ດາ ໄປ​ເປັນ​ເວ​ລາ 6 ເດືອນ.