ຊາວບ້ານກັງວົນການລ່າ ສັດນ້ຳ ສັດປ່າ
2020.06.12
ຊາວບ້ານ ບ້ານປາກນ້ຳຫລ້າ ເມືອງຫຼວງນ້ຳທາ ແຂວງຫຼວງນ້ຳທາ ເປັນຫ່ວງນຳສັດນ້ຳ ແລະສັດປ່າ ຍ້ອນວ່າມີປະຊາຊົນ ແລະເຈົ້າໜ້າທີ່ ຈຳນວນນຶ່ງ ຍັງຫາປາດ້ວຍການເອົາໄຟຟ້າຊອດ ແລະເອົາປືນໄປ ຍິງນົກນາໆຊນິດ ພ້ອມທັງຈູດປ່າເອົານ້ຳເຜິ້ງ ຊາວບບ້ານປາກນ້ຳຫຼ້າ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 10 ມິຖຸນາ ວ່າ:
"ເອີ ຫ່ວງໂອ້ ຫ່ວງແທ້ແຫລະໂຕຈິງນີ້ ມີຄົນທີ່ມາຊ໋ອດປາກໍມີ ແລ້ວກໍເອົາປືນໄປເລາະຍິງສັດປ່າ ກໍມີໄດ໋ ໂອ້ອັນຕະລາຍ ໄຟກໍລາມອີກນາ ພະນັກງານທະຫານຕຳຣວດ ກໍຍັງເຮັເນ່ ບໍ່ເຫລືອວ່າ ແມ່ນປະຊາຊົນ ທີ່ເຮັດນ່າ. ເຮົາຢາກໄດ້ບ່ອນໜັກສຸດເຂັດຫຼາບ ບໍ່ສາມາດຕຳເນີນຕໍ່ ໄປໄດ້ນະ."
ຊາວບບ້ານຮຽກຮ້ອງໃຫ້ພາກສ່ວນກ່ຽວຂ້ອງ ປັບໃໝ ແລະ ໂທດໜັກຜູ້ກະທຳຜິດ ໃຫ້ເຂັດຫຼາບ ຍ້ອນວ່າທີ່ຜ່ານມາຜູ້ກະທຳຜິດ ຖືກປັບໃໝ ແຕ່ 5 ແສນ ກີບ ຫາ 25 ລ້ານ ກີບ ກໍຍັງກັບຄືໄປລ່າສັດຄືເກົ່າ.
ກົດໝາຍວ່າດ້ວຍສັດນ້ຳ ແລະສັດປ່າ ມາດຕຣາ 70 ແລະ 71 ໄດ້ລະບຸວ່າ ຜູ້ກະທຳຜິດຈະຖືກລົງໂທດ ຕັດອິສຣະພາບ ແຕ່ 3 ເດືອນ ຫາ 5 ປີ ແລ້ວແຕ່ກໍຣະນີ ແລະຈະຖືກປັບໃໝ ຖ້າກໍ່ຄວາມເສັຽຫາຍ ທີ່ມີມູນຄ່າແຕ່ 2 ແສນກີບ ຂຶ້ນໄປ ເຈົ້າໜ້າທີ່ກ່ຽວຂ້ອງແຂວງຫຼວງນ້ຳທາ ໄດ້ກ່າວວ່າ:
"ແນ່ນອນແຫຼະ ເຂົາເຈົ້າຜູ້ລ່ວງລະເມີດ ຜູ້ລະເມີດ ກໍຍັງມີຫຼາຍຢູ່ແມ່ນແລ້ວ ສຳລັບຢູ່ຫຼວງນ້ຳທາ ມີນຳກັນ 7 ຈຸດ ເຂົາເຈົ້າແຕ່ງຕັ້ງກັນ ຄຸ້ມຄອງ ເຄື່ອນໄຫວ ກົດໝາຍຫັ້ນພຽງພໍແລ້ວ ຮັດກຸມແລ້ວ."
ບັນດາຮ້ານ ອາຫານ ຢູ່ ເມືອງປາກອູ ແຂວງຫລວງພະບາງ ໃຫ້ປະຊາຊົນທີ່ທຸກຍາກໄປເອົາໄຟຟ້າຊ໊ອດ ແລະ ລະເບີດ ເອົາປາໃນແມ່ນ້ຳ, ແລະ ລ່າສັດເປັນຕົ້ນແມ່ນ ເຕົ່າ ລິ່ນ ແລະ ເໝັ້ນ. ນັກສຶກສາ ປີທີ 3 ຢູ່ ຄະນະວິທຍາສາດ ສິ່ງແວດລ້ອມ ແລະ ການພັທນາ ມະຫາ ວິທຍາໄລ ແຫ່ງຊາດ ໄດ້ກ່າວວ່າ:
"ນັກທຸຣະກິດນີ້ແຫລະ ຫາກິນແບບນຳທັມມະຊາດ ຍົວະໃຫ້ປະຊາຊົນເອົາສັດມາຂາຍ, ເອົາເຂົ້າຮ້ານອາຫານ ເຈັບໃຈ ແລະ ອີ່ຕົນສັດກໍ ປານນັ້ນ ທີ່ຖືກທຳລາຍ ກໍເຮັດຫຍັງຫລາຍບໍ່ໄດ້ ຂັ້ນເມືອງ ຂັ້ນຫຍັງ ບໍ່ໄດ້ຕິດຕາມ ບໍ່ໄດ້ເອົາໃຈໃສ່ແທ້ ກໍມີແຕ່ປະກາດຊື່ໆ ມັນບໍ່ໄດ້."
ແຕ່ເຈົ້າໜ້າທີ່ກ່ຽວຂ້ອງ ເມືອງປາກອູ ແຂວງຫລວງພະບາງ ເວົ້າວ່າ ບໍ່ພົບເຫັນການລ່າສັດນ້ຳສັດປ່າ ແບບດັບສູນ ຍ້ອນວ່າ ເຈົ້າໜ້າທີ່ໄດ້ ປັບໃໝ ຢ່າງໜ້ອຍ 10 ລ້ານກີບ:
"ຖືວ່າເມືອງເຮົານີ້ແທ້ ບໍ່ມີບັນຫາຫຍັງເນາະ ເພາະວ່າແຕ່ລະປີນີ້ ພວກເຮົາໄດ້ຂໍ້ກຳໜົດກ່ຽວກັບ ການຫ້າມລ່າສັດ ທີ່ວ່າ ບໍ່ຖືກຕ້ອງຕາມ ລະບຽບ ຫລັກການ ແລະ ພວກເຮົາກໍໄດ້ຈັດງານ ວັນທີ 9 ຖືວ່າ ຕອນເຊົ້າ ພວກເຮົາໄດ້ປ່ອຍປາ [10 ພັນໂຕ] ລົງສູ່ແມ່ນ້ຳອູນີ້."
ຢູ່ແຂວງໄຊສົມບູນ ກໍມີການປະຕິບັດກົດໝາຍ ແລະ ການລົງໂທດ ຕໍ່ຜູ້ລ່າສັດປ່າ ແລະ ສັດນ້ຳ ຄັກແນ່ແລ້ວ, ແຕ່ກໍຍັງມີ ການລັກລອບ ລ່າສັດ ແບບດັບສູນຢູ່. ເຈົ້າໜ້າທີ່ກະສິກັມ ແລະປ່າໄມ້ ແຂວງໄຊສົມບຸນ ໄດ້ກ່າວວ່າ:
"ພວກເຮົາປະຕິບັດກົດໝາຍ ສະກັດກັ້ນລ່າເນື້ອສັດປ່າ ກໍເຮັດໄດ້ດີມາໄດ້ 3-4 ປີ ເປັນເມື່ອກ່ອນ ກໍມີເລັກມີນ້ອຍ ແຕ່ວ່າພວກເຮົາມາ ມາສະກັດກັ້ນ ກວດກາລາດຕະເວນ ປົກກະຕິ ຖືກວ່າ ບໍ່ພົບເຫັນແລ້ວ ເນາະ."
ການຈະເຮັດໃຫ້ຊາວບ້ານຢຸດເຊົາ ລ່າສັດ ຕ້ອງສົ່ງເສີມໃຫ້ເຂົາເຈົ້າ ມີອາຊີບທີ່ຖາວອນ, ນັກອະນຸຮັກ ສັດນ້ຳ-ສັດປ່າ ທີ່ ມີຫ້ອງການຢູ່ ນະຄອນຫລວງວຽງຈັນ ໄດ້ກ່າວວ່າ:
"ກໍສິ່ງທີ່ສຳຄັນແລ້ວ ສົ່ງເສີມ ການຊ່ວຍເຫລືອຂອງປະຊາຊົນນີ້ ນັບແຕ່ ອຳນາດການປົກຄອງທົ່ວໄປ ນາຍບ້ານບໍ່ ເຈົ້າເມືອງບໍ່ ຮ່ວມມື ສົ່ງເສີມ ໃຫ້ເຂົາເຈົ້າມີອາຊີບ ຄັນເຂົາເຈົ້າມີອາຊີບແລ້ວ ເຂົາເຈົ້າຊິບໍ່ ທຳລາຍສັດ."
ເຖິງວ່າປະເທດລາວ ໄດ້ເຂົ້າເປັນສະມາຊິກອະນຸສັນຍາ ວ່າດ້ວຍການຫ້າມຄ້າສັດປ່າ ແລະ ພັນພືດທີ່ໃກ້ສູນພັນ ຫຼື ສົນທິສັນຍາ CITES, ແຕ່ ການລ່າສັດນ້ຳ-ສັດປ່າ ທີ່ໃກ້ສູນພັນ ກໍຍັງມີຢູ່ຢ່າງແຜ່ຫຼາຍ.
ໃນປີນີ້ ຊາວບ້ານຢູ່ເຂດຊົນນະບົດ ຢູ່ແຂວງໄຊສົມບູນ, ແຂວງຫລວງພະບາງ ໄດ້ໄປກັນອອກໄປລ່າ ສັດນ້ຳ-ສັດປ່າ ແລະ ເກັບພືດຜັກ ທຳມະຊາດຫລາຍຂຶ້ນ ຍ້ອນບໍ່ມີວຽກເຮັດງານທຳ ອັນເປັນຜົນມາຈາກ ການລະບາດຂອງໂຄວິດ19, ແລະ ສະພາບດິນຟ້າອາກາດ ກໍບໍ່ ອຳນວຍ ເຮັດໃຫ້ເຂົາເຈົ້າ ບໍ່ສາມາດເຮັດການຜລິດກະສິກັມ ຕາມປົກກະຕິໄດ້.