ພັຍທັມຊາດຄຸກຄາມ ຊີວິດ ຊັບສິນເສັຽຫາຍ
2020.07.17

ພັຍແລ້ງ ແລະພັຍນໍ້າຖ້ວມ ເປັນພັຍທັມມະຊາດທີ່ເກີດຂຶ້ນໃນລາວ ຢ່າງຕໍ່ເນື່ອງອັນໄດ້ສ້າງຜົລກະທົບ ຕໍ່ການທໍາມາຫາກິນ ຂອງປະຊາຊົນ ໂດຍສະເພາະແມ່ນຊາວນາຊາວສວນ ເຊິ່ງເປັນອາຊີບສ່ວນໃຫຍ່ຂອງຄົນລາວ. ນອກຈາກນີ້ຜ່ານມາພັຍທັມມະຊາດທັງພະຍຸ, ແຜ່ນດິນໄຫວ, ໄຟໄໝ້ລາມປ່າ, ສັດຕຣູພືດຣະບາດ ຕ່າງກໍສ້າງຜົລເສັຍຫາຍ ຢ່າງໜັກໜ່ວງ.
ສະເພາະປີນີ້ພັຍແລ້ງ ກັບພັຍນໍ້າຖ້ວມ ແມ່ນເກີດຂຶ້ນຄຽງຄູ່ກັນ ດັ່ງເຫດການຫລ້າສຸດ ເມື່ອຕອນເຊົ້າຂອງວັນທີ 12 ກໍຣະກະດາ ເກີດເຫດ ນໍ້າຖ້ວມກະທັນຫັນ ຢູ່ເມືອງວຽງພູຄາ ແຂວງ ຫຼວງນໍ້າທາ. ໂດຍນໍ້າປ່າໄດ້ໄຫລລົງມາຢ່າງຮຸນແຮງ ແລະ ວ່ອງໄວ ບໍ່ພໍຊົ່ວໂມງນໍ້າກໍເຂົ້າ ຖ້ວມບ້ານທີ່ຢູ່ລຽບຕາມ ແຄມນໍ້າແອ່ງ ໃນນັ້ນເສັຍຫາຍໜັກກວ່າຫມູ່ ແມ່ນບ້ານນໍ້າແອ່ງ. ດັ່ງ ປະຊາຊົນທີ່ຢູ່ໃນເຫດການ ໄດ້ກ່າວຕໍ່ນັກຂ່າວ ເອເຊັຽເສຣີ ໃນວັນທີ 12 ກໍຣະກະດາ ວ່າ:
“ນໍ້າແອ່ງບ້ານນໍ້າແອ່ງຖ້ວມມື້ເຊົ້ານີ້ໜ່າ ກຳລັງມານໍ້າກຳລັງມາ ຖ້ວມໝົດບ້ານນໍ້າແອ່ງຫັ້ນນະ ຖ້ວມໝົດບ່ອນເຂື່ອນຖໍ້າເກົາເຫຼົາລົງໄປຫັ້ນ ນໍ້ານໍ້າແອ່ງກັບນໍ້າຈຸກ ໂອ ອອກຮູມາປ່ອງ ກັນດຽວນີ້ແຮງຫລາຍໂອນໍ້າແຕ່ກີ້ໜ້ອຍດຽວ”
ຕໍ່ກັບເຫດການນໍ້າຖ້ວມ ກະທັນຫັນທາງເຈົ້າໜ້າທີ່ ຫ້ອງການປົກຄອງເມືອງວຽງພູຄາ ໄດ້ກ່າວວ່າເບື້ອງຕົ້ນໄດ້ສົ່ງຫນ່ວຍງານສະເພາະກິຈ ລົງເກັບກໍາ ຜົລເສັຍຫາຍ ແລະມອບເຄື່ອງ ອຸປໂພກ-ບໍຣິໂພກ ໃຫ້ຄອບຄົວໄດ້ຮັບຜົລກະທົບ.
"ມີຝົນແຮງແລະເຮັດໃຫ້ນໍ້າຫ້ວຍໄຫລໂຮມເຂົ້າມາຊູ່ບ່ອນດຽວ ເຊິ່ງຖືກກະທົບຢູ່ຫລາຍບ້ານ ທັງບ້ານຫລາງ, ບ້ານນໍ້າລຸງ, ບ້ານຕະລອງ, ບ້ານນໍ້າໂອ ແລະ ໜັກທີ່ສຸດຢູ່ບ້ານນໍ້າແອ່ງຫັ້ນ
ເຮັດໃຫ້ນໍ້າໄຫລຖ້ວມເຂົ້າບ້ານ ອອກຈາກຕາຝັ່ງ ແລ້ວກໍເຂົ້າບ້ານ ປະຊາຊົນເຮັດໃຫ້ບ້ານ ເຮືອນຖືກເສັຍຫາຍ ເຮັດໃຫ້ຈຳນວນຖືກກະທົບ ທັງໝົດມີຢູ່ 46 ຄອບຄົວ ໃນນັ້ນກະທົບແຮງ ມີເຮືອນໄຫຼໄປສອງຫຫຼັງ, ສັດລ້ຽງ ໝູ ເປັດ ໄກ່ ງົວໄຫຼໄປກັບນໍ້າຈຳນວນນຶ່ງ ນອກຈາກ ນັ້ນຖືກກະທົບທັງ ເຄື່ອງໃຊ້ຂອງສອຍຂອງ ຄົວເຮືອນຫັ້ນ ອາການກິນເຂົ້າສານ ເຂົ້າເປືອກ ພາຫະນະຈຳນວນນຶ່ງ ໄຮ່ນາຮົ້ວສວນຣະບົບ ຊົລປະທານ ຈຳນວນນຶ່ງທີ່ຢູ່ລຽບຕາມລ່ອງນໍ້າຫັ້ນ."
ອີງຕາມການຣາຍງານຂອງ ຄະນະກັມມະການຄຸ້ມຄອງ ພັຍພິບັດຂັ້ນສູງກາງ ໃນວັນທີ 13 ກໍຣະກະດາ ຈາກການເກັບກຳຂໍ້ມູນ ເບື້ອງຕົ້ນ ເຮືອນຖືກນໍ້າຖ້ວມ 51 ຫລັງ ນໍ້າໄຫລເຊາະ ເຮືອນ 02 ຫລັງ, ເລົ້າເຂົ້າເສັຽຫາຍ 02 ຫລັງ, ຣົດໃຫຍ່ເສັຽຫາຍ 01 ຄັນ, ຣົດໄຖນາ 04 ຄັນ, ຣົດຈັກ 08 ຄັນ, ໂຮງສີເຂົ້າ 03 ເຄື່ອງ, ຈັກສູບນໍ້າ 10 ເຄື່ອງ, ເນື້ອທີ່ນາ ເສັຍຫາຍ 09 ເຮັກຕ້າ, ຊົລປະທານເປ່ເພ 01 ແຫ່ງ ແລະ ສັດລ້ຽງ ໂດຍຮວມມູນ ຄ່າການເສັຍຫາຍໃນເບື້ອງຕົ້ນປະມານ 01 ຕືີ້ກີບ.
ໃນຂນະທີ່ທາງພາກໃຕ້ ກັບເກີດພັຍແລ້ງໂດຍສະເພາະແມ່ນເມືອງຕຸ້ມລານ ແຂວງສາລະວັນ ໄດ້ມີຣາຍງານ ຈາກທາງການເມື່ອວັນທີ 12 ກໍຣະກະດາ ຜ່ານມາວ່າໄດ້ຮັບ ຜົລກະທົບ ຈາກພັຍແລ້ງຢ່າງຮຸນແຮງ ນາຂາດນໍ້າ, ມີບາງຄອບຄົວໄດ້ ພຽງແຕ່ຕົກກ້າ, ບາງຄອບຄົວກໍໄດ້ ແຕ່ດຳ ຝົນບໍ່ຕົກລົງມາ ນາທີ່ຕົກກ້າ ແລະ ດຳໄວ້ກໍແຫ້ງຕາຍ. ດັ່ງຊາວນາບ້ານດອນຊາດ ເມືອງຕຸ້ມລານ ແຂວງສາລະວັນ ໄດ້ກ່າວຕໍ່ ເອເຊັຽເສຣີ ໃນວັນທີ 13 ກໍຣະກະດາ ວ່າ:
"ຍັງຜູ້ບໍ່ທັນໄດ້ຕົກກ້າຍັງບໍ່ທັນຫວ່ານກ້າ ຍັງ 14 ຄອບຄົວ ແລ້ວວ່າຜູ້ໃດຕົກຕ້າແລ້ວຫຼາຍ ແຕ່ວ່າຜູ້ໃດດຳປະມານ 3-4 ຄອບຄົວ ແຕ່ວ່າ ດຳກາເປັນຈັ່ງຊັ້ນ ແຫລະ 3-4 ຄອບຄົວ ເປັນໝົດນ່າ ນໍ້າຫ້ວຍໝົດແລ້ວຜູ້ຕົກກ້າ ກໍແຫ້ງຕາຍໝົດແລ້ວ ຖືວ່າໄດ້ຮັບຄວາມເສັຍຫາຍ ໝົດທຸກຄົນແລ້ວ."
ການເຮັດນາປີນີ້ ທາງເຈົ້າໜ້າເມືອງຕຸ້ມລານ ແຂວງສາລະວັນ ໄດ້ຢັ້ງຢືນຕໍ່ນັກຂ່າວເອເຊັຽເສຣີວ່າ: ປີນີ້ນາທີ່ໄດ້ຮັບຜົລກະທົບມີທັງໝົດ 5,780 ເຮັກຕ້າ ໃນນັ້ນມີ 6,847 ຄອບຄົວຮວມ 37 ບ້ານ.
ທ່ານໄດ້ກ່າວຕື່ມວ່າປະຊາຊົນ ໃນເມືອງຕຸ້ມລານ ສ່ວນຫຼາຍແມ່ນປູກເຂົ້າກິນພາຍໃນຄອບຄົວ ແລະເມືອງຕຸ້ມລານກໍເປັນເມືອງນ້ອຍບໍ່ມີ ແມ່ນໍ້າໃຫຍ່ໄຫຼຜ່ານ ບໍ່ສາມາດສ້າງຊົລປະທານ ເພື່ອກັກເກັບນໍ້າໄວ້ໃຊ້. ຊາວນາເມືອງຕຸ້ມລານ ຈື່ງອາສັຍນໍ້າທັມມະຊາດ ມາຜລິດໃນ ຣະດູຝົນເທົ່ານັ້ນ.
ໃນຂນະທີ່ເມືອງສາລະວັນ ຕາມການໃຫ້ສັມພາດ ຂອງເຈົ້າໜ້າທີ່ກະສິກັມ ເມື່ອວັນທີ 14 ກໍຣະກະດາ ວ່າ ປີນີ້ທົ່ວເມືອງເຮັດນາປີ ທັງໝົດ 25 ພັນປາຍເຮັກຕ້າ ແຕ່ປັກກດຳໄດ້ພຽງ 53% ຍ້ອນພັຍແຫ້ງແລ້ງ ເຮັດໃຫ້ຕົ້ນກ້າຕາຍ ແລະ ບໍ່ຢູ່ໃນເຂດຊົລປະທານ. ແຕ່ຍັງມີ 54 ບ້ານ ທີ່ຢູ່ໃນເຂດຊົລປະທານ ຈຳນວນ 33 ໂຄງການ ເຊິ່ງການ ສນອງນໍ້າກໍຍັງບໍ່ພຽງພໍ.
ນອກຈາກປະເຊີນພັຍແລ້ວເມື່ອວັນທີ 21-22 ເມສາ 20 ຜ່ານມາ ເມືອງຕຸ້ມລານ ແຂວງສາລະວັນ ກໍໄດ້ຮັບຜົລກະທົບ ຈາກພະຍຸພັດເຂົ້າ ຖະລົ່ມ ຫລາຍບ້ານ ເຮືອນ166 ຫລັງຄາເຮືອນ ໄດ້ຮັບຄວາມເສັຍຫາຍ, ເລົ້າເຂົ້າ 44 ຫລັງ, ໄດ້ຮັບບາດເຈັບ 06 ຄົນ ແລະ ເສັຍຊີວິດ 01 ຄົນ.
ພັຍແລ້ງບໍ່ສະເພາະແຕ່ເກີດຂຶ້ນຢູ່ແຂວງສາລະວັນ ແຕ່ເມືອງອຸທຸມພອນ ແຂວງສວັນນະເຂດ, ກໍໄດ້ຮັບຜົລກະທົບ, ດັ່ງ ເຈົ້າໜ້າທີ່ ເມືອງ ອຸທຸມພອນ ແຂວງສວັນນະເຂດ ໄດ້ກ່າວວ່າ ຕອນນີ້ຕ້ອງຢຸດເຮັດນາຊົ່ວຄາວ ລໍຖ້າຝົນຕົກລົງມາໃສ່ນາ.
"ມີກໍມີຝາຍນໍ້າລິນຂນາດນ້ອຍໄວ້ເກັບນໍ້າຍາມແລ້ງ ໂດຍປະຊາຊົນດູດນໍ້າດຳນາຫ້ວຍນາ ຮ່ອງແຫ້ງໝົດດຽວນີ້ ບໍ່ມີນໍ້າດູດແລ້ວ ປະຊາຊົນ ອັນເຮັດນາປີນີ້ ໝົດເມືອງ ມີຈຳນວນ 17 ພັນ 605 ເຮັກຕ້າ ປົກດຳກໍໄດ້ແຕ່ 40% ສວນທີ່ເຫຼືອນ້ັນກໍໍ່ບໍ່ໄດ້ປັກດຳ ມີແຕ່ວ່ານກ້າໄວ້ຊື່ໆ ຍ້ອນຝົນບໍ່ຕົກແຫລະ ມັນແຫ້ງແຫລະ."
ອີງຕາມການຕິດຕາມຂອງທີມຂ່າວ ເອເຊັຽເສຣີ ຍັງມີເມືອງທ່າພະບາດ ແຂວງບໍລິຄຳໄຊ ແລະ ນະຄອນຫຼວງວຽງຈັນ ກໍເກີດພັຍແລ້ງບາງ ພື້ນທີ່ເຊັ່ນກັນ. ຈາກປະກົດການ ພັຍ ທັມມະຊາດ ທັງພັຍນໍ້າຖ້ວມ ແລະ ພັຍແລ້ງ ທີ່ເກີດຂຶ້ນໃນ ເດືອນກໍຣະກະດາ 2020 ນີ້ ຜູ້ຊ່ຽວຊານ ໄດ້ສລຸບຜົລພັຍພິບັດ ທີ່ຜ່ານມາຂອງລາວ, ດັ່ງພັຍນໍ້າຖ້ວມ ພະຍຸ ມັກເກີດໃນ ຣະດູຝົນ ແຕ່ເດືອນພຶສພາ ຫາ ເດືອນຕຸລາ,
ໂດຍສະເພາະເດືອນສິງຫາ ຫາ ເດືອນກັນຍາ ມັກເກີດພະຍຸເຂດຮ້ອນ, ພະຍຸໝູນ, ໃຕ້ຝຸ່ນ, ສ່ວນພັຍນໍ້າຖ້ວມມັນ ເກີດຢູ່ທົ່ງພຽງລ່ອງແມ່ນໍ້າ ຂອງ ແລະສາຂາຂອງແມ່ນໍ້າສ່ວນຫຼາຍແມ່ນ ຢູ່ພາກກາງ ແລະພາກໃຕ້.
ໃນຂນະທີ່ພື້ນທີ່ລຸ່ມຕໍ່າທົ່ວປະເທດ ກໍສ່ຽງໄດ້ຮັບຜົລກະທົບ ດັ່ງ ແຂວງສວັນນະເຂດ, ຄຳມ່ວນ, ຈຳປາສັກ ແລະ ອັດຕະປືແມ່ນແຂວງທີ່ສ່ຽງ ໄດ້ຮັບຜົລກະທົບຫລາຍກ່ວາໝູ່.
ຕາມການສັງລວມມາຮອດທ້າຍປີ 2019 ປະຊາຊົນລາວໄດ້ຮັບຜົລກະທົບ ຈາກພັຍນໍ້າຖ້ວມຢ່າງນ້ອຍ 5 ແສນຄົນ ແລະ ໄດ້ຮັບຜົລກະທົບ ຈາກພະຍຸ 7 ແສນປາຍຄົນ ແລະ ເສັຍຊີວິດ 19 ຄົນ. ຮວມຜົລເສັຍຫາຍມູນຄ່າ ປະມານ 164 ລ້ານໂດລາ.
ສ່ວນພັຍແລ້ງຜູ່ຊ່ຽວຊານໄດ້ສລຸບວ່າ ລາວມີຄວາມອ່ອນໄຫວ ຕໍ່ພັຍແລ້ງຫລາຍ ເຊີ່ງອາດຈະເກີດຂຶ້ນໄດ້ໃນທົ່ວປະເທດ. ພັຍແລ້ງສ່ວນໃຫຍ່ ມັກເກີດຢຸ່ທາງຕາເວັນຕົກຂອງ ແຂວງ ຈຳປາສັກ, ສາລະວັນ ແລະ ສວັນນະເຂດ ແລະພາກຕາເວັນອອກສຽງເໜືອ ຄື ແຂວງຊຽງຂວາງ, ຫົວພັນ ແລະ ຫລວງພຣະບາງ. ນອກຈາກຜູ້ຊ່ຽວຊານຄາດການວ່າ ລາວ ມີທ່າອ່ຽງ ໄດ້ຮັບຜົລກະທົບໜັກ ຈາກສະພາບອາກາດ ແຫ້ງແລ້ງ ທີ່ແກ່ຍາວ. ພັຍແລ້ງສ້າງຄວາມເສັຽຫາຍ ຕໍ່ເສຖກິຈເຮັດໃຫ້ການປູກຝັງບໍ່ສາມາດເຮັດໄດ້, ສົ່ງຜົລກະທົບຕໍ່ຄວາມໝັ້ນຄົງ ທາງດ້ານສະບຽງ ອາຫານ ແລະ ການເຂົ້າເຖີງແຫລ່ງນໍ້າສະອາດ.
ຜົລເສັຍຈາກພັຍແລ້ງໃນໄລຍະຜ່ານມາເຊັ່ນປີ 2003 ສະພາບອາກາດພາກເໜືອ ແລະ ພາກກາງແຫ້ງແລ້ງໜັກສົ່ງຜົລ ໃຫ້ເສັຍຫາຍເຖິງ 16,5 ລ້ານໂດລາ ສະຫະຣັຖ. ສ່ວນພັຍແລ້ງ ໃນປີ 2007 ສ້າງຄວາມເສັຍໃຫ້ການຜລິດປະມານ 1 ລ້ານໂດລາ. ສ່ວນຣະດູ ແລ້ງຕົ້ນປີ 2019 ມີລັກສນະແກ່ຍາວ ເຮັດໃຫ້ຣະດັບນໍ້າ ໃນແມ່ນໍ້າຫລຸດລົງເຖິງຂັ້ນວິກິດ ສ້າງຄວາມກັງວົນຕໍ່ຫຼາຍລ້ານຊີວິດ ທີ່ອາສັຍຣະບົບນິເວດ ແຫ່ລງນໍ້າດັ່ງກ່າວ.
ກາງປີ 2019 ຣະດັບນໍ້າໃນແມ່ນໍ້າຂອງທີ່ນະຄອນຫລວງວຽງຈັນ ຫລຸດລົງເຫລືອພຽງ 0,7 ແມັດ ຕໍ່າກ່ວາຣະດັບ ສະເລັ່ຍນັບແຕ່ປີ 1969- 2018 ເຮັດໃຫ້ຫິນ ແລະ ສັນຊາຍພົ້ນຂຶ້ນ ເໜືອນໍ້າໃນຫລາຍຈຸດ, ໂດຍທົ່ວປະເທດສາມາດປັກດຳເຂົ້ານາປີໄດ້ພຽງ 40% ເນື່ອງຈາກຝົນ ຂາດໄລຍະ.
ເພື່ອຫລຸດຜ່ອນຄວາມສ່ຽງ ແລະ ຕອບໂຕ້ພັຍພິບັດໃນລາວ, ເມື່ອວັນທີ 06 ກໍຣະກະດາ ຜ່ານມາ ຄະນະກັມມະການຄຸ້ມຄອງພັຍພິບັດ ຂັ້ນສູນກາງໄດ້ຈັດກອງປະຊຸມ ເພື່ອສເນີແຜນ ຮັບຮອງວ່າດ້ວຍກອງທຶນ ຄຸ້ມຄອງພັຍພິບັດ,ສ້າງຮ່າງຍຸທສາດແຫ່ງຊາດ ຄຸ້ມຄອງຄວາມ ສ່ຽງພັຍພິບັດນັບ ແຕ່ປີ 2020-2025.
ໃນປີ 2019 ຜ່ານມາພັຍພິບັດທັມມະຊາດ ໄດ້ສ້າງຜົລເສັຽຫາຍ ໃຫ້ປະຊາຊົນທັງໝົດ 13 ແຂວງ, 112 ເມືອງ, 2072 ບ້ານ ຕໍ່ຜົລກະທົບ ດັ່ງກ່າວ ທາງຄະນະກັມມະການ ຄຸ້ມຄອງ ພັຍພິບັດຍັງຕ້ອງການ ການຊ່ອຍເຫລືອຈາກສາກົລ.