ບໍຣິສັດເຂື່ອນນໍ້າເທີນ 2 ບໍ່ຊ່ອຍຊາວບ້ານຈັດສັນ ຕໍ່ໄປແລ້ວ
ບໍຣິສັດ ເຂື່ອນນໍ້າເທີນ 2 ບໍ່ຊ່ອຍເຫຼືອປະຊາຊົນ ໃນບ້ານຈັດສັນນັ້ນ ຕໍ່ໄປອີກແລ້ວ, ຊຶ່ງຄະນະຈັດສັນເຂື່ອນ ເວົ້າວ່າ ສະພາບຂອງປະຊາຊົນ ຢູ່ບ້ານຈັດສັນ ໃນປັດຈຸບັນ ມີຊີວິດການເປັນຢູ່ດີຂຶ້ນ ແລະ ບໍ່ເປັນໜ້າຫ່ວງແລ້ວ.
-
ຈຳປາທອງ
2018-07-07 -
-
-
Your browser doesn’t support HTML5 audio
ບໍຣິສັດເຂື່ອນນໍ້າເທີນ 2 ທີ່ເມືອງນາກາຍ ແຂວງຄໍາມ່ວນ ເຊົາຊ່ອຍເຫລືອ ປະຊາຊົນ ທີ່ຖືກໃຫ້ໂຍກຍ້າຍ ໄປໂຮມກັນ ຢູ່ໃນບ້ານຈັດສັນ ນັ້ນແລ້ວ ຍ້ອນທະນາຄານໂລກ ໝົດໂຄງການຊ່ອຍເຫລືອ ມາຕັ້ງແຕ່ຕົ້ນປີນີ້ ແລະ ຄະນະຈັດສັນເຂື່ອນນັ້ນ ເວົ້າວ່າ ສະພາບຂອງປະຊາຊົນ ຢູ່ບ້ານຈັດສັນ ໃນປັດຈຸບັນ ມີຊີວິດການເປັນຢູ່ດີຂຶ້ນ ແລະ ບໍ່ເປັນໜ້າຫ່ວງແລ້ວ ດັ່ງເຈົ້າໜ້າທີ່ ແຂວງຄໍາມ່ວນ ຜູ້ບໍ່ປະສົງອອກຊື່ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 4 ກໍຣະກະດານີ້ວ່າ:
"ໝົດໜ້າວຽກ ຂອງໂຄງການໄຟຟ້ານໍ້າເທີນ 2 ແຕ່ມີ ບໍຣິສັດ ຂອງຝຣັ່ງ ມາສນັບສນູນ ADS ທີ່ມາເຮັດນີ້ ຂອງຝຣັ່ງ ຄືເກົ່າແຫລະ ສືບຕໍ່ໜ້າວຽກ ຫັ້ນ ຕ່າງແຕ່ວ່າ ລະບົບ ການນໍາໃຊ້ງົບປະມານ ກັບຮູບແບບ ການສນັບສນູນ ຫລືວ່າ ການຊ່ວຍເຫລືອ ປະຊາຊົນນັ້ນ ມັນມີການປ່ຽນແປງ ການສນັບສນູນ ຫລືວ່າ ການສນອງ ເງື່ຶອນໄຂຕ່າງໆ ໃ ຫ້ຄອບຄົວ ໂຍກຍ້າຍ 1,310 ຄອບຄົວ ເພາະວ່າ ເຮົາເບິ່ງສະພາບທົ່ວໄປ ໃນປັດຈຸບັນນີ້ ບໍ່ຄ່ອຍເປັນຫ່ວງ."
ແຕ່ໃນຂະນະດຽວກັນ ເຈົ້າໜ້າທີ່ ບ້ານຈັດສັນ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ຊາວບ້ານ ຢູ່ບ້ານຈັດສັນນີ້ ຍັງມີຊີວິດ ການເປັນຢູ່ຫຍຸ້ງຍາກ ທັງເຣື່ອງ ເຂົ້າກິນ, ເຣື່ອງນາ, ເຣື່ອງໄຮ່, ເຣື່ອງອາຊີບ ທີ່ຍັງບໍ່ໝັ້ນຄົງ ດັ່ງທີ່ ທ່ານກ່າວວ່າ:
"ຊີວິດການເປັນຢູ່ ຂອງຊາວບ້ານເຮົາ ກໍເບິ່ງພາບລວມແລ້ວ ມັນກໍໂອ ຂໍອະນຸຍາດ ເວົ້າຕາມຄວາມຈິງ ກໍຫຍຸ້ງຍາກ ເວົ້າເຣຶ່ອງເຂົ້າ ເຮຶ່ອງນາ ເຣຶ່ອງໄຮ່ນີ້ນະ ດຽວນີ້ ມັນຖືກແບ່ງດິນ ແບ່ງປ່າແລ້ວ ບ່ອນໃດ ດີກໍດີດິນນັ້ນ ບ່ອນໃດບໍ່ດີ ບໍ່ໄດ້ຮອດເຂົ້າກິນຫັ້ນແຫລະ ເວົ້າເຣື່ອງ ຄ່າຄອງຊີບ ກໍມີຫຍຸ້ງຫັ້ນແຫຼະອ້າຍເອີຍ ຫາປາ ກໍມີຄວາມຫຍຸ້ງຍາກນໍ ປົກກະຕິແລ້ວ ແຕ່ກ່ອນແລ້ວມັນ 10 ພັນ ດຽວນີ້ ແຮງປາຫຼາຍໆ ຫາປາໄດ້ຫຼາຍ ຂະເຈົ້າ ຊື້ແຕ່ 5 ພັນ 6 ພັນເອງໄດ໋."
ທ່ານເວົ້າຕື່ມວ່າ ນອກຈາກ ບັນຫາດ້ານອາຊີບ ຂອງປະຊາຊົນ ຢູ່ບ້ານຈັດສັນ ເຂື່ຶອນນໍ້າເທີນ 2 ນັ້ນ ບໍ່ດີແລ້ວ ປັດຈຸບັນ ພວກເຂົາເຈົ້າ ຍັງຢູ່ກັນ ແບບບໍ່ມີສິດ ໃນທີ່ດິນ ທີ່ຄະນະຈັດສັນ ແບ່ງປັນໃຫ້ ທັງດິນ ເພື່ອທໍາການຜລິດ ແລະ ດິນເຮືອນ ຍ້ອນວ່າ ທາງການ ຍັງບໍ່ອອກ ໃບຕາດິນ ໃຫ້ພວກເຂົາເຈົ້າເທື່ອ ເຖິງແມ່ນວ່າ ຈະໄດ້ ໂຍກຍ້າຍ ໄປຢູ່ເຖິງ 10 ປີ ແລ້ວກໍຕາມ.
ເຖິງຢ່າງໃດກໍຕາມ, ເຈົ້າໜ້າທີ່ ແຂວງຄໍາມ່ວນ ທ່ານດຽວກັນນັ້ນ ກໍເວົ້າວ່າ ປັດຈຸບັນ ມີບໍຣິສັດ ADS ຂອງຝຣັ່ງເສດ ທີ່ໄດ້ຮັບທຶນ ຈາກ ທະນາຄານໂລກ ສືບຕໍ່ ຊ່ອຍເຫຼືອ ໃນການແກ້ໄຂ ບັນຫາຕ່າງໆ ທີ່ເກີດຈາກເຂື່ອນ ນໍ້າເທີນ 2 ໂດຍທີ່ບໍຣິສັດ ດັ່ງກ່າວ ໄດ້ລົງນາມ ໃນສັນຍາ ກັບທາງການແຂວງຄໍາມ່ວນ ແລະ ຄະນະຈັດສັນເຂື່ອນ ໃນມື້ວັນທີ 28 ມິຖຸນາ ທີ່ຜ່ານມາ.
ທຸກໆປີ ບໍຣິສັດຝຣັ່ງເສດ ຈະຊ່ອຍເງິນປະມານ 7 ແສນ 5 ໝື່ນ ໂດລາສະຫະຣັຖ ໄປຈົນເຖິງປີ 2035 ໂດຍໃຫ້ ຄະນະຈັດສັນເຂື່ອນ ເອົາໄປ ພັທນາອາຊີບ ດ້ານກະສິກໍາ: ປູກຝັງ, ລ້ຽງສັດ ແລະ ການປະໂມງ ໃຫ້ປະຊາຊົນ ຢູ່ເຂດອື່ນ ທີ່ໄດ້ຮັບ ຜົລກະທົບ ຈາກເຂື່ອນນໍ້າເທີນ 2 ແຕ່ບໍ່ໄດ້ຖືກ ໃຫ້ໂຍກຍ້າຍ ແລະ ເອົາໄປສ້ອມແປງ ຕາຝັ່ງເຈື່ອນ ຍ້ອນເຂື່ອນນັ້ນ.