ກອງປະຊຸມ ຫາລື ກ່ຽວກັບ ໂຄງການເຂື່ອນປາກລາຍ

ຄນະກັມມາທິການແມ່ນ້ຳຂອງສາກົນ ປະຊຸມຫາລື ກ່ຽວກັບໂຄງການເຂື່ອນປາກລາຍ.

ກອງປະຊຸມ MRC ຄັ້ງທີ່ 5 ກ່ຽວກັບໂຄງການສ້າງເຂື່ອນປາກລາຍ ທີ່ນະຄອນຫຼວງວຽງຈັນ ທີ 20-21 ກັນຍາ 2018. LX/RFA

ໃນມື້ວັນທີ 20 ກັນຍາ 2018 ຄນະກັມມະທິການ ແມ່ນ້ຳຂອງສາກົນ ເປີດກອງປະຊຸມ ປືກສາຫາລືກັນລ່ວງຫນ້າ ແລະ ວຽກງານກ່ຽວກັບ ໂຄງການເຂຶື່ອນປາກລາຍ ທີ່ນະຄອນຫຼວງວຽງຈັນ. ກອງປະຊຸມເທື່ອນີ້ ທ່ານ Pham Tuan Phan ປະທານຄນະກັມມາທິການ ແມ່ນ້ຳ ຂອງສາກົນ ແລະ ຍານາງ ບຸນຄຳ ວໍຣະຈິດ ຮອງຣັຖມົນຕຣີ ກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ສປປລາວ ເປັນປະທານຮ່ວມ.

ໃນພິທີເປີດກອງປະຊຸມ ທ່ານ Pham Tuan Phan ໄດ້ກ່າວເຖິງຄວາມສຳຄັນ ຂອງກອງປະຊຸມເທື່ອນີ້ວ່າ ເປັນກອງປະຊຸມ ເພື່ອເປີດ ໂອກາດ ໃຫ້ທຸກພາກສ່ວນ ໄດ້ແລກປ່ຽນ ຄວາມຄິດຄວາມເຫັນ ແລະປຶກສາຫາລືກັນ ໃນໂຄງການ ເຂື່ອນປາກລາຍ ທີ່ຣັຖບານລາວ ມີແຜນການ ຈະສ້າງ ດັ່ງທີ່ທ່ານກ່າວ ໃນຕອນນຶ່ງວ່າ "ກອງປະຊຸມປຶກສາຫາລືກັນລ່ວງຫນ້າ ແມ່ນເພື່ອສ້າງຄວາມເຊື່ອຫມັ້ນ ຣະຫວ່າງປະເທດສມາຊິກແມ່ນ້ຳຂອງທີ່ວ່າ ຄວາມກັງວົນ ຂອງພວກເຂົາເຈົ້າຈະຖືກແກ້ໄຂ ແລະເປີດເຜີຍ ຊື່ງອົງການແມ່ນ້ຳຂອງສາກົນ ໄດ້ປະຕິບັດຫນ້າທີ່ ຕາມຂໍ້ກຳນົດ ຂອງປະເທດ ສມາຊິກ ໃນສັນຍາແມ່ນ້ຳຂອງປີ 1995 ໃນການແລກປ່ຽນຂໍ້ມູນ ກ່ຽວກັບຜົລການສຳຣວດທາງດ້ານວິທຍາສາດແລະ ຄວາມຮູ້ຈາກທຸກພາກສ່ວນ ໃນໂຄງ ການພັທນາຕ່າງໆ ຕາມລຳແມ່ນ້ຳຂອງ."

ຫລັງຈາກນັ້ນ ຍານາງ ບຸນຄຳ ວໍຣະຈິດ ກໍກ່່າວເຖີງຄວາມສຳຄັນ ຂອງເຂື່ອນປາກລາຍ ແລະຄວາມຮັບຜິດຊອບຂອງຣັຖບານລາວ ໃນການ ສ້າງເຂຶື່ອນແລະການປະຕິບັດຕາມຂັ້ນຕອນ ການປືກສາລືກັນລ່ວງຫນ້າ ຂອງອົງການແມ່ນ້ຳ ຂອງສາກົນ ກ່ຽວກັບ ໂຄງການສ້າງເຂືື່ອນນັ້ນ "ໃນນາມຣັຖບານລາວ ຂ້າພຣະເຈົ້າຖືເປັນກຽດຢ່າງສູງ ໃນການຕ້ອນຮັບທຸກທ່ານ ທີ່ມາເຂົ້າຮ່ວມກອງປະຊຸມ ປືກສາຫາລື ກັນລ່ວງຫນ້າ ໃນໂຄງການ ເຂຶື່ອນປາກລາຍ ທີ່ນະຄອນຫລວງວຽງຈັນເທື່ອນີ້ ໃນນາມປະເທດສມາຊີກແລະວ່າ ສປປລາວ ມີຄວາມມຸ້ງຫມັ້ນ ຢູ່ສເມີ ໃນການປະຕິບັດຂໍ້ຕົກລົງໃນສັນ ຍາແມ່ນ້ຳຂອງປີ 1995."

ກອງປະຊຸມໃນມື້ືທຳອິດນີ້ ມີຜູ້ເຂົ້າຮ່ວມປະມານ 100 ປາຍຄົນ. ສ່ວນຫລາຍເປັນຕົວແທນຈາກພາກຣັຖ, ບໍຣິສັດສ້າງເຂື່ອນ, ຫນ່ວຍງານ ທີ່ກ່ຽວຂ້ອງກັບໂຄງການ ເຂື່ອນປາກລາຍ ແລະອົງການຈັດຕັ້ງ ຕ່າງປະເທສຫຼາຍອົງການ. ຄວາມເຫັນ ຈາກພາກສ່ວນທີ່ກ່ຽວຂ້ອງ ຮວມທັງ ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບາລ NGO ແລະການສລຸບຜົລ ຂອງກອງປະຊຸມ ຈະມີຂຶ້ນໃນມື້ອື່ນ ຊຶ່ງເປັນມື້ສຸດທ້າຍຂອງກອງປະຊຸມ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org