ອົງການສາກົນໃນລາວ ບໍ່ກ້າຄັດຄ້ານເຂື່ອນປາກລາຍ
2018.09.20
ອົງການຈັດຕັ້ງສາກົລ ໃນລາວ ບໍ່ກ້າຄັດຄ້ານ ການສ້າງເຂື່ອນປາກລາຍ ຍ້ອນເປັນໂຄງການ ຂອງຣັຖບານ ແລະຣັຖບານ ກໍບໍ່ຄ່ອຍ ໃຫ້ຄວາມສໍາຄັນ ຕໍ່ຄໍາເຫັນ ຂອງອົງການ ສາກົລໃນລາວພໍເທົ່າໃດ. ເຈົ້າໜ້າທີ່ອົງການສາກົລ ດ້ານສິ່ງແວດ ລ້ອມ ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ RFA ໃນມື້ວັນທີ 20 ກັນຍານີ້ວ່າ:
"ໂຄງການນີ້ເປັນໂຄງການ ຂອງພາກຣັຖປະຊາຊົນລາວຫລືວ່າ ອົງການດ້ານສິ່ງແວດລ້ອມ ເອງກໍບໍ່ກ້າເຂົ້າໄປຫຍູ້ງກ່ຽວ ກັບປະເດັນນີ້ຫຼາຍ ເພາະວ່າ ຈະເຫັນຜົລໄດ້ຍາກ ໃນເຣື່ອງຂອງການສເນີແນວທາງ ໃຫ້ແກ່ພາກຣັຖວ່າໂຄງການນີ້ ຈະມີຜົລກະທົບ ແນວໃດກັບປະຊາຊົນ ຂ້ອນຂ້າງທີ່ຈະຍາກຫລາຍ ພວກເຮົາບໍ່ສາມາດເຮັດ ຄືວຽກມັນຈະຍາກ ເພາະວ່າເຮົາບໍ່ສາມາດ ເວົ້າອີ່ຫຍັງທີ່ມັນຂັດ."
ທ່ານກ່າວອີກວ່າ ຖ້າຫາກຣັຖບານລາວ ຢາກສ້າງເຂື່ອນປາກລາຍ ກໍຈະສ້າງໄດ້ ຄືກັບເຂື່ອນນໍ້າຂອງແຫ່ງອື່ນໆ. ອົງການສາກົລ ບໍ່ສາມາດ ຄັດຄ້ານອີ່ຫຍັງໄດ້ ເຮັດໄດ້ແຕ່ສົ່ງຣາຍງານ ປະເມີນຜົລກະທົບ ທີ່ໄດ້ສຶກສາ ສໍາຣວດມາ ກ່ອນໜ້ານີ້ໃຫ້ຣັຖບານ ເທົ່ານັ້ນ.
ທີ່ຜ່ານມາອົງການສາກົລ ຫລາຍອົງການ ກໍເຄີຍສເນີໃຫ້ຣັຖບານ ຍຸຕິ ໂຄງການສ້າງເຂື່ອນໃນລາວ ຫຼາຍແຫ່ງແລ້ວ ຍ້ອນມັນສົ່ງຜົລກະທົບ ຕໍ່ທັມຊາດ ຮວມທັງສັດນໍ້າ ແລະປະຊາຊົນ ເປັນຕົ້ນເຂື່ອນ ໄຊຍະບູຣີ ແລະເຂື່ອນດອນສະໂຮງ ຫລືແມ່ນແຕ່ເຂື່ອນຂນາດນ້ອຍ ເຊັ່ນເຂື່ອນ ນໍ້າຊໍາ ຢູ່ເມືອງຊໍາເໜືອ ແຂວງຫົວພັນ ທີ່ມີການຄັດຄ້ານ ແຕ່ຣັຖບານ ກໍຍັງສ້າງ.
ທ່ານກ່າວຕື່ມວ່າ ກອງປະຊຸມ ເວທີປຶກສາຫາຣືລ່ວງໜ້າ ໂຄງການເຂື່ອນປາກລາຍ ຖືວ່າ ບໍ່ປະສົບຜົລສໍາເຣັດ ຍ້ອນຕົວແທນ ປະຊາຊົນ ທີ່ມາເຂົ້າຮ່ວມ ໄດ້ແຕ່ຟັງ ບໍ່ສາມາດສະແດງຄໍາເຫັນໄດ້. ສ່ວນຫຼາຍກໍເນັ້ນໃສ່ແຕ່ຂໍ້ມູນ ທີ່ເປັນປະໂຫຍດ ຈາກ ການສ້າງເຂື່ອນ.
"ປະຊາຊົນບໍ່ໄດ້ຮັບຂໍ້ມູນ ເນາະວ່າມີຜົລກະທົບ ສໍ່າໃດການໄດ້ຮັບ ຂໍ້ມູນຈາກຊາວບ້ານນີ້ ນຶ່ງອາດຈະຂໍ້ມູນມັນບໍ່ຄົບຖ້ວນເນາະ ຈະເວົ້າ ເຣື່ອງຜົລດີ ຫລາຍເກີນໄປບໍ໊ ບໍ່ເວົ້າເຣື່ອງຜົລເສັຽ ໃຫ້ຟັງເລີຍຫັ້ນນ໊າ ສ່ວນຫລາຍ."
ໂຄງການເຂື່ອນປາກລາຍ ເປັນໂຄງການເຂື່ອນນໍ້າຂອງ ແຫ່ງທີ 4 ຂອງຣັຖບານລາວ ມີບໍຣິສັດ Power China ເຈົ້າຂອງໂຄງການ ເຂື່ອນນໍ້າອູ 7 ແຫ່ງ ເປັນຜູ້ຮັບຜິດຊອບ. ໂຄງການດັ່ງກ່າວ ຖືກເຄືອຂ່າຍ ພາກປະຊາສັງຄົມ ໃນໄທ ກັມພູຊາ ແລະກຸ່ມອະນຸຮັກ ແມ່ນໍ້າຂອງ ຫຼາຍໆປະເທດ ຄັດຄ້ານ ຍ້ອນເປັນໂຄງການ ສົ່ງຜົລກະທົບຕໍ່ປະຊາຊົນ ແລະສິ່ງແວດລ້ອມຮວມທັງ ສັດນໍ້ານໍາດ້ວຍ.