ພັຍແລ້ງກະທົບ ການຜລິດ ເຂົ້ານາປີ
ພັຍແຫ້ງແລ້ງ ປີນີ້ເຂົ້າຂັ້ນ ວິກິດ ຂາດນໍ້າ ທົ່ວປະເທສ ສົ່ງຜົລກະທົບ ຕໍ່ການເຮັດນາປີ ໃນປີນີ້ ຫຼາຍພື້ນທີ່ ຍັງບໍ່ໄດ້ ປັກດຳ ຍ້ອນລໍຖ້າ ນໍ້າຝົນ.
-
ໄຊຍາ
2019-07-25 -
-
-
Your browser doesn’t support HTML5 audio
ປີນີ້ພັຍແຫ້ງແລ້ງເຂົ້າຂັ້ນວິກິດ ນໍ້າຂອງແຕ່ເໜືອຮອດໃຕ້ ບົກແຫ້ງແບບບໍ່ເຄີຍມີ ປະກົດການນີ້ມາກ່ອນ ເຊັ່ນດຽວກັນກັບສາຍນໍ້າທັມຊາດ ກໍບົກແຫ້ງໄປຕາມໆກັນ. ອັນສົ່ງຜົລກະທົບຕໍ່ຊາວນາໂດຍກົງ ຊາວນາຫຼາຍພື້ນທີ່ ໄດ້ລົງປັກດຳນາປີໄປແລ້ວ ແຕ່ກໍຕ້ອງລໍຖ້ານໍ້າຝົນ ສ່ວນ ຊົນລປະທານ ທີ່ມີນັ້ນກໍບໍ່ສາມາດສນອງນໍ້າໄດ້ ເນື່ອງຈາກແມ່ນໍ້າໃນຫຼາຍພື້ນທີ່ ກໍ່ບົກແຫ້ງເຊັ່ນກັນ.
ຕໍ່ບັນຫາພັຍແຫ້ງແລ້ງໃນປີນີ້ ທີ່ໄດ້ສົ່ງຜົລກະທົບ ຕໍ່ການຜລິດເຂົ້ານາປີ, ດັ່ງຊາວນາ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ໃຫ້ສຳພາດຕໍ່ RFA ໃນວັນທີ 24 ກໍຣະກະດາ ວ່າ; ການເຮັດນາປີ ຂອງປີນີ້ປະເຊີນ ກັບພັຍແລ້ງຫຼາຍ ຄາດວ່າຈະບໍ່ໄດ້ເຂົ້າ ດັ່ງທີ່ຕັ້ງເປົ້າໝາຍເອົາໄວ້.
"ເນື້ອທີ່ນາເຮົາຕັ້ງຢູ່ ເມືອງປາກຊ່ອງ ແຂວງຈຳປາສັກ ການຜລິດນາ ຂອງພວກເຮົາແມ່ນຂາຍ ຣະຫວ່າງ ຄອບຄົວຕໍ່ຄອບຄົວ ເປັນສິນຄ້າ ນ້ອຍໆ. ສຳລັບນາປີປີນີ້ ຄາດວ່າຈະໄດ້ຜົລຜລິດ ຫຼຸດລົງເນື່ອງຈາກ ພວກດຳນາ ຫຼ້າຊ້າ ທີ່ຈິງດຳແລ້ວເດືອນມິຖຸນາ ແຕ່ເດືອນກໍຣະກະດາ ຫາກໍ່ເຣີ້ມດຳ. ສຳລັບປີນີ້ແລ້ງຫຼາຍ ແລ້ງກວ່າທຸກປີ ທີ່ເຄີຍປະສົບມາ ແລະ ປີນີ້ຄາດວ່າສິ ເຫຼືອປະມານ 100 ເປົາ ສ່ວນປີກາຍ ແມ່ນໄດ້ 147 ເປົາ."
ສ່ວນຊາວນາທີ່ແຂວງບໍລິຄຳໄຊ ນັກຮຽນຈົບປຣິນຍາຕຣີ ທີ່ມາຈາກຄອບຄົວຊາວນາ ໄດ້ກ່າວຕໍ່ RFA ໃນວັນທີ 24 ກໍຣະກະດາວ່າ: ຕົນ ຕ້ອງອອກມາຫາເງິນຊ່ອຍຄອບຄົວ ຕອນນີ້ຍັງຫວ່າງວຽກຕ້ອງມາຂາຍ ເຂົ້າໜົມ ສ່ວນນາປີນີ້ ຜົລຜລິດບໍ່ໄດ້ຫຼາຍ ເນື່ອງຈາກພັຍແລ້ງ ຝົນບໍ່ຕົກ. ເພາະນາຕົນອາສັຍນໍ້າຝົນ.
"ຄັນເວົ້າພື້ນເຮັດນາບາງເທື່ອ ຟ້າຝົນມັນກາແລ້ງ ບາງເທື່ອມັນກາຝົນຕົກນໍ້າຖ້ວມ ຜົລຜລິດພັດບໍ່ໄດ້ນ້ອງເຮັດນານີ້ ນາຂ້າພະເຈົ້າກາເປັນນາ ຮ່ອມຫ້ວຍໄຮ່ນາ ພື້ນທີ່ບໍ່ກ້ວາງນຶ່ງ ມາສອງມາຝົນ ຫຼາຍນໍ້າ ກໍ່ຖ້ວມ ກາບໍ່ໄດ້ກິນຄັນ ຟ້າແດດແບບນີ້ ຄືຊ່ວງຫວ່າງກີ້ນີ້ ພັຍແຫ້ງແລ້ງມາ ເຂົ້າການຕາຍໝົດ."
ໃນຂນະທີ່ ຊື່ເຈົ້າໜ້າທີ່ທ້ອງຖິ່ນ ແຂວງຫຼວງນໍ້າທາ ກ່າວວ່າ ການປັກດຳນາປີ ຂອງແຂວງຫຼວງນໍ້າທາ ໃນປີນີ້ບໍ່ໄດ້ຕາມແຜນ ທີ່ວາງໄວ້ ຈາກເນື້ອທີ່ນາ ທັງໝົດ 9,678 ເຮັກຕ້າ ແຕ່ໂຕຈີງສາມາດ ປັກດຳໄດ້ ພຽງແຕ່ 5,296 ເຮັກຕ້າ.
ໂຕນີ້ຣາຍງານປັດຈຸບັນນີ້ເນາະ ເນື້ອທີ່ທັງໝົດປູກເຂົ້ານາ 9,678 ເຮັກຕ້າ ທົ່ວແຂວງເນາະ ປັກດຳ 5,296 ເຮັກຕ້າ ແລ້ວແຫ້ງແລ້ງ 4,381 ເຮັກຕ້າ ຖືວ່າຝົນບໍ່ຕົກນໍ້າຊົລປະທານ ຖືວ່າແຫ້ງແລ້ງ ຫ້ວຍຄອງ ມັນກໍ່ແຫ້ງແລ້ງຝົນ ບໍ່ຕົກຕາມຣະດູການ.
ສ່ວນ ແຂວງອຸດົມໄຊ ກໍ່ປະສົບພັຍຍ້ອນພັຍແຫ້ງແລ້ງ ສາຍນໍ້າຕ່າງໆ ມີປະຣິມານນໍ້າໜ້ອຍ ບໍ່ພຽງພໍກັບການຜລິດ ແລະ ບາງພື້ນທີ່ບໍ່ມີ ຊົລປະທານ ຕ້ອງລໍຖ້ານໍ້າຝົນ ຈື່ງຜລິດໄດ້. ປີນີ້ ແຂວງອຸດົມໄຊ ປັກດຳ ນາປີລ້າຊ້າ ຈາກເນື້ອທີ່ 16,220 ເຮັກຕ້າຫາກໍ່ປັກດຳໄດ້ 60% ສ່ວນ.
ອີງຕາມ ກົມປູກຝັງ ກະຊວງກະສິກັມ ແລະ ປ່າໄມ້ ຣາຍງານເມື່ອວັນທີ 11 ກໍຣະກະດາ ຜ່ານມາວ່າ: ທົ່ວປະເທສປັກດຳ ເຂົ້ານາປີໄດ້ 304,761 ເຮັກຕ້າເທົ່າກັບ 36% ຂອງແຜນການ 850,000 ເຮັກຕ້າ.
ໃນຂນະທີ່ກົມອຸຕຸນິຍົມວິທຍາ ແລະ ອຸທົກກະສາດ ໄດ້ຢ້ັງຢືນວ່າ ເຖີງຈະແຫ້ງແລ້ງແຕ່ຈະບໍ່ແກ່ຍາວ ໃນພາກການຜລິດກະສິກັມ ຈະບໍ່ໄດ້ ຮັບຜົລກະທົບຫຼາຍ ແລະ ຄາດວ່າຝົນຈະມາ ໃນເດືອນສິງຫາ ນີ້.