ຂ.ຊຽງຂວາງຈະປະມູນຂາຍ ໄມ້ ຍຶດໄດ້

ແຂວງຊຽງຂວາງ ຕຽມເປິດ ປະມູນ ຂາຍໄມ້ ທີ່ຍຶດມາໄດ້ ຄັ້ງທີ 2 ຈໍານວນ 17 ພັນ ແມັດກ້ອນ ໃນວັນທີ 12 ພຶສພາ 2017

ແຂວງຊຽງຂວາງ ປະເທດລາວ RFA file photo

ເຈົ້າໜ້າທີ່ຜແນກອຸດສາຫະກັມ ແລະການຄ້າ ແຂວງຊຽງຂວາງ ຕຽມເປິດປະມູນຂາຍ ໄມ້ທ່ອນ ທີ່ຍຶດມາໄດ້ ຄັ້ງທີ 2 ຈໍານວນ 17 ພັນ ແມັດກ້ອນ ໃນວັນທີ 12 ພຶສພາ 2017 ຢູ່ສນາມປະມູນໄມ້ ເມືອງຫມອກ ໂດຍເປິດໃຫ້ ໂຮງງານ ປຸງແຕ່ງໄມ້ ແລະ ປະຊາຊົນ ທີ່ໄດ້ ລົງທະບຽນ ແລ້ວນັ້ນ ຫຼືຜູ້ທີ່ຕ້ອງການ ເຂົ້າຮ່ວມການ ປະມູນໄມ້ທ່ອນ ນັ້ນມາເບິ່ງສນາມຈິງ ກ່ອນຈະເຣີ້ມ ເປິດປະມູນ ຢ່າງເປັນທາງການ ເນື່ອງຈາກ ທີ່ຜ່ານມາ ມີຫລາຍແຂວງ ເປິດການປະມູນຂາຍ ໄມ້ທ່ອນ ມີບໍຣິສັດ ທີ່ປະມູນໄມ້ ບໍ່ພໍໃຈ ກັບສນາມປະມູນໄມ້. ດັັັ່ງເຈົ້າໜ້າທີ່ ຜແນກອຸດສາຫະກັມ ແລະການຄ້າ ແຂວງຊຽງຂວາງ ກ່າວຕໍ່ ວິທຍຸເອເຊັຍ ໃນວັນທີ 1 ພຶສພາ ນີ້ວ່າ:

“ຢາກໃຫ້ໄປເບິ່ງສນາມກ່ອນເນາະ ຄືຢູ່ບໍຣິຄໍາໄຊ ເຂົາເຈົ້າຊື້ແລ້ວ ບໍ່ໄປເບິ່ງສນາມກ່ອນ ເວລາໄປເບິ່ງສນາມແລ້ວ ຢາກຕິວ່າ ສນາມມັນຢູ່ ບ່ອນຍາກ ດີແທ້ມາເອົາລິສໄມ້ແຫລະ ແມ່ນມີເວລາ ມາເບິ່ງສນາມ ຢູ່ເມືອງຫມອກກ່ອນ”.

ທ່ານວ່າສໍາລັບໄມ້ ທີ່ຈະນໍາມາເປິດປະມູນຂາຍນັ້ນ ເປັນໄມ້ທີ່ຍຶດຈາກປະຊາຊົນ ໃນພື້ນທີ່ ແລະກຸ່ມນາຍທຶນ ທີ່ລັກລອບຕັດໄມ້ ໂດຍບໍ່ໄດ້ ຮັບອະນຸຍາດ ຈາກທາງການ ຈໍານວນ 17 ພັນແມັດກ້ອນ, ຊຶ່ງຈະດໍາເນີນການ ເປິດຊອງ ການປະມູນ ຕັ້ງແຕ່ວັນທີ 27 ເມສາ ຈົນເຖີງ ວັນທີ 11 ພຶສພາ 2017 ແລະມີ ບໍຣິສັດປຸງແຕ່ງໄມ້ 3 ບໍຣິສັດ ຈະເຂົ້າຮ່ວມ ການປະມູນຄັ້ງນີ້. ສວ່ນເຣື້ອງທີ່ວ່າ ຖ້າຂາຍບໍ່ໝົດ ຈະເຮັດ ແນວໃດ ຕໍ່ໄປນັ້ນກໍຂຶ້ນກັບ ເຈົ້າໜ້າທີ່ ແຂວງຊຽງຂວາງ ແລະຜແນກທີ່ກ່ຽວຂ້ອງ ໃນຂັ້ນຕໍ່ໄປ:

“ຍັງບໍ່ຮູ້ວ່າເນາະ ຄັນບໍ່ໄດ້ຂາຍ ກໍຕ້ອງໄດ້ຂໍຄວາມເຫັນ ຈາກສູນກາງຄືເກົ່າ ເພິ່ນຈະເຮັດແນວໃດຕໍ່ ຂໍຄວາມເຫັນ ກັບເພິ່ນ ເຮັດແນວໃດ ກໍເຮັດແນວນັ້ນ”.

ສໍາລັບເງິນທີ່ໄດ້ຈາກ ການປະມູນ ຂາຍໄມ້ທ່ອນ ທັງໝົດນັ້ນ ຈະນໍາເຂົ້າງົບປະມານ ຂອງຣັຖບານ, ທີ່ຜ່ານມາ ເຖິງວ່າຈະມີ ປະຊາຊົນ ໃນຫລາຍບ້ານ ສເນີວ່າຢາກໃຫ້ ນໍາເອົາໄມ້ ທີ່ຍຶດໄດ້ນັ້ນ ມາປຸກໂຮງຮຽນ ຫຼື ພັທນາໂຄງການຕ່າງໆ ແທນທີ່ຈະນໍາໄປ ປະມູນຂາຍ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org