ຊາວຊຽງດາຍັງບໍ່ຮັບເງິນ ຊົດເຊີຍ
ຊາວບ້ານຊຽງດາ ທີ່ຖືກ ຜົນກະທົບ ຈາກ ໂຄງການ ກໍ່ສ້າງ ເສັ້ນທາງ ຍັງບໍ່ຍອມຮັບ ເງິນ ຊົດເຊີຍ ຈາກ ທາງການ.
-
ອຸ່ນແກ້ວ ສຸກສະຫວັນ
2016-03-16 -
-
-
Your browser doesn’t support HTML5 audio
ປັດຈຸບັນ ຊາວບ້ານຊຽງດາ ຫຼາຍຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຈາກ ການກໍ່ສ້າງ ເສັ້ນທາງ ແຕ່ບ້ານ ດອນນົກຂຸ້ມ ໄປຫາ ບ້ານ ຊຽງດາ ບໍ່ໄປເອົາ ເງິນ ຄ່າຊົດເຊີຍ ຈາກ ທາງການ ເທື່ອ ເພາະເຫັນວ່າ ເງິນ ຄ່າຊົດເຊີຍ ນັ້ນໜ້ອຍ ຫຼຸດ ຄວາມເປັນຈິງ ແລະ ຢືນຢັນວ່າ ຈະບໍ່ຍອມ ເສັຽທີ່ດິນ ໃຫ້ ກັບໂຄງການ. ດັ່ງ ຊາວບ້ານ ທ່ານນຶ່ງ ໄດ້ກ່າວ ຕໍ່ ເອເຊັຽເສຣີ ໃນວັນທີ 15 ມິນາ ວ່າ:
"ຈໍານວນນຶ່ງ ບໍ່ໄດ້ເອົາເງິນ ໂອ້ ຍັງຫຼາຍເດ ບໍ່ໄດ້ເງິນ ຂະເຈົ້າບໍ່ອອກ ແຕ່ວ່າ ເຂົາໄປລົງ ໃໝ່ນີ້ ແນວເວົ້າວ່າ ພາຍໃນ 3-4 ມື້ ຕ້ອງອອກໄປ ຈາກ ດິນຕອນນີ້ ຊື່ໆ ຈັ່ງຊີ້ຊື່ໆ".
ທ່ານ ກ່າວອີກວ່າ ທາງການ ຈະໃຫ້ເງິນ ຄ່າຊົດເຊີຍ ທີ່ດິນ ແກ່ ປະຊາຊົນ ມູລຄ່າ 10 ໂດລາ ຕໍ່ 1 ແມັດກາເຣ ແຕ່ຫຼາຍຄົນ ເຫັນວ່າ ຣາຄາ ມັນຕໍ່າໂພດ ເພາະ ກ່ອນໜ້າ ນັ້ນມີນັກ ທຸຣະກິຈ ມາຂໍຊື້ດິນ ໃນຣາຄາ ປະມານ 100 ໂດລາ ຕໍ່ 1 ແມັດກາເຣ ແຕ່ພວກເຂົາ ຍັງບໍ່ຂາຍ ເພາະຕ້ອງການ ຂາຍ 300 ໂດລາ ຕໍ່ 1 ແມັດກາເຣ ຂຶ້ນໄປ. ທາງ ວິທຍຸ ເອເຊັຽເສຣີ ໄດ້ຕິດຕໍ່ຖາມ ໄປຍັງຫ້ອງການ ຊັພຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ໄຊເຊດຖາ ແຕ່ ບໍ່ສາມາດ ຕິດຕໍ່ ເຈົ້າໜ້າທີ່ ຄົນໃດ ໄດ້.
ໃນ ເບື້ອງຕົ້ນ ໂຄງການ ດັງກ່າວ ຈະເອົາດິນ ສອງຟາກທາງ ຂ້າງລະ 200 ແມັດ ໃຫ້ນັກລົງທຶນ ເພື່ອຂາຍແລ້ວ ເອົາເງິນ ມາຈ່າຍ ຄ່າກໍ່ສ້າງ ເສັ້ນທາງ, ແຕ່ຊາວບ້ານ ຜູ້ທີ່ເສັຽດິນ ບໍ່ພໍໃຈ. ອີງຕາມ ການບອກເລົ່າ ຂອງ ປະຊາຊົນ.
ເສັ້ນທາງ ດັ່ງກ່າວ ຍາວປະມານ 9 ກິໂລແມັດ ເລີ້ມຈາກ ບ້ານດອນນົກຂຸ້ມ ຕັດຜ່ານ ບຶງທາດຫລວງ ໄປຫາ ບ້ານນ້ອຍ ຊຽງດາ ຊຶ່ງ ຈະເຊື່ອມຈອດ ກັບ ຖະໜົນ 450 ປີ ມີມູລຄ່າ ການກໍ່ສ້າງ 150 ລ້ານໂດລາ ໂດຍແມ່ນ ບໍຣິສັດ ນໍ້າທາ ກໍ່ສ້າງ ຂົວທາງ ເປັນເຈົ້າຂອງ ໂຄງການ.