ຊາວຊຽງດາຂໍຄວາມເປັນທັມ ເຣື່ອງ ທີ່ດິນ

ສຸພັດຕາ
2021.01.11
ຊາວຊຽງດາຂໍຄວາມເປັນທັມ ເຣື່ອງ ທີ່ດິນ ເມື່ອວັນທີ 8 ມົກກະຣາ 2021, ຊາວບ້ານຊຽງດາ ເມືອງໄຊເສດຖາ ພາກັນອອກໄປ ຂັດຂວາງ ບໍຣິສັດນໍ້າທາ ກໍ່ສ້າງຂົວທາງ ບໍ່ໃຫ້ອ້ອມ ຮົ້ວ ຍຶດເອົາດິນ ທີ່ ພວກຂະເຈົ້າ ນໍາໃຊ້ມາຫຼາຍ 10 ປີ.
ພາບປະກອບ: ນັກຂ່າວພົລເມືອງ

ຊາວບ້ານຊຽງດາ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ຈໍານວນ 254 ຄອບຄົວ ຮຽກຮ້ອງ ຂໍຄວາມເປັນທັມ ຈາກຣັຖບານລາວ, ເພາະບໍ່ຢາກໂຍກຍ້າຍ ອອກຈາກບ້ານ ຍ້ອນຖືກ ບໍຣິສັດນໍ້າທາ ກໍ່ສ້າງຂົວທາງ ຍຶດເອົາດິນ ທັງດິນໄຮ່, ດິນສວນ ແລະ ດິນເຮືອນ ຫຼາຍສິບເຮັກຕາ ເມື່ອວັນທີ 8 ມົກກະຣາ 2021 ຜ່ານມາ, ດັ່ງຜູ້ຕາງໜ້າຊາວບ້ານ ບ້ານຊຽງດາ ທີ່ໄດ້ຮັບຜົລກະທົບ ຜູ້ຂໍສງວນຊື່ ແລະ ສຽງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 11 ມົກກະຣາ ນີ້ວ່າ:

"ທາງການ ອໍານວຍຄວາມສະດວກໃຫ້ແຕ່ບໍຣິສັດ, ແຕ່ບໍ່ໃຫ້ປະຊາຊົນ, ເອົາເງິນຄ່າຊົດເຊີຍໃຫ້ຊາວບ້ານ ແບບຖືກໆ ລະກໍແລ້ວໄປ, ປະຊາຊົນຫຼວງຫຼາຍ ເຂົາບໍ່ຢາກຍ້າຍອອກ, ຍ້ອນມັນບໍ່ເປັນທັມ ສລຸບງ່າຍໆກະຄື ປະຊາຊົນ ບໍ່ຢາກຍ້າຍອອກໄປ, ບໍຣິສັດນີ້ບໍ່ຢ້ານ ອໍານາດຣັຖ, ບໍ່ຢ້ານຣັຖບານ ເວົ້າຈັ່ງຊີ້ເລີຍ.”

ຊາວບ້ານຜູ້ນີ້ ເວົ້າອີກວ່າ ບໍຣິສັດດັ່ງກ່າວ ບໍ່ຮູ້ຄືກັນ ວ່າໄດ້ຮັບອະນຸຍາດ ຈາກພາກສ່ວນໃດ ໃຫ້ມາເອົາດິນຂອງຊາວບ້ານ, ໂດຍທີ່ ບໍ່ມີການສອບຖາມຄວາມເຫັນ ຈາກຊາວບ້ານ ໃນພື້ນທີ່ ແລະ ເວົ້າເຖິງເຣື່ອງການຊົດເຊີຍ ອັນເຮັດໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ບໍ່ໄດ້ຮັບຄວາມເປັນທັມ.

ຊາວບ້ານຜູ້ນີ້ ຍັງເວົ້າອີກວ່າ ຊາວບ້ານ ໄດ້ຢູ່ອາສັຍໃນທີ່ດິນເກືອບທັງໝົດ ໃນເຂດບ້ານຊຽງດາ ມາຫຼາຍສິບປີ ໂດຍບໍ່ມີໃບຕາດິນ ຖາວອນ, ແຕ່ທຸກຄອບຄົວ ຈະມີເອກສານສິດ ນໍາໃຊ້ທີ່ດິນ ແລະ ເສັຽພາສີທີ່ດິນ ແກ່ຣັຖບານທຸກປີ.

ກ່ຽວກັບເຫດການ ທີ່ບໍຣິສັດ ນໍ້າທາ ກໍ່ສ້າງຂົວທາງ ເຂົ້າໄປລ້ອມຮົ້ວເອົາດິນຂອງຊາວບ້ານ ເມື່ອວັນທີ 8 ມົກກະຣາ ນີ້, ເຈົ້າໜ້າທີ່ ຫ້ອງການປົກຄອງເມືອງໄຊເສດຖາ ນະຄອນຫຼວງ ວຽງຈັນ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ ພຽງແຕ່ວ່າ, ເຣື່ອງທີ່ ເກີດຂຶ້ນທັງໝົດ ເປັນຄວາມເຂົ້າໃຈຜິດ ຂອງຊາວບ້ານໃນພື້ນທີ່, ບໍ່ມີບັນຫາໃຫຍ່ໂຕ ແຕ່ຢ່າງໃດ, ແລະ ທ່ານບໍ່ຕອບຄໍາຖາມອື່ນໆ ທີ່ຖາມ:

“ມັນຂອງອັນນັ້ນຊື່ໆ ຂອງຂະເຈົ້າ ເຂົ້າໃຈຜິດກັນຊື່ໆ, ແມ່ນແຫຼະ ປະຊາຊົນເຂົ້າໃຈຜິດກັນ ປະຊາຊົນຜິດກັນທັມມະດາ.”

ຂນະທີ ເຈົ້າໜ້າທີ່ ຜແນກຊັພຍາກອນ ທັມມະຊາດ ແລະ ສິ່ງແວດລ້ອມ ນະຄອນຫຼວງວຽງຈັນ ທ່ານນຶ່ງ ຢືນຢັນ ຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ບັນຫາ ຂໍ້ຂັດແຍ້ງທີ່ດິນ ຣະຫວ່າງ ຊາວບ້ານຊຽງດາ ກັບ ບໍຣິສັດນໍ້າທາເກີດຂຶ້ນແທ້ ແລະ ເກີດຂຶ້ນມາຫຼາຍປີ ແລ້ວ ແຕ່ຍັງບໍ່ສາມາດແກ້ໄຂບັນຫາໄດ້ສໍາເຣັດເທື່ອ, ສືບເນື່ອງຈາກ ນະຄອນຫຼວງວຽງຈັນ ຕ້ອງການພັທນາພື້ນທີ່ ເຊິ່ງດິນທັງໝົດ ກໍເປັນດິນຂອງຣັຖ, ແຕ່ມີຊາວບ້ານຫຼາຍຄອບຄົວ ໃນບ້ານຊຽງດາ ບຸກລຸກເຂົ້າໄປຢູ່ອາສັຍ ແລ້ວຍັງບໍ່ຍອມຮັບເງິນຊົດເຊີຍ ແລະ ບໍ່ຍອມ ໂຍກຍ້າຍອອກຈາກພື້ນທີ່ນັ້ນ:

“ເພິ່ນກະຍັງແກ້ໄຂບັນຫາກັນຢູ່, ເພາະວ່າ ເມື່ອກ່ອນຫັ່ນ ເພິ່ນມີບໍຣິສັດ ເພິ່ນເຮັດກໍ່ສ້າງທາງຫັ່ນເນາະ, ແລ້ວຣັຖບານຫັ້ນ, ເຮັດທາງ ເພື່ອພັທນາຫັ້ນແຫຼ້ວ, ແຕ່ວ່າ ດິນຕ່າງໆ ແຖວບ້ານນ້ອຍຊຽງດາ ເພິ່ນກະຖືວ່າ ເພິ່ນເອົາໄວ້ພັທນາ ແບບນັ້ນຫັ້ນແຫຼະ, ແຕ່ວ່າ ປະຊາຊົນ ກະຍັງມີເຂົ້າໄປບຸກລຸກ ໄປຫຍັງ, ເພິ່ນກໍາລັງແກ້ໄຂບັນຫາກັນຢູ່ນ່າ, ພື້ນທີ່ຂອງຣັຖ ສງວນໄວ້ ບາດຍາມນີ້ ເພິ່ນກະຊິ ພັທນາຫັ້ນແຫຼະ ເພາະມັນເປັນເຂດເສຖກິຈ ໝົດແລ້ວດຽວນີ້ເນາະ.”

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບານ ຫຼື NGO ດ້ານການຈັດການທີ່ດິນ ແບບຍືນຍົງໃນລາວ ທ່ານນຶ່ງ ຜູ້ບໍ່ປະສົງບອກຊື່ ແລະ ອົງການຈັດຕັ້ງ ຂອງຕົນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 11 ມົກກະຣາ ນີ້ວ່າ:

"ຂໍ້ຂັດແຍ້ງທີ່ດິນ ມັກຈະເກີດຂຶ້ນກັບໂຄງການພັທນາຂອງຣັຖ, ເຊິ່ງມັນເກີດຂຶ້ນຫຼາຍພື້ນທີ່ ຫຼາຍແຂວງໃນລາວ ພຽງແຕ່ບໍ່ໄດ້ຮັບ ການເປີດເຜີຍຕໍ່ສັງຄົມ. ສ່ວນໃຫຍ່ຈະເປັນເຣື່ອງ ການຊົດເຊີຍທີ່ບໍ່ເປັນທັມ ໃຫ້ຣາຄາຕໍ່າກວ່າຣາຄາຂາຍຕາມທ້ອງຕລາດ."

ສ່ວນກໍຣະນີ ທີ່ເກີດຂຶ້ນກັບຊາວບ້ານຊຽງດາ ເຊິ່ງອາສັຍຢູ່ໃນເຂດເມືອງຫຼວງ, ແລະ ຊາວບ້ານມີການສຶກສາ ຮູ້ກົດໝາຍ ຈຶ່ງມີ ຄວາມກ້າທີ່ຈະຕອບໂຕ້ ເມື່ອບໍ່ໄດ້ຮັບຄວາມເປັນທັມ, ສະນັ້ນ ຈຶ່ງຮຽກຮ້ອງໃຫ້ຣັຖບານລາວ ໄປໄກ່ເກັ່ຽ, ແລະ ໃຫ້ຄວາມເປັນທັມ ກັບຊາວບ້ານ, ດັ່ງທ່ານກ່າວວ່າ:

“ເວລາທີ່ມັນເປັນໂຄງການ ແບບນີ້ຂຶ້ນມາແລ້ວ, ມັນມີການກໍານົດຣາຄາເນາະ, ເວລາທີ່ມີການປະເມີນ ແລະການກໍານົດຣາຄາ ຢ່າງເຊັ່ນຄື: ອາຈຕາແມັດ ມັນຖືກ 3 ແສນ ຈັ່ງຊີ້ ເຊິ່ງມັນກໍບໍ່ກົງກັບ ຣາຄາຕລາດ, ຖ້າເວົ້າຕາມຄວາມຈິງ ມັນຕໍ່າຫຼາຍ, ສະນັ້ນ ມັນຈຶ່ງເຮັດໃຫ້ເກີດ ບໍ່ມີຄວາມພໍໃຈປານໃດ, ຈາກຝັ່ງປະຊາຊົນ ເຣື່ອງການກໍານົດຣາຄາ.”

ກ່ອນໜ້ານີ້ ຊາວບ້ານ 2 ຄົນ ຊື່ນາງແກ້ວ ແລະ ທ້າວ ໂບ່ຍ ທີ່ເປັນປະຊາຊົນ ບ້ານຊຽງດາ ຖືກຕໍາຣວດຈັບ ໃນວັນທີ 17 ແລະ 18 ມີນາ ປີ 2020, ຍ້ອນວ່າ ເອົາຮູບວິດິໂອ ເວລາຖຽງກັບເຈົ້າໜ້າທີ່ ເຣື່ອງທີ່ດິນ ລົງເຜີຍແຜ່ ທາງເຟສບຸກ.

ແລະ ເມື່ອເດືອນ ມິຖຸນາ ປີ 2020 ນາງແກ້ວ ໄດ້ຖືກປ່ອຍໂຕອອກມາ ຢູ່ກັບຄອບຄົວ, ພາຍຫຼັງທີ່ທາງຄອບຄົວ ໄດ້ຕັດສິນໃຈ ເອົາດິນ ໃຫ້ທາງການ ແລະ ຮັບເອົາຄ່າຊົດເຊີຍ ເປັນທີ່ດິນຈໍານວນນຶ່ງ.

ສໍາລັບທີ່ດິນ ໃນພື້ນທີ່ບ້ານຊຽງດາ ຜ່ານມາເປັນດິນຂອງສະຫະກອນ ເມືອງໄຊເສດຖາ ຕັ້ງແຕ່ປີ 1979-1980 ຫຼັງຈາກນັ້ນ, ເມື່ອ ສະຫະກອນ ຖືກຍຸບໄປແລ້ວ ຊາວບ້ານ ກໍພາກັນ ແບ່ງກັນຄຸ້ມຄອງກັນເອງ, ໂດຍທີ່ເຈົ້າໜ້າທີ່ ບໍ່ໄດ້ອອກໄປຕາດິນຖາວອນໃຫ້, ພຽງແຕ່ໃຫ້ຊາວບ້ານນໍາໃຊ້ ແລະ ເສັຍພາສີທີ່ດິນແກ່ຣັຖ.

ມາຮອດປີ 2009 ບໍຣິສັດ ນໍ້າທາ ກໍ່ສ້າງຂົວທາງ ເຂົ້າມາສັມປະທານພື້ນທີ່ ດັ່ງກ່າວ, ແຕ່ຖືກຊາວບ້ານຄັດຄ້ານບໍ່ຍອມໃຫ້ເຂົ້າມາ ພັທນາ.

ເພື່ອຂໍຮູ້ຣາຍຣະອຽດ ກ່ຽວກັບເຣື່ອງດັ່ງກ່າວ ວິທຍຸເອເຊັຽເສຣີ ໄດ້ໂທຣະສັບໄປຫາ ບໍຣິສັດນໍ້າທາກໍ່ສ້າງຂົວທາງ, ແຕ່ເຈົ້າໜ້າທີ່ ບໍຣິສັດ ບອກວ່າ ໃຫ້ເຮັດໜັງສືເຂົ້າມາພົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.