ໃບຕາດິນຢູ່ໄຊຍະບູຣີ ແລ້ວໄປ ບາງສ່ວນ

ແຂວງ ໄຊຍະບູຣີ ບໍ່ສາມາດ ອອກ ໃບຕາດິນ ໃຫ້ ປະຊາຊົນ ໄດ້ຕາມ ຄາດຫມາຍ ໃນປີນີ້.

ພື້ນທີ່ ດິນດອນ ຂອງລາວ ໃນແຂວງ ໄຊຍະບູຣີ Mekdara

 

ເຈົ້າຫນ້າທີ່ ຈາກກະຊວງຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ທ່ານນື່ງ ເວົ້າວ່າ ໃນປີນີ້ ແຂວງໄຊຍະບູຣີ ຍັງບໍ່ສາມາດ ອອກໃບຕາ ດິນໃຫ້ປະຊາຊົນໄດ້ຕາມຄາດຫມາຍ ຍ້ອນບັນຫາ ງົບປະມານ ແລະ ຂາດເຈົ້າຫນ້າທີ່ ລົງໄປສຳຣວດເນື້ອທີ່ ດັ່ງນັ້ນ ຈຶ່ງອອກໄດ້ ພຽງແຕ່ 4800 ຕອນເທົ່ານັ້ນໃນຈຳນວນ 9 ພັນ ຕອນ:

"ຮອດດຽວນີ້ໄດ້ 4 ພັນປາຍ 4800 ປາຍ 4 ພັນປາຍນີ້ ຖືວ່າບໍ່ໄດ້ ຕາມຄາດຫມາຍ ຕົວທີ່ອອກມາທັງຫມົດແລ້ວນີ້ປະມານ 30 ປາຍພັນ ປະມານ 35 ພັນຕອນ ເນື້ອທີ່ດິນທັງຫມົດ 2 ແສນກວ່າຕອນ".

ທ່ານກ່າວ ຕໍ່ໄປວ່າ ແຂວງ ໄຊຍະບູຣີ ມີເນື້ອທີ່ ທັງຫມົດ ປະມານ 187,000 ເຮັກຕາແບ່ງເປັນ 280,000 ຕອນໃນປີນີ້ທາງການແຂວງ ຕັ້ງເປົ້າໝາຍ ອອກໃບຕາດິນໃຫ້ປະຊາຊົນຈໍານວນ 9 ພັນຕອນ ແຕ່ ສາມາດເຮັດໄດ້ພຽງແຕ່ 50% ເທົ່ານັ້ນຍ້ອນຂາດງົບປະມານເຄຶ່ອງມື ບໍ່ພຽງພໍໃນການ ສໍາຫຣວດແລະຂາດ ພະນັກງານລົງໄປສໍາຫຣວດ.

ທ່ານກ່າວຕື່ມວ່າ ການທີ່ແຂວງໄຊຍະບູຣີ ບໍ່ສາມາດອອກ ໃບຕາດິນໄດ້ຢ່າງທົ່ວເຖິງ ເປັນບັນຫາເຮັດໃຫ້ເກີິດ ຄວາມສັບສົນຣະຫວ່າງ ພາກຣັຖ ແລະ ພາກເອກຊົນ ຍ້ອນວ່າມີຫລາຍ ກໍຣະນີທີ່ເກີດ ຄວາມຂັດແຍ່ງ ທາງດ້ານທີີ່ດິນ ຣະຫວ່າງປະຊາຊົນກັບບໍຣິສັດ ຫລືປະຊາຊົນກັບຣັຖ ຈາກ ການໃຫ້ ສໍາປະທານ ຊຶ່ງຊາວບ້ານບໍ່ສາມາດ ຫາໃບຕາດິິນໄປຢັ້ງຢືນສິດທິ ໃນການເປັນເຈົ້າຂອງໄດ້ ເຮັດໃຫ້ຂະເຈົ້າເສັຽປຽບໃນບັນຫາ ດັ່ງກ່າວ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org