ຂ.ໄຊຍະບູຣີເຊົາເກັບເງິນ ຄົນງານ ກັບຈາກ ໄທ

ແຂວງ ໄຊຍະບູຣີ ຍົກເລີກ ເກັບ ພາສີ ຈາກ ຄົນງານ ທີ່ ໄປເຮັດວຽກ ຢູ່ ປະເທດໄທ ຍ້ອນ ເຫັນວ່າ ບໍ່ສອດຄ່ອງ ກັບ ນະໂຍບາຍ ຂອງ ພັກ.

ຄົນງານລາວ ທິ່ໄປເຮັດວຽກ ໃນໂຮງງານ ອາຫານທະເລ ຢູ່ ປະເທດໄທ Screen captured migrant workers video

ນັບ ແຕ່ຕົ້ນປີ 2016 ເປັນຕົ້ນມາ ທາງການ ແຂວງ ໄຊຍະບູຣີ ໄດ້ຍົກເລີກ ການເກັບ ອາກອນ ຈາກ ຄົນລາວ ທີ່ ໄປເຮັດວຽກ ຢູ່ໄທ ຍ້ອນເຫັນວ່າ ບໍ່ສອດຄ່ອງ ກັບ ນະໂຍບາຍ ຣັຖບານ. ດັ່ງ ເຈົ້າໜ້າທີ່ ຜແນກ ແຮງງານ ແລະ ສວັດດີການ ສັງຄົມ ແຂວງ ໄຊຍະບູຣີ ໄດ້ກ່າວ ໃນວັນທີ 18 ເມສາ ວ່າ:

"ດຽວນີ້ ເພິ່ນໂຈະ ບໍ່ມາເກັບ ພາກສ່ວນທີ່ ໄປ ຮັບຈ້າງ ຢູ່ໄທ ວ່າຊັ້ນຊະ ໂຕນີ້ ເປັນ ທົ່ວແຂວງ ບໍ່ມີແຕ່ ເມືອງນະ ມັນ ມີແຈ້ງການ ຂອງ ຜແນກອາກອນ ແຂວງ ເນາະ ໂຕນັ້ນຫັ້ນ ມັນ ບໍ່ສອດຄ່ອງ ກັບ ດໍາຣັຖ ມັນ ບໍ່ສອດຄ່ອງ ກັບ ກະຊວງ ແຮງງານ".

ທ່ານ ກ່າວ ຕື່ມອີກວ່າ ມີການສັ່ງ ໃຫ້ຍົກເລີກ ເກັບອາກອນ ຢ່າງ ຖາວອນ ໂດຍສະເພາະ ຄົນລາວ ທີ່ ໄປເຮັດວຽກ ຢູ່ໄທ ບໍ່ຕ້ອງເສັຽ ອາກອນ ຣາຍໄດ້ ອີກ. ໃນປີ ຜ່ານມາ ເຈົ້າໜ້າທີ່ ເມືອງ ປາກລາຍ ແຂວງ ໄຊຍະບູຣີ ໄດ້ ກ່າວວ່າ ຄົນລາວ ທີ່ ໄປເຮັດວຽກ ຢູ່ໄທ ຈະຕ້ອງເສັຽ ອາກອນ ໃຫ້ແຂວງ ມູລຄ່າ 660,000 ກີບ ຕໍ່ຄົນຕໍ່ປີ, ສ່ວນຜູ້ທີ່ ໄປເຮັດວຽກ ແບບ ຜິດກົດໝາຍ ຕ້ອງເສັຽ 1,300,000 ກີບ. ອີງຕາມ ການແຈ້ງການ ຂອງ ແຂວງ.

ເຈົ້າໜ້າທີ່ ໃຫ້ຂໍ້ມູນ ຕື່ມອີກວ່າ ຖ້າຜູ້ທີ່ ໄປເຮັດວຽກ ຢູ່ໄທ ພຍາຍາມ ຫລີກລ້ຽງ ການເສັຽ ອາກອນ ຈະຖືກ ນໍາຕົວໄປ ສູນ ດັດສ້າງ ຫລື ຈໍາຄຸກ ເປັນເວລາ 3 ເດືອນ, ຊຶ່ງ ເຮັດໃຫ້ຜູ້ ທີ່ໄປເຮັດວຽກ ຢູ່ໄທ ເກີດຄວາມ ຢ້ານກົວ ແລະປະກົດ ເປັນຂ່າວ ທີ່ ມີການ ວິພາກວິຈານ ກັນ ທາງ ສື່ສັງຄົມ ອອນລາຍ ຢ່າງກວ້າງຂວາງ ໃນປີ ທີ່ຜ່ານມາ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org