ທະນາຄານໂລກ ໃຫ້ເງິນຊ່ອຍເຫຼືອລາວ ອີກ

ໄມຊູລີ
2018.12.19
F-Weave ແມ່ຍິງລາວໃນຫລາຍໆແຂວງ ພາກັນຕໍ່າຫູກ ຖືເປັນອາຊີບຫຼັກ ເພື່ອສ້າງຣາຍໄດ້ ໃຫ້ຄອບຄົວ
RFA

ທະນາຄານໂລກ ໃຫ້ເງິນຊ່ອຍເຫລືອລ້າ ແກ່ສປປລາວ ອີກຈໍານວນ 10 ລ້ານ ດອນລາ​ຣ໌ ສະຫະຣັຖ ສໍາລັບໂຄງການຫລຸ​ດ​ຜ່ອນ ຄວາມ​ທຸກ​ຍາກ ແຕ່ປີ 2020 ເຖິງ 2022 ໃນ 4 ແຂວງທາງພາກເໜືອ ຄື: ແຂວງຊຽງຂວາງ, ຜົ້ງສາລີ, ຫົວພັນ ແລະ ອຸດົມໄຊ, ອີງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ທະນາຄານໂລກ ປະຈໍາລາວ.

ຍາ​ນາງກ່າວ ຕໍ່ວິທຍຸ ເອເຊັຽ ເສຣີ ໃນມື້ວັນທີ 18 ເດືອນທັນວາ ນີ້ວ່າ:

“ອັນນີ້ ແມ່ນງວດທີ 3 ແລ້ວເນາະ ມັນຕໍ່ເນື່ອງກັນມາ ຕົວນີ້ ແມ່ນໄລຍະ 3 ຂອງໂຄງການ.”

ນາງກ່າວຕື່ມວ່າ ທະນາຄານໂລກ ໃຫ້ເງິນຊ່ອຍເຫຼືອ ເພື່ອຫຼຸດຜ່ອນ ຄວາມທຸກຍາກ ໃນລາວ ເປັນເງິນທັງໝົດ 36 ລ້ານດອນລ່າ ແບ່ງອອກ ເປັນ 4 ງວດ. ຜ່ານມາ ທະນາຄານໂລກ ໄດ້ໃຫ້ ເງິນຊ່ອຍເຫຼືອໄປແລ້ວ 2 ງວດ, ງວດລະ ປະມານ 10 ລ້ານດອນລ່າ. ທະນາຄານໂລກ ໃຫ້ເງິນຊ່ອຍເຫຼືອ ທັງໝົດນັ້ນ ເພື່ອຫຼຸດຜ່ອນ ຄວາມທຸກຍາກ ໃນ 8 ແຂວງ ທີ່ທຸກຍາກທີ່ສຸດ ໃນລາວ ເປັນຕົ້ນ 4 ແຂວງ ໃນພາກເໜືອ ແລະ 3 ແຂວງ ໃນພາກໃຕ້ ຄື: ແຂວງສາຣະວັນ, ອັຕຕະປື, ແລະ ເຊກອງ.

ຈຸດປະສົງໃຫຍ່ ຂອງໂຄງການແມ່ນ ເພື່ອສ້າງວິຊາອາຊີບ ທີ່ໝັ້ນຄົງ ໃຫ້ແກ່ປະຊາຊົນລາວ ແລະ ໃຫ້ການສຶກສາ ແກ່ເດັກນ້ອຍ ໃນເຂດ ຊົນນະບົດ ແລະ ຫ່າງໄກສອກຫລີກ.ໃສ່ດ້ານ ວິຊາອາຊີບ ທາງໂຄງການ ຈະຝຶກສອນວິຊາ ຕໍ່າຫູກ, ຕໍ່າຜ້າ, ຈັກສານ ແລະ ຈະແຈກ ແນວພັນພືດເສຖກິຈ ເຊັ່ນ: ແນວກະຫລໍ່າປີ, ຫົວຫອມ, ກາເຟ ແລະ ນອກຈາກນັ້ນ ຍັງສອນໃຫ້ ປະຊາຊົນ ລ້ຽງເປັດ, ລ້ຽງໄກ່ ນໍາອີກ ດັ່ງທ່ານກ່າວວ່າ:

“ທົ່ວປະເທດເນາະ ມັນມີຊຽງຂວາງ, ຜົ້ງສາລີ, ອຸດົມໄຊ ມີອັດຕຣາຫລຸດລົງ ແລ້ວມັນມີ ກິຈກັມ ຫລາກຫລາຍ ແນວເນາະ ຄືກິຈກັມ ໄປປຸກສ້າງ ໂຮງຮຽນ ກິຈກັມເລືອກສອນ ໃຫ້ຊາວບ້ານ ໃຫ້ເພີ່ນຮູ້ຈັກ ປູກຜັກ ລ້ຽງສັດ ເພື່ອໄປຂາຍໄດ້ ເງິນມາລ້ຽງຄອບຄົວ.”

ທາງດ້ານການສຶກສາ ທາງໂຄງການ ກໍຈະສ້າງໂຮງຮຽນ ໃນແຕ່ລະບ້ານ ເພື່ອໃຫ້ເດັກນ້ອຍ ໄດ້ຮຽນໜັງສື ຢ່າງໜ້ອຍ ກໍໃຫ້ອ່ານ ແລະ ຂຽນພາສາລາວໄດ້. ເຈົ້າໜ້າທີ່ ທະນາຄານໂລກປະຈໍາລາວ ຜູ້ນີ້ ກ່າວຕື່ມວ່າ ທະນາຄານໂລກ ໃຫ້ເງິນຊ່ອຍເຫຼືອ ແກ່ລາວ ເທື່ອນີ້ ກໍເພື່ອໃຫ້ ປະຊາຊົນລາວ ສາມາດຫລຸດພົ້ນ ຈາກຄວາມທຸກຍາກໃຫ້ໄດ້ ພາຍໃນປີ 2025 ຕາມແຜນ ພັທນາເສຖກິຈ ຂອງຣັຖບານລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.