ນັກທ່ອງທ່ຽວ ຫຼຸດລົງ

ທຸຣະກິດ ການທ່ອງທ່ຽວ ຫຼຸດລົງ ຢ່າງຫຼວງຫຼາຍ ໃນຕົ້ນປີນີ້ ສາເຫດ ເປັນຍ້ອນຫຍັງ ແລະ ທາງການ ຄວນເຮັດຢ່າງໃດ ເພື່ອຟື້ນຟູ ທຸຣະກິດ ການທ່ອງທ່ຽວໃນລາວ ໃຫ້ດີຂື້ນ.

ສະຖານທີ່ທ່ອງທ່ຽວ ທີ່ນະຄອນຫຼວງພຣະບາງ Screen captured from you tube video

ຈຳນວນນັກທ່ອງທ່ຽວຕ່າງຊາດ ທີ່ເຂົ້າມາລາວ ໄດ້ຫຼຸດລົງ ປະມານ 11% ໃນໄຕຣມາດທຳອິດ ຂອງປີນີ້ ຈາກ 1 ລ້ານ 2 ແສນ 4 ມື່ນຄົນ ໃນຣະຍະເວລາດຽວກັນ ຂອງປີທີ່ຜ່ານມາ ມາເປັນ 1 ລ້ານ 1 ແສນ 1 ມື່ນຄົນໃນປີນີ້. ກຸ່ມນັກທ່ອງທ່ຽວຕ່າງຊາດ ທີ່ຫຼຸດດລົງ ຫຼາຍກວ່າໝູ່ ແມ່ນນັກທ່ອງທ່ຽວ ຈາກປະເທດອາຊຽນ ຫຼຸດລົງຈາກ 8 ແສນ 6 ຫມື່ນຄົນໃນປີ 2016 ມາເປັນ 7 ແສນ 6 ມື່ນຄົນໃນປີ 2017, ອີງ​ຕາມ​ຣາຍ​ງານ ຂອງໜັງສືພີມ ຂ່າວສານປະເທດລາວ ສບັບວັນທີ 5 ພືສພາ.

ໃນຂນະດຽວກັນ ນັກທ່ອງທ່ຽວ ຢູໂຣບ, ອາເມຣີກາເຫນືອ, ອາຟຣີກາ ແລະ ຕາເວັນອອກກາງ ກໍຫຼຸດລົງເຫມືອນກັນ, ນັກທ່ອງທ່ຽວ ຈາກຢູໂຣບຫຼຸດລົງ ປະມານ 29% ອາເມຣິກາເຫນືອ 30% ຈາກອາຟຣີກາແລະ ປະເທດຕາເວັນອອກກາງ ຫຼຸດລົງ ປະມານ 29%.
ມີນັກທ່ອງທ່ຽວ ຈາກຢູໂຣບ ເຂົ້າມາທ່ຽວລາວ ໃນຕົ້ນປີນີ້ ບໍ່ຮອດ 6 ຫມື່ນຄົນ ຈາກອາເມຣິກາເຫນືອ ບໍ່ຮອດ 2 ຫມື່ນຄົນ ຈາກອາຟຣີກາ ແລະ ປະເທດຕາເວັນອອກກາງ ໂດຍຮວມບໍ່ຮອດ 2 ພັນຄົນ. ນັກທ່ອງທ່ຽວ ຈາກໄທຍ໌ ເປັນນັກທ່ອງທ່ຽວ ຣາຍໃຫຍ່ ທີ່ເຂົ້າມາທ່ຽວລາວ ໃນແຕ່ລະປີ ແຕ່ໃນຕົ້ນປີນີ້ ກໍຫຼຸດລົງຫລາຍເຫມືອນກັນ ຄືຫຼຸດລົງ ຈາກ 5 ແສນຄົນ ມາເປັນ 4 ແສນຄົນ.

ຍານາງ ພອນມະລີ ອີນທະພອນ, ຮອງອະທິບໍດີ ກົມທ່ອງທ່ຽວ ກະຊວງຖແລງຂ່າວ ວັທນະທັມ ແລະ ການກິລາວ ສປປລາວ, ກ່າວວ່າ ໃນປັດຈຸບັນ ທາງກະຊວງ ກຳລັງຮີບໂຮມຂໍ້ມູນ ການຫຼຸດລົງ ຂອງນັກທ່ອງທ່ຽວໃນລາວ ພວກທ່ານ ກຳລັງເຮັດວຽກ ກັບແຂວງຕ່າງໆ ເພື່ອຢາກຮູ້ສາເຫດ ຂອງການຫຼຸດລົງ ແລະ ເພື່ອການແກ້ໄຂບັນຫາ ດັ່ງກ່າວ. ທີ່ເມືອງວັງວຽງ ຊື່ງເປັນແຫລ່ງທ່ອງທ່ຽວ ທີ່ໂດ່ງດັງໃນລາວ, ເຈົ້າຂອງໂຮງແຮມ ບ້ານພັກ ແລະ ຮ້ານຄ້າຕ່າງໆ ກໍຈົ່ມວ່າ ນັກທ່ອງທ່ຽວຕ່າງຊາດ ຫຼຸດລົງ ໃນຕົ້ນປີນີ້.

ຜູ້ປະກອບການ ຮ້ານຄ້າຂນາດນ້ອຍ ເມືອງວັງວຽງ ແຂວງວຽງຈັນ ຫລາຍແຫ່ງ ຕ້ອງປິດກິຈການ ຍ້ອນຈໍານວນນັກທ່ອງທ່ຽວ ຕ່າງຊາດ ຫຼຸດລົງ ທີ່ຜ່ານມາ ມີນັກທ່ອງທ່ຽວຕ່າງຊາດ ຈາກຫລາຍປະເທດ ໂດຍສເພາະ ຈາກໄທຍ໌ ແລະ ຈາກ ເອເຊັຽເຂົ້າໄປທ່ຽວ ເມືອງວັງວຽງ ຈໍານວນ ຫລວງຫລາຍ ເປັນຕົ້ນ ໃນປີ 2016 ແລະ ໃນຫລາຍປີຜ່ານມາ, ມາເຖິງປັຈຈຸບັນ ຮ້ານຄ້າຂນາດນ້ອຍ ຖືກປິດກິຈການ ໄປແລ້ວ ປະມານ 10-15%, ດັ່ງເຈົ້າຂອງ ທຸຣະກິດ ຮ້ານອາຫານ ເມືອງວັງວຽງ ແຂວງວຽງຈັນ ນາງນື່ງເວົ້າວ່າ:

“ບ້ານພັກ ເຂົາເຂົ້າມາ ເຊົ່າໂຮງແຮມໃຫຍ່ໆ ເຂົາເອົາຄົນເຂົາມາເປັນທົວ ແລ້ວກະເປັນງວດ ຂອງເຂົາ ຮ້ານອາຫານ ຂອງເຂົາທຸກຢ່າງ ທົວເຂົາ ເຂົາມີຫຸ້ນສ່ວນ ທົວເຂົາ ຍົນຂີ່ເຫີງໆນີ້ກໍແມ່ນ ຂອງເຂົາ ທຸກຢ່າງເກົາຫຼີ ຄົບວົງຈອນ ມີແຕ່ວ່າ ພວກທີ່ເຮັດນໍາເກົາຫລີນັ້ນ ໄດ້ເງິນ ຜູ້ບໍ່ໄດ້ກໍບໍ່ໄດ້ ຜູ້ໄດກໍໄດ້."

ນາງວ່າ ປັຈຈຸບັນ ນັກທ່ອງທ່ຽວ ຊາວໄທຍ໌ ແລະ ປະເທດເອເຊັຽ ຫລື ກຸ່ມ (Backpacks) ທີ່ເປັນກຸ່ມລູກຄ້າຫລັກ ໄດ້ຫຼຸດຈໍານວນລົງ ຢ່າງຫລວງຫລາຍ ສົ່ງຜົລກະທົບ ຕໍ່ຜູ້ເຮັດຮ້ານຄ້າຂນາດນ້ອຍ ໄປຕາມໆກັນ ເປັນຕົ້ນ ຮ້ານອາຫານ, ຮ້ານກິນດື່ມ, ແລະ ຮ້ານຂາຍເຄື່ອງຍ່ອຍ ເຈົ້າຂອງຮ້ານ ຍັງຕ້ອງເສັຽຄ່າເຊົ່າ ເດືອນລະ 2-4 ລ້ານກີບ ຈື່ງຈໍາເປັນ ຕ້ອງປິດຮ້ານ ແລະ ໃນຣະດູຝົນ ຊື່ງເປັນ (Low season) ນີ້ ຄາດວ່າ ກຸ່ມນັກທ່ອງທ່ຽວ ແຮ່ງຈະຫຼຸດຕື່ມໄປອີກ.

ໃນປີ 2016-2017, ນັກທ່ອງທ່ຽວຕ່າງຊາດ ທີ່ເຂົ້າມາທ່ຽວ ເມືອງວັງວຽງ  ສ່ວນຫລາຍ ຈະເປັນນັກທ່ອງທ່ຽວ ຈາກຈີນ ແລະ ເກົາຫລີໃຕ້ ເຂົາເຂົ້າມາ ແບບ tour ມີໂຮງແຮມ ບ້ານພັກ ແລະ ຮ້ານອາຫານປະຈໍາ ຂອງເຂົາເອງ ເນື່ອງຈາກ ຄົນໃນພື້ນທີ່ ອະນຸຍາດ ໃຫ້ນັກທຸຣະກິດຈີນ ແລະ ເກົາຫລີ ເຂົ້າມາລົງທຶນ ເພື່ອຮອງຮັບ tour ຈາກປະເທດເຂົາເອງ ເປັນຕົ້ນ ມາສ້າງ ໂຮງແຮມ ຮ້ານອາຫານ ແລະ ຮ້ານກິນດື່ມ.

“ຄືທົ່ວໆໄປ ເຂົາເຈົ້າ ຂາຍເພາະໄປບໍ່ລອດ ແລ້ວ ມັນ ບໍ່ມີແຂກ ເພາະວ່າ ຮ້ານອາຫານ ມັນບໍ່ໄດ້ຂາຍ ມັນກໍເສັຽຫາຍເໝິດເດ ເປັນຫຍັງແມ່ນ ທຸກຢ່າງ ຈະໄດ້ຖິ້ມໝົດ ຮ້ານຢ່າງແພງ ເພາະວ່າ ຈີນກັບເກົາຫລີ ມາແປງ.”

ອິງຕາມຣາຍງານ ຂອງທາງການລາວ, ຈໍານວນນັກທ່ອງທ່ຽວ ຕ່າງປະເທດ ທີ່ເຂົ້າມາທ່ຽວລາວ ໃນຣະຍະ 3 ເດືອນທໍາອິດ ຫຼື ໄຕຣມາດທໍາອິດ  ຂອງປີ 2017 ນີ້ ມີຢູ່ ປະມານ 1.11 ລ້ານຄົນ, ຫຼຸດລົງ ຈາກປີທີ່ຜ່ານມາປະມານ 12% ເປີເຊັນ ໃນນັ້ນ ນັກທ່ອງທ່ຽວ ຈາກກຸ່ມປະເທດ ເອເຊັຍ ຫລຸດລົງ 11% ສາເຫດຍ້ອນຫຍັງ ທາງການລາວ ຍັງມີການຊອກຫາຂໍ້ມູນຢູ່. ສຳລັບການທ່ອງທ່ຽວ ໃນຂົງເຂດ ໃນປີ 2016 ເອເຊັຽ-ປາຊີຟີກ ຮອງຮັບ ນັກທ່ອງທ່ຽວຕ່າງຊາດ ໄດ້ໃນປີນັ້ນ ປະມານ 309 ລ້ານຄົນ ເພີ້ມຂື້ນ 9% ຈາກປີ 2015 ກຸ່ມດັ່ງກ່າວ ຄາດວ່າ ພາຍໃນປີ 2030 ຈະມີນັກທ່ອງທ່ຽວ ຕ່າງຊາດ ເຂົ້າມາທ່ຽວອາຊຽນເຖິງ 535 ລ້ານຄົນ. ຫລາຍປະເທດຈະມີນັກທ່ອງທ່ຽວເພີ້ມຂື້ນ ແຕ່ ສປປລາວ ຍັງບໍ່ແນ່.

ນັກວິຊາການ ດ້ານການທ່ອງທ່ຽວໃນຂົງເຂດ ທ່ານນື່ງເວົ້າວ່າ ການທີ່ນັກທ່ອງທ່ຽວລຸດລົງ ໃນລາວ ໃນໄຕຣມາດທຳອິດ ຂອງຕົ້ນປີນີ້ ເປັນຍ້ອນຫລາຍສາເຫດ ເປັນຕົ້ນ 1-ສປປລາວ ຂາດສຖານທີ່ທ່ອງທ່ຽວ ທີ່ຫນ້າຈັບໃຈ ແລະຫລາກຫລາຍ ຊື່ງແຫລ່ງທ່ອງທ່ຽວໃນລາວ ໃນປັດຈຸບັນ ສ່ວນໃຫຍ່ ຈະເປັນສຖານທີ່ເກົ່າ ເປັນຕົ້ນ ນະຄອນຫລວງພຣະບາງ ແລະເມືອງວັງວຽງ ບໍ່ມີແຫລ່ງທ່ອງທ່ຽວໃຫມ່.

2-ການພັທນາ ໂຄງຮ່າງພື້ນຖານ ການທ່ອງທ່ຽວໃນລາວ ເຊັ່ນຖນົນຫົນທາງ ໂຮງແຮມ ບ້ານພັກ ແລະຮ້ານອາຫານ ກໍບໍ່ໄດ້ມາຕຖານສາກົນ ຖນົນຫລາຍສາຍໃນລາວ ຍັງໃຊ້ການບໍ່ໄ ດ້ແລະບໍ່ປອດພັຍ ສຳລັບນັກທ່ອງທ່ຽວ ແລະກໍມີຂ່າວ ການລັດຍິງລົດ ຢູ່ຕຣອດໃນບາງພື້ນທີ່.

3- ສຖານທີ່ທ່ອງທ່ຽວ ທີ່ມີຢູ່ໃນປັດຈຸບັນ ກໍບໍ່ເປັນຫນ້າຈັບໃຈ ແລະບໍ່ໄດ້ມາຕຖານ ເປັນຕົ້ນ ຂາດຫ້ອງນ້ຳ ແລະຂາດຄວາມສະອາດ ບໍ່ມີການບົວຣະບັດຮັກສາ ແລະຂາດການຕ້ອນຮັບທີ່ດີ.

4-ບໍຣິສັດນຳທ່ຽວ ຫລື guide ນຳທ່ຽວໃນລາວ ກໍບໍ່ດືງດູດນັກທ່ອງທ່ຽວ ຂາດການປຸກຈິດໃຈ ແລະກະຕຸ້ນການທ່ອງທ່ຽວ ບາງລາຍໃຊ້ ຄຳເວົ້າ ຫລືພາສາ ທີ່ບໍ່ຫນ້າຈັບໃຈ.

5-ແຫຼ່ງທ່ອງທ່ຽວໃນລາວ ບໍ່ມີຫລາຍ ດັ່ງປະເທດເພື່ອນບ້ານ ເປັນຕົ້ນປະເທດໄທ ການທ່ອງທ່ຽວໃນລາວ ມີແຕ່ໄປເບິ່ງ ວັດວາອາຮາມ ປະເພນີ ວີຖີຊີວີດ ຂອງຄົນທ້ອງຖິ່ນ ໄປຫລາຍເທື່ອກໍເບື່ອ ສຳລັບນັກທ່ອງທ່ຽວ ທັມມະຊາດນັ້ນ ກໍມີແຕ່ນັກທ່ອງທ່ຽວ ພາຍຖົງຫລື back pack ຊື່ງເປັນກຸ່ມ ທີ່ໃຊ້ຈ່າຍຄ້ອນຂ້າງຕ່ຳ ແລະປະຫຍັດ.

6-ສປປລາວ ຂາດແຫລ່ງທ່ອງທ່ຽວ ແບບສຳຣານ ເຊັ່ນການເດີນທະເລ ຫາດຊາຍ ແລະສຖານທີ່ບັນເທີງ ທາງເພດ ຫລືບັນເທີງໂດຍທົ່ວໄປ ສຳລັບນັກທ່ຽວກາງຄືນ ຊື່ງໃນລາວ ມີການຈຳກັດເວລາ ໃນການທ່ອງທ່ຽວ ໃນຍາມກາງຄືນ ຮອດ 12 ໂມງທ່ຽງຄືນ ກໍສັ່ງຫ້າມ ແລະ ສຖານທີ່ບັນເທີງຕ່າງໆ ກໍຖືກສັ່ງໃຫ້ປິດ ນັກທ່ອງທ່ຽວ ຊາວຕ່າງຊາດ ທ່ານນື່ງເວົ້າວ່າ ມາລາວ ແມ່ນມານອນ ບໍ່ແມ່ນມາທ່ອງທ່ຽວ ແລະກໍບໍ່ມີຫຍັງເຮັດ ໂດຍສະເພາະ ໃນຍາມກາງຄືນ ຕ້ອງໄດ້ຢູ່ໃນແຕ່ໂຮງແຮມ ບໍ່ສາມາດອອກ ມານອກໄດ້ ຈະຖືກຈັບກຸມ ຈາກເຈົ້າຫນ້າທີ່ ຮັກສາຄວາມສງົບ ແລະຈະຖືກຂໍ້ຫາ ເປັນຜູ້ລະເມີດ ຂໍ້ຫ້າມຂອງທາງການ.

7-ເຈົ້າຫນ້າທີ່ຕຳຣວດ ຂາດມາຣະຍາດ ຕໍ່ນັກທ່ອງທ໋ຽວຊາວຕ່າງຊາດ ຖ້າມີບັນຫາ ແລະກໍມີການຕິດຕາມ ສຳລັບບຸກຄົນ ທີ່ທາງການລາວ ສົງສັຍວ່າ ມີພຶດຕິກຳ ສ້າງບັນຫາ ເປັນຕົ້ນ ຖ້າເມົາເຫລົ້າ ໃນສຖານທີ່ບັນເທີງ ແລະຮ້ານກີນດື່ມຕ່າງໆ.

8-ການທ່ອງທ່ຽວ ທັມມະຊາດ ຫລືການທ່ອງທ່ຽວ ແບບພເນຈອນຕ່າງໆໃນລາວ ກໍຂາດຄວາມປອດພັຍ ຖ້າໄດ້ຮັບບາດເຈັບ ໂຮງຫມໍກໍບໍ່ມີ ຫລືຖ້າມີກໍບໍ່ໄດ້ມາຕຖານ ເປັນຕົ້ນ ທີ່ເມືອງວັງວຽງ ແລະນັກທ່ອງທ່ຽວ ບາງຄົນເສັຽຊີວີດຍ້ອນ ແລະ ບັນຫາອື່ນໆ ທີ່ຮ່ວມດ້ວຍ ກົດຣະບຽບ ການຮັກສາ ຄວາມປອດພັຍ ຂອງຕຳຣວດລາວ ຖ້າມີບັນຫາ ມີແຕ່ຈັບໃສ່ຄຸກ ຢ່າງດຽວ ບໍ່ມີການສືບສວນ ແລະ ຜ່ານຂບວນການຍຸດຕິທຳ ຫລື ທະນາຍຄວາມ ມາປະກັນໂຕ.

ໃນທີ່ສຸດ ນັກວິຊາການ ທ່ານນີ້ ໄດ້ແນະນຳໃຫ້ ທາງການລາວ ໃຫ້ປັບປຸງສຖານທີ່ ທ່ອງທ່ຽວ ໃນລາວ ໃຫ້ໄດ້ມາຕຖານຫລາຍຂື້ນ ເປັນຕົ້ນ ຄວາມສະອາດ ຄວາມປອດພັຍ ໃນການເດີນທາງ ຂຍາຍແຫລ່ງທ່ອງທ່ຽວ ໃຫ້ຫລາກຫລາຍ ບໍ່ແມ່ນແຕ່ ໄປເບີ່ງວັດວາອາຮາມ ແລະ ປະເພນີ ວັທນະທຳດັ້ງເດີມ ຂອງລາວເທົ່ານັ້ນ ຕ້ອງປະກອບດ້ວຍ ແຫຼ່ງທ່ອງທ່ຽວ ຄົບວົງຈອນ ໄປຮອດ 24 ຊົ່ວໂມງ ດັ່ງທີ່ຫລາຍປະເທດ ຂະເຈົ້າກະທຳ.
2-ກົດຣະບຽບ ກ່ຽວກັບ ການເຂົ້າ-ອອກປະເທດ ການເດີນທາງໄປທ່ຽວ ຕ່າງແຂວງກົດ ກໍຕ້ອງໃຫ້ຄວາມສະດວກ ສບາຍໃຫ້ແກ່ນັກທ່ອງທ່ຽວ ຊື່ງໃນປັດຈຸບັນ ໃນຫລາຍເຂດຍັງຖືກຈຳກັດຢູ່. 3-ຄວາມປອດພັຍ ຂອງຖນົນຫົນທາງ, ຄວາມສະອາດ ຂີ້ເຫຍື່ອ ແລະ ຫ້ອງນ້ຳ ຮ່ວມທັງ ຮ້ານອາຫານ ຄວນມີການຍົກຣະດັບ ໃຫ້ໄດ້ມາຕຖານ ເພື່ອຫລີກລຽງສາກົນ ດັ່ງຕົວຢ່າງ ປະເທດສິງກະໂປ. 4-ໂຮງພຍາບານ ສຳລັບເຫດສຸກເສີນ ຕ້ອງມີການບໍຣິການ ຕຣອດ 24 ຊົ່ວໂມງ ຮ່ວມດ້ວຍ ມີແພດຫມໍແລະຣົດ ambulance ປະຈຳການ ຕຣອດເວລາ ຊື່ງໃນປັດຈຸບັນ ໃນລາວ ໃນຫລາຍແຂວງ ຍັງບໍ່ມີການບໍຣິການ ດັ່ງກ່າວ. 5-ທາງການລາວ ຄວນລະ​ດົມ ການທ່ອງທ່ຽວ ແບບຄົບວົງຈອນ ໃນແຕ່ລະປີ ຫລື 6 ເດືອນ ສາມເດືອນ ເພື່ອກະຕຸ້ນ ການທ່ອງທ່ຽວໃນລາວ ດ້ວຍການຈັດກິຈກຳ ຕ່າງໆຂື້ນ. 6-ໃນທີ່ສຸດ ທ່ານວ່າ ສປປລາວ ຄວນມີພນັກງານ ສເພາະການທ່ອງທ່ຽວ ແບບປະເທດໄທຍ໌ ເພື່ອໃຫ້ການແນະນຳ ນັກທ່ອງທ່ຽວ ແລະ ດູແລຄວາມປອດພັຍ ຂອງພວກຂະເຈົ້າ.

ສປປລາວ ຍັງເປັນປາຍທາງ ສຳລັບ ນັກທ່ອງທ່ຽວ ຕ່າງຊາດຢູ່ ໃນທຸກມື້ນີ້ ຍ້ອນວ່າ ນັກທ່ອງທ່ຽວສ່ວນໃຫຍ່ ຈະໄປປະເທດອື່ນກ່ອນ ກ່ອນຈະມາລາວ ດັ່ງນັ້ນ ການທີ່ນັກທ່ອງທ່ຽວ ໃນລາວ ຫຼຸດລົງນັ້ນ ອາດເປັນຜົລພວງ ມາຈາກການຫຼຸດລົງ ຂອງການທ່ອງທ່ຽວ ໃນຂົງເຂດ ກໍເປັນໄດ້ ຍອ້ນສພາບການ ຂອງໂລກ ແລະ ໃນຂົງເຂດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org