ຊົນເຜົ່າຕໍ່າຫູກ ຕ້ອງການ ຝຶກອາຊີບຕື່ມ
2019.11.06
ກຸ່ມຊົນເຜົ່າ ໄຕ໋ແດງ ແລະ ໄຕ໋ຂາວ ທີ່ປະກອບອາຊີບ ຕໍ່າຫູກ ເປັນສິນຄ້າ ຈໍານວນ 70 ຄອບຄົວ ຢູ່ບ້ານພຽງງາມ ເມືອງຫຼວງນໍ້າທາ ແຂວງຫຼວງນໍ້າທາ ຕ້ອງການ ໃຫ້ທາງການລາວ ຊ່ອຍເຫຼືອ ເຣຶ່ອງການສອນ ຕັດຫຍິບຕ່າງໆ ໃຫ້ ຫຼື ເອົາໄປຝຶກອົບຮົມ ສີມືແຮງງານ ຍ້ອນວ່າ ທີ່ຜ່ານມາ ມີແຕ່ ໄດ້ຕໍ່າສິ້ນ, ຜ້າບ່ຽງ, ຜ້າປູໂຕະຂາຍ ຊຶ່ງລູກຄ້າ ກໍຕ້ອງການສິນຄ້າ ແນວອື່ນນຳ ດັ່ງນັ້ນ ຈຶ່ງຢາກຕໍ່າສິ້ນ, ຕໍ່າຜ້າ ແລະ ຕັດຫຍິບ ໄປນໍາ, ອີງຕາມຄໍາເວົ້າ ຂອງສະມາຊິກ ໃນກຸ່ມຕໍ່າຫູກ ຜູ້ນຶ່ງ ຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 1 ພຶສຈິກາ ວ່າ:
“ຢາກໃຫ້ ຂັ້ນເທິງນິ່ ມີການຊ່ອຍເຫຼືອ ເອົາໄປຝຶກສີມື ແຮງງານ ເປັນຖົງເປ້ ເປັນບຸກ ເປັນຫຍັງ ເປັນໝວກ ເປັນຫຍັງ ໄປຫັ່ນນາ ອັນນີ້ ມີແຕ່ຜ້າບ່ຽງ ເປັນສິນຄ້າ ຢ່າງດຽວ ເປັນ ຜລິຕພັນ ແຂກຕ້ອງການ ແນວອື່ນ ເຮົາຈະບໍ່ມີ ໃຫ້ແຂກ.”
ໃນຂະນະດຽວກັນ ສະມາຊິກ ກຸ່ມຕໍ່າຫູກ ອີກຄົນນຶ່ງ ກໍກ່າວວ່າ ປັດຈຸບັນ ກຸ່ມຊົນເຜົ່າ ໄຕ໋ແດງ ແລະ ໄຕ໋ຂາວ ຍັງຕໍ່າຫູກ ເປັນສິນຄ້າ, ມີຜົລຜລິດ ຄືກັນໝົດ ເຮັດໃຫ້ ສິນຄ້າອັ່ງ ບໍ່ໄດ້ຂາຍ:
“ອັນພວກອ້າຍນັ້ນ ມັນບໍ່ມີທຶນ ສິໄປນາ ເອົາເຂົາເຈົ້າ ໄປຝຶກອົບຮົມ ບາດນີ້ ມີໂຄງການ ໂຕໃໝ່ ມາຢອດໃສ່ ຈະສົ່ງເສີມ ເຜົ່າໄຕ໋ແດງ.”
ອາຊີບຕໍ່າຫູກ ຂອງຊາວໄຕ໋ແດງ ແລະ ໄຕ໋ຂາວ ເປັນອາຊີບ ທີ່ສືບທອດກັນ ມາແຕ່ ບັນພຣະບູຣຸດ ຊຶ່ງປັດຈຸບັນ ອາຊີບດັ່ງກ່າວ ສາມາດ ສ້າງລາຍໄດ້ ໃຫ້ກັບສະມາຊິກ ກຸ່ມຈໍານວນ 70 ຄອບ ຄົວນັ້ນ ສເລັ່ຽ ເດືອນລະ 2-3 ລ້ານກີບ ຕໍ່ຄອບຄົວ. ຖ້າຫາກວ່າ ທາງການມາຊ່ອຍ ສົ່ງເສີມ ຝຶກອົບຮົມ ສອນຕັດຫຍິບເຄື່ອງ ອີກຕື່ມ ກໍຈະເຮັດໃຫ້ ພວກເຂົາເຈົ້າ ມີລາຍໄດ້ ໃນແຕ່ລະເດືອນ ເພີ່ມຂຶ້ນ ຕື່ມອີກ 1 ລ້ານ 2 ລ້ານກີບ ຕໍ່ຄອບຄົວ ແລະ ຈະຊ່ອຍໃຫ້ຊີວິດ ການເປັນຢູ່ ຂອງພວກເຂົາເຈົ້າດີຂຶ້ນ.