ຄ່າແຮງຂຶ້ນບໍ່ທັນຄ່າ ຄອງຊີພ

ໄມຊູລີ
2015.10.13
F-Garment ໂຮງງານຕັດຫຍິບ ໃນ ສປປລາວ
JcLao

ຄົນງານ ລາວ ຍັງບໍ່ໄດ້ ຮັບຄ່າຈ້າງ ແຮງງານ ດີ ຕາມ ສົມຄວນ ແຕ່ ຄ່າໃຊ້ຈ່າຍ ປະຈໍາວັນ ກໍແຮງສູງ ຂຶ້ນນັບມື້, ຄົນງານ ສ່ວນໃຫຍ່ ຕ້ອງໄດ້ຫາ ວຽກເພີ້ມ ຫຼາຍຄົນ ກໍ ໜີໄປ ເຮັດວຽກ ຢູ່ ປະເທດ ໄທ, ແຕ່ ກໍ ບໍ່ແນ່ໃຈ ວ່າ ຖ້າແມ່ນ ທາງການ ລາວ ປັບຄ່າ ແຮງງານ ຂື້ນແລ້ວ ຄົນງານ ລາວ ຈະເຮັດ ວຽກ ຢູ່ລາວ ຫຼາຍຂຶ້ນ ຫຼືບໍ. ຕາມ ຄໍາເວົ້າ ຂອງ ພະນັກງານ ໂຮງງານ ຕັດຍິບ ຄົນນຶ່ງ ໃນ ນະຄອນຫຼວງ ວຽງຈັນ:

“ຄັນຊິເວົ້າ ວ່າ ຈັ່ງໃດ ມັນກໍບໍ່ພໍ ປານໃດ ເນາະ ມັນ ກໍຕ້ອງໄດ້ ຫາຣາຍໄດ້ ສ່ວນອື່ນ ເພີ້ມຕຶ່ມ ຈັ່ງຊີ້ນ່າ, ຈະວ່າ ໃຫ້ ພໍມັນ ກໍບໍ່ພໍດອກ ພວກ ອັນນັ້ນ ຄືກັນ ພວກຣັຖ ພວກຫຍັງ ກໍຄືກັນ ນັ້ນ ແຫຼະ”.

ນາງ ເວົ້າ ຕໍ່ໄປວ່າ ພະນັກງານ ຝ່າຍ ຕັດຫຍິບ ບໍ່ໄດ້ ຄ່າແຮງ ຕາຍຕົວ, ມັນຂຶ້ນກັບ ຈໍານວນ ເສື້ອຜ້າ ທີ່ ແຕ່ລະຄົນ ຫຍິບໄດ້ ຕໍ່ ເດືອນ ເພາະ ທາງ ໂຮງງານ ຈ່າຍ ເປັນໂຕໃຫ້ ຜູ້ໃດ ຫຍິບໄວ ກໍໄດ້ຫຼາຍໂຕ, ຜູ້ໃດ ຫຍິບ ຊ້າແດ່ ກໍໄດ້ ເງິນ ໜ້ອຍ.

ໃນ ກໍຣະນີ ການຂາດ ຄົນງານ ຕັດຫຍິບ ນັ້ນ, ທາງ ວິທຍຸເອເຊັຽ ເສຮີ ໄດ້ ເວົ້າລົມນໍາ ຄົນລາວ ໃນ ນະຄອນຫຼວງ ວຽງຈັນ ວ່າ, ຖ້າ ຣັຖບານ ລາວ ປັບ ຄ່າ ແຮງງານ ໃຫ້ ສູງຂຶ້ນ ແດ່, ຈະເຮັດໃຫ້ ຄົນງານ ລາວ ບໍ່ໄປ ເຮັດວຽກ ຢູ່ ປະເທດ ໃກ້ຄຽງ ບໍ່, ເຊັ່ນ ປະເທດ ໄທ ນາງ ຕອບວ່າ:

“ເອື້ອຍ ກໍບໍ່ຮູ້ ຊິວ່າເດີ ອັນນີ້ມັນ  ເວົ້າເຣື້ອງໃຈ ມັນອ່ານໃຈ ເຂົາ ບໍ່ອອກ ເພາະວ່າ ເດັກນ້ອຍ ສ່ວນຫຼາຍ ຄື ໂຮງງານ ເຮົານີ້ ເງິນເດືອນ ມັນ ກໍໜ້ອຍ ເພີ່ນກໍຂຶ້ນ ມາແລ້ວເດ ເຂົາກໍຍັງ ແບບວ່າ ເຂົາຢາກຢູ່ ເຂົາກໍຢູ່ ເຂົາ ບໍ່ຢາກຢູ່ ເຂົາກໍໄປ, ຈັ່ງຊິ້ນະ ກໍ ເວົ້າເຣື້ອງ ໃຈ ເນາະ”.

ຢ່າງໃດ ກໍຕາມ ປັຈຈຸບັນ ຣັຖບານ ລາວ ກໍພຍາາມ ແກ້ໃຂ ບັນຫາ ການ ຂາດແຄນ ແຮງງານ ໂດຍສະເພາະ ໃນ ອຸດສາຫະກັມ ຕັດຫຍິບ ຈະປັບຄ່າ ແຮງງານ ຂັ້ນຕໍ່າຂຶ້ນ ອີກ ຫລັງຈາກ ໄດ້ ປັບຂຶ້ນ ເປັນ 9 ແສນ ກິບ ໃນເດືອນ ເມສາ ຜ່ານມາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.