ຊາວບ້ານຈາກເຂື່ອນນໍາຄານ 3 ສັບສົນ
2015.03.26
ຊາວບ້ານ ທີ່ ຖືກ ໂຍກຍ້າຍ ຈາກ ເຂດ ເຂື່ອນ ນໍ້າຄານ3 ເປີດເຜີຍ ວ່າ ມີ 20 ກວ່າ ຄອບຄົວ ຍັງ ບໍ່ໄດ້ ໂຍກຍ້າຍ ໄປພ້ອມ ກັບ ໝູ່ ຍ້ອນ ທາງ ໂຄງການ ບໍ່ ສາມາດ ປຸກ ເຮືອນ ໃຫ້ ພວກເຂົາ ໄດ້ ສໍາເຣັດ ຕາມ ກໍານົດ. ຫລາຍ ຄອບຄົວ ທີ່ ຍ້າຍໄປ ຍັງບໍ່ມີ ໄຟຟ້າ ໃຊ້ ເຮັດໃຫ້ ຫຍຸ້ງຍາກ ໃນ ຊ່ວງ ທໍາອິດ ຢູ່ ໃນ ບ້ານຈັດສັນ ນັ້ນ:
"ເຣື່ອງ ການ ຍົກຍ້າຍ ນີ້ກໍ໋ ມັນມີ ຄວາມ ຫຍູ້ງຍາກ ຍ້ອນວ່າ ເຮົາໄດ້ ເຮັດ ເປັນ 2-3 ຂັ້ນ ຕອນ ເພາະວ່າ ມັນ ອີງໃສ່ ທາງ ໂຄງການ ກໍ່ສ້າງ ເຮືອນ ນັ້ນ ມັນ ບໍ່ສໍາເຣັດ ເນາະ ກໍ່ສ້າງ ແລ້ວ ບໍ່ ສໍາເຣັດ ເປັນຕົ້ນ ແມ່ນ ວັດຖຸ ຕອບ ສນອງ ບໍ່ ພຽງພໍ ຫັ້ນນະ ເອົາ ໄຟຟ້າ ເຂົ້າ ບໍ່ທັນ ຫລືວ່າ ໄມ້ ບານປະຕູ ບໍ່ທັນແລ້ວ ບໍ. ຂໍ້ຫຍູ້ງຍາກ ບັນຫາ ທີ 2 ບ້ານທີ່ ຢູ່ຟາກ ຄານ ເນາະ ເບື້ອງນັ້ນ ຫຍຸ້ງຍາກ ເພາະວ່າ ບໍ່ມີ ເຮືອແດ່ ກໍ ຈໍາເປັນ ຕ້ອງໄດ້ ເລັ່ງໃສ່ ຊ່ວງ ຣະດູ ແລ້ງ ຍາມນີ້ ແຫລະ ຣະດົມ ປະຊາຊົນ ເຮັດຂົວ ແລ້ວ ກໍຍ້າຍ ຂົນເຄື່ອງ ຂຶ້ນ ມາຫາ ທາງລົດ ແລ້ວ ກໍຣະດົມ ປະຊາຊົນ ເຮົາ ຊ່ວຍກັນ".
ທ່ານ ເວົ້າວ່າ ໃນການ ໂຍກຍ້າຍ ຄັ້ງນີ້ ຊາວບ້ານ ຕ້ອງໄດ້ ຊ່ວຍກັນ ສ້າງ ຂົວ ຊົ່ວຄາວ ເອົາເອງ ເພື່ອ ຂົນ ເຄື່ອງຂອງ ມາບ້ານ ຈັດສັນ ຂອງ ໂຄງການ ໂດຍທີ່ ເຈົ້າໜ້າທີ່ ໂຄງການ ບໍ່ໄດ້ ປະກອບ ສ່ວນ ມີແຕ່ເອົາ ຣົດ ມາລໍຖ້າ ຂົນເຄື່ອງ ຂອງ ປະຊາຊົນ ເມື່ອ ສ້າງຂົວ ແລ້ວ.
ສຳລັບ ການ ຊ່ວຍ ລ້ຽງດູ ທີ່ ໂຄງການ ສັນຍາ ວ່າ ຈະຈ່າຍ ເປັນເງິນ ໃຫ້ ປະຊາຊົນ ນັ້ນ ກໍຍັງບໍ່ ໄດ້ຮັບ ແລະ ບໍ່ຮູ້ວ່າ ຈະຈ່າຍ ໃຫ້ ແຕ່ລະ ຄອບຄົວ ເທົ່າໃດ ຊາວບ້ານ ຈຶ່ງ ກັງວົນ ຍ້ອນ ພວກ ເຂົາເຈົ້າ ຢາກໃຫ້ ທາງ ໂຄງການ ຫລື ຣັຖບານ ເຂົ້າມາ ຊ່ອຍ ແກ້ໄຂ ບັນຫາ ນີ້ ຢ່າງ ຮີບດ່ວນ. ໂຄງການ ນີ້ ເຮັດໃຫ້ ປະຊາຊົນ 655 ຄອບຄົວ ຈາກ 10 ບ້ານ ໂຍກຍ້າຍ ໄປຢູ່ ບ້ານ ສາມັກຄີໄຊ ຊຶ່ງ ເປັນບ້ານ ຈັດສັນ ໃໝ່.
ເຂື່ອນ ນໍ້າຄານ3 ໃນ ເມືອງ ຊຽງເງິນ ແຂວງ ຫລວງ ພຣະບາງ ຈະມີ ກໍາລັງ ການຜລິດ 60 ເມກາວັດ ໃຊ້ເນື້ອທີ່ ດິນ 25 ເຮັກຕາ ໃນເຂດ ບ້ານ ດອນໂມ ແລະ ບ້ານ ສາມັກຄີໄຊ, ກວມເອົາ ເນື້ອທີ່ ປ່າສງວນ ສ່ວນນຶ່ງ. ເຂື່ອນ ແຫ່ງນີ້ ສ້າງ ໂດຍ ບໍຣິສັດ ຊິໂນ ຮາຍໂດຣ ຂອງຈີນ, ຈະໃຊ້ ງົບປະມານ ກໍ່ສ້າງ 132 ລ້ານ ໂດລາ ສະຫະຣັດ, ຕາມ ແຜນການ ວ່າຈະ ສໍາເຣັດ ແລະ ເປີດໃຊ້ ໃນ ປີ 2016.