ມ.ໝື່ນ ຊາວບ້ານບໍ່ຍອມເສັຽ ດິນໄຮ່

ຊາວບ້ານຢູ່ເມືອງໝື່ນ ແຂວງວຽງຈັນ ບໍ່ຍອມຍົກດິນໄຮ່ ດິນຄັງ ໃຫ້ ບໍຣິສັດ ບົວລະພາ ເພື່ອປູກໄມ້ ອຸດສາຫະກັມ.

ຫ້ອງການເທສບານ ເມືອງໜື່ນ ທີ່ມີການຫາລື ກັບ ບໍຣິສັດບົວລະພາ ກະສິກັມ-ປ່າໄມ້ ຈະຂໍສັມປະທານ ທີ່ດິນປູກໄມ້ ອຸດສາຫະກັມ ຢູ່ເມືອງໝື່ນ ແຂວງວຽງຈັນ (ຮູບຖ່າຍ ປີ 2015) ນັກຂ່າວພົລເມືອງ

ຊາວບ້ານໂນນໄຮ່ ຢູ່ເມືອງໝື່ນ ແຂວງວຽງຈັນ ປະມານ 200 ຄອບຄົວ ຊຶ່ງສ່ວນໃຫຍ່ ເປັນຊົນເຜົ່າມົ້ງ ແລະ ຊົນເຜົ່າເຫຍົ້າ ບໍ່ຍອມຍົກດິນໄຮ່ ປູກເຂົ້າ ແລະ ດິນຄັງລ້ຽງສັດ ໃນເນື້ອທີ່ ທັງໝົດ 800 ປາຍເຮັກຕາ ໃຫ້ບໍຣິສັດ ບົວລະພາ ກະສິກັມ-ປ່າໄມ້ ເພື່ອປູກ ໄມ້ອຸດສາຫະກັມ ຍ້ອນຢ້ານບໍ່ມີດິນທໍາກິນ, ດັ່ງຊາວບ້ານໂນນໄຮ່ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ທັນວາ ນີ້ວ່າ:

“ຄັນບໍ່ມີດິນເຮັດໄຮ່ເຮັດນາ ເຮັດກິນແລ້ວ ຄືສິເຮັດຫຍັງບໍ່ໄດ້ ແລ້ວກໍສິທຸກ ເບິ່ງແຍງແດ່ ຄັນວ່າບໍ່ມີດິນທໍາການຜລິດ ຫຼືວ່າບໍ່ມີບ່ອນປູກຝັງລ້ຽງສັດນີ໋ ກໍສິຢູ່ບໍ່ໄດ້ ສິປ່ຽນອາຊີບໃດ໋ ຈັ່ງສິໄດ້ລ້ຽງຄອບຄົວໄດ້. ລູກເຕົ້າກໍຫລາຍ ຢາກສເນີວ່າ ຄັນຜູ້ມີດິນເນື້ອທີ່ຫລາຍ ຄັນວ່າພໍປັນໄດ້ ທາງບ້ານທາງພໍ່ແມ່ປະຊາຊົນ ຈະປັນສ່ວນນຶ່ງໃຫ້ ຄັນວ່າມີຜູູ້ມີໜ້ອຍ ກໍຂໍທໍາການ ຜລິດຕໍ່.”

ແລະຊາວບ້ານໂນນໄຮ່່ ອີກຜູ້ນຶ່ງກໍເວົ້າວ່າ ສາເຫດທີ່ຕົນບໍ່ຍອມຍົກດິນໃຫ້ ບໍຣິສັດນັ້ນກໍ ຍ້ອນວ່າເປັນດິນໄຮ່ປູກເຂົ້າ ແລະລ້ຽງສັດພໍໄດ້ກິນ ແລະຂາຍມາໄດ້ 20 ປາຍປີແລ້ວ ແລະວ່າ ຫາກທາງການບໍ່ແກ້ໄຂ ໃຫ້ຄວາມທຸກຍາກຂອງປະຊາຊົນຢູ່ບ້ານນີ້ ກໍຈະເພິ່ມຂຶ້ນ ຈາກເດີມ ທີ່ມີ 6 ຄອບຄົວ ທຸກຍາກ:

“ສະເພາະແຂວງວຽງຈັນ ຫລືວ່າກໍາແພງນີ໋ ຈະເປັນເຂົ້າໂນນໄຮ່ ແລະກໍເມືອງໝື່ນເຮົານີ໋ ຈະເປັນເຂົ້າໂນນໄຮ່ ສົ່ງອອກໄປຂາຍ ຫລາຍກວ່າໝູ່ ເພາະວ່າເຂົ້າ ບ້ານເຮົາ ປະຊາຊົນ ກໍເຮັດແບບໄດ້ຫລາຍເນາະ ແລ້ວກໍຂາຍບາດເລັກບາດນ້ອຍ ມາແກ້ໄຂຄອບຄົວ ເພື່ອຊື້ເຄື່ອງຊື້ຜ້າ ຊື້ບິກຊື້ສໍ ໃຫ້ລູກຫລານໄປຮຽນນີ໋ນ່າ ຖ້າບໍ່ມີດິນຈໍາພວກນຍີ້ ໃຫ້ປູກໄມ້ໝົດ ແລ້ວປະຊາຊົນ ຈະຢູ່ບໍ່ໄດ້ ແນ່ນອນເລີຍ.”

ທ່ານກ່າວຕື່ມວ່າ ທີ່ຜ່ານມາ ຊາວບ້ານໄດ້ຍົກດິນນາ ແລະ ດິນປູກຢາງພາຣາ ໃຫ້ບໍຣິສັດນີ້ໄປແລ້ວ 400 ປາຍເຮັກຕາ, ແຕ່ວ່າຍັງບໍ່ຍົກດິນໄຮ່່ ດິນຄັງ 800 ປາຍ ເຮັກຕານີ້ໃຫ້ ບໍຣິສັດ ຕື່ມອີກ.

ກ່ຽວກັບບັນຫານີ້ ຄະນະປົກຄອງບ້ານໂນນໄຮ່ ທີ່ບໍ່ປະສົງອອກຊື່ ແລະສຽງທ່ານນຶ່ງ ກ່າວວ່າ ທີ່ຜ່ານມາ ແລະ ໃນປັດຈຸບັນ ອໍານາດການປົກຄອງບ້ານນີ້ ຍັງບໍ່ໄດ້ເຊັນ ຍົກດິນ 800 ປາຍເຮັກຕານີ້ໃຫ້ ບໍຣິສັດບົວລະພາເທື່ອ ບໍ່ຄືບ້ານອື່ນໆ ທີ່ບໍ່ຟັງຫາງສຽງຂອງ ປະຊາຊົນ. ທ່ານເວົ້າວ່າ:

“ສໍາລັບທຸກບ້ານອື່ນຫັ້ນ ຖືວ່າບໍ່ໄດ້ຟັງສຽງປະຊາຊົນເລີຍ ມີແຕ່ວ່າ ທາງບໍຣິສັດ ຢາກໃຫ້ເຊັນ ເພິ່ນກໍເຊັນ ທາງເມືອງ ເພິ່ນຢາກໃຫ້ເຊັນ ເພິ່ນກໍເຊັນໄປ. ຊາວບ້ານເປັນຄົນ ທີ່ວ່າມາຢູ່ ກ່ອນໆ ເຂົາເຈົ້າຂໍໃຫ້ເຮົາເບິ່ງແຍງ ຄັນເຮົາບໍ່ເບິ່ງຈັກໜ່ອຍ ກໍສິບໍ່ໄດ້ ດັ່ງນັ້ນຈຶ່ງສເນີຄໍາຂໍຮ້ອງ ຂອງເຂົາເຈົ້າໃຫ້ຂັ້ນເທິງ ຂັ້ນເທິງ ສິພິຈາຣະນາແນວໃດ ກໍແລ້ວແຕ່.”

ທ່ານກ່າວຕື່ມວ່າ ສໍາລັບບ້ານໂພນແສນ, ບ້ານນໍ້າແພດ, ບ້ານເມືອງໝື່ນ, ບ້ານນໍາເລົ້າ ບ້ານໂພນສີວິໄລ, ບ້ານໂພນງາມ ແລະ ບ້ານຫ້ອມນັ້ນ ທາງອໍານາດການປົກຄອງບ້ານ ໄດ້ເຊັນ ອະນຸຍາດໃຫ້ ບໍຣິສັດບົວລະພາ ປູກໄມ້ອຸດສາຫະກັມໄປແລ້ວ ຍັງເຫລືອແຕ່ບ້ານໂນນໄຮ່ ທີ່ຍັງຕົກລົງກັນບໍ່ໄດ້.

ກ່ຽວກັບບັນຫານີ້ ເຈົ້າໜ້າທີ່ບໍຣິສັດບົວລະພາ ກະສິກັມ-ປ່າໄມ້ ທ່ານນຶ່ງ ທີ່ຂໍສງວນ ຊື່ ແລະຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ທັນວາ ນີ້ວ່າ ທາງບໍຣິສັດ ມີແຜນກຽມເບັ້ຽ ໄມ້ອຸດສາຫະກັມ ຢູ່ເມືອງໝື່ນໃນປີ 2021, ແຕ່ວ່າມາເຖິງປັດຈຸບັນ ຊາວບ້ານຈໍານວນນຶ່ງ ຍັງບໍ່ຍົກດິນໃຫ້ ແລະວ່າ ທາງບໍຣິສັດໄດ້ຮຽກຮ້ອງ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ລົງເຜີຍແພ່ ນິຕິກັມ ກ່ຽວກັບປ່າໄມ້ ໃຫ້ປະຊາຊົນ ເຂົ້າໃຈວ່າ ປ່າໄມ້ເຂດຜລິດ ທີ່ປະຊາຊົນຈັບຈ່ອງເຮັດໄຮ່ ລ້ຽງສັດມາແຕ່ບັນພະບູຣຸດນັ້ນ ແມ່ນເປັນຂອງຣັຖ ຕາມກົດໝາຍ ດັ່ງທີ່ທ່ານ ກ່າວວ່າ:

“ກົດໝາຍປ່າໄມ້ ເນາະ ທີ່ມັນອອກມາແລ້ວນະ ບາງເທື່ອປະຊາຊົນ ກໍຍັງບໍ່ທັນເຂົ້າໃຈ ຄືປ່າຜລິດຢູ່ກົດໝາຍ ເພິ່ນວ່າປ່າຜລິດທີ່ຊຸດໂຊມ ສາມາດໃຫ້ປູກໄມ້ໄດ້. ຄັນໄປຮອດແລ້ວ ປະຊາຊົນມັນຍັງບໍ່ຢາກປູກ ເພາະວ່າປະຊາຊົນ ຢາກໄດ້ດິນໂຕນັ້ນ ເປັນຂອງເຂົາເຈົ້າ ໂດຍທີ່ເຂົາເຈົ້າບໍ່ໄດ້ຮູ້ວ່າ ດິນໂຕນີ້ເປັນຂອງຣັຖ. ຄັນຫາກວ່າຣັຖບານເພິ່ນ ມີທຶນຮອນໂຕໃດ ໂຕນຶ່ງ ແລ້ວລົງໄປເຜີຍແຜ່ກົດໝາຍ ຈະເປັນການດີ ເພື່ອປະຊາຊົນ ມີຄວາມເຂົ້າໃຈ.”

ແລະ ເຈົ້າໜ້າທີ່ ຜູ້ປະສານງານ ຣະຫວ່າງຣັຖ ແລະເອກກະຊົນ ໃນໂຄງການປູກໄມ້ ອຸດສາຫະກັມ ຢູ່ເມືອງໝື່ນ ແຂວງວຽງຈັນ ກໍກ່າວວ່າປັດຈຸບັນ ບໍຣິສັດ ແລະຊາວບ້ານທີ່ຈະເສັຽ ດິນ ຍັງຕົກລົງກັນບໍ່ໄດ້, ຈະມີການປະຊຸມກັນຢູ່ ຂັ້ນບ້ານຕື່ມ:

“ຕອນນີ້ເຮົາກໍາລັງສິສຶກສາ ສິຮວມເທື່ອນຶ່ງເນາະ ເຂົາຈະນັດເຂົາເຈົ້າ ຮວມເຂົາເຈົ້າວັນທີ 3 ວັນທີ 4 ທັນວາ 2020.”

ທ່ານກ່າວຕື່ມວ່າ ສໍາລັບດິນ 800 ປາຍເຮັກຕາ ທີ່ຊາວບ້ານໂນນໄຮ່ ບໍ່ຍອມຍົກໃຫ້ບໍຣິສັດນັ້ນ ແມ່ນທາງການ ຍັງບໍ່ໄດ້ໄປວັດແທກດິນ ເພື່ອອອກໃບຕາດິນຂອບຄໍາໃຫ້ ຍ້ອນບໍ່ມີ ງົບປະມານ ໃນການປະກອບເອກກະສານ ເຮັດໃຫ້ຊາວບ້ານ ບໍ່ມີໃບຕາດິນ ແລະວ່າ ທີ່ຜ່ານມາ ຊາວບ້ານກໍທໍາການຜລິດ ຕາມທໍາມະຊາດ, ບໍ່ໄດ້ເສັຍພາສີທີ່ດິນ.

ອີງຕາມການຣາຍງານຂອງສໍານັກຂ່າວ ທາງການລາວ ວັນທີ 30 ພຶສຈິກາ ທີ່ຜ່ານມາ, ບໍຣິສັດ ບົວລະພາ ເປັນບໍຣິສັດຮ່ວມທຶນ ຣະຫວ່າງນັກທຸຣະກິດລາວ ແລະ ຕ່າງປະເທດ ທີ່ໄດ້ເລິ່ມມາ ຕັ້ງແຕ່ປີ 1989, ໄດ້ລົງທຶນປູກໄມ້ ອຸດສາຫະກັມ ໄປແລ້ວຫລາຍກວ່າ 30 ລ້ານໂດລາ ສະຫະຣັຖ ແລະ ມີທຶນສໍາຮອງຫລາຍກວ່າ 50 ລ້ານໂດລາ ສະຫະຮັຖ.

ມາຮອດ ປັດຈຸບັນ ໄດ້ລົງທຶນປູກໄມ້ວິກ ແລະ ໄມ້ກະຖິນຢູ່ນະຄອນຫລວງວຽງຈັນ, ແຂວງໄຊຍະບູລີ ແລະ ແຂວງວຽງຈັນ, ໄດ້ປູກໄປແລ້ວ ໃນເນື້ອທີ່ 5 ພັນເຮັກຕາ ຢູ່ດິນສໍາປະທານ ຈາກຣັຖບາລ ແລະ ດິນຂອງສ່ວນບຸກຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org