ຊາວບ້ານຜູ້ເສັຽດິນ ທວງ ຄ່າຊົດເຊີຽ

ໄມຊູລີ
2019.10.29
f-Savan-seno ເຂດ ໂຮງງານ ອຸດສາຫະກັມ ສວັນ-ເຊໂນ
ຮູບພາບຈາກ: ນັກຂ່າວພົລເມືອງ

ປະຊາຊົນບ້ານນາທາດ ແລະ ບ້ານຫລັກ 28 ປະມານ 30 ຄອບຄົວ ຢູ່ເມືອງອຸທຸມພອນ ແຂວງສວັນນະເຂດ ທີ່ເສັຽດິນ ຮວມທັງໝົດ ປະມານ 24 ເຮັກຕາຣ໌ ເມື່ອ 5 ປີກ່ອນ ໃຫ້ແກ່ໂຄງການ ເຂດເສຖກິດພິເສດ ສວັນ-ເຊໂນ ຂອງທາງການລາວ  ຍັງບໍ່ໄດ້ ຄ່າຊົດເຊີຍ, ອິງຕາມຄໍາເວົ້າ ຂອງປະຊາຊົນ ບ້ານນາທາດ ເມືອງອຸທຸມພອນ ແຂວງສວັນນະເຂດ ທ່ານນຶ່ງ ຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 29 ຕຸລາ ນີ້:

“ຫລາຍປີແລ້ວໃດ໋ ຄືວ່າຫັ້ນແຫລະ ເພາະວ່າ ເສັຽພາສີ ເສັຽອາກອນ ຂ້ອຍກໍເສັຽເນາະ ຄັນວ່າຖືກໂຄງການອັນນີ້ ເສຖກິດ ພິເສດ ເຊໂນ ນີ້ແຫລະ ແທນທີ່ສິໄດ້ເງິນທົດແທນ ຂ້ອຍວ່າຕາມຣະບຽບ ກົດໝາຍ ບ້ານເຮົາ ແຕ່ບໍ່ຮູ້ຄືກັນວ່າ ເຂົາຄ້າງຢູ່ໃສ.”

ທ່ານເວົ້າວ່າ ດິນທີ່ເສັຽໃຫ້ໂຄງການ ເຂດເສຖກິດພິເສດ ເປັນດິນ ປະຊາຊົນ ທີ່ເຄີຍໃຊ້ເປັນ ບ່ອນທໍາມາຫາກິນ ມາແຕ່ ລຸ້ນປູ່ຍ່າຕາຍາຍ ເຖິງແມ່ນວ່າ ຈະບໍ່ມີໃບຕາດິນ ເປັນຂອງຕົນເອງ ແຕ່ທຸກປີ ແຕ່ລະຄອບຄົວ ຕ້ອງເສັຽພາສີ-ອາກອນ ທີ່ດິນແກ່ຣັຖ ຕາມຣະບຽບ ກົດໝາຍ ຫາກທາງການຈະເອົາດິນ ໄປພັທນາ ເປັນແນວອື່ນ ກໍຄວນຫາດິນ ບ່ອນໃໝ່ ໃຫ້ປະຊາຊົນໃຊ້ ເປັນບ່ອນທໍາມາຫາກິນ ຫຼືບໍ ກໍຈ່າຍເງິນ ຊົດເຊີຍໃຫ້ແກ່ເຂົາເຈົ້າ ເພື່ອຊື້ດິນຕອນໃໝ່ ທໍາມາຫາກິນ.

ຕໍ່ບັນຫາຄວາມຂ້ອງໃຈ ຂອງປະຊາຊົນ ບ້ານນາທາດ ວ່າ ຍ້ອນຫຍັງ ທາງການລາວ ຈິ່ງບໍ່ຈ່າຍເງິນຄ່າຊົດເຊີຍ ໃຫ້ປະຊາຊົນເທ່ືອນັ້ນ ເຈົ້າໜ້າທີ່ ປະຈໍາເຂດ ເສດຖກິດພິເສດ ສວັນ-ເຊໂນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນັ້ນວ່າ ດິນໃນຂອບເຂດ ເສຖກິດພິເສດ ບໍ່ໄດ້ກວມເອົາ ດິນ ຂອງປະຊາຊົນ ຕາມທີ່ປະຊາຊາຊົນ ອ້າງອິງ ເພາະດິນທຸກຕອນ ເປັນດິນຂອງຣັຖ:

“ບ້ານນາທາດ ຢູ່ເມືອງອຸທຸມພອນ ຄັນຢູ່ເຂດບໍ່ມີນາດິນ ປະຊາຊົນ ເພາະວ່າເຂດເສຖກິດ ພິເສດເນາະ ໂຊນນັ້ນ ໂຊນນີ້ ມັນກະດຽວມີ ຂອບເຂດຂອງມັນ ດິນຂອງຣັຖບານເດ່.”

ທ່ານວ່າ ຫາກເປັນດິນຂອງປະຊາຊົນ ມີໃບຕາດິນ ຫຼື ເອກກະສານ ການເສັຽພາສີ-ອາກອນ ຍັ້ງຍືນແທ້ ທາງການ ກໍພ້ອມທີ່ຈະ ໄກ່ເກັ່ຽ ແລະ ຊົດເຊີຽເງິນ ໃຫ້ປະຊາຊົນ ຕາມຣະບຽບກົດໝາຍ.

ປັຈຈຸບັນ ເຂດເສຖກິດ ພິເສດ ສວັນ-ເຊໂນ ມີເນື້ອທີ່ທັງໝົດ 950 ເຮັກຕາຣ໌ ເປັນການລົງທຶນຂອງ ຣັຖບານລາວ 100% ເຣີ້ມກໍ່ສ້າງ ມາແຕ່ປີ 2003 ມີບໍຣິສັດເຂົ້າໄປລົງທຶນ ແລ້ວ 97 ບໍຣິສັດ ເປັນຕົ້ນ ໂຮງງານອຸດສະຫະກັມ ປະກກອບຊິ້ນສ່ວນ ເອເລັກໂທນິກ ຈາກ ປະເທດຝຣັງ ໂຮງງານຜລິດ ເລັນສ໌ ແວ່ນຕາ ຈາກປະເທດຍີ່ປຸ່ນ ບໍຣິສັດ ນິກຄອນ ຕັ້ງໂຮງງານປະກອບ Digital  ແລະ ບໍຣິສັດ Toyota ຕັ້ງໂຮງງານຜລິດ ເບາະຣົຖ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.