ປ່າສງວນຫຼາຍແຫ່ງ ກາຍເປັນ ປ່າມັນຕົ້ນ
ປ່າສງວນ ເຊປຽນ ແລະ ດົງຫົວສາວ ມາຮອດປັຈຈຸບັນ ປະຊາຊົນ ບຸກລຸກເພື່ອປູກມັນຕົ້ນ ປະມານ 3,000 ເຮັກຕ້າ. ຜ່ານມາເຈົ້າໜ້າທີ່ ໄດ້ຈັບປັບໃໝໃສ່ໂທດ ແຕ່ການບຸກລຸກປ່າ ກໍບໍ່ຫຼຸດລົງ. ຕໍ່ບັນຫາດັ່ງກ່າວ ກຳລັງມີການແກ້ໄຂ ໂດຍສະເພາະ ການຈັດສັນທີ່ດິນ ໃຫ້ປະຊາຊົນ ມີບ່ອນທໍາກິນ.
-
ໄຊຍາ
2021-03-18 -
-
-
Your browser doesn’t support HTML5 audio
ປ່າສງວນແຫ່ງຊາດ ເຊປຽນ-ເຊນໍ້ານ້ອຍ ແລະປ່າສງວນດົງຫົວສາວ ໃນແຂວງຈຳປາສັກ ຖືກຊາວບ້ານບຸກລຸກ ເພື່ອປູກມັນຕົ້ນ ໄປຂາຍເນື່ອງຈາກ ມັນຕົ້ນເປັນພືດເສຖກິຈ ຂອງ ພາກໃຕ້ ແລະ ສົ່ງອອກໄປໄທຍ ໄດ້ຣາຄາດີ.
ປັຈຈຸບັນຕາມເຈົ້າໜ້າທີ່ ຣາຍງານວ່າເນື້ອທີ່ປ່າສງວນ ທັງສອງແຫ່ງຖືກບຸກລຸກໄປ ປະມານ 3,000 ເຮັກຕ້າ. ໃນນີ້ມີຊາວບ້ານ ປະມານ 13 ບ້ານ ທີ່ເຂົ້າໄປບຸກລຸກ. ຜ່ານມາ ເຈົ້າໜ້າທີ່ໄດ້ຈັບຜູ້ບຸກລຸກ ໄປດຳເນີນຕາມກົດໝາຍ ແຕ່ມາຕການດັ່ງກ່າວຍັງບໍ່ ມີທ່າທີ່ວ່າ ການບຸກລຸກຈະຫຼຸດລົງ. ຕໍ່ການບຸກລຸກດັ່ງກ່າວ ເຈົ້າໜ້າທີ່ ຫ້ອງການກະສິກັມ ແລະປ່າໄມ້ ຂອງເມືອງປະທຸມພອນ ແຂວງຈຳປາສັກ ໄດ້ກ່າວຕໍ່ເອເຊັຽເສຣີ ເມື່ອວັນທີ 17 ມິນາ ວ່າ:
"ບາດນີ້ເສຖກິຈມັນຕົ້ນ ມັນເປັນເສຖກິຈງ່າຍໆເນາະ ປູກກໍງ່າຍໆ ມັນບໍ່ໄດ້ລົງທຶນຫຼາຍ ແຕ່ວ່າກຳໄລຫຼາຍດຽວນີ້ ເຈົ້າລົງມາເບິ່ງ ໃກ້ໆນີ້ ຣົດຂົນທາງນີ້ມັນ ສໍ່າເຮັດບຸນພຸ້ນລະ."
ທ່ານໄດ້ກ່າວຕື່ມວ່າ ຜ່ານມາກໍໄດ້ໃສ່ມາຕການລົງໂທດ ຜູ້ບຸກລຸກຈຳຄຸກແຕ່ມາຕການດັ່ງກ່າວ ຍັງບໍ່ຊ່ອຍໃຫ້ການບຸກລຸກປ່າຂອງ ຊາວບ້ານຫຼຸດຜ່ອນລົງໄດ້. ພ້ອມນີ້ປ່າສະຫງວນ ແຫ່ງຊາດ ໃນແຂວງຈຳປາສັກ ມີເນື້ອທີ່ເຖິງ 2 ແສນເຮັກຕ້າ ຂນະທີ່ເຈົ້າໜ້າທີ່ ລາຕຕາເວນ ມີບໍ່ຮອດ 20 ຄົນ ແຕ່ຊາວບ້ານທີ່ເຂົ້າມາບຸກລຸກ ຊໍ້າພັດຫຼາຍກວ່າເຈົ້າໜ້າທີ່ຮັກສາປ່າ ສະຫງວນ.
ປະຊາຊົນໄດ້ ເລີ່ມບຸກລຸກປ່າສງວນ ເພື່ອປູກມັນຕົ້ນມາຫຼາຍສິບປີແລ້ວ ແຕ່ວ່າປີນີ້ຕາມການຣາຍງານ ຂອງເຈົ້າໜ້າທີ່ແມ່ນຖືກ ບຸກລຸກຫຼາຍ. ຕໍ່ການບຸກລຸກປ່າສງວນ ປະຊາຊົນນຶ່ງ ໃນໂຕແທນຂອງ ຜູ້ບຸກລຸກປ່າສງວນ ໄດ້ໃຫ້ສັມພາດວ່າ ຍ້ອນຄວາມຈຳເປັນ ບໍ່ມີທີ່ດິນທໍາກິນ ເນື່ອງຈາກດິນຕອນທີ່ເຄີຍທໍາກິນ ຖືກໂຄງການປູກຢາງພາລາ ຂອງບໍຣິສັດວຽດນາມ ສັມປະທານ. ເມື່ອບໍ່ມີ ທີ່ດິນທໍາກິນ ປະຊາຊົນຈຳເປັນຕ້ອງໄດ້ບຸກລຸກ.
"ອີງຕາມທາງການເພິ່ນມາແຈ້ງວ່າ ດິນຕອນນີ້ມັນເປັນດິນຫວງຫ້າມ ຂອງຣັຖເຈົ້າ, ແຕ່ວ່າໃນເມື່ອ ວ່າກ່ອນມັນເປັນດິນທີ່ມີ ຫົວນໍ້າເຈົ້າ ຫົວນໍ້າອອກບໍ່ເປັນຫົວເລ."
ຄຳຖາມ: ເພິ່ນມາຢືດເອົາໄດ້ດົນປານໃດລະຫັ້ນ?
ຕອບ: ປີນີ້ລະ 2020 ລະເຈົ້າກຳລັງເລີ່ມເຂົ້າມາຖືກປີ 2021 ເຈົ້າ.
ຄຳຖາມ: ເພິ່ນຂໍເອົາໄປເຮັດໂຄງການຫຍັງ ?
ຕອບ: ເພິ່ນມາເວົ້າສູ່ຟັງ ເພິ່ນຊິປູກໄມ້ຄືນສູ່ທັມມະຊາດຄືນວ່າຊັ້ນ, ເພາະວ່າຖືກພໍ່-ແມ່ ປະຊາຊົນໄປບຸກລຸກພື້ນທີ່ຫວງຫ້າມວ່າຊັ້ນ. ເພາະວ່າເມື່ອກ່ອນມັນເປັນພື້ນທີ່ສີຂຽວເດ້ ເພາະວ່າພໍ່-ແມ່ປະຊາຊົນ ມັນບໍ່ມີໝ້ອງທໍາມາຫາກິນ ບໍ່ມີທີ່ດິນເຮັດສວນ, ເຮັດສວນ ມັນຕົ້ນ ເຂົາເຈົ້າກາເລີຍໄປຖາກໄປຖາງປູກມັນ ມັນບໍ່ມີເນື້ອທີ່ເດ້.
ຄຳຖາມ: ໂຕເນື້ອທີ່ ທີ່ອ້າຍເວົ້ານີ້ ມັນຕົກຢູ່ໃນເຂດປ່າ ບໍ່ຫຼືວ່າພື້ນທີ່ ທີ່ເປົ່າຫວ່າງທັມມະດາ ຫຼືວ່າມັນເປັນເຂດປ່າສງວນບໍ່ ?
ຕອບ: ກ່ອນເວົ້າລວມແລ້ວ ມັນກະເປັນເຂດປ່າສງວນ ເປັນປ່າເປັນດົງແນວວ່າ ບາດນີ້ ພໍ່-ແມ່ ປະຊາຊົນເຂົາບໍ່ມີກິນ ບໍ່ມີບ່ອນ ທໍາມາຫາກິນເພາະວ່າເບື້ອງ, ບາດນີ້ທີ່ດິນຂອງ ພໍ່-ແມ່ ປະຊາຊົນທີ່ເມື່ອກ່ອນ ຖືກເຂົາເຈົ້າເອົາໄປໃຫ້ຄົນວຽດນາມ ສັມປະທານ ປູກຢາງພາລາ ເຂົາເຈົ້າ ບໍ່ມີໝ້ອງເຮັດກະເລີຍຍ້າຍອອກໄປ ເຮັດຢູ່ປ່າສງວນ. ຖືກປ່າສງວນກະບໍ່ຈັກຊິວ່າ ກະເຮັດເລີຍຫັ້ນແຫຼະ.
ຄໍາຖາມ: ດິນຕອນທີ່ເຮົາທໍາມາຫາກິນ ຢູ່ທຸກມື້ນີ້ນິ ໄດ້ມີໃບໜັງສືສິດນຳໃຊ້ ບໍ່ຈາກທາງແຂວງ?
ຕອບ: ຜູ້ບາງຄົນກະມີໃບທີ່ດິນ ຜູ້ບາງຄົນກາບໍ່ມີຫັ້ນແຫຼະເຈົ້າ,
ຄໍາຖາມ: ທີ່ເຂົາມາຢືດເອົາແມ່ນຢືດເອົາເບີດເລີຍ ຜູ້ມີໃບສິດນໍາໃຊ້ ແລະ ໃບທີ່ດິນ ແລະຜູ້ທີ່ບໍ່ມີກາມາຢືດເອົາບໍ່? ຮວມເນື້ອທີ່ປະມານເທົ່າໃດ.
ຕອບ: ປະມານ 2000-3000 ເຮັກຕ້າ.
ຄຳຖາມ: ທີ່ດິນທີ່ປະຊາຊົນເຮົາໃຊ້ ໃນປັຈຈຸບັນເພິ່ນເຮັດຫຍັງແດ່?
ຕອບ: ບາງຄົນກາປູກເຂົ້າບາງຄົນກາປູກມັນຕົ້ນ,
ຄຳຖາມ: ເພິ່ນເຄີຍໄດ້ສົ່ງເຈົ້າໜ້າທີ່ ມາແຈ້ງການໃຫ້ປະຊາຊົນ ໄດ້ຮັບຊາບບໍ່?
ຕອບ: ເພິ່ນເຄີຍສົ່ງມາຢູ່ໃຫ້ປະຊາຊົນ ເຊົາຖາງປ່າສງວນວ່າຊັ້ນ, ເຊົາຖາງບໍ່ໃຫ້ບຸກລຸກ ປ່າສງວນໃນເມື່ອປະຊາຊົນ ເຂົາບໍ່ມີໝ້ອງ ເຮັດໝ້ອງສ້າງເຂົາເຈົ້າກະເລີຍ ຈຳເປັນໄດ້ບຸກ ລຸກ.
ຄຳຖາມ: ກ່ອນໜ້ານີ້ບໍ່ມີທາງການມາບອກ ມາເຕືອນມາຫຍັງບໍ່ຫຼືວ່າເວລາເຮົາເຮັດໄປແລ້ວ ດິນຕອນນີ້ອາດຈະເຂົ້າສູ່ໂຄງການ ຫຼືວ່າ ອາດຈະເປັນການປະກາດ ອະນຸຮັກປ່າສງວນ ຫຼື ວ່າແນວໃດເຊິ່ງເພິ່ນກະໄດ້ ມາຕັກເຕືອນເຮົາ 9 ປີ ມາແລ້ວຫາກໍມາຕັກເຕືອນ ເທື່ອນີ້ບໍ່ແມ່ນ ເພິ່ນຊິມີແຜນການ ເປັນໂຄງການໃໝ່ບໍ່?
ຕອບ: ກາເພິ່ນເຄີຍຕັກເຕືອນມາກ່ອນແລ້ວ ໂຕນີ້ຫັ້ນເພິ່ນວ່າຕັກເຕືອນ ມາກ່ອນ 8-9 ປີ ແຕ່ປະຊາຊົນເຂົາ ບໍ່ມີໝ້ອງທີ່ທໍາກິນ ປະຊາຊົນເສັຽດິນ ເບື້ອງສວນຢາງພາລາວຽດ ປະຊາຊົນ ເສັຽເບື້ອງນີ້ກາເລີຍໄປເອົາປ່າສງວນ.
ປະຊາຊົນຜູ້ທີ່ອາສັຍຢູ່ໃກ້ເຂດປ່າສງວນ ແຫ່ງຊາດດົງຫົວສາວ ໄດ້ກ່າວວ່າ ການບຸກລຸກປ່າສງວນ ເພື່ອປູກມັນຕົ້ນປີ້ນີ້ແມ່ນຫຼາຍ ກວ່າທຸກປີ ຍ້ອນວ່າດິນເຮັດໄດ້ແຕ່ນາປີ ບໍ່ສາມາດ ປູກມັນຕົ້ນ.
"ນາປີແລ້ວກໍເຮັດສວນມັນດຽວນີ້ ກໍປັຈຈຸບັນກໍົລກມັນນີ້ລະ. ແຕ່ເຣີ້ມປູກ ເປັນຕົ້ນມານີ້ແຫຼະ ມັນກໍແຕ່ລະປີມັນກໍເປັນເລົາປ່າຮົກ ແຕ່ຟື້ນຟູມາຫວ່າງ 4-5 ປີມານີ້, ປ່າສງວນຢູ່ດອກ ແຕ່ວ່າມັນບໍ່ຈັກວ່າຄົນ ບໍ່ຈັກວ່າປ່າສງວນມັນຊິຈັ່ງໃດເນາະ ຄຸນຄ່າຂອງ ປ່າສງວນຫ້ັນນ່າ, ປ່າອະນຸຮັກກໍຖາງໄປເຮັດໄຮ່ໄດ້ເຂົ້າໄດ້ນໍ້າກິນໄປ.
ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ ໃຫ້ສັມພາດຕໍ່ສື່ທາງການລາວ ເມື່ອເດືອນມົກຣາ ຜ່ານມາວ່າ. ກຽມແຜນພັກດັນ ປ່າສງວນແຫ່ງຊາດ ເຊປຽນ-ເຊນໍ້ານ້ອຍ ເປັນສວນ ອຸທິຍານແຫ່ງຊາດ ປັຈຈຸບັນຢູ່ໃນຂັ້ນຕອນການສເນີ ຕໍ່ກະຊວງກະສິກັມ ແລະປ່າໄມ້ ເພື່ອສເນີ ໄປຍັງຣັຖບານ.
ແຂວງຈຳປາສັກມີປ່າສງວນຫຼາຍແຫ່ງ ແຕ່ມີພຽງ 3 ແຫ່ງທີ່ໃຫຍ່ ແລະ ມີເນື້ອທີ່ ຫຼາຍແສນເຮັກຕ້າເຊັ່ນ ປ່າສງວນ ເຊປຽນ- ເຊນໍ້ານ້ອຍ, ປ່າສງວນດົງຫົວສາວ ແລະ ປ່າສງວນ ດົງຄັນທຸງ. ໃນໄລຍະຜ່ານມາ ປ່າໃນເຂດດັ່ງກ່າວ ແມ່ນໄດ້ຮັບທຶນຈາກ ຣັຖບານ ເພື່ອປົກປັກຮັກສາ ແລະຄຸ້ມຄອງ. ການທີ່ຫັນເປັນອຸທະຍານແຫ່ງຊາດ ເນື່ອງຈາກຈະໄດ້ຮັບ ທຶນ ການຈາກຣັຖບານ ແລະສາກົລ ໂດຍສະເພາະ ເກົາຫລີໃຕ້, ຢີ່ປຸ່ນ ແລະ ຈີນ ຈະສ້າງເປັນແຫຼ່ງທ່ອງທ່ຽວ ໂດຍພໍ່-ແມ່ປະຊາຊົນ ກໍສາມາດທໍາມາ ຫາກິນໄດ້.
ທ່ານ ເຈົ້າແຂວງຈຳປາສັກ ໄດ້ກ່າວຕື່ມວ່າ ປັຈຈຸບັນ ແຂວງຈຳປາສັກ ຕ້ອງເຮັດໃຫ້ປ່າປົກຫຸ້ມ 70% ເຊີ່ງແຂວງສາມາດປະຕິບັດ ໄດ້ 68% ແລະ ອີກ 5 ປີ ຕໍ່ໜ້າການປົກຄຸ້ມຈະເກີນ 70%.
ອີງຕາມກົດໝາຍປ່າໄມ້ ວ່າດ້ວຍມາຕການຕໍ່ຜູ້ຣະເມີດມາຕຣາ 125 ທັງບຸກຄົນ, ການຈັດຕັ້ງ ແລະວິສາຫະກິຈ ທີ່ໄດ້ຣະເມີດ ກົດໝາຍປ່າໄມ້ ຈະຖືກສຶກສາອົບຮົມ, ປະຕິບັດວິນັຍ, ປັບໃໝລົງໂທດ ຕາມກົດໝາຍ ແລ້ວແຕ່ກໍຣະນີໜັກເບົາ.