ຊາວບ້ານຈາກເຂື່ອນນໍ້າອູ ກັງວົນ

ສິດນີ
2016.08.12
F-Nam-Ou ຊາວລາວທີ່ຫາປາຕາມລໍານໍ້າອູ
RFA

ຊາວບ້ານ ຜູ້ທີ່ອາສັຍ ຕາມແຄມນ້ຳອູ ໃກ້ກັບ ເຂື່ອນນ້ຳອູ1 ທີ່ ເມືອງປາກອູ ແຂວງ ຫຼວງພຣະບາງ ຢາກຮູ້ ຣາຍລະອຽດ ກ່ຽວກັບ ຄ່າຊົດເຊີຍ ຈາກ ທາງການ ຫລັງຈາກ ທີ່ຮູ້ວ່າ ພວກຂະເຈົ້າ ຈະຖືກ ໂຍກຍ້າຍ ໄປຢູ່ບ່ອນອື່ນ ເນື່ອງຈາກ ຣັຖບານ ມີແຜນການ ຂຍາຍທາງ. ຊາວບ້ານ ສ່ວນໃຫຍ່ ຈະເປັນກຸ່ມ ທີ່ຂາຍເຄື່ອງ ຕາມແຄມທາງ ເປັນຫ່ວງຢ້ານ ວ່າຈະບໍ່ມີ ຣາຍໄດ້ ຖ້າຖືກຍ້າຍ ຈາກທີ່ເດີມ. ດັ່ງ ແມ່ຄ້າຄົນນື່ງ ເວົ້າວ່າ:

"ແທກໄດ້ 2 ເດືອນ 3 ເດືອນແລ້ວ ປະຊາຊົນ ນີ້ ຢາກຮູ້ວ່າ ຈະໃຫ້ ເທົ່າໃດແທ້ ຕົວຂ້ອຍ ຢູ່ແຄມທາງ ແລ້ວຂ້ອຍ ຂາຍເຄື່ອງ ແລ້ວຈະຍ້າຍ ຂ້ອຍໄປ ໃນບ່ອນຂ້ອຍ ບໍ່ຢາກໄປ ຂ້ອຍເຂົ້າໄປ ໃນແລ້ວ ລົດມາແຫວະ ຕລາດໆ ເສັ້ນທາງ ມັນໄປໃນ ຫັ້ນນະ".

ກ່ຽວກັບເຣື້ອງນີ້ ເອເຊັຽເສຣີ ກໍໄດ້ ໂທຣະສັບ ສອບຖາມ ທ່ານ ສັງວານ ພົມແສງ ເຈົ້າຫນ້າທີ່ ພລັງງານ ແລະບໍ່ແຮ່ ຜູ້ຮັບຜິດຊອບ ກ່ຽວກັບ ໂຄງການ ເຂື່ອນ ນ້ຳອູ1, ແຕ່ທ່ານ ປະຕິເສດ ທີ່ຈະຕອບ ຄຳຖາມ.

ເອເຊັຽເສຣີ ກໍໄດ້ຕິດຕໍ່ ໄປຫາ ຫົວຫນ້າ ຫ້ອງການຂົວທາງ ແຂວງ ຫຼວງພຣະບາງ ກໍຖືກ ປະຕິເສດ ທີ່ຈະຕອບ ຄໍາຖາມ ເຊັ່ນກັນ ໂດຍເວົ້າວ່າ ຕົວທ່ານເອງ ກໍຍັງບໍ່ຮູ້ ກ່ຽວກັບ ເຣື້ອງນີ້. ໃນຂນະ ດຽວກັນ ເຈົ້າຫນ້າທີ່ ຈາກຫ້ອງການ ປົກຄອງ ແຂວງ ຫຼວງພຣະບາງ ກໍບໍ່ສາມາດ ໃຫ້ຄຳຕອບ ຄືກັນ.

ປັດຈຸບັນ ໂຄງການ ຂຍາຍຖນົນ ແຄມນ້ຳອູ ໄດ້ທຳການ ສຳຣວດ ບ້ານເຮືອນ ປະຊາຊົນ ຜູ້ທີ່ຈະຖືກ ຜົລກະທົບ ແລ້ວ ແຕ່ຍັງ ບໍ່ໄດ້ແຈ້ງ ໃຫ້ ປະຊາຊົນ ຮູ້ວ່າ ພວກຂະເຈົ້າ ຈະໄດ້ຄ່າ ຊົດເຊີຍ ເທົ່າໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.