ຊາວບ້ານດອນຕີ້ວຍັງຂ້ອງໃຈ ຄ່າຊົດເຊີຍ

ສົມເນ
2014.08.12
F-Donnoun ບ້ານເຮືອນ ແລະ ຮ້ານຄ້າ ຂອງຊາວບ້ານ ຕາມເສັ້ນທາງ ໄປຫາທ່າງ່ອນ
RFA

 

ຊາວບ້ານ ຈໍານວນ 33 ຄອບຄົວ ທີ່ໄດ້ຮັບ ຜົນກະທົບ ຈາກ ໂຄງການ ຂຍາຍຖນົນ ຈາກ ດອນໜູນ ໄປຫາ ທ່າງ່ອນ ຊຶ່ງ ບໍ່ໄດ້ຮັບ ຄ່າ ຊົດເຊີຍ ທີ່ດິນ ແລະ ສິ່ງປູກສ້າງ ນັ້ນ ມີຫຼາຍຄົນ ຍັງ ສົນທະນາ ກັນຢູ່ ໃນເຣື້ອງ ທີ່ຕົນບໍ່ໄດ້ ຮັບຄ່າຊົດເຊີຽ. ສ່ວນຫລາຍ ແມ່ນຢູ່ເຂດ ດອນຕີ້ວ. ຕາມ ຄໍາເວົ້າຂອງ ຊາວ ນະຄອນຫລວງ ວຽງຈັນ:

"ໂຕນັ້ນຫັ້ນ ມັນຢູ່ ດອນຕີ້ວ ບ້ານແຕ່ດອນຕີ້ວ ໄປຫາ ທ່າງ່ອນ, ບໍ່ ດອນໜູນ ບໍ່ມີ ດອນໜູນ ທາງເຮັດ ແລ້ວໆ ແຕ່ດົນແລ້ວ".

ທ່ານວ່າ ຊາວບ້ານ ທີ່ບໍ່ໄດ້ຮັບ ຄ່າຊົດເຊີຍ ຈາກ ການສູນເສັຽ ທີ່ດິນ ສ່ວນຫລາຍ ແລ້ວ ບໍ່ກ້າເວົ້າ ຫລື ອອກຄວາມເຫັນ ແນວໃດ ຍ້ອນ ຢ້ານມີ ຜົນກະທົບ ຕໍ່ຕົນເອງ ແລະຄອບຄົວ ແຕ່ ຄິດວ່າ ທາງການ ກ່ຽວຂ້ອງ ຄວນໄກ່ເກັ່ຽ ເຣື້ອງນີ້ ກັບ ຊາວບ້ານ ທີ່ໄດ້ຮັບ ຜົນກະທົບ.

ຣາຍງານ ໜັງສືພິມ ທາງການລາວ ທີ່ອ້າງຕາມ ຄໍາ ອະທິບາຍ ຂອງ ຫົວໜ້າ ຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ທ່ານ ສັນຕິສຸກ ສິມມາລາວົງ ເມື່ອວັນທີ 3 ສິງຫາ ວ່າຜູ້ທີ່ ຄອບຄອງ ທີ່ດິນ ລຽບຕາມ ຖນົນເລກ ທີ 10 ແບບ ບໍ່ຖືກຕ້ອງ ຈະບໍ່ໄດ້ ຮັບຄ່າ ຊົດເຊີຍ ຈາກໂຄງການ ຂຍາຍເສັ້ນທາງ ຊ່ວງ ດອນໜູນ ຫາ ທ່າງ່ອນ, ມີແຕ່ ຜູ້ທີ່ ຄອບຄອງ ທີ່ດິນ ແບບ ຖືກຕ້ອງ ເທົ່ານັ້ນ ທີ່ ຈະໄດ້ຮັບ ຄ່າຊົດເຊີຍ.

ທ່ານວ່າ ກົດຣະບຽບ ກະຊວງ ໂຍທາ ຣະບຸວ່າ ຄວາມກວ້າງ ຂອງ ທີ່ດິນ 25 ແມັດ ຈາກໃຈກາງ ຖນົນ ໄປຫາ ຂ້າງຖນົນ ແຕ່ລະເບື້ອງ ເປັນດິນ ສໍາລັບຖນົນ ສາທາຣະນະ, ແຕ່ວ່າ ຕາມ ສອງຂ້າງທາງ ທີ່ວ່ານີ້ ມີຫລາຍຄົນ ປຸກເຮືອນ ແລະ ສິ່ງປູກສ້າງ ໃສ່ແບບ ບໍ່ຖືກຕ້ອງ ຕາມ ກົດຣະບຽບ ຂອງ ກະຊວງ ໂຍທາ ທັ້ງໆທີ່ ຜ່ານມາ ທາງກະຊວງ ໄດ້ປັກ ເຄື່ອງໝາຍ ຂຍາຍຖນົນ ໄວ້ແລ້ວ. ປະຊາຊົນ 33 ຄອບຄົວ ທີ່ ບໍ່ໄດ້ຮັບ ຄ່າຊົດເຊີຍ ອ້າງວ່າ ທີ່ດິນ ແລະ ສິ່ງປູກສ້າງ ຂອງຕົນ ມີ ໃບຕາດິນ ພ້ອມກັບ ໃບ ອະນຸຍາດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.