ບໍຣິສັດວຽດນາມບິດເບືອນ ສັນຍາ
ອົງການ Global Witness ວ່າ ບໍຣິສັດ ປູກ ຢາງພາຣາ ຂອງ ວຽດນາມ ດໍາເນີນ ກິຈການ ແບບ ບໍ່ເປັນ ໄປຕາມ ສັນຍາ.
-
2013-11-15 -
-
-
Your browser doesn’t support HTML5 audio
ອົງການສືບສວນສິ່ງແວດລ້ອມ Global Witness ສໍານັກງານໃຫຍ່ຢູ່ກຸງລອນດອນປະເທດອັງກິດອອກຖແລງການ ໃນວັນທີ່ 14 ພຶສຈິກາ ຮຽກຮ້ອງໃຫ້ທະນາຄານຕ່າງປະເທດຢຸດໃຫ້ການສນັບສນູນການເງິນ ແກ່ບໍຣິສັດປູກຢາງພາຣາຮ່ວງອານເຢັຽລາຍຂອງວຽດນາມເມື່ອເຫັນວ່າ ບໍຣິສັດບໍ່ປະຕິບັດພາຣະກິຈຂອງຕົນ ໃຫ້ເປັນໄປຕາມສັນຍາ ກ່ຽວກັບເຣື້ອງທີ່ດິນ ຂອງປະຊາຊົນໃນລາວ ແລະ ກໍາພູຊາ.
ຖແລງການເວົ້າວ່າບໍຣິສັດ ຮ່ວງອານເຢັຽລາຍ ບໍ່ປະຕິບັດຕາມສັນຍາ ໃນການແກ້ໄຂສິ່ງແວດລ້ອມ ແລະລ່ວງລະເມີດສິດທິມະນຸດ ໃນນິຄົມ ປູກຕົ້ນຢາງໃນລາວແລະກໍາພູຊາ. Global Witness ຖແລງວ່າບໍຣິສັດ ຮ່ວງອານເຢັຽລາຍ ເຮັດໃຫ້ນັກລົງທຶນຕ່າງປະເທດຮ່ວມທັງ ທະນາ ຄານ Deutch Bank ແລະບໍຣິສັດການເງິນສາກົນຕົກຢູ່ໃນຄວາມສ່ຽງ ຈຶ່ງໄດ້ແນະນໍາໃຫ້ນັກລົງທຶນຕ່າງປະເທດຕັດບໍຣິສັດ ຮ່ວງອານເຢັຽ ລາຍ ອອກຈາກການເປັນລູກຄ້າໃນການກູ້ຢືມເງິນຈາກທະນາຄານ.
ລາຍງານວ່າ:ເມື່ອເດືອນ ພຶສພາ 2013 ນີ້ ການສືບສວນຂອງອົງການ Global Witness ເປີດເຜີຽວ່າ ບໍຣິສັດນີ້ໄດ້ທໍາລາຍ ສິ່ງແວດລ້ອມ ສັງຄົມ ແລະປ່າໄມ້ຢູ່ໃນເຂດ ສັມປະທານ ຂອງບໍຣິສັດ ໃນລາວ ແລະ ກໍາພູຊາ ຮ່ວມທັງຍຶດເອົາທີ່ດິນ ຂອງປະຊາຊົນໃນທ້ອງຖິ່ນ ຮວມທັງ ບຸກລຸກປ່າໄມ້ ດິນໄຮ່ ດິນນາ ຂອງປະຊາຊົນຢ່າງກວ້າງຂວາງ ເຖິງແມ່ນວ່າ ບໍຣິສັດ ຮ່ວງອານເຢັຽລາຍ ໄດ້ສັນຍາວ່າ ຈະແກ້ໄຂບັນຫາ ດັ່ງກ່າວ ແຕ່ກໍບໍ່ໄດ້ ປະຕິບັດເລີຽ.