ນັກຮຽນວຽດນາມເຂົ້າມາລາວ

ສົມເນ
2015.03.17
F-VNS ນັກຮຽນ ຂັ້ນມັທຍົມ ໃນເຂດຕາແສງ ລ໊ອກບົນ ປະເທດ ວຽດນາມ
Credit:VNS Photo Phuoc Buu

ນັກຮຽນ ຊາວ ວຽດນາມ ຫລາຍຄົນ ຢູ່ ແຂວງ ທົວທຽນເວ້ ພາກັນ ອອກ ໂຮງຮຽນ ເຖິງ ແມ່ນວ່າ ທາງ ໂຮງຮຽນ ໄດ້ ພຍາຍາມ ໃຫ້ ເຂົາເຈົ້າ ກັບ ຄືນມາ ເຂົ້າ ໂຮງຮຽນ ກໍດີ ແຕ່ ເຂົາເຈົ້າ ບໍ່ກັບ, ກົງກັນຂ້າມ ກັບ ພາກັນ ໄປຊອກຫາ ວຽກເຮັດ ງານທໍາ ຢູ່ລາວ. ຕາມ ຣາຍງານ ໜັງສືພິມ VietNam NetBridge. ຣາຍງານ ວ່າ ໃນສົກ ການຮຽນ ປີ 2014-15 ນີ້ ມີນັກຮຽນ ຈໍານວນ 70 ຄົນຈາກ 3 ໂຮງຮຽນ ລອກບົນ ເຂດເມືອງ ຟູລອ໋ກ ອອກ ໂຮງຮຽນ ແລ້ວຕາມ ພໍ່ແມ່ ໄປ ເຮັດວຽກ ຢູ່ລາວ.

ສະເພາະ ຢູ່ ຕາແສງ ລອ໋ກບົນ ແລະ ລອ໋ກຊອນ ນັ້ນ ຣາຍງານ ວ່າ ນຶ່ງສ່ວນ 5 ຂອງ ປະຊາກອນ ໄປ ເຮັດວຽກ ຢູ່ ລາວ ເປັນ ຊ່າງໄມ້ ເປັນ ຊ່າງແປງ ເຄື່ອງຈັກ ເຮັດວຽກ ກໍ່ສ້າງ ເປັນ ຄົນຫຍິບ ເຄື່ອງນຸ່ງ ແລະ ເປັນ ຄົນຮັບໃຊ້ ໃນ ບ້ານ ເຮືອນ. ເມື່ອ ເປັນ ຈັ່ງຊີ້ ນັກຮຽນ ບາງ ຈໍານວນ ບໍ່ຢາກ ເຂົ້າ ໂຮງຮຽນ ຕໍ່ໄປ ແລະ ຢາກຕາມ ຄອບຄົວ ໄປ ຫາ ເຮັດວຽກ ດໍາຣົງ ຊີວິດ ຢູ່ລາວ.

ທ່ານ Nguyen Nhan Phai ຜູ້ ປົກຄອງ ໂຮງຮຽນ ມັທຍົມ ລອກບອນ ເວົ້າວ່າ ນາຍຄຣູ ບໍ່ສາມາດ ເຮັດໃຫ້ ນັກຮຽນ ກັບຄືນ ມາ ເຂົ້າ ໂຮງຮຽນ ໄດ້ ເຖິງ ແມ່ນວ່າ ໄດ້ໄປ ເວົ້າຈາ ກັບ ຄອບຄົວ ເຂົາ ຫລາຍເທື່ອ ແລ້ວ. ທາງ ໂຮງຮຽນ ໄດ້ມີ ນະໂຍບາຍ ໃຫ້ ເຂົາເຈົ້າ ເຂົ້າ ໂຮງຮຽນ ໂດຍ ບໍ່ຄິດຄ່າ, ຈັດຣາຍການ ມ່ວນຊຶ່ນ ຫລາຍຢ່າງ ເພື່ອ ສ້າງ ບັນຍາກາດ ໃຫ້ເຂົາ ຢູ່ ຮຽນໜັງສື, ແຕ່ ນັກຮຽນ ຈໍານວນ ນີ້ ບໍ່ຍອມ ກັບເຂົ້າ ໂຮງຮຽນ.

ທ່ານ Nguyen Nhan Phai ເວົ້າວ່າ ນັບແຕ່ ວຽດນາມ ກັບ ທາງການ ລາວ ໄດ້ ເປີດໃຫ້ ປະຊາຊົນ ສອງຊາຕ ໄປມາ ຫາສູ່ ກັນ ໂດຍ ບໍ່ຕ້ອງ ມີວີຊາ ເຂົ້າ ປະເທດ ນັ້ນ ເຮັດໃຫ້ ຊາວຫນຸ່ມ ວຽດນາມ ຫລັ່ງໄຫລ ເຂົ້າໄປ ລາວ ແທນທີ່ ຈະ ພຍາຍາມ ຮຽນໜັງສື ໃຫ້ ຈົບ. ທ່ານວ່າ ຖ້າຫາກ ທາງການ ວຽດນາມ ແລະ ລາວ ເຮັດໃຫ້ ການເຂົ້າ ປະເທດ ເຄັ່ງຄັດ ຂຶ້ນ ຊາວ ຫນຸ່ມ ວຽດນາມ ຄົງຈະບໍ່ ໜີ ອອກຈາກ ປະເທດ ເຂົ້າໄປລາວ. ຣາຍງານ ຍັງ ເວົ້າວ່າ ມີ ໂຮງຮຽນ ອື່ນໆອີກ ທີ່ ເສັຽ ນັກຮຽນ ໃນ ແຕ່ລະປີ ຍ້ອນ ເຂົາເຈົ້າ ພາກັນໄປ ຫາເຮັດວຽກ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.