ຣັຖວິສາຫະກິຈ ນໍ້າປະປານະ ຄອນຫຼວງວຽງຈັນ ສເນີປັບຂຶ້ນລາຄາ
ຣັຖວິສາຫະກິຈນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ສເນີຕໍ່ຣັຖບານລາວ ເພື່ອຂຶ້ນຄ່ານໍ້າປະປາ ໃຫ້ເໝາະສົມຕາມສະພາບເສຖກິຈ ແລະປັດຈຸບັນອັດຕຣາ ແລກປ່ຽນເງິນຕຣາຕ່າງປະເທດ ປັບໂຕສູງຂຶ້ນ ເຮັດໃຫ້ຕົ້ນທຶນນຳເຂົ້າວັດຖຸດິບ ໃນການຜລິດນໍ້າສູງຂຶ້ນຕາມ.
-
ໄຊຍາ
2023-09-01 -
-
-
Your browser doesn’t support HTML5 audio
ໃນວັນທີ 28 ສິງຫາທີ່ຜ່ານມາ ຣັຖວິສາຫະກິຈນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ສເນີຕໍ່ຣັຖບານລາວ ຂໍຂຶ້ນຄ່ານໍ້າປະປາ ເພື່ອໃຫ້ເໝາະສົມຕາມສະພາບເສຖກິຈ ຍ້ອນປັດຈຸບັນອັດຕຣາ ແລກປ່ຽນເງິນຕຣາຕ່າງປະເທດ ປັບໂຕສູງຂຶ້ນ ເຮັດໃຫ້ຕົ້ນທຶນນຳເຂົ້າວັດຖຸດິບ ໃນການຜລິດນໍ້າສູງຂຶ້ນຕາມ ເພາະການນຳເຂົ້າ ໃຊ້ເງິນຕຣາຕ່າງປະເທດ ເປັນຫຼັກ. ນອກຈາກນີ້ຄ່າໄຟຟ້າ ທີ່ປັບຂຶ້ນຕລອດທຸກໄຕຣມາດ ເຮັດໃຫ້ການຜລິດນໍ້າປະປາ ມີຄ່າໃຊ້ຈ່າຍຫຼາຍຂຶ້ນ.
ສໍາລັບການສເນີ ຂຶ້ນລາຄານໍ້າເທື່ອນີ້ ຍັງຢູ່ໃນແຜນການຄົ້ນຄ້ວາ ຂັ້ນທໍາອິດເທົ່ານັ້ນ, ຍັງບໍ່ໄດ້ມີການຂຶ້ນລາຄາເທື່ອ ຍ້ອນວ່າປັບຂຶ້ນຄ່ານໍ້າ ຕ້ອງໄດ້ຜ່ານການອະນຸມັດ ຈາກທາງການກ່ອນ.
ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຜູ້ຂໍສງວນຊື່ ແລະສຽງ ກ່າວຕໍ່ວິທຍຸ ເອເຊັຽ ເສຣີ ໃນວັນທີ 31 ສິງຫານີ້ວ່າ:
“ຄັນຂຶ້ນລາຄາ ຕ້ອງໄດ້ແຈ້ງເປັນທາງການ. ທາງເຮົາບໍ່ໄດ້ສເນີຂຶ້ນລາຄາ ອິຫຍັງເທື່ອ ເພິ່ນກໍຍັງຄົ້ນຄ້ວາຢູ່ເນາະ. ການຂຶ້ນລາຄາມັນກໍອີງໃສ່ ສະພາບການດຳເນີນທຸຣະກິຈ ໃນປັດຈຸບັນ ສິ່ງທ້າທາຍ ມັນກໍຫຼາຍຢ່າງເນາະ. ຫຼາຍສ່ວນປະກອບ ນຶ່ງຄ່າວັດຖຸ, ສອງກໍຄ່າອັດຕຣາເງິນ, ສາມກໍເວົ້າເຣື່ອງສະພາບເສຖກິຈ-ສັງຄົມ.”
ທີ່ຜ່ານມາ ຣັຖວິສາຫະກິຈນໍ້າປະປາ ນະຄອນຫຼວງວຽງຈັນ ໄດ້ປັບຄ່ານໍ້າຂຶ້ນຄັ້ງຫຼ້າສຸດ ໃນປີ 2017, ອີງຕາມແຈ້ງການເລຂທີ 1549/ນປນຄ ລົງວັນທີ 08 ທັນວາ 2016 ລາຄານໍ້າປະປາ ໄດ້ປັບຂຶ້ນ 4% ຂອງທຸກປະເພດ ຜູ້ໃຊ້ນໍ້າປັດຈຸບັນຄ່ານໍ້າ ຂອງຜູ້ຊົມໃຊ້ທັງ 3 ປະເພດ ມີລາຄາດັ່ງນີ້.
- ຜູ້ໃຊ້ນໍ້າ ພາຍໃນຄົວເຮືອນ ຢູ່ລະຫວ່າງ 1,434-3,089 ກີບຕໍ່ແມັດກ້ອນ
- ຜູ້ໃຊ້ນໍ້າ ພາກສ່ວນອົງການຣັຖ ຄືອົງການບໍຣິຫານ, ກະຊວງຕ່າງໆ, ກອງບັນຊາການ, ສວນສາທາລະນະ, ສະຖານທູດ, ອົງການຈັດຕັ້ງສາກົລ, ໂຮງໝໍ, ໂຮງຮຽນຂອງຣັຖ ຢູ່ທີ່ 2,538 ກີບຕໍ່ແມັດກ້ອນ
- ຜູ້ໃຊ້ນໍ້າ ພາກສ່ວນທຸຣະກິຈ-ການຄ້າ ຄືໂຮງແຮມ, ເຮືອນພັກ, ຮ້ານອາຫານ, ໂຮງງານນໍ້າດື່ມ-ນໍ້າກ້ອນ ຢູ່ທີ່ 3,089 ກີບຕໍ່ແມັດກ້ອນ.
ປັດຈຸບັນຣັຖວິສາຫະກິຈ ນໍ້າປະປານະຄອນຫຼວງວຽງຈັນ ຍັງຕິດໜີ້ ເຊິ່ງສ່ວນນຶ່ງເປັນໜີ້ ຈາກການຈັດຊື້ວັດຖຸດິບ ເຊັ່ນສານເຄມີ, ທໍ່ປະປາ ແລະ ມິດເຕີ້ນໍ້າ ຈາກບໍຣິສັດ ຂອງໄທຍ, ຈີນ ແລະ ວຽດນາມ ເຮັດໃຫ້ບາງເທື່ອ ບໍຣິສັດເຈົ້າໜີ້ ບໍ່ສາມາດ ສນອງວັດຖຸດິບໄດ້ ຍ້ອນຍັງມີໜີ້ຄ້າງຫຼາຍ. ຂໍ້ມູນເທົ່າທີ່ມີຫຼ້າສຸດລະບຸວ່າ ໃນປີ 2021 ຣັຖວິສາຫະກິຈ ຕິດໜີ້ ຈາກເງິນກູ້ຢືມ ທະນາຄານ ຢູ່ 3.3 ຕືີ້ກີບ, ອີງຕາມບົດຣາຍງານ ປະຈຳປີຂອງຣັຖວິສາຫະກິຈ ນໍ້າປະປາ ນະຄອນຫລວງວຽງຈັນ ໃນປີ 2021.
ນອກຈາກນີ້ ຣັຖວິສາຫະກິຈນໍ້າປະປາ ນະຄອນຫຼວງວຽງຈັນ ຍັງມີປັນຫາໃນການເກັບໜີ້ ນໍາຣັຖບານເປັນຕົ້ນ ໜີ້ຕິດພັນກັບວຽກງານ 3 ສ້າງ, ໜີ້ຈາການຍ້າຍທໍ່ນໍ້າ ຕາມແລວທາງສ້າງໃໝ່ ແລະ ໜີ້ຄ່ານໍ້າທີ່ປະຊາຊົນທົ່ວໄປ ໂດຍພາກສ່ວນທີ່ຍັງຕິດໜີ້ຫຼາຍທີ່ສຸດ ແມ່ນອົງການບໍຣິຫານຂອງຣັຖ ຮອງລົງມາແມ່ນພາກທຸຣະກິຈ ປັດຈຸບັນທາງການ ນະຄອນຫຼວງວຽງຈັນ ຕິດໜີ້ຣັຖວິສາຫະກິຈນໍ້າປະປາ ຫຼາຍກ່ວາ 245 ຕື້ກີບ.
ດ້ານຜູ້ປະກອບການ ໂຮງງານນໍ້າດື່ມ ຢູ່ນະຄອນຫຼວງວຽງຈັນ ກ່າວວ່າຫາກນໍ້າປະປາ ຈະຂຶ້ນລາຄາໃນອະນາຄົົດ ລາຄານໍ້າດື່ມ ຕ້ອງໄດ້ຂຶ້ນຕາມຍ້ອນທຸກຢ່າງ ຕ້ອງປັບຂຶ້ນຕາມສະພາບເສຖກິຈ ແລະ ຕົ້ນທຶນການນຳເຂົ້າ ທີ່ທຸກຢ່າງແມ່ນອີງໃສ່ອັດຕຣາແລກປ່ຽນ.
ດັ່ງທ່ານກ່າວວ່າ:
“ຖ້າຂຶ້ນແລ້ວກໍຕ້ອງໄດ້ຂຶ້ນ ອີງຕາມສະພາບກໍຕ້ອງອີງຕາມເຣດເງິນ ຂຶ້ນກໍຕ້ອງໄດ້ຂຶ້ນເດ້ເພາະວ່າ ກະຕຸກເຮົາຊື້ເປັນໝື່ນບາທ ມັນກໍ 6,700,000 ກີບ ແລ້ວເດ້ມື້ນີ້ຫັ້ນນ່າ ກໍຕ້ອງໄດ້ຂຶ້ນນຳກັນເດ້ໄຟຟ້າຂຶ້ນ ປະປາຂຶ້ນ ນ້ຳດື່ມກໍຕ້ອງໄດ້ຂຶ້ນອີກເດ້.”
ທ່ານກ່າວຕື່ມວ່າ ປັດຈຸບັນລາຄານໍ້າດື່ມຕຸກລະ 8,000 ກີບ ແຕ່ຫາກໃນອີກ 2-3 ເດືອນຂ້າງໜ້າ ອັດຕຣາແລກປ່ຽນເງິນກີບ ຕໍ່ເງິນບາທສູງຂຶ້ນຈົນຮອດ 700 ກີບ ແລ້ວລາຄານໍ້າດື່ມ ກໍຕ້ອງໄດ້ປັບຂຶ້ນອີກເທື່ອນຶ່ງ ໂດຍອາດປັບຂຶ້ນຢູ່ທີ່ຕຸກລະ 10,000 ກີບ.
ທາງດ້ານເຈົ້າຂອງເຮືອນພັກ ຢູ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ກ່າວວ່າບໍ່ເຫັນດີຫາກຈະມີການຂຶ້ນລາຄານໍ້າປະປາ ອີກຍ້ອນປັດຈຸບັນ ຕົ້ນທຶນໃນການເຮັດເຮືອນພັກສູງຂຶ້ນຫຼາຍ ເຊັ່ນຄ່າໄຟຄ່າຊື້ເຄື່ອງໃຊ້ຕ່າງໆ ແລະ ຄ່າແຮງພະນັກງານອີກທັງ ເຮືອນພັກບໍ່ສາມາດຂຶ້ນລາຄາຫ້ອງ ຕາມການປັບຂຶ້ນຄ່ານໍ້າຄ່າໄຟໄດ້ ຍ້ອນຈະເຮັດໃຫ້ລູກຄ້າ ຫຼຸດລົງສົ່ງຜົລໃຫ້ລາຍຮັບ ຫຼຸດລົງນຳ.
ດັ່ງຍານາງກ່າວວ່າ:
“ບໍ່ເຫັນດີເລີຍດຽວນີ້ຫຼັກໆ ຂອງເຮົາທຶນທີ່ເຮົາມີປະຈຳທຶ ນຊື້ເຄື່ອງໃຊ້ໃນແຕ່ລະເດືອນ ກໍພວກເຄື່ອງຟອກອາກາດຟອກແຟບອິຫຍັງນີ້ ເພາະວ່າເຂົາໄລ່ຕາມອັດຕຣາເງິນບາທ ກໍຣາຍຮັບກໍຫຼຸດລົງຫັ້ນແຫຼະ.”
ຊາວບ້ານ ຢູ່ນະຄອນຫຼວງວຽງຈັນ ນາງນຶ່ງກ່າວວ່າ ຍັງບໍ່ທັນຮູ້ຂ່າວນີ້ເທື່ອແຕ່ຫາກມີການປັບຂຶ້ນ ລາຄານໍ້າຈີງກໍຈະໄດ້ຮັບຜົລກະທົບແນ່ນອນ ຍ້ອນການປັບລາຄາທີ່ຜ່ານມາທຸກຄັ້ງ ເຮັດໃຫ້ຄ່າຄອງຊີບ ແລະ ຄ່າໃຊ້ຈ່າຍສູງຂຶ້ນ ບໍ່ພຽງພໍກັບຣາຍຮັບ.
ດັ່ງຍານາງກ່າວວ່າ:
“ບໍ່ເຮົາບໍ່ເຄີຍໄດ້ຍິນ ຄັນຂຶ້ນກໍໜ້າຈະມີຜົລກະທົບ ທີ່ຜ່ານມາຄັນຂຶ້ນມັນກໍຕ້ອງມີຜົລກະທົບຢູ່ ເຮົາຖ້າເປັນເຮືອນເຮົາເອງ ກໍສູງຢູ່ເຈົ້າຄັນເສັຍເດືອນນຶ່ງ 4-5 ແສນທຸກ ເດືອນກໍເພີ່ມລາຍຈ່າຍຂຶ້ນໄປ ແລ້ວຫັ້ນນ່າ.”
ບໍ່ແມ່ນແຕ່ຄ່ານໍ້າ ຄ່າໄຟເທົ່ານັ້ນ ທີ່ອາດຈະແພງຂຶ້ນແຕ່ປະຊາຊົນ ມີຄວາມຮູ້ສຶກວ່າ ປັດຈຸບັນຄ່າຄອງຊີບທຸກຢ່າງມີທ່າອ່ຽງສູງຂຶ້ນ ທັງໝົດ ຍ້ອນເມື່ອທຽບກັບເງິນບາດ ເງິນກີບມີທ່າອ່ຽງ ອ່ອນຄ່າລົງເລື້ອຍໆ ເຮັດໃຫ້ຕົ້ນທຶນ ໃນການເຮັດທຸຣະກິຈ ແລະ ຄ່າຄອງຊີບສູງຂຶ້ນຫຼາຍ.
ດັ່ງເຈົ້າຂອງສວນຕົ້ນໄມ້ ຢູ່ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນກ່າວວ່າ:
“ຫຼາຍເຕີບ ຝັ່ງຫັ້ນ(ໄທຍ)ກໍປົກກະຕິດອກ ແຕ່ວ່າເພິ່ນໄລ່ເຣດຝັ່ງເຮົານິຕີ້ເຣດສູງຫັ້ນ ນ່າຊິເວົ້າເຣື່ອງຜົລກະທົບນີ້ ແມ່ນກຳລັງຈະເຣີ້ມຂຶ້ນທຸກຢ່າງ ຄ່າຄອງຊີບທຸກຢ່າງມັນຂຶ້ນເບິດເລີຍ ບໍ່ແມ່ນແຕ່ຄ່ານໍ້າຄ່າໄຟ.”
ກ່ອນໜ້ານີ້ໃນປີ 2022 ຣັຖວິສາຫະກິຈນໍ້າປະປາ ແຂວງເຊກອງ ໄດ້ປັບລາຄານໍ້າປະປາຂຶ້ນຈາກ 3,450 ກີບຕໍ່ແມັດກ້ອນ ໃນປີ 2019 ປັບຂຶ້ນເປັນ 5.100 ກີບຕໍ່ແມັດກ້ອນ ສ່ວນສຳນັກງານຂອງຣັຖ ແລະ ທຸຣະກິຈລວມເຖິງໂຮງແຮມຕ່າງໆ ປັບຂຶ້ນຈາກ 5,300 ກີບຕໍ່ແມັດກ້ອນເປັນ 8,465 ກີບຕໍ່ແມັດກ້ອນໂດຍມີການຄາດຄະເນດວ່າ ຜົລຈາກການດຳເນີນກິຈການໂດຍໃຊ້ລາຄານີ້ ຈະໄດ້ຮັບລາຍຮັບຫຼາຍກ່ວາ 9 ຕື້ກີບ ໃນປີ 2023. ຣັຖວິສາຫະກິຈ ບໍລິການນ້ຳປະປາແຂວງເຊກອງ ມີພື້ນທີ່ບໍລິການ ຢູ່ 4 ໂຕເມືອງ, ປະຊາກອນໄດ້ເຂົ້າເຖິງການບໍລິການ 37 ພັນກວ່າຄົນ, ກວມ 70% ຂອງປະຊາກອນ ໃນໂຕເມືອງ.