ເຂດເສຖກິດວຽງຈັນເນຣະມິດ

ໂຄງການ ເສຖກິດ ສະເພາະ ວຽງຈັນ ເນຣະມິດ ຈະວາງ ສີລາເຣີກ ໃນ ເດືອນໜ້າ ແລະ ຈະເລີ້ມສ້າງ ໃນ ປີນີ້.

ເຂດເສຖກິດ ສະເພາະ ວຽງຈັນ ເນຣະມິດ RFA

 

ໂຄງການເຂດເສຖກິດ ສະເພາະ ວຽງຈັນ ເນຣະມິດ ໃນເຂດ ບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫລວງ ວຽງຈັນ ຈະວາງ ສີລາເຣີກ ໂຄງການ ໃນເດືອນກຸມພາ 2014 ນີ້ ແຕ່ຍັງບໍ່ຮູ້ມື້ ແນ່ນອນເທື່ອ. ພ້ອມດຽວກັນ ທາງການລາວ ກໍຈະຫາລືກັບຜູ້ ພັທນາ ໂຄງການ ວ່າຈະເລີ້ມສ້າງ ໄດ້ເດືອນໃດ. ຕາມຄໍາເວົ້າ ຂອງ ເຈົ້າໜ້າທີ່ລາວ ທ່ານໜຶ່ງ ໃນວັນທີ 20 ມົກຣານີ້.

ທ່ານເວົ້າວ່າ ປັຈຈຸບັນ ທາງຫ້ອງການ ສິ່ງແວດລ້ອມ ໄດ້ເຮັດການປະເມີນ ຜົລກະທົບ ດ້ານສິ່ງແວດລ້ອມ ແລະອອກໃບອະນຸຍາດ ໃຫ້ສ້າງໂຄງການນີ້ ເປັນທີ່ຮຽບຮ້ອຍແລ້ວ. ສ່ວນແບບແຜນຜັງຂອງໂຄງການ ຫລືທີ່ເອີ້ນວ່າ master plan ທີ່ມີການປັບແກ້ ຫລາຍ ເທື່ອແລ້ວ ນັ້ນ ທາງການລາວ ກໍຈະພິຈາຣະນາ ອະນຸມັດ ໃຫ້ ໃນເດືອນ ມີນາ ທີ່ ຈະມາເຖິງນີ້.

ແລະວ່າ ນັກລົງທຶນຊາວມາເລເຊັຽ ທີ່ເປັນຜູ້ພັທນາ ໂຄງການນັ້ນຍັງຕ້ອງ ຊອກຫານັກລົງທຶນ ຕ່າງປະເທດຕໍ່ໄປ ຮວມທັງນັກລົງທຶນ ຊາວລາວ ໃນສະຫະຣັຖ ອະເມຣິກາ ເພື່ອໃຫ້ມາຮ່ວມລົງທຶນ ໃນໂຄງການນີ້. ຕາມຂໍ້ມູລ ຂອງໂຄງການ ການກໍ່ສ້າງ ແລະພັທນາ ເຂດເສຖກິດ ສະເພາະ ວຽງຈັນ ເນຣະມິດ ບໍຣິສັດ ຕ່າງປະເທດ ຈະລົງທຶນ 80 ສ່ວນຮ້ອຍ, ຣັຖບານລາວ 15 ສ່ວນຮ້ອຍ ແລະ ນັກລົງທຶນ ໃນລາວ 5 ສ່ວນຮ້ອຍ ມີເນື້ອທີ່ ທັງໝົດ 53 ເຮັກຕາ ຈະຖືກພັທນາ ໃຫ້ເປັນ ສູນການຄ້າ ຫລູຫລາ ໂຮງແຮມ ສວນ ສາທາຣະນະ ແລະອື່ນໆ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org