ທາງສາມແຍກສີໄຄໄປກາສີ ເປ່ເພ

ຈໍາປາທອງ
2016.03.17
F-road-sykhay ສະພາບຖະໜົນສີໄຄ
RFA/NY

ຊາວນະຄອນຫຼວງ ວຽຈັນ ຍັງຈົ່ມວ່າ ຖະໜົນເລກ 13 ເໜືອ ແຕ່ ສາມແຍກ ສີໄຄ ຂຶ້ນໄປຫາ ເມືອງກາສີ ແຂວງ ວຽງຈັນ ຍັງສ້ອມແປງ ບໍ່ແລ້ວ ເຖິງວ່າ ກະຊວງ ໂຍທາ ທິການ ແລະ ຂົນສົ່ງ ຈະເລັ່ງ ບໍຣິສັດ ຮັບເໝົາ ໃຫ້ສ້ອມແປງ ໃຫ້ແລ້ວ ຕາມກໍານົດ ເວລາ. ດັ່ງ ຊາວນະຄອນຫຼວງ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽ ເສຣີ ໃນ ວັນທີ 16 ມີນາ ນີ້ວ່າ:

"ມັນແຕກ ມັນເປັນຂຸມ ໂອຍ! ບໍ່ຈັກແນວ ຊິເວົ້ານ່່າ ພຸ້ນນ່າ ຈົນຮອດ ອິໄລ ພຸ້ນນ່າ ທາງມັນ ຈັ່ງຄ່ອຍດີ ເວົ້າງ່າຍໆ ກະຕັ້ງແຕ່ ແຍກທົ່ງໂປ່ງ ໄປພຸ້ນແຫຼະ ກາຍຕລາດ ສີໄສ ໄປກະແມ່ນ ອຶກກະທຶກ ໂລດນະ ຈັກຂີ້ຝຸ່ນ ຈັກຂຸມ ໂອຍ! ຣົດແລ່ນ ບໍ່ຮອດ 40 ຊໍ້ານ່າ".

ປະຊາຊົນ ທ່ານ ດຽວກັນນີ້ ຍັງກ່າວຕື່ມ ອີກວ່າ: ໃນປີ ທ່ອງທ່ຽວ ລາວ ນັກທ່ອງທ່ຽວ ມາເບິ່ງ ຂີ້ຝຸ່ນ ແລະ ຢາກໃຫ້ສ້າງ ທາງຄອນກຣີດ ຢູ່ເຂດ ດັ່ງກ່າວ ດີກ່ອນ ສ້າງ ທາງຣົດໄຟ ຄວາມໄວ ສູງ:

"ປີທ່ອງທ່ຽວ ລາວ ຊິທ່ຽວເອົາຂີ້ຝຸ່ນ ຫັ້ນຫວະ ກະເຮັດແປງ ທາງຄອນກຣີດ ຕົ່ວ! ກ່ອນຊິເຮັດ ທາງຣົດໄຟ ຫັ້ນນະດ ເທຄອນກຣີດ ໂລດນະ ເຮັດອີ່ຫຍັງ ທາງຣົດໄຟ".

ໃນເດືອນ ມົກກະຣາ ຜ່ານມາ ຫ້ອງການ ກະຊວງ ໂຍທາທິການ ແລະ ຂົນສົ່ງ ໄດ້ເຮັດ ໜັງສືແຈ້ງການ ມອບໝາຍໃຫ້ ກົມຂົວທາງ ລົງຊີ້ນໍາ ແກ້ໄຂບັນຫາ ສ້ອມແປງ ເສັ້ນທາງເລກ 13 ເໜືອ ທີ່ ຊັກຊ້າ ໃຫ້ແລ້ວຕາມ ກໍານົດ ສັນຍາ ໂດຍມີ ມາດຕະການ ເຂັ້ມງວດ ຕໍ່ຜູ້ຮັບເໝົາ ເພາະວ່າ ທີ່ຜ່ານມາ ສັງຄົມ ວິພາກວິຈານ ຫຼາຍ.

ໃນເວລາດຽວກັນ ກົມຂົວທາງ ກໍຣາຍງານວ່າ ສາເຫດ ທີ່ພາໃຫ້ ຊັກຊ້ານັ້ນ ກໍຍ້ອນ ບໍ່ມີການ ກວດກາ ຄຸນນະວຸດທິ ຕົວຈິງ ຂອງ ບໍຣິສັດ ໃນເວລາ ປະມູນ ເພາະ ບໍຣິສັດ ທີ່ ຊນະ ການປະມູນ ຂາດເງິນທຶນ ໝູນວຽນ ແລະ ບໍ່ມີເຄື່ອງ ກົລຈັກ ຫຼື ອຸປກອນ ພຽງພໍ.

ວຽກງານກໍ່ສ້າງ ແລະ ສ້ອມແປງຖນົນເລກ 13 ເໜືອ ໃນເຂດ ທີ່ວ່ານັ້ນ ຊຶ່ງ ມີຄວາມ ຍາວປະມານ 200 ກິໂລແມັດ ມີ 4 ບໍຣິສັດ ຮັບເໝົາ ຄື: ບໍຣິສັດ ວາລິນ ສໍາຣວດ ອອກແບບ ກໍ່ສ້າງ ຂົວທາງ, ບໍຣິສັດ DLC, ບໍຣິສັດ ບຸນໂຮມ ກໍ່ສ້າງ ແລະ ບໍຣິສັດ ປັນຍາທິລາດ ກໍ່ສ້າງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.