ການສົ່ງໄຟຟ້າ ສູ່ຊົນນະບົດ
ແຂວງວຽງຈັນ ມີບັນຫາ ໃນການຂຍາຍ ຕາຫນ່າງ ໄຟຟ້າ ໄປສູ່ເຂດ ຊົນນະບົດ.
-
2013-05-31 -
-
-
Your browser doesn’t support HTML5 audio
ແຂວງວຽງຈັນ ມີບັນຫາ ໃນການຂຍາຍ ຕາຫນ່າງ ໄຟຟ້າ ໄປສູ່ເຂດ ຊົນນະບົດ.
ເຈົ້າຫນ້າທີ່ ກະຊວງ ພລັງງານ ແລະ ບໍ່ແຮ່ ທ່ານນຶ່ງ ເປີດເຜີຍວ່າ ແຂວງວຽງຈັນ ມີບັນຫາ ການຂຍາຍ ຕາຫນ່າງ ໄຟຟ້າ ໄປສູ່ເຂດ ຊົນນະບົດ ຍ້ອນ ສາເຫດ ສອງປະການ ຄື 1- ການກໍ່ສ້າງ ສາຍສົ່ງ ຍາວ ແລະ ໄກ ເກີນໄປ ໃນການ ສົ່ງກະແສ ໄຟຟ້າ ແລະ ສອງ- ການເພີ້ມຂຶຶ້ນ ຂອງໂຮງງານ ອຸດສາຫະກັມ ໃນແຂວງ. ດັ່ງທ່ານກ່າວວ່າ:
"ເຂົາເອິ້ນວ່າ ການຕົກເຮັ່ຽ ຂອງ watt ມັນສູງນະ ເຫດຜົລ ເພາະຂຍາຍ ຕາຂ່າຍ ນີ້ໄກໂພດ ແລ້ວມັນ ເຮັດໃຫ້ ສູນເສັຽຕົກເຮັ່ຽ ຫລາຍ, ດຽວນີ້ ທາງແຂວງວຽງຈັນ ເພີ່ນຢາກ ສູມໃສ່ ຢາກໃຫ້ ແກ້ໄຂ ຕົວນີ້".
ທ່ານກ່າວ ຕໍ່ໄປວ່າ ກະຊວງ ພລັງງານ ແລະ ບໍ່ແຮ່ ໄດ້ເລີ້ມຂຍາຍ ຕາຫນ່າງໄຟຟ້າ ໄປສູ່ ຊົນນະບົດ ມາໄດ້ ຫລາຍປີແລ້ວ ແຕ່ ໃນຫລາຍເຂດ ຍັງບໍ່ມີ ຄວາມສົມດູນ ໃນການໃຊ້ ໄຟຟ້າ ຍ້ອນວ່າ ໂຮງໄຟຟ້າ ຕັ້ງຢູ່ ຫ່າງໄກ ໄຟຟ້າ ໄປ ບໍ່ເຖິງ ແລະ ໃນຂະນະ ດຽວກັນ ກໍມີການ ເພິ້ມຂຶ້ນ ຂອງ ໂຮງງານ ອຸດສາຫະກັມ ໃນແຂວງ ຢ່າງຫລວງຫລາຍ ໃນຣະຍະປີ ຫລັງໆມານີ້ ເຮັດໃຫ້ການໃຊ້ ໄຟຟ້າ ໃນແຂວງ ບໍ່ພຽງພໍ ໂດຍສະເພາະ ບໍຣິສັດ ບໍ່ແຮ່ ທີ່ຕ້ອງການ ໄຟຟ້າ ສູງ.
ແຂວງວຽງຈັນ ມີບໍ່ຄຳ ແລະ ໂຮງງານ ຜລິດສີເມນ ທີ່ຕ້ອງການ ໃຊ້ໄຟຟ້າ ສູງ ເຮັດໃຫ້ ທາງການ ແຂວງຕ້ອງໄດ້ ຊື້ໄຟຟ້າ ຈາກປະເທດ ເພື່ອນບ້ານ ມາໃຊ້ ໃນບາງເຂດ ຍ້ອນວ່າ ກະແສ ໄຟຟ້າ ທີ່ຜລິດ ໃນແຂວງ ບໍ່ພຽງພໍ ກັບຄວາມ ຕ້ອງການ. ທ່ານວ່າ ໂຮງງານ ອຸດສາຫະກັມ ແຕ່ລະແຫ່ງ ຕ້ອງການ ກະແສໄຟຟ້າ ເຖິງ 5-6 ເມກາວັດ. ເທົ່າກັນກັບ ການຜລິດ ໄຟຟ້າ ຂອງເຂື່ອນ ຂນາດນ້ອຍ ນື່ງເຂື່ອນ.