ວັນທີ 13 ມີນາ 2023 ຜ່ານມາ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນໄດ້ມີຄຳສັ່ງໃຫ້ຜູ້ພັທນາໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກເລັ່ງສົມທົບ ກັບອຳນາດການປົກຄອງ ເມືອງຫາດຊາຍຟອງ ເພື່ອດຳເນີນການແກ້ໄຂ ແລະ ຈ່າຍຄ່າຊົດເຊີຍ ໃກ້ແກ່ຊາວບ້ານຢູ່ເຂດເມືອງຫາດຊາຍຟອງ ທີ່ສູນເສັຽທີ່ິດິນຈາກໂຄງການດັ່ງກ່າວ ພາຍໃນເນື້ອທີ່ 51 ເຮັກຕ້າຣ໌ ແຕ່ຍັງບໍ່ທັນໄດ້ຮັບເງິນຄ່າຊົດເຊີຍ. ອີງຕາມການຣາຍງານ ຂອງໂທຣະພາບ ນະຄອນຫຼວງວຽງຈັນ ເມື່ອວັນທີ 04 ເມສາ ທີ່ຜ່ານມາ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຍັງຫ້ອງການປົກຄອງ ເມືອງຫາດຊາຍຟອງ ເພື່ອສອບຖາມຣາຍລະອຽດ ເພີ່ມຕື່ມ ແຕ່ເຈົ້າໜ້າທີ່ຜູ້ຮັບຜິດຊອບ ວຽກງານດັ່ງດ່າວ ບໍ່ສະດວກໃຫ້ສັມພາດ. ໃນຂະນະດຽວກັນ ກໍໄດ້ຕິດຕໍ່ໄປຫາບໍຣິສັດທ່າບົກ-ທ່ານາແລ້ງ ຈຳກັດຜູ້ດຽວ ແລະ ບໍຣິສັດວຽງຈັນໂລຈິສຕິກພາກ ຈຳກັດຊຶ່ງເຈົ້າໜ້າທີ່ ຜູ້ຮັບໂທຣະສັບກ່າວສັ້ນໆວ່າ ພາກສ່ວນທີ່ກ່ຽວຂ້ອງ ກຳລັງດຳເນີນການຢູ່ ແລະ ບໍ່ສາມາດໃຫ້ຣາຍລະອຽດ ຫຼາຍໄປກ່ວານີ້ໄດ້.
ສໍາລັບຊາວບ້ານ ຢູ່ເມືອງຫາດຊາຍຟອງ ທີ່ສູນເສັຽເທີ່ດິນໃຫ້ແກ່ໂຄງການ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ພາຍໃນເນື້ອທີ່ 51 ເຮັກຕ້າຣ໌ ຕັ້ງແຕ່ປະມານປີ 2019 ແລະ ຍັງບໍ່ໄດ້ຮັບຄ່າຊົດເຊີຍ ນັ້ນມີຢ່າງໜ້ອຍປະມານ 50 ຄອບຄົວ ຊຶ່ງສ່ວນໃຫຍ່ ຢູ່ໃນເຂດບ້ານດົງໂພສີ ແລະ ບ້ານໃກ້ຄຽງ. ມາຮອດປັດຈຸບັນ ຊາວບ້ານຍັງລໍຖ້າຄ່າຊົດເຊີຍ ດ້ວຍຄວາມຫວັງ ແລະພາຍຫຼັງທີ່ທ່ານເຈົ້າຄອງ ນະຄອນຫຼວງວຽງຈັນ ມີຄຳສັ່ງດັ່ງກ່າວແລ້ວ ກໍຫວັງວ່າຈະເຮັດໃຫ້ເຣື່ອງຄ່າຊົດເຊີຍ ມີຄວາມຄືບໜ້າຫຼາຍຂື້ນ.
ດັ່ງຊາວບ້ານ ຜູ້ຖືກຜົລກະທົບນາງນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 10 ເມສາ ນີ້ວ່າ:
“ບໍ່. ບໍ່ໄດ້ຂ່າວນຳ, ແຕ່ເພິ່ນກາລົງມາ ກາບໍ່ເຫັນເພິ່ນວ່າຈັ່ງໃດ ຊົດເຊີຍກາບໍ່ເຫັນເພິ່ນວ່າຈັ່ງໃດເດ້ລະ ກາຮຽກຮ້ອງຫຼາຍບ່ອນຢູ່ ກາບໍ່ມີຄວາມຄືບໜ້າອິຫຍັງເລີຍ ເພິ່ນຕ້ອງຈ່າຍໃຫ້ປະຊາຊົນ ໃຫ້ມັນແລ້ວ ມັນຫຍັງນ່າ.”
ຊາວບ້ານອີກນາງນຶ່ງ ທີ່ຍັງລໍຖ້າເງິນຄ່າຊົດເຊີຍ ຈາກໂຄງການດັ່ງກ່າວເຊັ່ນກັນ ກ່າວວ່າສາເຫດທີ່ຊາວບ້ານ ຍັງບໍ່ຮັບເອົາເງິນຄ່າຊົດເຊີຍ ກໍຍ້ອນວ່າບໍ່ໄດ້ຮັບການແກ້ໄຂ ຢ່າງຖືກຈຸດ ເນື່ອງຈາກໂຄງການໄດ້ສເນີໃຫ້ເງິນ ຄ່າຊົດເຊີຍໃນລາຄາຕໍ່າ ກ່ວາຄວາມເປັນຈິງ ຈຶ່ງເປັນເຫດໃຫ້ຊາວບ້ານ ຍັງບໍ່ທັນມາຮັບເອົາຈົນກ່ວາ ຈະມີການແກ້ໄຂ ແລະ ໃຫ້ການຊົດເຊີຍ ແບບສົມເຫດສົມຜົລ ແລ້ວເທົ່ານັ້ນ ຈຶ່ງຈະຮັບເອົາເງີນຄ່າຊົດເຊີຍ ດັ່ງກ່າວ.
ດັ່ງຍານາງກ່າວວ່າ:
“ຊຸມບໍ່ໄດ້ ກາຍັງບໍ່ໄດ້ຈັກເທື່ອ ໄປຫາເພິ່ນກາວ່າ ດິນຕາບອດຄືເກົ່າ ເພິ່ນໃຫ້ແມັດກາເຣນຶ່ງ 80,000 ກີບ, ປະຊາຊົນຍອມຮັບເອົາບໍ່ໄດ້ ຄືເກົ່າຫັ້ນລະ ແກ້ໄຂໄດ້ກາຕ້ອງໃຫ້ເທົ່າກັບໝູ່ ຕອນນີ້ຢາກໄດ້ 210,000 ກີບເທົ່ານັ້ນ ກັບໝູ່. 5 ປີແລ້ວເດຂ້ອຍ ກາຍັງບໍ່ເຫັນໂທຫາຂ້ອຍຈັກເທື່ອ.”
ຊາວບ້ານອີກຈຳນວນນຶ່ງ ທີ່ຮັບເງິນຄ່າຊົດເຊີຍ ທີ່ດິນຈາກໂຄງການດັ່ງກ່າວໄປແລ້ວ ກ່ອນໜ້ານີ້ກໍເຫັນວ່າເງິນຄ່າຊົດເຊີຍ ໄດ້ຮັບນັ້ນມີລາຄາຕໍ່າ ກ່ວາຕລາດທີ່ດິນ ແລະ ເປັນລາຄາທີ່ບໍ່ເໝາະສົມ ແຕ່ໃນເວລານັ້ນພວກເຂົາເຈົ້າ ຈຳເປັນຕ້ອງຮັບເອົາ ຄ່າຊົດເຊີຍເພາະວ່າ ສູນເສັຽທີ່ດິນ ໃຫ້ກັບໂຄງການ ບໍ່ຫຼາຍປານໃດ.
ດັ່ງຊາວບ້ານທ່ານນຶ່ງກ່າວວ່າ:
“ຂອງຂ້ອຍກາຖືກໜ້ອຍນຶ່ງ ດ້ານຫຼັງນັ້ນໄດ້ເງິນຊົດເຊີຍແລ້ວ ບໍ່ຄ່ອຍຫຼາຍດອກໜ້ອຍດຽວ ຂອງເຮົາກົມທາງຣົຖໄຟ ມັນຖືກແລວ ແລ້ວເຂົາກາປ່ອຍເລີຍຫັ້ນນ່າ ເຮົາກາປ່ອຍ ເພາະວ່າມັນຖືກໜ້ອຍດຽວຫັ້ນນ່າ ສ່ວນໃຫຍ່ຫັ້ນເຂົາກາໄດ້ໄປແລ້ວ ແຕ່ວ່າເຂົາບໍ່ພໍໃຈ ເຂົາກາເອົາຕໍ່.”
ຊາວບ້ານອີກຈຳນວນນຶ່ງ ທີ່ມີດິນຢູ່ໃກ້ກັບໂຄງການທ່າບົກ-ທ່ານາແລງ ແລະ ເຂດໂລຈິສຕິກ ແຕ່ບໍ່ໄດ້ຖືກຜົລກະທົບ ດ້ານທີ່ດິນນັ້ນກໍສະແຫວງຫາໂອກາດ ຫາລາຍໄດ້ໂດຍການເປີດ ໃຫ້ນັກລົງທຶນ ຫຼື ນັກທຸຣະກິຈ ມາເຊົ່າທີ່ດິນຂອງພວກເຂົາເຈົ້າ ຢູ່ໜ້າທາງເຂົ້າເຂດໂຄງການດັ່ງກ່າວ ເພື່ອໃຫ້ເປີດຮ້ານຄ້າຂາຍເຄື່ອງຕ່າງໆ ໂດຍຕັ້ງລາຄາຄ່າເຊົ່າ ສະຖານທີ່ ໃນອັດຕຣາສູງ ເນື່ອງຈາກເປັນທຳເລເສຖກິຈ.
ດັ່ງຊາວບ້ານ ທ່ານນຶ່ງກ່າວວ່າ:
“ເຊົ່າບໍ່ ມັນມີຫຼາຍລາຄາ ມີດ້ານໃນ ດ້ານນອກບໍ່ ຢູ່ໃນໂຄງການໂລຈິສຕິກນ່າ”.
ສຳລັບໂຄງການ ເຂດພັທນາ ທ່າບົກ-ທ່ານາແລ້ງ ແລະ ເຂດໂລຈິສຕິກ ຢູ່ເຂດເມືອງຫາດຊາຍຟອງ ມີເນື້ອທີ່ລວມທັງໝົດ 417 ເຮັກຕ້າຣ໌ ແບ່ງເປັນເຂດໂລຈິສຕິກ ຈຳນວນ 327 ເຮັກຕ້າຣ໌ ແລະ ເຂດທ່າບົກຈຳນວນ 90 ເຮັກຕ້າຣ໌ ໂດຍເຂດໂລຈິສຕິກ ໄດ້ເປິດໃຊ້ຕັ້ງແຕ່ວັນທີ 04 ທັນວາ 2021 ເປັນຕົ້ນມາ.
ວັນທີ 25 ພຶສຈິກາ 2022. ບໍຣິສັດ ວຽງຈັນ ໂລຈິສຕິກ ພາກ ຈຳກັດ ໄດ້ເຮັດພິທີວາງສີລາຣຶກ ໂຄງການກໍ່ສ້າງ ເຂດໂລຈິສຕິກ ພາກ ຊຶ່ງເປັນສ່ວນຂຍາຍ ຂອງໂຄງການ ທ່າບົກ-ທ່ານາແລ້ງ ແລະ ໂລຈິສຕິກ ນະຄອນຫຼວງວຽງຈັນ ທີ່ເປັນໂຄງການ ສ່ວນຂຍາຍດັ່ງກ່າວນີ້ ມີເນື້ອທີ່ທັງໝົດ 327 ເຮັກຕ້າຣ໌ ກວມເອົາເນື້ອທີ່ ຕັ້ງແຕ່ບ້ານດົງໂພສີ ເມືອງຫາດຊາຍຟອງ, ບ້ານຊຽງດາ ເມືອງໄຊເສດຖາ ຈົນເຖິງເສັ້ນທາງຕັດໃໝ່ ເຂດບ້ານນາຄວາຍໃຕ້ ຊຶ່ງຄາດວ່າຈະໃຊ້ມູນຄ່າ ກໍ່ສ້າງທັງໝົດ 547 ລ້ານໂດລ້າຣ໌ສະຫະຣັຖ ແລະ ກໍ່ສ້າງສຳເຣັດ ພ້ອມເປີດໃຊ້ບໍຣິການ ຢ່າງເຕັມຮູບແບບ ໃນອີກ 2-3 ປີຂ້າງໜ້າ.