ເຈົ້າຂອງທີ່ດິນ ຢູ່ນະຄອນຫຼວງຍັງບໍ່ໄດ້ຄ່າຊົດເຊີຍ

0:00 / 0:00

ຊາວບ້ານຢູ່ນະຄອນຫລວງວຽງຈັນ ຊຶ່ງເປັນເຈົ້າຂອງດິນ ທັງໝົດ 304 ຕອນ ຈົນມາຮອດມື້ນີ້ ກໍຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນເທື່ອ ເຖິງແມ່ນວ່າ ທ່ານ ສອນໄຊ ສີພັນດອນ ຮອງນາຍົກຣັຖມົນຕຣີ ແລະທ່ານ ສຸກຄໍາເພັດ ເຮືອງບຸດສີ ຮອງປະທານກວດກາແຫ່ງຣັຖ ຈະໄດ້ເລັ່ງໃຫ້ມີການແກ້ໄຂບັນຫານີ້ເມື່ອເດືອນກຸມພາຜ່ານມາແລ້ວກໍຕາມ.

ດັ່ງຊາວບ້ານ ທີ່ກໍາລັງລໍຖ້າຄ່າຊົດເຊີຍນາງນຶ່ງເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ມີນານີ້ວ່າ:

" ເພິ່ນຍັງບໍ່ໄດ້ນັດນ່າ ເພາະວ່າເອື້ອຍຍັງບໍ່ໄດ້ໄປເຮັດອີ່ຫຍັງເລີຍ ຈັກສິມື້ໃດ ບັນຊີອີ່ຫຍັງຫັ້ນມີແລ້ວ ແຕ່ດົນໆແລ້ວ. ຕອນນີ້ເອື້ອຍຍັງບໍ່ດີໃຈເທື່ອ ນັ່ງຄໍ້າກະມັບຢູ່ນີ້ ປະຊາຊົນຍັງເປັນທຸກຢູ່ດຽວນີ້ ເປັນທຸກມາ 3 ປີແລ້ວນີ້ ຢືມເງິນດອກນອກລະບົບມາຊ່ວຍຊື້ກິນນີ້ ດອກເຂົາກະໄລ່ຂຶ້ນສູ່ມື້ໆທຸກໆເດືອນ. "

ແລະຊາວບ້ານອີກນາງນຶ່ງ ທີ່ລໍຖ້າເງິນຄ່າຊົດເຊີຍຄືກັນນັ້ນກໍເວົ້າວ່າ ເມື່ອສັບປະດາທີ່ຜ່ານມາ ເຈົ້າໜ້າທີ່ທີ່ກ່ຽວຂ້ອງຂັ້ນເມືອງ ໄດ້ເອີ້ນຕົນ ແລະຊາວບ້ານອີກຫລາຍຄົນ ໄປເຊັນຊື່ເພື່ອເອົາເງິນຄ່າຊົດເຊີຍ, ແຕ່ມາຮອດມື້ນີ້ ກໍຍັງບໍ່ໃຫ້ຄໍາຕອບເທື່ອວ່າ ຈະໃຫ້ເງິນຄ່າຊົດເຊີຍນັ້ນມື້ໃດ, ຍັງໃຫ້ຊາວບ້ານລໍຖ້າຢູ່ຄືເກົ່າ.

" ໂອ໋ ເພິ່ນບອກໃຫ້ໄປເຮັດເກັບລາຍເຊັນ ເຮັດ້ກັບລາຍເຊັນແລ້ວກະຍັງບໍ່ທັນມີຄໍາຕອບ ໃຫ້ປະຊາຊົນວ່າສິໄດ້ມື້ໃດເທື່ອ ເພິ່ນກະວ່າໃຫ້ລໍຖ້າຫັ້ນແຫລະ ກະລໍໄປລໍມາລໍຈົຮອດປັດຈຸບັນນີ້ ກະຍັງບໍ່ທັນໄດ້ເງິນມາເທື່ອ ຢ້ານແມ່ນແກ່ຍາວໄປຮອດພຸ້ນແຫລະ. "

ນາງເວົ້າຕື່ມວ່າ ເຖິງແມ່ນວ່າທາງຣັຖບານ ໄດ້ສັ່ງໃຫ້ພາກສ່ວນທີ່ກ່ຽວຂ້ອງຂັ້ນເມືອງ ເລັ່ງຕິດຕາມແກ້ໄຂບັນຫານີ້ແລ້ວກໍຕາມ, ແຕ່ໃນຕົວຈິງກໍຍັງລ່າຊ້າຢູ່ຄືເກົ່າ. ຕົນຢາກໄດ້ເງິນຄ່າຊົດເຊີຍນັ້ນ ມາສໍາລະໜີ້ສິນ ທີ່ໄດ້ກູ້ຢືມເງິນນອກລະບົບ ມາໃຊ້ເພື່ອຊື້ຢູ່ຊື້ກິນໃນຄອບຄົວ ຍ້ອນບໍ່ມີລາຍໄດ້ ຈາກການເຮັດນາຂາຍເຂົ້າຄືແຕ່ກ່ອນ ນັບຕັ້ງແຕ່ຖືກໂຄງການທາງຣົຖໄຟລາວ-ຈີນ ຍຶດເອົານາໄປ.

ແລະຊາວບ້ານອີກຜູ້ນຶ່ງ ທີ່ຍັງບໍ່ທັນໄດ້ຄ່າຊົດເຊີຍຈາກໂຄງການນີ້ຄືກັນນັ້ນ ກໍຢ້ານການຊົດເຊີຍຄວາມເສັຍຫາຍໃຫ້ປະຊາຊົນຜູ້ທີ່ໄດ້ຮັບຜົນກະທົບ ອາຈຈະແກ່ຍາວໄປຈົນຮອດປີໃໝ່ ລາວ ຫລືກາຍປີໃໝ່ລາວໄປເລື້ອຍໆ ຍ້ອນທຸກມື້ນີ້ຍັງເຫັນວ່າ ການດໍາເນີນການຂອງພາກ ສ່ວນທີ່ກ່ຽວຂ້ອງ ບໍ່ມີຄວາມຄວາມຄືບໜ້າແນວໃດ.

" ອາດຈະຮອດປີໃໝ່ ລາວ ຫລືອາດຈະດົນກວ່ານັ້ນກະໄດ້ຫັ້ນນ່າ ບໍ່ມີເຈົ້າໜ້າທີ່ຕິດຕໍ່ມາເລີຍ ຫວ່າງແລ້ວນີ້ກະຕິດຕໍ່ມາໃຫ້ໄປເຊັນ ເຊັນແລ້ວເພິ່ນກະວ່າປະມານເດືອນ 2 ເພິ່ນວ່າ ບໍ່ເຫັນເອີ້ນໄປເອົາເງິນເທື່ອ. "

ແລະຊາວບ້ານທີ່ຍັງບໍ່ທັນໄດ້ຄ່າຊົດເຊີຍອີກນາງນຶ່ງກໍເວົ້າວ່າ ໄລຍະຜ່ານມາ ຢູ່ເຂດບ້ານຂອງຕົນ ມີຜູ້ໄດ້ຮັບຄ່າຊົດເຊີຍ ຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ໄປແລ້ວຫລາຍຄອບຄົວ, ແຕ່ກໍຍັງມີອີກຫລາຍຄອບຄົວ ຮວມທັງຄອບຄົວຂອງຕົນ ທີ່ຍັງລໍຖ້າເງິນຄ່າຊົດເຊີຍນັ້ນຢູ່.

" ຫລາຍຄົນທີ່ຍັງບໍ່ທັນໄດ້ເງິນ ແຕ່ວ່າຜ່ານມາກະໄດ້ ຜູ້ໄດ້ກະໄດ້ໄປໝົດຫລາຍແລ້ວຄືກັນ ແຕ່ວ່າຫລາຍຄົນທີ່ຍັງບໍ່ໄດ້ຄືກັນ ໂຕນີ້ກະຖືກຢູ່ 400 ປາຍລ້ານກີບນີ້ແຫລະ. "

ສ່ວນຊາວບ້ານຄົນນຶ່ງ ທີ່ໄດ້ຮັບຄ່າຊົດເຊີຍຈາກໂຄງການທາງຣົຖໄຟລາວ-ຈີນໄປແລ້ວ ເວົ້າຕໍ່ວິທຍຸເອເຊັຽເສຣີໃນມື້ວັນທີ 1 ມິນານີ້ວ່າ ເງິນທີ່ຕົນ ແລະຫລາຍຄົນໄດ້ຮັບມານັ້ນ ບໍ່ກຸ້ມຄ່າກັບການສູນເສັຍທີ່ດິນ ແລະກໍຍິ່ງເຮັດໃຫ້ຫລາຍຄອບຄົວ ທຸກຍາກຫລາຍຂຶ້ນກວ່າແຕ່ກ່ອນ.

" ຢູ່ຫຍູ້ງຍາກຫລາຍຫັ້ນແຫລະ ເຄີຍເປັນບ້ານທີ່ອຸດົມສົມບູນ ແຕ່ປັດຈຸບັນນີ້ ຄົນບາງຄົນກະບໍ່ມີບ່ອນຢູ່ ກໍໄດ້ຕັ້ງຕູບຕັ້ງຫຍັງຢູ່ເນາະ ການຢູ່ມັນກະສິແອອັດແດ່ ເພາະວ່າເພິ່ນທົດແທນໃຫ້ບໍ່ພຽງພໍ. "

ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຫ້ອງການປົກຄອງເມືອງຫາດຊາຍຟອງ ແລະເມືອງໄຊທານີ ນະຄອນຫລວງວຽງຈັນ ເພື່ອຂໍຮູ້ເຣື່ອງຄວາມຄືບໜ້າຂອງການຊົດເຊີຍໃຫ້ຊາວບ້ານ ທີ່ໄດຮັບຜົນກະທົບຈາກໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ, ແຕ່ເຈົ້າໜ້າທີ່ເວົ້າໃຫ້ຮູ້ພຽງແຕ່ວ່າ ກໍາລັງຢູ່ໃນຂັ້ນຕອນຂອງການດໍາເນີນການຢູ່, ຍັງບໍ່ສາມາດໃຫ້ລາຍລະອຽດໄດ້.

ທາງຣົຖໄຟລາວ-ຈີນ ໃນເຂດນະຄອນຫລວງວຽງຈັນ ມີຄວາມຍາວເກືອບ 60 ກິໂລແມັດ. ໃນນັ້ນຖືກດິນຊາວບ້ານທັງໝົດ 1,532 ຕອນ ຢູ່ເຂດເມືອງນາຊາຍທອງ, ເມືອງໄຊເສດຖາເມືອງໄຊທານີ ແລະເມືອງຫາດຊາຍຟອງ ຊຶ່ງອີງຕາມການລາຍງານຂອງທ່ານ ສອນໄຊ ສີພັນດອນ ເມື່ອເດືອນກຸມພາທີ່ຜ່ານມານີ້ແລ້ວແມ່ນວ່າ ຢູ່ໃນ 4 ເມືອງນີ້ ຍັງເຫລືອດິນຂອງ ຊາວບ້ານພຽງ 304 ຕອນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ.