ຂ.ຫຼວງນໍ້າທາ ມີຣົດເຖື່ອນ ບໍ່ເສັຽ ພາສີ

ມີຣົດຍົນ ທີ່ ຜິດກົດໝາຍ ກວ່າ 3 ພັນຄັນ ຢູ່ແຂວງ ຫຼວງນໍ້າທາ ມີພຽງແຕ່ 400 ຄັນ ທີ່ ເຈົ້າຂອງຣົດ ເຂົ້າມາ ເສັຽພາສີ.

ເຈົ້າຂອງຣົດ ທີ່ເຂົ້າມາຫ້ອງການ ເພື່ອເສັຽພາສີຂອງຣົດ ທີ່ນໍາເຂົ້າແບບບໍ່ຖືກຕ້ອງ ຕາມກົດໝາຍ RFA/VD

ແຂວງຫລວງນໍ້າທາ ໄດ້ເປີດໃຫ້ເຈົ້າຂອງ ຍວດຍານພາຫະນະ ປະເພດຣົດຍົນ ຊຶ່ງນໍາເຂົ້າ ແບບບໍ່ຖືກຕ້ອງ ຕາມກົດໝາຍ ແລະ ໄດ້ແຈ້ງ ເຈດຈໍານົງ ເສັຽພາສີ ໄປແລ້ວນັ້ນ ໃຫ້ມາເສັຽພາສີ ກ່ອນເດືອນ ມິນາ ປີ 2017, ແຕ່ປະກົດວ່າ ມີຜູ້ມາເສັຽພາສີ ພຽງແຕ່ 400 ຄັນ ຍ້ອນ ເຂົາເຫັນວ່າຄ່າພາສີແພງ ແລະເຈົ້າຂອງຣົດກໍບໍ່ມີ ເງິນມາເສັຽ. ອີງຕາມການເປີດເຜີຍ ຂອງເຈົ້າໜ້າທີ່ ຜແນກໂຍທາແຂວງ ຜູ້ຂໍສງວນຊື່:

“ຂໍ້ມູນໃນປັດຈຸບັນ ຈໍານວນຣົຖທີ່ເຂົ້າມາແຈ້ງ ກໍມີປະມານ 3 ພັນກ່ວາຄັນ, ຣົຖທີ່ໄດ້ມາຈົດທະບຽນ ແລະເສັຽພາສີໄປ ກ່າຍັງມີບໍ່ຫຼາຍ ມີຢູ່ ປະມານ 3 ຫາ 4 ຮ້ອຍກວ່າຄັນ ສໍາລັບທີ່ມາແຈ້ງ 3 ພັນກວ່າຄັນ ແລະຍັງມີຣົຖອີກ ຈໍານວນນຶ່ງ ທີ່ຍັງບໍ່ທັນ ເຂົ້າມາແຈ້ງ. ທາງເຮົາ ເຫັນວ່າຈະ ພິຈາຣະນາ ເປີດໃຫ້ມາແຈ້ງໃນຊ່ວງ ເດືອນ 8 ຫລື ຕົ້ນເດືອນ 9 ເພາະວ່າ ດຽວນີ້ໄດ້ປິດແລ້ວ”.

ເຈົ້າໜ້າທີ່ກ່າວວ່າ ພາສີທີ່ຕ້ອງເສັຽນັ້ນແມ່ນ 100 ເປີເຊັນ ຂອງການຕີຣາຄາ ຕາມສະພາບຂອງຣົຖ. ເມື່ອເດືອນມົກກະຣາ ຜ່ານມາ ສໍານັກ ງານນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ໄປຍັງ ນະຄອນຫຼວງວຽງຈັນ ແລະທຸກໆແຂວງ ໃຫ້ລົງກວດກາຣົຖ ຈໍານວນ ປະມານ 5,640 ຄັນ ທີ່ນໍາເຂົ້າແບບ ບໍ່ຖືກຕ້ອງຕາມກົດໝາຍ. ຖ້າຫາກພົບເຫັນ ຣົຖທີ່ລັກລອບນໍາເຂົ້າມາ ຈາກປະເທດໃກ້ຄຽງ ມາຈໍາຫນ່າຍຢູ່ໃນປະເທດ ກໍຂໍໃຫ້ປະຕິບັດ ຕາມລະບຽບ ກົດໝາຍ, ຄືຍຶດ ແລ້ວສົ່ງຄືນໃຫ້ ປະເທດທີ່ມາ. ຖ້າເປັນຣົຖ ທີ່ນໍາເຂົ້າແບບປອມແປງ ເອກກະສານ ກໍຂໍໃຫ້ຍຶດເປັນຂອງຣັຖ.

ໃນການກວດກາຜ່ານມາພົບວ່າ ແຂວງຫລວງນໍ້າທາ ເປັນແຂວງທີ່ມີຣົຖນໍາເຂົ້າ ແບບບໍ່ຖືກຕ້ອງ ຕາມກົດໝາຍຫຼາຍກວ່າ ແຂວງອື່ນໆ. ປະເພດຣົຖກະບະ ແມ່ນຖືກລັກລອບ ຫລືນໍາເຂົ້າຈາກ ປະເທດໄທ, ສ່ວນຣົຖເກັງ ແມ່ນນໍາເຂົ້າ ຈາກປະເທດຈີນ.

ໃນການແກ້ໄຂບັນຫາຄັ້ງນີ້ ແຂວງຫລວງນໍ້າທາ ໄດ້ກໍານົດໃຫ້ ເຈົ້າຂອງຣົຖ ມາແຈ້ງເສັຽພາສີ ກ່ອນເດືອນມິນາ ແລະໃຫ້ເສັຽພາສີໃຫ້ແລ້ວ ພາຍໃນເດືອນສິງຫາ. ຖ້າເຈົ້າໜ້າທີ່ ກວດເຫັນວ່າ ບໍ່ເສັຽພາສີ ກໍຈະຍຶດ ເປັນຂອງຣັຖ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org