ອະດີດເຈົ້າຫນ້າທີ່ລາວ ເຊື່ອວ່າ ດອກງິ້ວຄໍາ ມີເບື້ອງຫຼັງ

ສິດນີ
2018.02.06
f-kingsromans ໂຮງຄາຊີໂນ ຢູ່ເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ
RFA

ອະດີດເຈົ້າຫນ້າທີ່ ຣະດັບສູງ ສປປລາວ ທ່ານນຶ່ງເຊື່ອວ່າ ຄາຊີໂນ ຄິ້ງໂຣມັນ ໃນເຂດເສຖກິດພິເສດສາມຫລ່ຽມຄຳ ທີ່ແຂວງບໍ່ແກ້ວ ມີສ່ວນກ່ຽວຂ້ອງ ກັບກິຈກັມທີ່ຜິດກົດຫມາຍຫລາຍຢ່າງແທ້, ຕາມທີ່ກະຊວງການຄັງ ຂອງສະຫະຣັດຕັ້ງຂໍ້ກ່າວຫາ ເປັນຕົ້ນ ການຄ້າ ປະເວນີ ຄ້າຢາເສບຕິດ ຫລື ຊັກຟອກເງິນ ແລະຄ້າສັດປ່າ ຍ້ອນເຂດດັ່ງກ່າວ ເປັນເຂດປົກຄອງຕົນເອງ ຈຶ່ງຂ້ອນຂ້າງເສຣີໃນການ ດຳເນີນທຸຣະກິດໃນເຂດນີ້. ດັ່ງທ່ານກ່າວຕໍ່ເອເຊັຽເສຣີ ໃນມື້ວັນທີ 6 ມົກຣາ ນີ້ວ່າ:

"ຂ້າພະເຈົ້າຄິດວ່າໃບອະນຸຍາດນີ້ຖືກຕ້ອງ ແຕ່ການປະພືດຂອງບໍຣິສັດ ຫລືວ່າສະຖານທີ່ແຫ່ງນີ້ ກະຄົງຈະບໍ່ຖືກຕ້ອງເນາະ ມົ້ວສຸມການ ບໍຣິການທາງເພດ ສອງມາແມ່ນເຣື້ອງພົວພັນ ກັບຢາເສບຕິດ ເພາະວ່າຂ້າພະເຈົ້າ ກໍເຄີຍມີມູນຢູ່ວ່າ ເຈົ້າຫນ້າທີ່ເຂົ້າໄປ ກ່ຽວພັນຢູ່ນະ."

ທ່ານກ່າວຕື່ມວ່າ ຕາມປົກກະຕິເຈົ້າຫນ້າທີ່ ທ້ອງຖິ່ນທີ່ແຂວງບໍ່ແກ້ວ ບໍ່ສາມາດເຂົ້າໄປກວດສອບສິ່ງທີ່ຜິດກົດໝາຍ ໃນຄາຊີໂນດັ່ງກ່າວ ນີ້ໄດ້ເພາະເປັນສິດພິເສດ ຂອງເຂດດັ່ງກ່າວຢູ່ແລ້ວ ມີແຕ່ເຈົ້າຫນ້າທີ່ຂັ້ນສູນກາງ ສາມາດເຂົ້າໄປໄດ້ແຕ່ບໍ່ຮູ້ວ່າ ເຂົ້າໄປກວດກາຫຍັງແດ່ ບໍ່ໄດ້ເປີດເຜີຍ ຕໍ່ສື່ມວນຊົນຮູ້ ແຕ່ຢ່າງໃດ.

ທ່ານວ່າ ເຖິງຢ່າງໃດກໍຕາມ ທ່ານກໍຕ້ອງການຢາກໃຫ້ທາງການລາວ ເຂົ້າໄປກວດສອບໃນບັນຫາດັ່ງກ່າວ ແລະອອກຖແລງການ ໃຫ້ ມວນຊົນຮູ້ ກ່ຽວກັບຂໍ້ກ່າວຫາ ຂອງກະຊວງການເງິນ ຂອງສະຫະຣັດ ເພາະເປັນປະເດັ່ນຂ່າວໃຫຍ່ ຣະດັບໂລກ ແລະ ໃນຖານະທີ່ ຣັຖບານລາວ ອະນຸຍາດໃຫ້ເປີດຄາຊີໂນ ແຫ່ງນີ້.

ກ່ຽວກັບຂໍ້ກ່າວຫາດັ່ງກ່າວ ທ່ານ ຈ້າວ ເຫວີຍ ປະທານບໍຣິສັດດອກງິ້ວຄຳ  ກໍໄດ້ອອກຖແລງການຕອບໂຕ້ ທາງການສະຫະຣັດແລ້ວວ່າ ເຂດດັ່ງກ່າວໄດ້ດຳເນີນ ກິຈກັມຖືກຕ້ອງຕາມກົດຫມາຍ ທຸກຢ່າງ ບົນພື້ນຖານສັນຍາ ການສຳປະທານ ແລະເຈົ້າຫນ້າທີ່ ແຂວງບໍ່ແກ້ວ ກໍບອກວ່າ ຄາຊີໂນ ຄິ້ງໂຣມັນບໍ່ໄດ້ເຮັດກິຈກັມ ທີ່ຜິດກົດຫມາຍ ແຕ່ຢ່າງໃດ ຍ້ອນພາຍໃຕ້ການຄຸ້ມຄອງ ຂອງທາງການລາວ ຢ່າງເຄັ່ງຄັດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.