ຄົນງານລາວຍັງຖ້າເງິນ ອຸດໜູນ ວ່າງງານ
ຄົນງານລາວ ທີ່ເຂົ້າໃນລະບົບ ປະກັນສັງຄົມ ຍັງບໍ່ໄດ້ ຮັບເງິນອຸດໜູນ ວ່າງງານ ຕາມກົດໝາຍ.
-
ອຸ່ນແກ້ວ ສຸກສະຫວັນ
2020-05-21 -
-
-
Your browser doesn’t support HTML5 audio
ຄົນງານລາວຫຼາຍຄົນ ເຂົ້າລະບົບປະກັນສັງຄົມ ຍັງບໍ່ໄດ້ຮັບເງິນອຸດໜູນ ວ່າງງານຕາມກົດໝາຍ ເຖິງວ່າເຂົາເຈົ້າ ຢຸດເຮັດວຽກໃນໄລຍະ ໂຄວິດ19 ລະບາດ ແລະ ເຂົາເຈົ້າຮຽກຮ້ອງໃຫ້ ພາກສ່ວນກ່ຽວຂ້ອງ ເລັ່ງດຳເນີນການ. ຄົນງານລາວຄົນນຶ່ງ ທີ່ຢຸດວຽກມາໄດ້ເກືອບ 2 ເດືອນ ໄດ້ກ່າວຕໍ່ເຊັຽເສຣີ ໃນວັນທີ 21 ພືສພາ ວ່າ:
"ກະບໍ່ຮູ້ເດ້ ກະຍັງບໍ່ໄດ້ວ່າຈັ່ງໃດເດ້ລະ ຊົດເຊີຍຫຍັງຈັ່ງໃດກະບໍ່ເຫັນວ່າ ເບື້ອງໃຜໄດ້ໃຜຫຍັງ ເພາະວ່າ ເຮົາວ່າງງານເນາະວຽກບໍ່ເຄີຍມີ ບໍ່ໄດ້ມີຫຍັງ ກະຢາກໃຫ້ເພິ່ນຊ່ວຍເຫລືອຢູ່ ງານໃດກະຍົກເລີກ ຍົກເລີກໝົດ."
ຄົນງານລາວອີກລາວອີກຄົນນຶ່ງ ຜູ້ທີວ່າງງານມາໄດ້ 1 ເດືອນ ໄດ້ກ່າວວ່າ:
"ຊ້ວງໂຄວິດວ່າງງານຫລາຍ ກະພັກວຽກປະມານເດືອນນຶ່ງ ກະທຳມະດາ ກະບໍ່ໄດ້ຮຽກຮ້ອງອີ່ຫຍັງຫຼາຍເພິ່ນກະໃຫ້ເອົາ ກະບໍ່ແນ່ໃຈຄືກັນ ເພາະວ່າ ບໍ່ໄດ້ໄປຕິດຕາມຂ່າວ."
ສ່ວນວ່າ ຄົນງານລາວອີກຄົນນຶ່ງ ກໍກ່າວຕື່ມອີກວ່າ:
"ໂອ້! ມີຜົນກະທົບຫລາຍ ບໍ່ມີຫຍັງຊ່ວຍເຫລືອ ກັນເລີຍ ຍິນແຕ່ວ່າຣັຖບານລາວ ຊ່ວຍເຫລືອ ບໍ່ເຫັນລົງຮອດມືປະຊາຊົນຈັກຄົນເລີຍ ໂອ້! ຊ່ວຍເຫລືອກະຄືເກົ່າຫັ້ນແຫລະ ມັນມີຫລາຍພາກສ່ວນ."
ປັດຈຸບັນ ກໍຍັງບໍ່ມີຄວາມແນ່ນອນ ວ່າເງິນຊົດເຊີຍຈະອອກມາແບບໃດ, ເຈົ້າໜ້າທີ່ ກະຊວງແຮງງານ ແລະ ສວັດດີການສັງຄົມ ໄດ້ກ່າວຕໍ່ ເອເຊັຽເສຣີ ວ່າ:
"ຣາຍລະອຽດໂຕຈິງຫັ້ນນະ ເລື້ອງຄົ້ນຄວ້າ ເຮົາກະຄົ້ນຄວ້າເນາະ ບໍ່ຮູ້ວ່າມັນຈະອອກເປັນໂຕການ ລັກສນະຊົດເຊີຍບໍ່ ຖ້າຟັງຂ່າວຈາກ ກະຊວງ ເຮົາເປັນທາງການດີກວ່າເນາະ ຖ້າມີເພິ່ນຈະອອກໃນ ເພຈ ຂອງເພິ່ນ ແລ້ວກະຂໍ້ມູນຈາກ ກະຊວງແຮງງານເລີຍ."
ກ່ອນໜ້ານີ້ ທ່ານ ພອນສານ ວິໄລເມ້ງ ຫົວໜ້າກົມປົກປ້ອງແຮງງານ ສູນກາງສະຫະພັນ ກຳມະບານລາວ ໄດ້ກ່າວຕໍ່ສື່ມວນຊົນລາວວ່າ ກຳລັງລໍຖ້າຂໍ້ກຳນົດ ຈາກຣັຖບານ.
"ການແກ້ໄຂບັນຫາ ເລື່ອງຄ່າແຮງງານ ເລື່ອງຜົນກະທົບອັນນີ້ລະແມ່ນ ພວກເຮົາກະຍັງລໍຖ້າ ດຽວນີ້ຄະນະສະເພາະກິດ ແລະ ອົງການ ສາຂາ ຂອງພວກເຮົານີ້ ໄດ້ຄົ້ນຄວ້າໄປ ແລ້ວນຳສະເໜີແລ້ວ ແຕ່ວ່າລໍຖ້າແຕ່ວ່າ ກຳນົດຂອງຣັຖບານ ອອກມາແຈ້ງການວ່າຈະຊົດເຊີຍ ຈໍານວນເທົ່າໃດ ເປີເຊັນ ຈຳນວນເທົ່າໃດ ແລະ ແມ່ນຫລັງຈາກນັ້ນ ກະຊິໄດ້ຈັດຕັ້ງປະຕິບັດ."
ທ່ານກ່າວຕື່ມອີກວ່າ ເຖິງວ່າພາກສ່ວນກ່ຽວຂ້ອງ ໄດ້ທວງຜູ້ປະກອບການປະຕິບັດ ຕາມກົດໝາຍແຮງງານກໍຕາມ, ແຕ່ຍັງພົບຄວາມຫຍຸ້ງ ຍາກຢູ່ ເພາະຫລາຍບໍຣິສັດ ແລະ ໂຮງງານຍັງບໍ່ໄດ້ຈ່າຍຄ່າຊົດເຊີຍ ໃຫ້ແກ່ລູກຈ້າງຂອງຕົນ ໂດຍອ້າງເຖິງຄວາມຈຳເປັນຂອງ ບໍຣິສັດ ເພື່ອບໍ່ຢາກຈ່າຍເງິນຊົດເຊີຍ. ໃນໄລຍະການລະບາດຂອງໂຄວິດ19 ຄາດວ່າຈະມີຄົນງານລາວ ວ່າງງານປະມານ 20 ເປີເຊັນ ຈາກທີ່ມີ ຄົນ ລາວວ່າງງານ 2 ເປີເຊັນ ໃນໄລຍະປົກກະຕິ.